Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ກໍລະນີສຶກສາ ລະບົບຖານຂໍ້ມູນລາຍນີ້ວມືຂອງຕຳຫຼວດ ເກືອບຕິດມັນແວຮຽກຄ່າໄຖ່

ກໍລະນີສຶກສາ ລະບົບຖານຂໍ້ມູນລາຍນີ້ວມືຂອງຕຳຫຼວດນິວຢອກ ເກືອບຕິດມັນແວຮຽກຄ່າໄຖ່ ເພາະບໍລິສັດຮັບເໝົາເອົາຄອມພິວເຕີຈາກພາຍນອກມາເຊື່ອມຕໍ່ລະບົບເຄືອຂ່າຍ

         NYPD ຫຼື ສຳນັກງານຕຳຫຼວດນິວຢອກໄດ້ເປີດເຜີຍຂໍ້ມູນເຫດການທາງໄຊເບີທີ່ເຮັດໃຫ້ຕ້ອງປິດລະບົບຖານຂໍ້ມູນລາຍນິ້ວມື ແລະ ເກືອບເຮັດໃຫ້ເຄື່ອງຄອມພິວເຕີຂອງໜ່ວຍງານຕິດມັນແວຮຽກຄ່າໄຖ່ (Ransomware) ໂດຍເຫດການນີ້ເກີດຂຶ້ນໃນຊ້ວງເດືອນ ຕຸລາ ປີ 2018 ທາງສໍຳນັກງານໄດ້ຈ້າງໃຫ້ບໍລິສັດພາຍນອກເຂົ້າມາຕິດຕັ້ງໜ້າຈໍສະແດງຜົນເພື່ອໃຊ້ໃນໂຮງຮຽນຕຳຫຼວດ, ບໍລິສັດດັ່ງກ່າວໄດ້ນຳເຄື່ອງຄອມພິວເຕີຂະໜາດນ້ອຍມາໃຊ້ເຊື່ອມຕໍ່ກັບຈໍພາບ ເພື່ອສະແດງຜົນຂໍ້ມູນ ຢ່າງໃດກໍ່ຕາມ ໃນຄອມພິວເຕີເຄື່ອງນັ້ນມີມັນແວຢູ່ ຫຼັງຈາກທີ່ມີການເຊື່ອມຕໍ່ເຄື່ອງຄອມພິວເຕີດັ່ງກ່າວເຂົ້າກັບລະບົບ ຕົວມັນແວກໍໍ່ແຜ່ກະຈາຍໄປຍັງເຄື່ອງອື່ນໆ ໃນໜ່ວຍງານທັງໝົດ 23 ເຄື່ອງ ໂດຍມີເຄື່ອງທີ່ເຊື່ອມຕໍ່ກັບລະບົບຖານຂໍ້ມູນລາຍນິ້ວມືດ້ວຍ ທາງຕຳຫຼວດຮູ້ວ່າລະບົບຕິດມັນແວພາຍໃນໄລຍະເວລາບໍ່ຈັກຊົ່ວໂມງຫຼັງເກີດເຫດ ແລະ ໄດ້ຕັດສິນໃຈປິດຄອມພິວເຕີທີ່ກ່ຽວຂ້ອງທັງໝົດ ລວມເຖິງປິດລະບົບຖານຂໍ້ມູນລາຍນິ້ວມືເປັນການຊົ່ວຄາວເພື່ອຈຳກັດຄວາມເສຍຫາຍ ແລະ ຫຼຸດຜ່ອນຜົນກະທົບ ທັງນີ້ ທາງຕຳຫຼວດລະບຸວ່າ ມັນແວຮຽກຄ່າໄຖ່ຍັງບໍ່ໄດ້ຖືກຮຽກຂຶ້ນມາເຮັດວຽກ ແຕ່ຫຼັງຈາກ ນັ້ນກໍໄດ້ມີການຕິດຕັ້ງລະບົບໃໝ່ໃນຄອມພິວເຕີກວ່າ 200 ເຄື່ອງ ທົ່ວທັງເມືອງ ເພື່ອຫຼຸດຜ່ອນຄວາມສ່ຽງ.

