Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຮູ້ທັນ 13 ຊ່ອງທາງທີ່ແຮັກເກີໃຊ້ແຜ່ກະຈາຍມັນແວ

    ສິ່ງທີ່ທຸກຄົນຮູ້ດີຄອມພິວເຕີຂອງຜູ້ໃຊ້ງາານທົ່ວໄປມັກຈະຕິດມັນແວ ແມ່ນມາຈາກຫຼາຍສາເຫດ ເຊັ່ນວ່າ ຕິດຜ່ານ USB Drive ຫຼື ຜ່ານທາງ Website ຫຼື ອາດເຖິງຂັ້ນໄປດາວໂຫຼດໂປຣແກຣມມາຕິດຕັ້ງດ້ວຍຕົວເອງ ເພາະຄິດວ່າເປັນໂປຣແກຣມທີ່ຈະນຳມາໃຊ້ປະໂຫຍດ.

Article Images: ways13.jpg

   ໃນປັດຈຸບັນ, ແຮັກເກີ ກໍ່ໄດ້ອາໄສຫຼາຍຊ່ອງທາງໃນການແຜ່ມັນແວ ໂດຍໃຊ້ກົນອຸບາຍຕ່າງໆ ເພື່ອຫຼອກລໍ້ໃຫ້ຜູ້ໃຊ້ງານນຳມັນແວມາຕິດຕັ້ງໃນເຄື່ອງຄອມພິວເຕີ, ຍ້ອນແນວນັ້ນເຮົາຄວນຮູ້ທັນຊ່ອງທາງໃດແດ່ ທີ່ແຮັກເກີມັກນິຍົມນຳມາໃຊ້ແຜ່ກະຈາຍມັນແວ ເພື່ອໃຫ້ເຮົາຮູ້ທັນ, ປ້ອງກັນ ແລະ ລະມັດລະວັງມັນແວ,  ລາຍລະອຽດຊ່ອງທາງ ທີ່ແຮັກເກີໃຊ້ແຜ່ກະຈາຍມັນແວ ມີດັ່ງນີ້:

1. ຜ່ານທາງເວັບໄຊຫາລາຍໄດ້

   ຫຼືທີ່ເອີ້ນວ່າ (Micro job ) ຈາກການໂຄສະນາໃນລັກສະນະໃຫ້ຜູ້ໃຊ້ງານເຂົ້າຮ່ວມຕອບແບບສໍາຫຼວດສອບຖາມ ຫຼື ເຂົ້າຮັບຊົມໂຄສະນາ ກໍ່ຈະໄດ້ຮັບລາງວັນ ຫຼື ຂອງແຖມ ຊຶ່ງເມື່ອກົດເຂົ້າໄປທີ່ເວັບໄຊນັ້ນໆແລ້ວກໍ່ຈະຕິດມັນແວທີ່ແອບແຝງໂຕຢູ່ ຊຶ່ງບາງຄັ້ງກໍ່ສາມາດເຂົ້າເຖິງຂໍ້ມູນສ່ວນຕົວທີ່ສໍາຄັນຂອງເຮົາໄດ້.

2. ສະແປມ (Spam) ຜ່ານທາງສື່ສັງຄົມອອນລາຍຕ່າງໆ

   ສະແປມ ຜ່ານທາງສື່ສັງຄົມອອນລາຍ ນໍາໃຊ້ວິທີການສ້າງເນື້ອຫາທີ່ຫຼອກລວງໃຫ້ເກີດການເຂົ້າໃຈຜິດວ່າ ມີໂປຣແກຣມທີ່ເຮົາຈຳເປັນຕ້ອງໄດ້ນຳໃຊ້ ຫຼື ຕິດຕັ້ງ ເພື່ອຄວາມປອດໄພ, ເມື່ອເຮົາຫຼົງເຊື່ອກົດເຂົ້າໄປ ກໍ່ຈະຕົກເປັນເຫຍື່ອຂອງມັນແວທັນທີ.

