Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຜູ້ຊ່ຽວຊານ ພົບການໂຈມຕີ Brute-force Attack RDP ເພີ່ມຂຶ້ນກວ່າປົກກະຕິ ຫຼາຍເທົ່າ

ຜູ້​ຊ່ຽວ​ຊານ​ ພົບການໂຈມຕີ​ Brute-force Attack RDP ເພີ່ມ​ຂຶ້ນ​ກວ່າ​ປົກກະຕິ ​ຫຼາຍ​ເທົ່າ​ ແນະ​ນໍາໃຫ້ອົງ​ກອນ ​ເພີ່ມ​ມາດ​ຕະ​ການ​ປ້ອງ​ກັນ​ 

ESET ລາຍ​ງານ​ຈຳນວນ​ເຫດການ​ Brute-force Attack ການ​ໃຊ້​ງານ​ RDP ເພີ່ມ​ຂຶ້ນ​ເຖິງ​ 100,000 ​ຄັ້ງ​ຕໍ່​ມື້ ​ໃນ​ເດືອນ​ເມ​ສາ​ ແລະ​ ພຶດສະພາ ປີ 2020 ສົມທຽບ​ກັບ​ທ້າຍປີ 2019 ​ທີ່​ມີ​ແຕ່ 30,000 ຄັ້ງຕໍ່​ມື້​ ຊຶ່ງມີ​ປັດ​ໄຈ​ສະໜັບ​ສະໜູນ​ມາ​ຈາກ​ Work From Home​.

Article Images: brute-force_in.jpg

ຍ້ອນ​ສະຖານະການ​ແຜ່ລະບາດຂອງເຊື້ອຈຸລາໂຣກໂຄ​ວິດ​ 19 ເຮັດໃຫ້​ອົງກອນ​ຕ້ອງ​ປ່ຽນ​ນະໂຍບາຍ​ມາ​​ Work From Home​ ຊຶ່ງ​ມີ​ຈຳນວນ​ຫຼາຍ​ທີ່​ເປີດ​ Remote Desktop ຜ່ານ​ອິນ​ເຕີ​ເນັດ​ ແຕ່​ບໍ່ມີ​ມາດ​ຕະ​ການ​ປ້ອງ​ກັນທີ່ພຽງພໍ​ ເຮັດໃຫ້​ຜູ້ບໍ່ຫວັງດີ​ສາມາດ​ Brute-force ລະ​ຫັດ​ຜ່ານ ຊຶ່ງ​ອາດຍ້ອນລະຫັດບໍ່ມີຄວາມເຂັ້ມແຂງ Strong Password​ ຫຼື ​ມີ​ການ​ໃຊ້​ຊ້ຳ​ກັບ​ Credentials ທີ່​ມີການຂາຍ​ໃຕ້​ດິນ​ໃນ​ລາ​ຄາ​ທີ່ຖືກ​ຫຼາຍ​, ຢ່າງໃດ​ກໍ່​ຕາມ​ ຈາກ​ລາຍ​ງານ​ຂອງ​ ESET ພົບ​ພຶດຕິກຳ​ຂອງ​ຜູ້ບໍ່ຫວັງດີ​ຫຼັງ​ເຈາະ​ເຂົ້າ​ມາ​ໄດ້ ​ດັ່ງ​ຕໍ່ໄປນີ້​:

  • ລຶບ​ Log File ເພື່ອປິດບັງຮ່ອງ​ຮອຍ;​
  • ດາວ​ໂຫຼດ​ເຄື່ອງ​ມື​ອື່ນ ​ແລະ ​ມັນ​ແວ​ (Malware) ເຂົ້າ​ມາ​ເພື່ອ​ແຊກ​ແຊງ​ລະບົບ​;
  • ປິດ​ການຕັ້ງ​ເວລາ​ສຳ​ຮອງ​ຂໍ້​ມູນ​ ເຊັ່ນ:​ Shadow Copies ຫຼື ​ລຶບ​ຖິ້ມ​;
  • ລັກ​ຂໍ້​ມູນ​ຈາກ​ເ​ຊີເວີ.​

