Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ເມື່ອຖືກປອມເຟສບຸກຄວນເຮັດແນວໃດ?

ເມື່ອຖືກປອມເຟສບຸກ ຄວນເຮັດແນວໃດ?

(ໂດຍ: ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພີວເຕີ)

ໃນໂລກອອນລາຍ ໂດຍສະເພາະໂຊຊ່ຽວເນັດເວີກ ເຮົາໄດ້ພົບກັບຄົນຢ່າງຫຼວງຫຼາຍ ທັງຄົນທີ່ເປັນເພື່ອນຂອງເຮົາ, ຄົນທີ່ເຮົາຮູ້ຈັກ ແລະ ຄົນທີ່ເຮົາບໍ່ຮູ້ຈັກ ຊຶ່ງມີການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ສູ່ສາທາລະນາຢ່າງຫຼວງຫຼາຍ ເຮັດໃຫ້ສ່ຽງໃນການຖືກຜູ້ບໍ່ຫັວງດີເອົາຂໍ້ມູນ, ຮູບພາບ ໄປສ້າງຕົວຕົນສວມຮອຍປອມເປັນໃຜກໍ່ໄດ້ ບາງຄົນປອມຂື້ນມາເພື່ອຢາກມີຕົວຕົນປອມໆໃນເຟສບຸກ ບາງຄົນກໍ່ປອມເປັນຜູ້ອຶ່ນເພື່ອຫັວງລອກລວງ ຫຼື ທຳລາຍຊື່ສຽງ ແລະ ກຽດສັກສີຂອງຜູ້ອຶ່ນ ຊຶ່ງຜ່ານມາກໍ່ເກີດຂື້ນມີຫຼາຍກໍລະນີ ດັ່ງນັ້ນ, ເມື່ອຖືກຜູ້ບໍ່ຫັວງດີ ເອົາຊື່, ຮູບພາບ ຫຼື ຂໍ້ມູນສໍາຄັນຕ່າງໆ ຂອງຕົນ ໄປແອບອ້າງ ຫຼື ຖືກປອມຂື້ນມາໃນເຟສບຸກ ເຮົາຄວນຈະເຮັດແນວໃດ? ຈະແຈ້ງເຟສບຸກແນວໃດ? ແລະ ຈະມີວິທີປ້ອງກັນ ຫຼື ລະວັງກັນແນວໃດ ? 

ຂັ້ນຕອນການແຈ້ງເຟສບຸກ ຄວນປະຕິບັດ ດັ່ງນີ້:

1. ຂັ້ນຕອນທີ່ 1:​ ເກັບຫຼັກຖານຂໍ້ມູນການປອມເຟສບຸກ

ເຈົ້າຂອງເຟສບຸກ ຄວນເກັບຫຼັກຖານຂໍ້ມູນການປອມເຟສບຸກນັ້ນ ໂດຍການຖ່າຍຮູບໜ້າຈໍ(Capture) ເອົາໄວ້ ໃຫ້ເຫັນຮູບພາບ, ຊື່, ນາມສະກຸນ ຫຼື ໂປຣຟາຍຂອງເຟສບຸກປອມນັ້ນ ເພື່ອກົດເບີ່ງລາຍລະອຽດໃນ URL ຫຼື ລີ້ງຂອງເຟສບຸກປອມນັ້ນ https://www.facebook.com/xxxx???xxxx/

2. ຂັ້ນຕອນທີ່ 2: ລາຍງານຫາເຟສບຸກ

  • ໄປໜ້າໂປຣຟາຍ (profile) ເຟສບຸກປອມ ທີ່ຕ້ອງການລາຍງານ ແລະ ກົດ​ປຸ່ມ  ແລ້ວເລືອກ ລາຍງານ(Report)

