Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຄອມພິວເຕີຫຼາຍກວ່າ 1.65 ລ້ານເຄື່ອງຖືກແຮັກໃຊ້ຂຸດເງິນດິຈິຕອນ

Kaspersky Lab ອອກ​ລາຍ​ງານ​ສະຖິຕິມັນ​ແວ (Malware) ​ໃນ​ລະຫວ່າງ 9 ເດືອນ​ຕົ້ນ​ປີ​ 2017 ​ພົບ​ວ່າ​ຄອມພິວເຕີ​ທົ່ວ​ໂລກຫຼາຍ​ກວ່າ​ 1.65 ລ້ານ​ເຄື່ອງ​ຖືກແຮັກ​ຝັງ​ມັນ​ແວ​ (Malware) ​ທີ່​ໃຊ້​ຂຸດເງິນດິຈິຕອນ (Cryptocurrency) ສ​ະກຸນ​ເງິນ​ສ່ວນ​ໃຫຍ່​ເປັນ​ Zcash ແລະ​ Monero ເງິນທີ່​ໄດ້​ຈາກ​ການ​ໃຊ້​ມັນ​ແວ​​ຊ່ວຍ​​ຂຸດທັງໝົດ​ປະ​ມານ​ 75,000 ໂດລາຕໍ່​ປີ​.

ທີມ​ນັກ​ວິ​ໃຈຈາກ​ IBM X-Force ໄດ້​ເຜີຍແຜ່​ລາຍ​ງານ​ຜົນ​ວິ​ເຄາະ​ການ​ໂຈມ​ຕີ​ໃນ​ລັກສະນະ​ນີ້​ເຊັ່ນ​ດຽວ​ກັນ​ ຊຶ່ງ​ເປັນ​ການສັງລວມ​ຂໍ້​ມູນ​ຈາກ​ເ​ຊີ​ເວີ ​ແລະ ​ລະບົບ​ທີ່​ໃຊ້​ໃນ​ອົງ​ກອນ​ຂະໜາດ​ໃຫຍ່​ (ຂອງ​ Kaspersky ເປັນ​ສະ​ຖິ​ຕິ​ຈາກ​ເຄື່ອງ​ຄອມພິວເຕີ​ທົ່ວ​ໄປ​) ຈາກ​ຂໍ້​ມູນ​ຂອງ​ IBM ພົບ​ວ່າ​ ເ​ຊີ​ເວີທີ່​ໃຊ້​ງານຊ໋ອບແວຕ່າງໆເຊັ່ນ: WordPress, Joomla ຫຼື JBoss ມັກ​ຈະ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ ໂດຍ​ຈະ​ຝັງ​ມັນ​ແວ ທີ່​ຊື່​ Minerd ຫຼື​ kworker ເພື່ອ​ໃຊ້​ຂຸດ​ເງິນ​.

ການ​ແຮັກເຄື່ອງ​ຄອມພິວເຕີ​ ຫຼື ​ອຸປະກອນ​ທີ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕິ​ເນັດ​ໄດ້​ (Internet of Things) ເພື່ອ​ໃຊ້​ຕິດ​ຕັ້ງ​ມັນ​ແວຂຸດເງິນດິຈິຕອນນັ້ນ​ເລີ່ມ​ໄດ້ຮັບ​ຄວາມ​ນິຍົມ​ຫຼາຍ​ຂຶ້ນ ​ເນື່ອງ​ຈາກ​ເງິນ​ເຫຼົ່າ​ນີ້​ສາມາດ​ປົກ​ປິດ​ຂໍ້​ມູນ​ເຈົ້າ​ຂອງ​ບັນ​ຊີ​ ແລະ​ ສາມາດ​ນຳ​ໄປ​ໃຊ້​ໃນ​ຕະຫຼາດ​ມືດ​ໄດ້​ ເຮັດໃຫ້​ກວດ​ສອບ​ຕິດ​ຕາມ​ໄດ້​ຍາກ​, ຜູ້​ໃຊ້​ ຫຼື ​ຜູ້​ເບິ່ງ​ແຍງ​ລະບົບ​ຄວນ​ກວດ​ສອບ​ຄວາມ​ຜິດ​ປົກກະຕິ​ເຊັ່ນ​: ການປະມວນຜົນຂອງ CPU ທີ່ຂຶ້ນສູງ​ ເພື່ອ​ປ້ອງ​ກັນ​ການ​ຖືກ​ນຳ​ໃຊ້ເຄື່ອງ​ຄອມພິວເຕີ​​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/over-1-65-million-computers-infected-with-cryptocurrency-miners-in-2017-so-far/ 
  2. https://www.bleepingcomputer.com/news/security/attackers-take-over-wordpress-joomla-jboss-servers-to-mine-monero/

Porher 05 March 2020 1087 reads Print