3. ຜ່ານທາງການສ້າງໂພສໃນ Facebook

    ໂດຍການສ້າງບັນຊີຜູ້ໃຊ້ທີ່ໜ້າເຊື່ອຖື ແລ້ວໂຄສະນາຊວນເຊື່ອວ່າເປັນເໝືອງຂຸດເງິນດິຈິຕອນ ແລະ ມີໂປຣແກຣມສຳລັບໃຊ້ຂຸດເໝືອງແບບສ່ວນຕົວທີ່ເຮັດໃຫ້ໄດ້ເງິນດິຈິຕອນໄວຂຶ້ນ ໃນລັກສະນະທີ່ວ່າໃຫ້ດາວໂຫຼດກ່ອນຈະຖືກລຶບ ແຕ່ເມື່ອຕິດຕັ້ງໂປຣແກຣມໄປແລ້ວ ກໍ່ຈະໄດ້ມັນແວມາແທນ.

4. ສະແປມລິ້ງ (Spam Link) ມັນແວຜ່ານການສະແດງຄໍາເຫັນໃນ Youtube

    ສະແປມລິ້ງມັນແວກະຈາຍຜ່ານວິດີໂອທີ່ມີຍອດຜູ້ເຂົ້າຊົມ  ຫຼາຍໆ ບໍ່ວ່າຈະເປັນວິດີໂອກ່ຽວກັບການຂຸດເໝືອງ ຫຼື ວິດີໂອສອນວິທີການໂກງເກມ, ຊຶ່ງຈະເຮັດໃຫ້ມີຄົນກົດຖືກໃຈການສະແດງຄຳຄິດເຫັນຂອງຕົນສູງຂຶ້ນ ແລະ ເຮັດໃຫ້ການສະແດງຄຳຄິດເຫັນຂອງຜູ້ອື່ນຖືກ dislike ເປັນສາເຫດໃຫ້ການສະແດງຄຳຄິດເຫັນຂອງສະແປມລິ້ງມັນແວນັ້ນມີຄວາມໜ້າເຊື່ອຖືຂຶ້ນ.

5. ຜ່ານທາງເວັບໄຊປອມ

   ນີ້ເປັນວິທີທີ່ນີຍົມ ແລະ ມີປະສິດຕິພາບສູງທີ່ສຸດໃນການລັກຝັງມັນແວໄວ້ ໂດຍການປອມເວັບໄຊທີ່ມີຊື່ສຽງ ຫຼື ສ້າງເວັບໄຊປອມຕາມກະແສທີ່ກຳລັງເປັນທີ່ສົນໃຈຂອງຜູ້ຄົນໃນຊ່ວງເວລານັ້ນໆ ເຊັ່ນວ່າເວັບໄຊດາວໂຫຼດໂປຣແກຣມຟຣີຕ່າງໆ ຫຼື ເວັບໄຊທີ່ໃຫ້ຂໍ້ມູນຂ່າວສານກ່ຽວກັບການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ ເປັນຕົ້ນ ເພື່ອດຶງດູດໃຫ້ຄົນເຂົ້າຊົມ ແລະ ດາວໂຫຼດເອົາມັນແວມາຕິດຕັ້ງໄວ້ໃນເຄື່ອງຄອມພິວເຕີໂດຍທີ່ບໍ່ຮູ້ໂຕ.

6. ຫ້ອງສົນທະນາທີ່ບໍ່ເປີດເຜີຍຕົວຕົນ

    ດ້ວຍການສົ່ງຂໍ້ຄວາມຫາເຫຍື່ອໂດຍບໍ່ເປີດເຜີຍຕົວຕົນ ເຊັ່ນວ່າ ມີຮູບພາບລັບຂອງຜູ້ທີ່ມີຊື່ສຽງ ພ້ອມກັບຄັດຕິດລິ້ງດາວໂຫຼດມານຳ ເມື່ອຫຼົງກົດເຂົ້າໄປແລ້ວ ກໍ່ຈະຕິດຕັ້ງມັນແວແບບອັດຕະໂນມັດ.

7. ຜ່ານທາງລະບົບສົນທະນາຕ່າງໆ

    ດ້ວຍວິທີການສ້າງຫ້ອງສົນທະນາໃນຫົວຂໍ້ທີ່ມີຄວາມໜ້າສົນໃຈ ຫຼື ເລື່ອງທີ່ກຳລັງເປັນກະແສໃນຊ່ວງເວລານັ້ນ ເຊັ່ນ: ຄວາມລັບຂອງວິທີການຫາເງິນຜ່ານສື່ສັງຄົມອອນລາຍ, ການຂຸດເໝືອງສະກຸນເງິນດິຈິຕອນ ຫຼື ກົນໂກງຕ່າງໆ ແລ້ວເປີດເປັນສາທາລະນະ ເພື່ອຫຼອກລໍ້ໃຫ້ຄົນເຂົ້າມາດາວໂຫຼດມັນແວໄປຕິດຕັ້ງໃນຄອມພິວເຕີ ຊຶ່ງຖືວ່າເປັນຊ່ອງທາງໃນການແຜ່ກະຈາຍມັນແວໄດ້ເປັນຈຳນວນຫຼວງຫຼາຍ.

