Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຂໍ້ແນະນຳສຳລັບຜູ້ທີ່ຍັງໃຊ້ງານ Windows XP ຫຼັງວັນທີ 8 ເມສາ 2014

ຂໍ້​ແນະ​ນຳ​ສຳລັບ​ຜູ້​ທີ່​ຍັງ​ໃຊ້​ງານ Windows XP ຫຼັງ​ວັນທີ 8 ເມ​ສາ 2014 

ໃນ Windows ທຸກ​ລຸ້ນ​ທີ່ Microsoft ວາງ​ຈຳ​ໜ່າຍ ຕ່າງ​ກໍ່​ມີ​ໄລ​ຍະ​ເວລາ​ການ​ສະໜັບສະໜູນ​ທາງ​ເຕັກ​ນິກ ຊຶ່ງ​ໄລຍະ​ເວລາ​ດັ່ງ​ກ່າວ​ນີ້​ກໍ່ຈະ​ເລີ່ມ​ຕັ້ງ​ແຕ່​ມື້​ທຳ​ອິດ​ທີ່​ຜະລິດຕະພັນ​ອອກ​ວາງ​ຈຳ​ໜ່າຍ ແລະ ​ຈະ​ສີ້ນສຸດ​ລົງ​ຫຼັງ​ຈາກ​ທີ່​ຜະລິດຕະພັນ​ນັ້ນ​ຢຸດ​ວາງ​ຈຳ​ໜ່າຍ​ໃນ​ໄລຍະ​ເວລາ​ໜຶ່ງ

Windows XP ເລີ່ມ​ວາງ​ຈຳ​ໜ່າຍ​ເທື່ອທຳ​ອິດ​ເມື່ອ​ວັນທີ 25 ຕຸລາ 2001 ແລະ ​ໄດ້​ຢຸດ​ວາງ​ຈຳ​ໜ່າຍ​ໄປ​ຕັ້ງ​ແຕ່​ວັນທີ 30 ມິ​ຖຸ​ນາ 2008 ເຖິງແມ່ນ​ຕົວ​ຜະລິດຕະພັນ​ຈະ​ຢຸດ​ວາງ​ຈຳ​ໜ່າຍ​ໄປ​ດົນ​ຫລາຍ​ປີ​ແລ້ວ ແຕ່​ທາງ Microsoft ເອງ​ກໍ່​ຍັງ​ອອກ​ແພັດ​ແກ້​ໄຂ​ຊ່ອງ​ໂຫວ່​ອອກ​ມາ​ຢູ່​ເລື້ອຍ​ໆ ຈົນ​ໃນ​ທີ່ສຸດ​ທາງ Microsoft ກໍ​ຕັດ​ສິນ​ໃຈ​ປະ​ກາດ​ວ່າ​ຈະ​ສີ້ນສຸດ​ໄລຍະ​ເວລາ​ການ​ສະໜັບສະໜູນ​ທາງ​ເຕັກ​ນິກ​ໃຫ້​ກັບ Windows XP ລົງ​ໃນ​ວັນທີ 8 ເມ​ສາ 2014  [1]

ການ​ສີ້ນສຸດ​ໄລຍະ​ເວລາ​ສະໜັບສະໜູນ​ທາງ​ເຕັກ​ນິກ​ ນັ້ນ​ໝາຍ​ຄວາມ​ວ່າ​ຈະ​ບໍ່​ມີ​ການ​ອອກ​ແພັດ​ແກ້​ໄຂ​ຂໍ້​ຜິດ​ພາດ ຫຼື ແກ້​ໄຂ​ຊ່ອງ​ໂຫວ່​ດ້ານ​ຄວາມໝັ້ນຄົງ​ປອດ​ໄພ​ອີກ​ຕໍ່ໄປລວມ​ເຖິງ​ບໍ່​ມີ​ບໍລິການ​ໃຫ້​ຄຳ​ປຶກ​ສາ​ແບບ​ອອນ​ລາຍ​ນຳ​ອີກນັ້ນ​ໝາຍ​ຄວາມ​ວ່າ​ຫຼັງ​ຈາກ​ວັນທີ 8 ເມ​ສາ 2014 ຫາກ​ມີ​ຜູ້​ຄົ້ນ​ພົບ​ຊ່ອງ​ໂຫວ່​ທີ່​ສາມາດ​ໃຊ້​ໂຈມ​ຕີ Windows XP ໄດ້ ຊ່ອງ​ໂຫວ່​ນັ້ນ​​ກໍ່ໍ່ຈະ​ບໍ່​ຖືກ​ແກ້​ໄຂ ແລະ​ຈະ​ຄົງ​ຢູ່​ໄປ​ຕະຫຼອດ​ການ

ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຂຶ້ນ​ຫຼັງ​ສິ້ນສຸດໄ​ລຍະ​ເວລາ​ການ​ສະໜັບສະໜູນ

ທາງ Microsoft ເອງ​ກໍ່ຮັບ​ຮູ້​ເຖິງ​ບັນຫາ ແລະ​ ກໍ່ໄດ້​ອອກ​ມາ​ແຈ້ງ​ເຕືອນ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ຍັງ​ຄົງ​ໃຊ້​ງານ Windows XP ຕໍ່​ຫຼັງ​ຈາກ​ວັນທີ​ສີ້ນສຸດ​ໄລ​ຍະ​ເວລາ​ການ​ສະໜັບສະໜູນ ໂດຍ​ໜຶ່ງ​ໃນ​ບັນຫາ​ທີ່​ອາດຈະ​ເກີດ​ຂຶ້ນ​ຄື​ການ​ໂຈມ​ຕີ​ລະບົບ​ທີ່​ໃຊ້​ງານ Windows XP ຜ່ານ​ຊ່ອງ​ໂຫວ່​ທີ່​ຍັງ​ບໍ່​ມີ​ການ​ແກ້​ໄຂ (0-day)

ໂດຍ​ປົກກະຕິ Microsoft ຈະ​ອອກ​ແພັດ Security update ເປັນ​ປະຈຳ​ທຸກ​ເດືອນ ເພື່ອ​ແກ້​ໄຂ​ບັນຫາ​ຊ່ອງ​ໂຫວ່​ດ້ານ​ຄວາມໝັ້ນຄົງ​ປອດ​ໄພ​ຂອງ​ລະບົບ​ປະຕິບັດການ ​ແລະ​ ຊ໋ອບແວ​ອື່ນໆ ຊຶ່ງ​ມີ​ຫຼາຍ​ເທື່ອ​ທີ່​ຊ່ອງ​ໂຫວ່​ທີ່​ພົບ​ນັ້ນ​ເປັນ​ຊ່ອງ​ໂຫວ່​ທີ່​ມີ​ຜົນ​ກັບ​ລະບົບ​ປະຕິບັດການ​ຕັ້ງ​ແຕ່ Windows XP ຂຶ້ນ​ມາຈົນ​ເຖິງ Windows ລຸ້ນ​ລ່າ​ສຸດ ພໍ​ທາງ Microsoft ອອກ​ແພັດແກ້​ໄຂ​ຊ່ອງ​ໂຫວ່​ກໍ່ຈະ​ອອກ​ໃຫ້​ກັບ​ລະບົບ​ປະຕິບັດການ​ທຸກ​ຕົວ​ທີ່​ໄດ້ຮັບ​ຜົນ​ກະທົບ