ESET ລາຍ​ງານ​ເຖິງ​ຜົນຂອງ​ຄວາມ​ເສຍ​ຫາຍ​ວ່າ ​ຍ້ອນອົງ​ກອນ​ບໍ່​ເອົາໃຈ​ໃສ່ຕໍ່​ການ​ຮັກສາ​ຄວາມ​ປອດໄ​ພ​ ເຮັດໃຫ້​ອາດ​ພົບກັບ​ມັນແວຮຽກຄ່າໄຖ່​ (Ransomware), Cryptomining malware​ ໄດ້ຮັບ​ຜົນ​ກະທົບ​ທາງ​ການ​ເງິນ ແລະ ຄວາມ​ໜ້າ​ເຊື່ອ​ຖື​ ລວມ​ເຖິງ​ອາດ​ຜິດຕໍ່​ກົດ​ໝາຍ​ດ້ານ​ຂໍ້​ມູນ​ຕ່າງ​ໆ​, ປະເທດ​ທີ່ຕົກ​ເປັນ​ເປົ້າ​ໝາຍ​ຫຼັກ​ຂອງ​ຜູ້ບໍ່ຫວັງດີ ​ຄື:​ ອາເມລິກາ,​ ຈີນ,​ ຣັດ​ເຊຍ​, ເຢຍລະມັນ ແລະ​ ຝ​ຣັ່ງ​.​ 

ເຖິງ​ແມ່ນ​ວ່າ​ ສປປ ລາວ ​ອາດຈະ​ບໍ່​ຕົກ​ເປັນ​ເຫຍື່ອ​ໂດຍ​ກົງ​ ແຕ່​ກໍ່​ຈຳ​ເປັນ​ຕ້ອງ​ໄດ້ເອົາ​ໃຈ​ໃສ່ ​ເພາະ​ກໍ່​ມີ​ຫຼາຍ​ອົງ​ກອນເຄີຍຖືກ​ມາ​ແລ້ວ​ ຊຶ່ງ​ຜູ້​ຊ່ຽວ​ຊານ​ແນະ​ນຳ​ວິທີ​ປ້ອງ​ກັນ​ຕົວ​ໄວ້​ດັ່ງ​ນີ້​:

  • ປິດ​ການ​ເຊື່ອມ​ຕໍ່​ RDP ຜ່ານ​ອິນ​ເຕີ​ເນັດ​ ຫຼື ​ຈຳ​ກັດ​ຈຳນວນ​ຜູ້​ໃຊ້​ງານ​ທີ່​ຈຳ​ເປັນ​ແທ້ໆ​;
  • ບັງຄັບ​ໃຫ້​ຕັ້ງ​ລະຫັດ​ຜ່ານ​ທີ່​ຊັບ​ຊ້ອນ ​ເພື່ອ​ໃຊ້​ງານ​ RDP;
  • ເປີດ​ໃຊ້​ Multi-factors Authentication; 
  • ຕິດ​ຕັ້ງ​ VPN Gateway ເພື່ອ​ຮັບ​ການ​ເຊື່ອມ​ຕໍ່​ RDP ຈາກ​ພາຍນອກ​;
  • ໃນ Firewall ໃຫ້​ປິດ​ການ​ເຊື່ອມ​ຕໍ່​ຈາກ​ພາຍນອກ​ເຂົ້າ​ມາຫາເຄື່ອງ​ພາຍ​ໃນ​ ທີ່ port​ 3389  ຫຼື ​ອື່ນ​ໆ​ ​ທີ່​ເປັນ​ບໍລິການ​ RDP;
  • ແຍກ​ລະບົບ​ ຫຼື ​ເຄື່ອງ​ຄອມພິວເຕີທີ່​ເກົ່າ​ຫຼາຍ​ແລ້ວ ​ແຕ່​ຍັງ​ຈຳ​ເປັນ​ຕ້ອງ​ RDP ຜ່ານ​ອິນ​ເຕີ​ເນັດ​ອອກ​ມາ​ຕ່າງ​ຫາກ​ແລະ ​ກຽມ​ທົດ​ແທນ​ໃຫ້​ໄວ​ທີ່ສຸດ​.

ເອກະສານອ້າງອີງ:

  1. https://www.bankinfosecurity.com/brute-force-attacks-targeting-rdp-on-rise-a-14531
  2. https://www.techtalkthai.com/rdp-brute-force-attack-are-double-after-covid19-pandemic/

Porher 22 October 2020 4782 reads Print