Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ລະບົບເຂົ້າລະຫັດ End-to-End Encryption (E2EE)

ລະບົບເຂົ້າລະຫັດແຕ່ຕົ້ນທາງ ເຖິງ ປາຍທາງ (E2EE ຫຼື End-to-End Encryption)

(ໂດຍ: ສູນສະກັດ ແລະ ແກ້ໄຂເຫດສຸກເສີນທາງຄອມພີວເຕີ)

​ໃນ​ສັງ​ຄົມ​ເຮົາ ປັດ​ຈຸ​ບັນ​ ແມ່ນມີການນຳ​ໃຊ້​ແອັບປລີເຄເຊີນ (Application) ຕ່າງໆ ເຊັ່ນ: LINE, WhatsApp, Wechat ແລະ ອື່ນໆ.  ​ເພື່ອຕິດຕໍ່ສື່ສານກັນ ໃນນັ້ນ  ຮູບແບບການສື່ສານດ້ວຍການຂຽນຂໍ້ຄວາມ ຫຼື ການແຊັດ ໃນໜ້າຈໍໂທລະສັບ​ມື​ຖື​, ເທັບແລັດ ແລະ ຄອມພິວເຕີ ກໍ່ໄດ້ມີການນຳໃຊ້ເພື່ອຕິດຕໍ່ສື່ສານກັນໃນຊິວີດປະ​ຈຳວັນຢ່າງຫຼວງຫຼາຍ ດັ່ງ​ນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນ ຫຼື ຂໍ້ຄວາມທີ່ສົ່ງໄປຫາປາຍທາງ ເພື່ອ​ປ້ອງ​ກັນບໍ່ໃຫ້ບຸກຄົນທີ່ສາມ ດັກເອົາຂໍ້ມູນ ຫຼື ຂໍ້ຄວາມ ຕ່າງໆ ລະຫວ່າງທາງ ຈຶ່ງຈໍາເປັນຈະຕ້ອງຮູ້ຈັກກັບລະບົບ E2EE.  

End-to-End Encryption ຫຼື E2EE ແມ່ນ​ລະ​ບົບການເຂົ້າລະຫັດລະຫວ່າງຄູ່ສົນທະນາສອງຄົນຕັ້ງແຕ່ຕົ້ນທາງເຖິງປາຍທາງ ຍົກຕົວຢ່າງ: ຜູ້ສົ່ງ A ແລະ ຜູ້ຮັບ B, ເມື່ອ A ສົ່ງຂໍ້ຄວາມຫາ B ໂດຍເປີດລະບົບ E2EE (Letter Sealing ໃນ LINE ຫຼື WhatsApp) ຂໍ້ຄວາມທີ່ອອກໄປຫາ B ຈະຖືກ​ເຂົ້າ​ລະ​ຫັດລະຫວ່າງເສັ້ນທາງ ໂດຍເສັ້ນທາງນັ້ນແມ່ນອິນເຕີເນັດ ຂະນະທີ່ຂໍ້ຄວາມຖືກສົ່ງນັ້ນ ຫາກມີຜູ້ປະສົງບໍ່ດີ ຕ້ອງການເບິ່ງຂໍ້ຄວາມ ລະ​ບົບກໍ່ຈະສະແດງ ແຕ່ລະຫັດເທົ່ານັ້ນ ບໍ່ສາມາດເຫັນຂໍ້ຄວາມທີ່ຜູ້ສົ່ງ A ສົ່ງເ​ຖິງ B ໄດ້.

E2EE ເປັນລະ​ບົບທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂໍ້ມູນໄດ້ສູງ ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຂໍ້​ຄວາມ​ຖືກ​ເປີດເຜີຍ​ລະ​ຫວ່າງ ການ​ສົ່ງ​ຜ່ານ ເຊີ​ເວີ ເພື່ອ​​ເຮັດ​ໃຫ້ຜູ້​ໃຊ້​ງານ​​ມີ​ຄວາມໝ​ັ້ນ​ໃຈ​ໃນການ​ສື່​ສານ​​ທີ່ປອດ​ໄພ​​ຍ້ອນ​ມີ​ລະ​ບົບ​ລັອກ​ເຂົ້າ​ລະ​ຫັດ​ຂໍ້​ຄວາມໄວ້ເ​ປັນ​ຢ່າງດີ, ລະ​ບົບ​ນີ້​ຄວບ​ໄປ​ເ​ຖິງ​ການ​ໂທ​ຟີ​ ແລະ ການ​ສົນ​ທະ​ນາ​ເປັນ​ກຸ່ມ.

ການເປີດໃຊ້ງານລະ​ບົບ​ E2EE ເຄື່ອງ​ມື Letter Sealing ເຮັດໃຫ້ LINE ຍົກເລີກການໃຊ້ລະບົບ Hidden Chat ຫຼື ຂໍ້ຄວາມລັບ ແລ້ວຫັນມາໃຊ້ລະບົບ Letter Sealing ແທນຢ່າງເຕັມຕົວ ເຊິ່ງມີຄວາມປອດໄພສູງ  ປັດຈຸບັນ ມີຫຼາຍບໍລິສັດນຳໃຊ້ລະບົບນີ້ແລ້ວເຊັ່ນ: Apple, Facebook messenger, WhatsApp ແລະ LINE.

Porher 18 April 2017 5269 reads Print