ບັນຫາ​ກໍ່​ຄື ຫາກ​ມີ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່​ໃນ Windows ລຸ້ນ​ອື່ນ ແລະ​ ທາງ Microsoft ອອກ​ແພັດມາ​ແກ້ ກຸ່ມ​ແຮັກ​ເກີ​ສາມາດ​ນຳ​ແພັດ​ນັ້ນໆ ມາ​ເຮັດ Reverse engineer ເພື່ອ​ສຶກ​ສາ​ຊ່ອງ​ໂຫວ່​ຂອງ​ລະບົບ​ທີ່​ແພັດ​ນັ້ນ​ໃຊ້​ແກ້​ໄຂ ແລະ​ຫາກ​ພົບ​ວ່າ​ຊ່ອງ​ໂຫວ່​ນັ້ນ​ເກີດ​ກັບ​ສ່ວນ​ປະກອບ​ທີ່​ມີ​ໃນ Windows XP ນຳ ແຮັກ​ເກີກໍ່​ສາມາດ​ໃຊ້​ຂໍ້​ມູນ​ນີ້​ໃນ​ການສ້າງ​ເຄື່ອງ​ມື​ໂຈມ​ຕີ Windows XP ໄດ້  [2]

ຫາກ​ເບິ່ງ​ຂໍ້​ມູນ​ຈາກ​ເວບ​ໄຊ NetMarketShare [3] ຊຶ່ງ​ລວບລວມ​ສະ​ຖິ​ຕິ​ຜູ້​ໃຊ້​ງານ​ອິນ​ເຕີ​ເນັດ​ຈາກ​ທົ່ວ​ໂລກ ພົບ​ວ່າ​ໃນ​ເດືອນ​ທັນວາ 2013 ມີ​ຜູ້​ທີ່​ຍັງ​ໃຊ້​ງານ Windows XP ຢູ່​ຫຼາຍ​ເຖິງ 28.98% ດັ່ງ​ຮູບ​ທີ 1

Article Images: winxp1.png

ຮູບ​ທີ 1 ສະ​ຖິ​ຕິ​ລະບົບ​ປະຕິບັດການ​ທີ່​ມີ​ຜູ້​ໃຊ້​ງານ​ໃນ​ເດືອນ​ທັນວາ 2013 (ທີ່​ມາ: NetMarketShare  [3])

ລອງ​ສົມມຸດ​ວ່າ​ມີ​ຄົນ​ພັດທະນາ​ໂປຣ​ແກຣມ​ທີ່​ໂຈມ​ຕີ​ລະບົບ​ປະຕິບັດການ Windows XP ຜ່ານ​ຊ່ອງ​ໂຫວ່​ຂອງ​ເວບ​ບຣາວ​ເຊີ ແລ້ວ​ໂພສ​ຄຳ​ສັ່ງ​ສຳລັບ​ໂຈມ​ຕີ​ລົງ​ໃນ​ເວບ​ໄຊ​ທີ່​ມີ​ຜູ້​ໃຊ້​ງານ​ຢູ່​ເປັນ​ປະຈຳ ວັນ​ລະ 100 ຄົນ ເຮົາ​ກໍ່​ໜ້າ​ຈະ​ພໍ​ປະ​ມານ​ຄວາມ​ເສຍ​ຫາຍ​ຄ່າວ​ໆ ໄດ້​ວ່າ​ຢ່າງ​ໜ້ອຍ​ກໍ່​ມີ​ຄົນ​ເກືອບ 30 ຄົນ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ໂຈມ​ຕີ​ເທື່ອ​ນີ້

ຕົວ​ຢ່າງ​ທີ່​ຍົກ​ມາ​ອາດຈະ​ຍັງ​ເຫັນ​ພາບ​ບໍ່​ຊັດເຈນ​ຫຼາຍ ແຕ່​ຫາ​ກ​ລອງ​ຄິດວ່າ​ຖ້າ​ເກີດ​ເປັນ​ການ​ໂຈມ​ຕີ​ເວບ​ໄຊຂ່າວ​ບ່ອນໃດ​​ຈັກ​ແຫ່ງ ທີ່​ມີ​ຄົນ​ເຂົ້າ​ມາ​ອ່ານ​ມື້​ລະ​ປະ​ມານ​ຫຼັກ​ໝື່ນ​ຫຼັກ​ແສນ​ຄົນ ແລ້ວ​ຝັງ​ເມົາ​ແວ​ທີ່​ໃຊ້​ລັກ​ເງິນ​ລົງ​ໃນ​ເຄື່ອງ​ຂອງ​ຜູ້​ໃຊ້ (ຄື​​ກັບເຫດການ​ທີ່​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ​ກ່ອນ​ໜ້າ​ນີ້  [4]) ຄວາມ​ເສຍ​ຫາຍ​ທີ່ເກິດຂຶ້ນນ​ກໍ່ຈະ​ຫຼາຍ​ຈົນ​ໜ້າ​ຢ້ານ

ຂໍ້​ມູນ​ສຳຄັນ​ທີ່​ເປັນ​ຄວາມ​ລັບ ອາດ​ບໍ່ພຽງ​ແຕ່ຂໍ້​ມູນ Username/Password ສຳລັບ​ເຂົ້າ​ໃຊ້​ງານ​ເວບ​ໄຊ ຫຼື ຂໍ້​ມູນ​ການເຮັດ​ທຸ​ລະ​ກິດອອນ​ລາຍ​ສະເໝີ​ໄປ ທຸກ​ມື້​ນີ້​ຄົນ​ຈຳນວນ​ຫລາຍ​ໃຊ້​ສະ​​ມາດ​ໂຟນ/ແທັບ​ເລັດ ແລະ ​ເຊື່ອມ​ຕໍ່​ອຸປະກອນ​ດັ່ງ​ກ່າວ​ເຂົ້າ​ກັບ​ເຄື່ອງ​ຄອມພິວເຕີ​ເພື່ອ​ໂອນ​ຖ່າຍ ​ຫຼື ສຳ​ຮອງ​ຂໍ້​ມູນ ຊຶ່ງ​ອາດ​ມີ​ການ​ເກັບ​ຮູບພາບ​ສ່ວນ​ຕົວ ຫຼື SMS ທີ່​ເປັນ​ຄວາມ​ລັບ​ສຳ​ຮອງ​ໄວ້​ໃນ​ເຄື່ອງ​ດ້ວຍ ຫາກ​ມີ​ມັນ​ແວ​ທີ່​ສາມາດ​ລັກ​ຂໍ້​ມູນ​ອອກຈາກ​ເຄື່ອງ​ໄດ້ ພວກ​ຮູບ​ພາບ​ລັບ ​ຄ​ຣິບ​ລັບ ຫຼື ​ຂໍ້​ມູນ​ອື່ນໆ ທີ່​ເປັນ​ຄວາມ​ລັບ​ກໍ່​ອາດ​ຫຼຸດ​ອອກ​ໄປ​ສູ່​ສາທາລະນະ​ໄດ້

ຂໍ້​ແນະ​ນຳ​ສຳລັບ​ຜູ້​ທີ່​ຍັງ​ຕ້ອງ​ການ​ໃຊ້​ງານ Windows XP ຕໍ່

ວິທີ​ທີ່​ງ່າຍ​ທີ່ສຸດ​ທີ່​ຈະ​ຫຼຸດ​ຄວາມ​ສ່ຽງ​ຈາກ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ຫລັງ Windows XP ໝົດ​ໄລຍະ​ເວລາ​ການ​ສະໜັບສະໜູນ ຄື​ການ​ອັບ​ເກດ​ໄປ​ໃຊ້ Windows ລຸ້ນ​ທີ່​ໃໝ່​ກວ່າ ເພາະ​ໃນ Windows ລຸ້ນ​ໃໝ່​ໆ ທາງ Microsoft ໄດ້​ມີ​ການ​ພັດທະນາ​ຄວາມ​ສາມາດ​ດ້ານ​ຄວາມໝັ້ນຄົງ​ປອດ​ໄພ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດໃຫ້​ລະບົບ​ໂດຍ​ລວມ​ມີ​ຄວາມ​ປອດ​ໄພ​ຫຼາຍກວ່າ Windows XP ໂດຍ​ທາງ Microsoft ໄດ້​ບອກວ່າ Windows 8 ນັ້ນ​ປອດ​ໄພ​ກວ່າ Windows XP ເຖິງ 21 ເທົ່າ ແລະ ​ປອດ​ໄພ​ກວ່າ Windows 7 ເຖິງ 6 ເທົ່າ  [5]