8. ຜ່ານການນຳໃຊ້ເງິນມາຫຼອກລໍ້

    ຜ່ານການຫຼອກລໍ້ໂດຍອາໄສຄວາມຢາກໄດ້ຂອງຜູ້ຄົນ ຊຶ່ງວິທີການນີ້ໄດ້ຮັບຄວາມນິຍົມຫຼາຍ ດ້ວຍການແຈກວິທີການສ້າງທຸລະກິດ ທີ່ຮັບປະກັນວ່າຈະໄດ້ເງິນຕອບແທນທີ່ຄຸ້ມຄ່າ ເຊັ່ນ: ຢູ່ບ້ານກໍ່ສາມາດຫາເງິນໄດ້ ຫຼື ຖ້າຢາກລວຍຊ່ວຍບອກຕໍ່ ຊຶ່ງເຫຍື່ອກໍ່ຈະທຳການກົດເຂົ້າໄປດາວໂຫຼດເອກະສານມາອ່ານ ຊຶ່ງໃນໄຟລ໌ດາວໂຫລດກໍ່ຈະຄັດຕິດມັນແວມານຳ ແລະ ຖ້າກົດແບ່ງປັນໃນໂລກອອນລາຍ ກໍ່ຈະເປັນການແຜ່ກະຈາຍມັນແວອີກຊ່ອງທາງໜຶ່ງອີກດ້ວຍ.

9. ຜ່ານຊ່ອງທາງເກມ

    ເປັນການແຜ່ມັນແວໂດຍການແຂ່ງຂັນກັນຜ່ານເກມ ເພື່ອແຈກຂອງລາງວັນໂດຍການສະແດງລາຍລະອຽດຕາມເວັບໄຊເກມຕ່າງໆ ວ່າມີເກມມ່ວນໆໃຫ້ຮ່ວມຫຼິ້ນ ພຽງແຕ່ດາວໂຫຼດໄຟລ໌ເອກະສານ (Text file) ເພື່ອຕອບຄໍຳຖາມ ກໍ່ຈະໄດ້ຮັບລາງວັນທັນທີ ແຕ່ວ່າໄຟລ໌ເອກະສານນັ້ນເປັນມັນແວທີ່ປອມແປງມາ.

10. ຜ່ານເວັບໄຊຫາຄູ່

    ສຳລັບການຫຼອກລໍ້ໜຸ່ມໂສດສາວໂສດ ທີ່ຕ້ອງການຫາຄູ່ຜ່ານການສົນທະນາຕ່າງໆ ຊຶ່ງໃນຂະນະທີ່ສົນທະນາກັນນັ້ນ ກໍ່ຈະສົ່ງໄຟລ໌ຮູບພາບທີ່ແອບແຝງມັນແວມານຳ, ວິທີນີ້ນອກຈາກຈະປ່ອຍມັນແວໄດ້ແລ້ວ ຍັງອາດຈະໄດ້ຂໍ້ມູນສ່ວນຕົວຂອງເຫຍື່ອມາເກັບໄວ້ເພື່ອໃຊ້ນຳໄປໃຊ້ປະໂຫຍດອີກດ້ວຍ.

11. ສ້າງເລື່ອງເສົ້າ

     ວິທີການນີ້ເປັນການໃຊ້ຄວາມອ່ອນໄຫວຂອງຄວາມຮູ້ສຶກຄົນມາເປັນຕົວຫຼອກລໍ້ ເຊັ່ນ: ການປອມແປງບັນຊີແລ້ວສ້າງເລື່ອງລາວທີ່ໜ້າເສົ້າໃນສື່ສັງຄົມອອນລາຍ ຫຼື ການໂພສຮູບພາບຂອງຄົນທຸກຍາກທີ່ຕ້ອງການຄວາມຊ່ວຍເຫຼືອ ຊຶ່ງເລື່ອງແບບນີ້ ຖ້າຫາກວ່າມີຄົນເຫັນກໍ່ຈະອົດບໍ່ໄດ້ທີ່ຈະຕ້ອງເຂົ້າໄປຊ່ວຍເຫຼືອ ແລະ ນັ້ນກໍ່ເປັນການເປີດປະຕູຮັບໂຈນເຂົ້າເຮືອນແບບທີ່ຫຼີກລ່ຽງບໍ່ໄດ້.