Article Images: fbf2.jpg

  • ເລືອກ ລາຍງານບັນຊີຜູ້ໃຊ້ນີ້ ແລ້ວກົດປຸ່ມ Continue

Article Images: fbf3.jpg

  • ເລືອກ ບັນຊີນີ້ປອມ ແລ້ວກົດປຸ່ມ Continue

Article Images: fbf4.jpg

  • ກົດ ສົ່ງໃຫ້ເຟສບຸກ ກວດ, ພິຈາລະນາ

Article Images: fbf5.jpg

  • ກົດປຸ່ມ Done ເພື່ອຮັບຮອງການລາຍງານໄປຫາເຟສບຸກ

Article Images: fbf6.jpg3. ຂັ້ນຕອນທີ່ 3: ເຈລະຈາ

ການເຈລະຈາໃຫ້ປິດເຟສບຸກປອມ ແມ່ນສາມາດເຮັດຄວບຄູ່ກັນໄປກັບການລາຍງານຫາເຟສບຸກ ຫຼັງຈາກໄດ້ລາຍງານໄປຫາ ເຟສບຸກ ປະມານ 3-5 ວັນ, ຖ້າບັນຊີຜູ້ໃຊ້ນີ້ຍັງບໍ່ຖືກປິດ ໃຫ້ສົ່ງຂໍ້ຄວາມໄປຫາຜູ້ໃຊ້ນັ້ນ ໂດຍບອກໃຫ້ລຶບເຟສບຸກປອມນັ້ນ​ທັນທີ (ໃຫ້ເກັບຫຼັກຖານການເຈລະຈາໄວ້)

4. ຂັ້ນຕອນທີ່ 4: ການແຈ້ງຄວາມ

ກໍລະນີຖ້າຜູ້ໃຊ້ບັນຊີເຟສບຸກປອມ ຍອມປິດ ຕາມການເຈລະຈາ ຊື່ງເຫັນວ່າຍັງບໍ່ເກີດຄວາມເສຍຫາຍທີ່ຮ້າຍແຮງ ຜູ້ຖືກເສຍຫາຍກໍ່ຄວນໄປແຈ້ງເຈົ້າໜ້າທີຕໍາຫຼວດ ເພື່ອລົງບັນທຶກປະຈຳວັນເປັນຫຼັກຖານເກັບໄວ້.

ກໍລະນີຖ້າຜູ້ໃຊ້ບັນຊີເຟສບຸກປອມ ບໍ່ຍອມປິດ ຍັງດຳເນີນການຕໍ່ ຊຶ່ງເກີດຄວາມເສຍຫາຍຮ້າຍແຮງ ທ່ານສາມາດແຈ້ງຄວາມກັບເຈົ້າໜ້າທີ່ຕໍຫຼວດ ເພື່ອດຳເນີນຄະດີ ຕາມກົດໝາຍ ວ່າດ້ວຍ: ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ.

5. ຄໍາແນະນໍາເພີ້ມຕື່ມ

ເມື່ອຖືກປອມບັນຊີເຟສບຸກ ທ່ານຄວນດໍາເນີນການ ດັ່ງລຸ່ມນີ້:

1)   ແຈ້ງຄວາມຫາເຈົ້າໜ້າທີ່ຕຳຫຼວດ ເພືື່ອເປັນຫຼັກຖານອ້າງອີງໃນການດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ;

2)   ແຈ້ງເຫດຫາ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ສູນ ສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ) ເພືື່ອຂໍຄໍາແນະນໍາ ແລະ ຊ່ວຍເຫຼືອທາງວິຊາການ;

3)   ແຈ້ງບອກໃຫ້ໝູ່ເພື່ອນໄດ້ຮັບຊາບວ່າ ບັນຊີເຟສບຸກຂອງທ່ານຖືກປອມ ເພື່ອບໍ່ໃຫ້ລົງເຊື່ອ ແລະ ປ້ອງກັນການສ້າງຄວາມເສຍຫາຍທີ່ອາດຈະຕາມມາ;

4)   ຄວນພິຈາລະນາໃຫ້ຖີ່ຖ້ວນວ່າເປັນບຸກຄົນທີ່ທ່ານຮູ້ຈັກ ກ່ອນຈະຮັບ ຫຼື ເພີ້ມ ເພື່ອນເຂົ້າໃນເຟສບຸກຂອງທ່ານ;

5)   ຄວນຕັ້ງຄ່າຄວາມປອດໄພ ແລະ ຄວາມເປັນສ່ວນຕົວ (security and privacy) ຂອງທ່ານ ເພື່ອບໍ່ໃຫ້ຜູ້ບໍ່ຫວັງດີນໍາຂໍ້ມູນສ່ວນຕົວຂອງທ່ານ ໄປແອບອ້າງນໍາໃຊ້ ຫຼື ກະທໍາການໃນທາງອຶ່ນໆ.

laocert 04 March 2020 1128 reads Print