ຫາກວ່າ​ສະ​ເປັກ​ເຄື່ອງ​ທີ່​ໃຊ້​ຢູ່ ສາມາດ​ອັບ​ເກດ​ເປັນ Windows ເວີ​ຊັ່ນ​ໃໝ່​ໄດ້ ແລະ​ ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້ Windows XP ມີ​ພຽງ​ແຕ່​ຕ້ອງ​ການ​ແລ່ນຊ໋ອບ​ແວເວີ​ຊັ່ນ​ເກົ່າ​ທີ່​ຮອງ​ຮັບ​ສະເພາະ Windows XP ກໍ່​ສາມາດ​ອັບ​ເກດ​ມາ​ໃຊ້​ລະບົບ​ປະຕິບັດການ​ເວີ​ຊັ່ນ​ໃໝ່​ໄດ້ ແລ້ວ​ໃຊ້​ງານ Windows XP Mode ຫຼື ຕິດ​ຕັ້ງ Windows XP ໃນ Virtual Machine ເພື່ອ​ຮຽກ​ໃຊ້​ໂປຣ​ແກຣມ​ທີ່​ຕ້ອງ​ການ Windows XP ໂດຍ​ສະເພາະ

ໃຊ້​ງານ Windows XP Mode ເທິງ Windows 7

Windows 7 ມີຄຸນ​ສົມ​ບັດ​ໜຶ່ງ​ທີ່​ຊື່ Windows XP Mode ຊຶ່ງ​ເປັນ​ການ​ນຳ Windows XP ມາ​ແລ່ນ​ຜ່ານ​ໂປ​​ຣແກຣມ Microsoft Virtual PC ໂດຍ​ມີ​ຄວາມ​ສາມາດ​ພິເສດ​ຄື​ສາມາດ​ແຍກ​ສະເພາະ​ໜ້າ​ຕ່າງ​ຂອງ​ຕົວ​ໂປຣ​ແກຣມ​ທີ່​ຢູ່ໃນ Virtual PC ມາ​ສະແດງ​ຜົນ​ເທິງ​ໜ້າ​ຈໍ ຄື​ກັບ​ວ່າ​ເປັນ​ການ​ແລ່ນ​ແອບ​ພິ​ເຄ​ຊັ່ນ​ເທິງ​ລະບົບ​ປະຕິບັດການ​ປົກກະຕິ  [6] ດັ່ງ​ຮູບ​ທີ 2

Article Images: winxp2.png

ຮູບ​ທີ 2 ຕົວ​ຢ່າງ​ການ​ລັນ​ໂປ​ຣ​ແກຣມ​ຂອງ Windows XP ເທິງ Windows 7 ໂດຍ​ໃຊ້ Windows XP Mode (ທີ​ມາ: Microsoft  [6])

ເນື່ອງ​ຈາກ​ການເຮັດວຽກງານ​ຂອງ Windows XP Mode ເປັນ​ການເຮັດວຽກງານ​ຜ່ານ Virtual machine ຊຶ່ງ​ເປັນ​ການ​ຈຳ​ລອງ​ເຄື່ອງ​ຄອມພິວເຕີ​ຂຶ້ນ​ມາ​ເພື່ອ​ເອີ້ນໃຊ້​ງານ​ລະບົບ​ປະຕິບັດການ​ອີກ​​ເທື່ອ​ໜຶ່ງ ຈຶ່ງ​ເຮັດໃຫ້​ສາມາດ​ໃຊ້​ງານ​ຟັງຊັ່ນ​ຕ່າງໆ ຂອງ Windows XP ລວມ​ເຖິງ​ຕິດ​ຕັ້ງ​ໂປຣ​ແກຣມ​ທີ່​ຮອງ​ຮັບ​ສະເພາະ Windows XP ລົງ​ໃນ Windows XP Mode ໄດ້

Windows XP Mode ສາມາດ​ດາວໂຫຼດ​ມາ​ໃຊ້​ງານ​ໄດ້​ຟຣີ​ຈາກ​ເວບ​ໄຊ​ຂອງ Microsoft [7] ຢ່າງໃດ​ກໍ່ຕາມ Windows XP Mode ສາມາດ​ເຮັດວຽກ​ໄດ້​ສະເພາະ​ເທິງ Windows 7 ລຸ້ນ Professional, Enterprise ແລະ Ultimate ເທົ່າ​ນັ້ນ

ເຖິງແມ່ນວ່າ Windows XP Mode ຈະ​ສິ້ນສຸດ​ໄລ​ຍະ​ເວລາ​ການ​ສະໜັບສະໜູນ​ໃນ​ວັນທີ 8 ເມ​ສາ 2014 ໄປ​ພ້ອມໆ ກັບ Windows XP ດ້ວຍ​ກໍ່ຕາມ ແຕ່​ການ​ໃຊ້​ງານ Windows XP ຜ່ານ Virtual PC ທີ່​ເປັນ​ລະບົບ​ຈຳ​ລອງ ແລະ​ ໃຊ້​ງານຄຸນ​ສົມ​ບັດເທົ່າ​ທີ່​ຈຳ​ເປັນ​ແທ້ໆ ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ໄດ້​ຫລາຍກວ່າ

ໃຊ້​ງານ Windows XP ຜ່ານ Virtual Machine

ເນື່ອງ​ຈາກ Windows 8 ບໍ່​ມີ License ຂອງ Windows XP ຕິດ​ມາ​ນຳ ຈຶ່ງ​ບໍ່​ສາມາດ​ໃຊ້​ງານ Windows XP Mode ໄດ້​​ຄື​ກັນກັບ Windows 7 ແຕ່​ກໍ່ຍັງ​ສາມາດ​ໃຊ້​ວິທີ​ການ​ຕິດ​ຕັ້ງ Windows XP ລົງ​ໃນ​ຊ໋​ອບແວ Virtual machine ແລ້ວ​ເອີ້ນໃຊ້​ງານ​ໂປ​ຣ​ແກຣມ​ທີ່​ຈຳ​ເປັນ​ຈາກ Virtual machine ແທນ​ໄດ້

ໂປ​ຣ​ແກ​ຣມ Virtual Machine ຢ່າງ VMWare ຫຼື VirtualBox ກໍ່ມີ​ຄຸນ​ສົມ​ບັດທີ່​ສາມາດ​ເຮັດວຽກ​ໄດ້​ຄື​ກັນກັບ Windows XP Mode ໂດຍ​ຂອງ VirtualBox ນັ້ນ​ຊື່​ວ່າ Seamless Mode ສ່ວນ​ຂອງ VMWare ຊື່​ວ່າ Unity Mode  [8] ຊຶ່ງ​ໃນ​ການ​ໃຊ້​ງານ​ຄຸນ​ສົມ​ບັດ​ເຫຼົ່າ​ນີ້ ຫຼັງ​ຈາກ​ທີ່​ຕິດ​ຕັ້ງ Windows XP ລົງ​ໃນ Virtual Machine ຮຽບຮ້ອຍ​ແລ້ວ ຕ້ອງ​ຕິດ​ຕັ້ງ Guest Addition ຫລື VMWare Tools ລົງ​ໃນ Windows XP ທີ່​ຢູ່ໃນ Virtual Machine ດ້ວຍ  [9] ຕົວ​ຢ່າງ​ການ​ລັນ Windows XP ຜ່ານ Seamless Mode ຂອງ Virtual Box ເປັນ​ດັ່ງ​ຮູບ​ທີ 3