12. ຜ່ານທາງເວັບໄຊໃຕ້ດິນ

     ເວັບໄຊໃຕ້ດິນເປັນຊ່ອງທາງທີ່ບໍ່ປອດໄພ ແລະ ສ່ຽງຕໍ່ການແຜ່ກະຈາຍມັນແວຕ່າງໆ ເມື່ອມີການສ້າງຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: “ພຽງແຕ່ດາວໂຫຼດແອັບພິເຄຼຊັ່ນກໍ່ໄດ້ຮັບເງິນທັນທີ” ແລະ ເມື່ອຫຼົງກົດລິ້ງກໍ່ຈະຕິດຕັ້ງມັນແວທັນທີ.

13. ຜ່ານການໂພສໃນເວັບໄຊຂຸດເໝືອງໂດຍກົງ

 ວິທີການກໍ່ຄືເຂົ້າໄປທີ່ເວັບບອດຂອງຄົນຂຸດເໝືອງໃນສ່ວນທີ່ມີການແບ່ງປັນໂປຣແກຣມ ຊອບແວ໋ຕ່າງໆ ທີ່ຈຳເປັນສຳລັບການຂຸດເໝືອງ (Cryptocurrency mining) ແລ້ວສໍາເນົາຂໍ້ຄວາມທັງໝົດມາ ແລະ ແປເປັນພາສາອື່ນໆ ແລ້ວນຳໄປແບ່ງປັນໃນເວັບບອດຂອງປະເທດນັ້ນໆ ພ້ອມກັບແກ້ໄຂລິ້ງສຳລັບດາວໂຫຼດໂປຣແກຣມ ແຕ່ເປັນລິ້ງສຳລັບດາວໂຫຼດມັນແວແທນ.

 

     ຈາກ 13 ຊ່ອງທາງທີ່ກ່າວມາຂ້າງເທິງນັ້ນ ຈະເຫັນວ່າ ເນື້ອຫາຂອງການຫຼອກລໍ້ໃຫ້ຫຼົງເຊື່ອສ່ວນຫຼາຍແມ່ນກ່ຽວກັບເລື່ອງເງິນ, ເລື່ອງຜົນປະໂຫຍດ ແລະ ຂອງຟຣີ (ຊອບແວ໋ຟຣີ) ເປັນຕົ້ນ. ເຖິງແມ່ນວ່າໃນບົດຄວາມອ້າງອີງຈະເປັນບົດຄວາມມາຈາກຕ່າງປະເທດ ຊຶ່ງກໍ່ຈະມີບາງຊ່ອງທາງທີ່ຢູ່ພາຍໃນ ສປປ ລາວ ກໍ່ບໍ່ໄດ້ຮັບຄວາມນິຍົມ, ແຕ່ສິ່ງທີ່ເຫັນໄດ້ຢ່າງຊັດເຈນກໍ່ຄື ເຮົາບໍ່ຄວນຫຼົງເຊື່ອໃນເລື່ອງທີ່ບໍ່ໜ້າຈະເປັນໄປໄດ້ ຫຼື ບໍ່ຄວນຕິດຕັ້ງຊອບແວ໋ຈາກແຫຼ່ງທີ່ບໍ່ໜ້າເຊື່ອຖື ຫຼື ບໍ່ຄວນກົດລິ້ງທີ່ບໍ່ຮູ້ແຫຼ່ງທີ່ມາ ຄວນສັງເກດເບິ່ງເວັບໄຊນັ້ນວ່າມີຄວາມປອດໄພ “ຄິດ ກ່ອນ ກົດ ກົດຢ່າງມີສະຕິ” ກ່ອນທີ່ຈະດາວໂຫຼດໂປຣແກຣມ ຫຼື ເອກະສານໃດໆ ເພື່ອຄວາມປອດໄພຂອງລະບົບຄອມພິວເຕີ ແລະ ຂໍ້ມູນສ່ວນຕົວຂອງທ່ານ.

 

ເອກະສານອ້າງອີງ:

1. https://www.hackread.com/13-ways-cyber-criminals-spread-malware/

Porher 13 July 2020 2358 reads Print