         ກໍລະນີສຶກສານີ້ ເປັນຂໍ້ຜິດພາດທີ່ມີສາເຫດຈາກການບໍ່ໄດ້ກວດສອບ ຫຼື ຈຳກັດ ການນຳອຸປະກອນຈາກແຫຼ່ງພາຍນອກມາເຊື່ອມຕໍ່ກັບລະບົບເຄືອຂ່າຍພາຍໃນ ເຮັດໃຫ້ມັນແວ ຫຼື ຜູ້ປະສົງຮ້າຍສາມາດໃຊ້ຊ່ອງທາງນີ້ໃນການເຂົ້າເຖິງ ຫຼື ທຳລາຍຂໍ້ມູນສຳຄັນໄດ້ ຈາກເຫດການນີ້ ຜູ້ຊ່ຽວຊານດ້ານຄວາມປອດທາງໄຊເບີ ໄດ້ໃຫ້ຄວາມເຫັນເພີ່ມເຕີມວ່າສະຖານະການໃນລັກສະນະນີ້ ເປັນສິ່ງທີ່ເກີດຂຶ້ນໄດ້ ແລະ ເຄີຍເກີດຂຶ້ນຢູ່ເລື້ອຍໆ ໂດຍນອກຈາກເລື່ອງມັນແວຮຽກຄ່າໄຖ່ແລ້ວ ຄວາມສ່ຽງເລື່ອງຂໍ້ມູນຮົ່ວໄຫຼນັ້ນ ກໍ່ເປັນສິ່ງທີ່ຕ້ອງລະວັງເປັນຢ່າງຫຼາຍ ໂດຍສະເພາະຢ່າງຍິ່ງຂໍ້ມູນສຳຄັນທີ່ກ່ຽວຂ້ອງກັບຂະບວນການດ້ານຍຸຕິທຳນັ້ນ ຖ້າຫາກຮົ່ວໄຫຼອອກໄປ ກໍ່ອາດເກີດຄວາມເສຍຫາຍຮ້າຍແຮງໄດ້.

ວິທີປ້ອງກັນດ້ວຍຕົນເອງ:
1. ຫ້າມນຳອຸປະກອນຈາກພາຍນອກມາເຊື່ອມຕໍ່ກັບລະບົບເຄືອຂ່າຍພາຍໃນ;
2. ຫຼີກລ້ຽງການນຳໃຊ້ USB ຕ່າງໆຈາກບ່ອນອື່ນ;
3. ຫ້າມເປີດອີເມວ ຫຼື ໄຟລແນບ ທີ່ສົ່ງມາຈາກຄົນທີ່ບໍ່ເຊື່ອຖື;
4. ດາວໂຫຼດຊອບແວ ຫຼື ໄຟລຕ່າງໆຈາກເວັບໄຊທີ່ເຊື່ອຖືໄດ້ເທົ່ານັ້ນ;
5. ຕິດຕັ້ງຊອບແວປ້ອງກັນໄວຣັດທີ່ມີ license;
6. ປັບປຸງຊອບແວຕ່າງໆ ແລະ ລະບົບປະຕິບັດການຢ່າງເປັນປະຈຳ;
7. ສຳຮອງຂໍ້ມູນທີ່ສຳຄັນໄວ້ເປັນປະຈຳ.

ເອກະສານອ້າງອີງ:
1. https://news.softpedia.com/news/ransomware-infiltrates-nypd-s-fingerprint-database-causes-system-shutdown-528314.shtml
2. https://nypost.com/2019/11/24/how-the-nypds-fingerprint-database-got-shut-down-by-a-computer-virus/

Porher 11 December 2019 4476 reads Print