Article Images: winxp3.png

ຮູບ​ທີ 3 ຕົວ​ຢ່າງ​ການ​ລັນ Windows XP ຜ່ານ Seamless Mode ຂອງ Virtual Box (ທີ່​ມາ: How To Geek  [9])

ແຕ່​ຫາກ​ການ​ອັບ​ເກດ​ໄປ​ໃຊ້ Windows ລຸ້ນ​ໃໝ່ ຫຼື ​ປ່ຽນ​ໄປ​ໃຊ້​ລະບົບ​ປະຕິບັດການ​ອື່ນ​ຢ່າງ Linux ຫຼື Mac OS X ນັ້ນ​ບໍ່​ສາມາດ​ເຮັດ​ໄດ້ ແລະ ​ຍັງ​ຢືນຢັນ​ວ່າ​ຕ້ອງ​ໃຊ້ Windows XP ຕໍ່​ແທ້ໆ ກໍ່​ຍັງ​ພໍ​ມີ​ທາງ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້ Windows XP ຍັງ​ພໍ​ເອົາ​ຕົວ​ລອດ​ຈາກ​ການ​ຕົກ​ເປັນ​ເປົ້າ​ໂຈມ​ຕີ​ຂອງ​ຜູ້​ບໍ່​ຫວັງ​ດີ​ໄດ້ ແຕ່​ຢ່າງໃດ​ກໍ່​ຕາມ ວິທີ​ທີ່​ຈະ​ແນະ​ນຳ​ຕໍ່ໄປ​ນີ້​​ກໍ່​ເປັນພຽງ​ແ​ຕ່​ການ​ຫຼຸດ​ຜົນ​ກະທົບ​ຈາກ​ຄວາມ​ເສຍ​ຫາຍ (Mitigation) ບໍ່ແມ່ນ​ວິທີ​ການ​ແກ້​ບັນຫາ ເພາະ​ບັນຫາ​ແທ້ໆ ນັ້ນ​ຈະ​ຍັງ​ຄົງ​ຢູ່​ ແລະ ​ຈະ​ບໍ່​ໄດ້ຮັບ​ການ​ແກ້​ໄຂ​ແຕ່​ຢ່າງ​ໃດ

ປ່ຽນ​ໄປ​ໃຊ້​ບ​ຣາວ​ເຊີ​ອື່ນ​ທີ່​ບໍ່ແມ່ນ Internet Explorer

Microsoft ເຊົາ​ພັດທະນາ Internet Explorer ໃຫ້​ກັບ Windows XP ແລ້ວ ໂດຍ Internet Explorer ເວີ​ຊັ່ນ​ໃໝ່​ສຸດ​ທີ່​ສາມາດ​ຕິດ​ຕັ້ງ​ລົງ​ໃນ Windows XP ໄດ້​ຄື Internet Explorer 8 [10] ທີ່​ອອກ​ມາ​ຕັ້ງ​ແຕ່​ວັນທີ 22 ກຸມພາ 2011 ຫຼື ເກືອບ 3 ປີ​ທີ່​ແລ້ວ (ປະຈຸບັນ Internet Explorer ເວີຊັ່ນ​ລ່າ​ສຸດ​ຄື​ເວີ​ຊັ່ນ 11)

ໃນ Internet Explorer ລຸ້ນ​ຫຼັງໆ ທາງ Microsoft ໄດ້​ມີ​ການ​ພັດທະນາ​ຄວາມ​ສາມາດ​ດ້ານ​ຄວາມໝັ້ນຄົງ​ປອດ​ໄພ​ເພີ່ມ​ຂຶ້ນ ເຊັ່ນ ການ​ຈັດການ ActiveX Control, ການ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້, ການ​ກວດ​ສອບ ​ແລະ​ແຈ້ງ​ເຕືອນ​ເວບ​ໄຊຫຼອກລວງ (Phishing), ການ​ຈັດການ Addon ເປັນ​ຕົ້ນ ຊຶ່ງ​​ຄຸນ​ສົມບັດ​ຕ່າງໆ ເຫຼົ່າ​ນີ້​ຊ່ວຍ​ໃຫ້​ຜູ້​ທີ່​ໃຊ້ Internet Explorer ລຸ້ນ​ໃໝ່​ໆ ມີ​ຄວາມ​ປອດ​ໄພ​ຫຼາຍກວ່າ​ຜູ້​ທີ່​ໃຊ້ Internet Explorer ລຸ້ນ​ເກົ່າ

ການ​ທີ່​ຍັງ​ຄົງ​ໃຊ້ Internet Explorer 8 ຊຶ່ງ​ເປັນ​ບ​ຣາວ​ເຊີ​ລຸ້ນ​ເກົ່າ​ທີ່​ມີ​ອາ​ຍຸ​ກວ່າ 3 ປີ ມີ​ໂອ​ກາດ​ສ່ຽງ​ສູງ​ທີ່​ຈະ​ຖືກ​ໂຈມ​ຕີ ບໍ່​ວ່າ​ຈະ​ເປັນ​ການ​ໂຈມ​ຕີ​ຈາກ Phishing  [11] [12] ຫຼື ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ບຣ​າວ​ເຊີ  [13] ດັ່ງ​ນັ້ນ​ເພື່ອ​ຄວາມ​ປອດ​ໄພ​ຄວນ​ປ່ຽນ​ມາ​ໃຊ້​ບ​ຣາວ​ເຊີ​ຕົວ​ອື່ນ​ທີ່​ມີ​ຄວາມ​ປອດ​ໄພ​ຫຼາຍກວ່າ ​ແລະ ​ມີ​ການ​ອັບ​ເດດ​ຢ່າ​ງ​ສ​ະໝ່ຳ​ສະເໝີ  [14] ເຊັ່ນ Mozilla Firefox  [15] ຫຼື Google Chrome  [16] ເປັນ​ຕົ້ນ

ປ່ຽນ​ໄປ​ໃຊ້​ໂປ​ຣ​ແກຣມ​ຫຼິ້ນ​ໄຟລ໌​ມັນ​ຕິ​ມີ​ເດຍ​ຕົວ​ອື່ນ​ທີ່​ບໍ່ແມ່ນ Windows Media Player

Windows Media Player ເປັນ​ໂປ​ຣ​ແກ​ຣມ​ທີ່​ໃຊ້​ສຳລັບ​ຫຼິ້ນ​ໄຟລ໌​ມັນ​ຕິ​ມີ​ເດຍ ເຊັ່ນ: ເພງ ຫຼື ວິ​ດີ​ໂອ ຊຶ່ງ​ກໍ່​ໄດ້ຮັບ​ຄວາມ​ນິຍົມ​ຢູ່ໃນ​ລະ​ດັບ​ໜຶ່ງ ແຕ່​ຊະ​ຕາ​ກຳ​ຂອງ Windows Media Player ນັ້ນ​ຍັງ​ບໍ່​ແນ່ນອນ​ວ່າ​ຈະ​ມີ​ການ​ພັດທະນາ​ຕໍ່​ ຫຼື ​ບໍ່ ເພາະ​ຫລັງ​ຈາກ Windows Media Player 12 ທີ່​ອອກ​ມາ​ຕັ້ງ​ແຕ່​ປີ 2009 ຫລັງ​ຈາກ​ນັ້ນ​ມາ​ທາງ Microsoft ກໍ່​ບໍ່​ໄດ້​ມີ​ການ​ພັດທະນາ​ເວີຊັນ​ໃໝ່​ໆ ຂອງ Windows Media Player ອອກ​ມາ​ອີກ​ເລີຍ ມີ​ພຽງ​ການ​ອັບ​ເດດ​ຊ່ອງ​ໂຫວ່​ໃຫ້​ເທົ່າ​ນັ້ນ

Windows Media Player ເວີຊັນ​ລ່າ​ສຸດ​ທີ່​ສາມາດ​ຕິດ​ຕັ້ງ​ລົງ​ໃນ Windows XP ໄດ້​ຄື​ເວີ​ຊັນ 11  [17] ຊຶ່ງ​ອອກ​ມາ​ຕັ້ງ​ແຕ່​ປີ 2006 ບັນຫາ​ທີ່​ຈະ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່ Windows XP ໝົດ​ໄລຍະ​ເວລາ​ສະໜັບສະໜູນ ຄື​ຊ່ອງ​ໂຫວ່​ຂອງ Windows Media Player ໃນ Windows XP ຈະ​ບໍ່​ຖືກ​ແກ້​ໄຂ ຊຶ່ງ​ຊ່ອງ​ໂຫວ່​ບາງຢ່າງ​ເປັນ​ຊ່ອງ​ໂຫວ່​ອັນຕະລາຍ ຕົວ​ຢ່າງ​ຊ່ອງ​ໂຫວ່​ທີ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ໜ້າ​ນີ້ ເຊັ່ນ ຊ່ອງ​ໂຫວ່ CVE-2012-0003 ທີ່​ເມື່ອ​ຜູ້​ໃຊ້​ເປີດ​ເວບ​ໄຊ ຫຼື ​ເປີດ​ໄຟລ໌ MIDI ທີ່​ມີ​ໂຄດ​ອັນຕະລາຍຝັງ​ຢູ່ ຈະ​ຖືກ​ຜູ້​ບໍ່​ຫວັງ​ດີ​ຕິດ​ຕັ້ງ​ໂປຣ​ແກຣມ​ອັນຕະລາຍ​ລົງ​ໃນ​ເຄື່ອງ​ແລ້ວ​ເຂົ້າ​ມາ​ຄວບ​ຄຸມ​ເຄື່ອງ​ໄດ້​ໃນ​ທັນ​ທີ ເປັນ​ຕົ້ນ  [18]

ເພື່ອ​ຄວາມ​ປອດ​ໄພ ຄວນ​ຫຼີກ​ລ້ຽງ​ການ​ໃຊ້​ງານ​ໂປຣ​ແກຣມ Windows Media Player ແລ້ວ​ປ່ຽນ​ໄປ​ໃຊ້​ງານ​ໂປຣແກຣມ​ຫຼິ້ນ​ໄຟລ໌​ມັນ​ຕິ​ມີ​ເດຍ​ຕົວ​ອື່ນ​ແທນ ເຊັ່ນ: Media Player Classic  [19] ຫຼື VLC  [20] ຊຶ່ງ​ເປັນ​ໂປຣ​ແກຣມ Open Source ທີ່​ໄດ້ຮັບ​ຄວາມ​ນິຍົມ ​ແລະ​ ມີການ​ອັບ​ເດດ​ຊ່ອງ​ໂຫວ່​ດ້ານ​ຄວາມ​ປອດ​ໄພ​ຢູ່​ເປັນ​ປະຈຳ ຕົວ​ຢ່າງ​ໜ້າ​ຈໍ​ໂປຣ​ແກຣມ Media Player Classic ເປັນ​ດັ່ງ​ຮູບ​ທີ 4

Article Images: winxp4.png

ຮູບ​ທີ 4 ຕົວ​ຢ່າງ​ໜ້າ​ຈໍ​ໂປ​ຣແກຣມ Media Player Classic (ທີ່​ມາ: MPC-HC  [19])

ຕິດ​ຕັ້ງ ​ແລະ​ ໃຊ້​ງານ​ໂປ​ຣແກຣມ Antivirus

ການ​ຕິດ​ຕັ້ງ​ໂປ​ຣແກຣມ Antivirus ແລະ ​ໝັ່ນ​ອັບ​ເດດ​ຖານ​ຂໍ້​ມູນ​ຢ່າ​ງສະໝ່ຳ​ສະເໝີ​​ກໍ່​ສາມາດ​ຊ່ວຍ​ໃຫ້​ການ​ກວດ​ຈັບ​ໄວ​ຣັ​ສ/ໂຕຣ​ຈັນ ຫຼື ​ມັນ​ແວ​ອື່ນໆ ໄດ້​ຖືກ​ຕ້ອງ​ຫລາຍຂຶ້ນ ອີກ​ທັງ​ໂປ​ຣແກຣມ​ແອນ​ຕີ້​ໄວ​ຣັ​ສ​ລຸ້ນ​ໃໝ່​ໆ ຫຼາຍ​ຕົວ​ກໍ່ມີ​​ຄຸນ​ສົມ​ບັດໃນ​ການ​ກວດ​ຈັບ​ແອບ​ພິ​ເຄ​ຊັ່ນ​ທີ່​ຕ້ອງ​ສົງ​ໄສ​ວ່າ​ໜ້າ​ຈະ​ເປັນ​ມັນ​ແວ ໂດຍ​ເບິ່ງ​ຈາກ​ພຶດຕິກຳ​ການເຮັດວຽກງານ​ຂອງ​ແອບ​ພິ​ເຄ​ຊັ່ນ​ນັ້ນໆ ຊຶ່ງ​ກໍ່​ຊ່ວຍ​ໃຫ້​ສາມາດ​ກວດ​ຈັບ​ມັນ​ແວ​ລຸ້ນ​ໃໝ່​ໆ ທີ່​ຍັງ​ບໍ່​ໄດ້​ມີ​ຂໍ້​ມູນ​ຢູ່ໃນ​ຖານ​ຂໍ້​ມູນ​ຂອງ​ໂປ​ຣແກຣມ​ແອນ​ຕີ້​ໄວ​ຣັ​ສໄດ້

ໂປ​ຣ​ແກຣມ Microsoft Security Essentials ເປັນ​ໂປ​​ຣແກຣມ Antivirus ທີ່​ພັດທະນາ​ໂດຍ Microsoft ເນື່ອງ​ຈາກ​ການ​ຢຸດ​ສະໜັບສະໜູນ​ທາງ​ເຕັກ​ນິກ​ໃຫ້​ກັບ Windows XP ນັ້ນ​ລວມ​ເຖິງ​ການ​ຢຸດ​ສະໜັບສະໜູນ​ເລື່ອງ​ຄວາມ​ປອດ​ໄພ​ດ້ວຍ ທາງ Microsoft ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ທີ່​ຢຸດ​ສະໜັບສະໜູນ​ໂປຣ​ແກຣມ Microsoft Security Essentials ໂດຍ​ຈະ​ຖອດ​ລິ້ງ​ຂອງ​ໄຟລ໌​ຕິດ​ຕັ້ງ​ໂປ​ຣ​ແກຣມ​ນີ້​ອອກຈາກ​ໜ້າ​ເວບ​ໄຊ ຕັ້ງ​ແຕ່​ວັນທີ 8 ເມ​ສາ 2014 ເປັນ​ຕົ້ນ​ໄປ ແຕ່​ຈະ​ຍັງ​ຄົງ​ອອກ​ອັບ​ເດດ​ຖານ​ຂໍ້​ມູນ​ມັນ​ແວໃຫ້​ເຖິງ​ວັນທີ 14 ກໍ​ລະ​ກົດ 2015  [21]

ເຖິງແມ່ນ Microsoft ຈະ​ບໍ່​ພັດທະນາ​ຄວາມ​ສາມາດ​ຫຍັງ​ເພີ່ມເຕີມ​ໃຫ້​ກັບ Microsoft Security Essentials ແລ້ວ ແຕ່​ຜູ້​ຜະລິດ​ໂປ​ຣ​ແກຣມ Antivirus ຫຼາຍ​ເຈົ້າ​ກໍ່ຍັງ​ຢືນຢັນ​ທີ່​ຈະ​ພັດທະນາ​ໂປ​ຣ​ແກຣມ​ໃຫ້​ຮອງ​ຮັບ Windows XP ແລະ​ ອັບ​ເດດ​ຖານ​ຂໍ້​ມູນ​ການ​ກວດ​ຈັບ​ມັນ​ແວ​ຕໍ່ໄປ​ອີກ​ຢ່າງ​ນ້ອຍ​ອີກ 1-2 ປີ  [22] [23] ດັ່ງ​ນັ້ນ​ຜູ້​ໃຊ້​ທີ່​ຍັງ​ໃຊ້​ງານ Microsoft Security Essentials ຢູ່ ຫຼັງ​ຈາກ​ວັນທີ 8 ເມ​ສາ 2014 ຄວນ​ປ່ຽນ​ໄປ​ໃຊ້ Antivirus ຕົວ​ອື່ນ​ເພື່ອ​ຄວາມ​ປອດ​ໄພ

ຕິດ​ຕັ້ງ ​ແລະ​ ໃຊ້​ງານ​ໂປຣ​ແກຣມ Firewall

ເຖິງແມ່ນວ່າ​ໃນ Windows XP ເອງ​ຈະ​ມີ​ໂປຣ​ແກຣມ Windows Firewall ຕິດ​ຕັ້ງ​ມາ​ໃຫ້​ນຳ (ເລີ່ມ​ມີ​ຕັ້ງ​ແຕ່​ສະ ​ໄໝ Windows XP Service Pack 2) ແຕ່​ຄວາມ​ສາມາດ​ຂອງ​ໂປຣ​ແກຣມ​ນີ້​ກໍ່ມີ​ຈຳ​ກັດ ຄື​ສາມາດ​ປ້ອງ​ກັນ​ໄດ້​ແຕ່ການ​ໂຈມ​ຕີ​ຈາກ​ເຄືອ​ຂ່າຍ​ພາຍນອກ​ເຂົ້າ​ມາ​ທີ່​ເຄື່ອງ (Inbound) ແຕ່​ບໍ່​ສາມາດ​ກວດ​ສອບ ​ຫຼື ​ປ້ອງ​ກັນ​ການ​ສົ່ງ​ຂໍ້​ມູນ​ອອກ​ໄປ​ຈາກ​ເຄື່ອງ​ໄດ້ (Outbound)   [24]

ເນື່ອງ​ຈາກ​ໂປ​ຣແກຣມ Firewall ທີ່​ມາ​ພ້ອມ​ກັບ Windows XP ນັ້ນ​ມີ​ຄວາມ​ສາມາດ​ໜ້ອຍ ແລະ ​ໃນ​ອະນາຄົດ​ອາດ​ມີ​ຊ່ອງ​ໂຫວ່​ທີ່​ສາມາດ​ຖືກ​ໂຈມ​ຕີ​ໄດ້ ​ແລະ​ ບໍ່​ມີ​ວິທີ​ການ​ແກ້​ໄຂ ດັ່ງ​ນັ້ນ​ເພື່ອ​ຄວາມ​ປອດ​ໄພ​ຄວນ Disable ການເຮັດວຽກຂອງ​ໂປ​ຣແກຣມ Windows Firewall ແລ້ວ​ປ່ຽນ​ໄປ​ໃຊ້​ໂປ​ຣ​ແກຣມ Firewall ຍີ່​ຫໍ້​ອື່ນ​ທີ່​ມີ​ຄວາມ​ສາມາດ ​ແລະ ​ມີ​ຄວາມ​ປອດ​ໄພ​ຫຼາຍກວ່າ

ໂປ​ຣ​ແກຣມ Antivirus ບາງ​ຍີ່​ຫໍ້​ມີ​ເວີ​ຊັ່ນ Internet Security ຊຶ່ງ​ຈະ​ມີ​ໂປ​ຣ​ແກຣມ Firewall ແຖມ​ມາ​ໃຫ້​ນຳ ແລະ​ ອາດ​ມີ​ໂປຣ​ແກຣມ​ປະ​ເພດ Browser plugin ທີ່​ຊ່ວຍ​ກວດ​ສອບ​ຄວາມ​ປອດ​ໄພ​ເວລາ​ໃຊ້​ງານ​ເວບ​ບ​ຣາວ​ເຊີ ຊຶ່ງ​ຜູ້​ໃຊ້​ອາດ​ພິຈາລະນາ​ໃຊ້​ງານ​ໂປຣ​ແກຣມ​ຕ່າງໆ ເຫລົ່າ​ນີ້​ແທນ​ໂປ​ຣແກຣມ​ທີ່​ຕິດ​ຕັ້ງ​ມາ​ພ້ອມ​ກັບ​ລະບົບ

ໃຊ້​ງານ EMET ເພື່ອ​ຫຼຸດ​ຜົນ​ກະທົບ​ຈາກ​ຄວາມ​ສ່ຽງ

EMET ເປັນ​ເຄື່ອງ​ມື​ທີ່ Microsoft ພັດທະນາ​ຂຶ້ນ​ມາ​ໃຊ້​ເພີ່ມ​ຄວາມໝັ້ນຄົງ​ປອດ​ໄພ​ໃຫ້​ກັບ​ລະບົບ ໂດຍ​ສາມາດ “ບັງຄັບ” ແອບ​ພິ​ເຄ​ຊັ່ນ​ທີ່​ຖືກ​ພັດທະນາ​ໂດຍ​ຜູ້​ພັດທະນາ​ພາຍນອກ ໃຫ້​ສາມາດ​ໃຊ້​​ຄຸນ​ສົມ​ບັດດ້ານ​ຄວາມ​ໝັ້ນຄົງ​ປອດ​ໄພ​ໃໝ່​ໆ ທີ່​ຢູ່ໃນ​ລະບົບ​ປະຕິບັດການ​ໄດ້ ເພື່ອ​ຊ່ວຍ​ໃຫ້​ການ​ໂຈມ​ຕີ​ຈາກ​ຜູ້​ບໍ່​ຫວັງ​ດີ​ສາມາດ​ເຮັດ​ໄດ້​ຍາກ​ຂຶ້ນ ​ແລະ​ ມີ​ໂອ​ກາດ​ສຳ​ເລັດ​ໜ້ອຍ​ລົງ ຫຼື ​ຫາກ​ໂຈມ​ຕີ​ໄດ້​ສຳ​ເລັດ​ກໍ່ເກິດ​ຄວາມ​ເສຍ​ຫາຍ​ໜ້ອຍ​ກວ່າ​ປົກກະຕິ ຕົວ​ຢ່າງ​ໜ້າ​ຈໍ​ໂປ​ຣ​ແກຣມ EMET ເປັນ​ດັ່ງ​ຮູບ​ທີ 5

Article Images: winxp5.png

ຮູບ​ທີ 5 ຕົວ​ຢ່າງ​ໜ້າ​ຈໍ​ໂປຣ​ແກຣມ EMET

ນອກ​ຈາກ​ນີ້ EMET ຍັງມີ​ລະບົບ​ຄວາມໝັ້ນຄົງ​ປອດ​ໄພ​ບາງຢ່າງ​ທີ່​ຖືກ​ຍົກ​ມາ​ຈາກ Windows ລຸ້ນ​ໃໝ່​ໆ ໃຫ້​ສາມາດ​ເຮັດວຽກ​ເທິງ Windows XP ໄດ້​ດ້ວຍ ເຊັ່ນ SEHOP ທີ່​ຖືກ​ຍົກ​ມາ​ຈາກ Windows Vista Service Pack 1 [25] ຜູ້​ໃຊ້​ງານ Windows XP ສາມາດ​ດາວໂຫຼດ EMET ມາ​ໃຊ້​ງານ​ໄດ້​ຟຣີຈາກ​ເວບ​ໄຊຂອງ Microsoft [26] ໂດຍ​ສາມາດ​ສຶກ​ສາ​ວິທີ​ການ​ໃຊ້​ງານ ​ແລະ​ ຂໍ້​ມູນ​ເພີ່ມເຕີມ​ໄດ້​ຈາກ​ບົດ​ຄວາມ​ຂອງ​ລາວເຊີດ  [27]

ລັນ​ໂປ​ຣ​ແກຣມ​ຜ່ານ Sandbox mode

Sandbox ໃນ​ໂລກ​ຄວາມ​ເປັນ​ຈິງ​ກໍ່​ເປັນ​ກອງ​ຊາຍ​ທີ່​ເຮົາ​ສາມາດ​ວາດ​ຂຽນ ຫຼື ​ກໍ່​ກອງ​ຊາຍ​ໃຫ້ເປັນ​ຮູບ​ຮ່າງ​ຫຍັງ​ກໍ່​ໄດ້ ພໍ​ເຮັດ​ສຳເລັດ​ກໍ່​ລົບ​ຖິ້ມ​ແລ້ວ​ສ້າງ​ໃໝ່​ໄດ້​ເ​ລື້ອຍ​ໆ ຄຳ​ວ່າ Sandbox ໃນ​ທາງ Computer security ກໍໍ່ມີ​ລັກສະນະ​ຄ້າຍ​ໆກັນ ຄື​ເປັນ​ການ​ແບ່ງ​ກັ້ນ​ພື້ນ​ທີ່​ເອົາ​ໄວ້​ເພື່ອ​ໃຊ້​ລັນ​ໂປຣ​ແກຣມ​ຫຍັງ​ຈັກ​ຢ່າງ​​ໜຶ່ງ ຊຶ່ງ​ສິ່ງ​ທີ່ເກິດຂື້ນ​ຈາກ​ການ​ລັນ​ໂປ​ຣ​ແກຣມ​ນີ້​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ກັບ​ລະບົບ​ຈິງ ແລະ​ ເຮົາ​ສາມາດ​ລ້າງ​ຂໍ້​ມູນ​ໃນ Sandbox ໄດ້​ເລື້ອຍ​ໆ ໄດ້​ເຊັ່ນ​ກັນ

ໂດຍ​ປົກກະຕິ​ແລ້ວ​ການ​ລັນ​ໂປ​ຣ​ແກຣມ​ຜ່ານ Sandbox mode ຈະ​ເຮັດ​ຜ່ານ​ໂປ​ຣ​ແກຣມ​ປະ​ເພດ​ຈຳ​ລອງ​ລະບົບ Sandbox ຊຶ່ງ​ການເຮັດວຽກ​ຫລັກໆ ຂອງ​ໂປຣ​ແກຣມ​ເຫຼົ່າ​ນີ້​​ກໍ່ໍ່ຈະ​ເປັນ​ການ​ກ໋ອບ​ປີ້ໄຟລ໌​ສຳຄັນ​ໆ ຂອງ​ລະບົບ​ທີ່​ຖືກ​ປ່ຽນ​ແປງ ລວມ​ທັງ Registry ຕ່າງໆ ທີ່​ຖືກ​ແກ້​ໄຂ ເຂົ້າ​ມາ​ເກັບ​ໄວ້​ໃນ​ສະພາບ​ແວດ​ລ້ອມ​ຂອງ Sandbox ແລະ​ ເມື່ອ​ມີ​ການ​ລັນ​ໂປຣ​ແກຣມ​ໃນ​ໂໝດ Sandbox ກໍ່​ຈະ​ເອົາ​ຂໍ້​ມູນ​ທີ່​ຢູ່ໃນ Sandbox mode ໄປ​ໃຊ້​ງານ​ແທນ ເພື່ອ​ບໍ່​ໃຫ້​ເກີດ​ຜົນ​ກະທົບ​ ຫຼື ​ເກີດ​ຄວາມ​ເສຍ​ຫາຍ​ກັບ​ລະບົບ​ຈິງ ລວມ​ທັງ​ໄຟລ໌​ທີ່​ຖືກ​ສ້າງ​ໂດຍ​ໂປຣ​ແກຣມ​ທີ່​ລັນ​ໃນ​ໂໝດ Sandbox ກໍ່​ຈະ​ຖືກ​ເກັບ​ຢູ່ໃນ​ສ່ວນ​ທີ່​ກັ້ນ​ໄວ້​ເປັນ Sandbox ດ້ວຍ​ເຊັ່ນ​ກັນ

ຕົວ​ຢ່າງ​ໂປ​ຣ​ແກຣມ​ທີ່​ສາມາດ​ຈຳ​ລອງ Sandbox mode ເພື່ອ​ເອົາ​ໂປ​​ຣແກຣມ​ອື່ນໆ ມາ​ລັນ​ໃນ Sandbox ໄດ້ ເຊັ່ນ Sandboxie  [28], BufferZone [29], ReturNil [30] ເປັນ​ຕົ້ນ ຢ່າງໃດ​ກໍ່​ຕາມ ການ​ລັນ​ໂປ​ຣ​ແກຣມ​ໃນ Sandbox mode ເປັນພຽງ​ການ​ຈຳ​ກັດ​ການເຮັດວຽກ​ຂອງ​ໂປ​ຣແກຣມ​ບໍ່​ໃຫ້​ສົ່ງ​ຜົນ​ກະທົບ​ກັບ​ໄຟລ໌​ ຫຼື ​ການຕັ້ງ​ຄ່າ​ໃນ​ລະບົບ​ຈິງ ແຕ່​ອາດຈະ​ບໍ່​ສາມາດ​ແນ່​ໃຈ​ໄດ້ 100% ວ່າ​ການເຮັດວຽກ​ທຸກ​ຢ່າງ​ຈະ​ຖືກ​ຈຳ​ກັດ​ຢູ່ໃນ Sandbox ໄປ​ທັງ​ໝົດ ເພາະ​ມີ​ໂອ​ກາດ​ທີ່​ໂປ​ຣແກຣມ Sandbox ຈະ​ມີ​ຊ່ອງ​ໂຫວ່ ເຮັດໃຫ້​ໂປ​ຣ​ແກຣມ​ທີ່​ລັນ​ຢູ່​ສາມາດ​ທະ​ລຸ Sandbox mode ອອກ​ມາ​ໄດ້  [31]

ສະຫຼຸບ

ຫຼັງ​ຈາກ Microsoft ຢຸດ​ສະໜັບສະໜູນ Windows XP ໃນ​ວັນທີ 8 ເມ​ສາ 2014 ທາງ​ທີ່​ດີ​ທີ່ສຸດ​ໃນ​ການ​ທີ່​ຈະ​ໃຊ້​ງານ​ຄອມພິວເຕີ​ໃຫ້​ມີ​ຄວາມໝັ້ນຄົງ​ປອດ​ໄພ​ຢູ່​ຄື​ການ​ອັບ​ເກດ​ໄປ​ໃຊ້​ລະບົບ​ປະຕິບັດການ Windows ລຸ້ນ​ໃໝ່ (ຫຼື​ປ່ຽນ​ໄປ​ໃຊ້​ລະບົບ​ປະຕິບັດການ​ອື່ນ​ເຊັ່ນ Linux ຫລື OS X) ການ​ທີ່​ຍັງ​ຝືນ​ໃຊ້​ງານ Windows XP ຕໍ່ໄປ​ເຖິງແມ່ນ​ຈະ​ໝົດ​ໄລຍະ​ເວລາ​ສະໜັບສະໜູນ​ແລ້ວ ກໍ່ມີ​ແຕ່​ຈະ​ເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ເຮັດໃຫ້​ເຄື່ອງ​ຄອມພິວເຕີ​ເກີດ​ບັນຫາ ເຊັ່ນ ຕິດ​ມັນແວ ຖືກ​ຄວບ​ຄຸມ​ໂດຍ​ຜູ້​ບໍ່​ຫວັງ​ດີ ຫຼື ​ຖືກ​ລັກ​ຂໍ້​ມູນ​ສຳຄັນ​ອອກ​ໄປ​ຈາກ​ເຄື່ອງ​ໄດ້

ຂໍ້​ແນະ​ນຳ​ຕ່າງໆ ທີ່​ຢູ່ໃນ​ບົດ​ຄວາມ​ນີ້ ເປັນພຽງ​ແຕ່ການ​ຕໍ່ເວລາ​ເພື່ອ​ໃຫ້​ຜູ້​ໃຊ້​ສາມາດ​ມີ​ເວລາ​ຕຽມ​ການ​ເພື່ອ​ທີ່​ຈະ​ຍ້າຍ​ຂໍ້​ມູນ​ ແລະ ​ງານ​ທີ່​ສຳຄັນ​ໆ ທີ່​ຜູກ​ຕິດ​ກັບ Windows XP ຢູ່ ໄປ​ເຮັດວຽກ​ເທິງ​ລະບົບ​ປະຕິບັດການ​ຕົວ​ອື່ນ​ທີ່​ປອດ​ໄພ​ກວ່າ ເພາະ​ບໍ່​ວ່າ​ຢ່າງໃດ​ກໍ່ຕາມ ໃນ​ອີກ​ບໍ່​ຈັກປີ​ຂ້າງ​ໜ້າ ຊະ​ຕາ​ກຳ​ຂອງ Windows XP ເອງ​ກໍ່​ຄົງ​ຈະ​​ຄື​ກັນກັບ Windows ລຸ້ນ​ເກົ່າ​ຕົວ​ອື່ນໆ ເຊັ່ນ Windows 95/98 ທີ່​ປະຈຸບັນ​ນີ້​ບໍ່​ມີ​ຜູ້​ຜະລິດ​ຮາດແວ​ເຮັດ​ໄດ​ເວີອອກ​ມາ​ຮອງ​ຮັບ ແລະ​ ບໍ່​ມີ​ນັກ​ພັດທະນາ​ຊ໋ອບແວ​ສົນ​ໃຈ​ເຮັດ​ແອບ​ພິ​ເຄ​ຊັ່ນ​ໃຫ້​ອີກ​ຕໍ່ໄປ ຫຼື ຫາກ​ເຄື່ອງ​ຄອມພິວເຕີ​ທີ່​ໃຊ້​ງານ​ຢູ່​ເປັນ​ລຸ້ນ​ທີ່​ເກົ່າ​ຫຼາຍ​ຈົນ​ບໍ່​ສາມາດ​ອັບ​ເກດ​ມາ​ໃຊ້ Windows ລຸ້ນ​ໃໝ່​ໄດ້ ອາ​ຍຸ​ໄຂ​ຂອງ​ຮາດແວໃນ​ເຄື່ອງ​ກໍ່ມີ​ໄລ​ຍະ​ເວລາ​ຈຳ​ກັດ (ເຊັ່ນ 5-10 ປີ) ຊຶ່ງ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້​ທີ່​ຍັງ​ຄົງ​ໃຊ້​ງານ Windows XP ຢູ່​ກໍ່ຄົງ​ຕ້ອງ​ປ່ຽນ​ໄປ​ໃຊ້​ງານ​ລະບົບ​ປະຕິບັດການ​ລຸ້ນ​ທີ່​ໃໝ່​ກວ່າ​ຢູ່​ດີ​ນັ້ນ​ເອງ

ອ້າງ​ອີງ

  1. http://windows.microsoft.com/en-us/windows/lifecycle
  2. http://blogs.technet.com/b/security/archive/2013/08/06/the-risk-of-running-windows-xp-after-support-ends.aspx
  3. http://www.netmarketshare.com/operating-system-market-share.aspx?qprid=10&qpcustomd=0
  4. https://thaicert.or.th/alerts/user/2013/al2013us008.html
  5. http://www.itworld.com/consumerization-it/372106/windows-7-has-6-times-more-security-threats-windows-8-according-microsoft
  6. http://windows.microsoft.com/th-th/windows7/install-and-use-windows-xp-mode-in-windows-7
  7. http://windows.microsoft.com/th-th/windows7/products/features/windows-xp-mode
  8. http://www.howtogeek.com/171145/use-virtualboxs-seamless-mode-or-vmwares-unity-mode-to-seamlessly-run-programs-from-a-virtual-machine/
  9. http://www.howtogeek.com/howto/12183/how-to-run-xp-mode-in-virtualbox-on-windows-7/
  10. http://windows.microsoft.com/en-us/internet-explorer/downloads/ie-8
  11. https://thaicert.or.th/papers/general/2012/pa2012ge007.html
  12. https://thaicert.or.th/papers/general/2012/pa2012ge011.html
  13. https://thaicert.or.th/papers/general/2012/pa2012ge008.html
  14. http://www.pcmag.com/article2/0,2817,2365692,00.asp
  15. https://www.mozilla.org/en-US/firefox/new/
  16. https://www.google.com/intl/th/chrome/
  17. http://windows.microsoft.com/th-th/windows/download-windows-media-player
  18. http://blog.trendmicro.com/trendlabs-security-intelligence/malware-leveraging-midi-remote-code-execution-vulnerability-found/
  19. http://mpc-hc.org/
  20. http://www.videolan.org/vlc/
  21. http://blogs.technet.com/b/mmpc/archive/2014/01/15/microsoft-antimalware-support-for-windows-xp.aspx
  22. http://www.bitdefender.com/news/bitdefender-extends-antimalware-support-for-xp-users-2858.html
  23. http://blog.kaspersky.com/xp-is-there-life-after-the-end-of-support/
  24. http://www.bleepingcomputer.com/tutorials/how-to-configure-windows-xp-firewall/
  25. http://krebsonsecurity.com/2013/06/windows-security-101-emet-4-0/
  26. http://support.microsoft.com/kb/2458544
  27. https://www.laocert.gov.la/Article-23--EMET
  28. http://www.sandboxie.com/
  29. http://www.trustware.com/
  30. http://www.returnilvirtualsystem.com/
  31. https://media.blackhat.com/bh-ad-10/Ridley/BlackHat-AD-2010-Ridley-Escaping-The-Sandbox-slides.pdf

ເອ​ກະ​ສານ​ອ້າງ​ອີງ​ຈາກ ThaiCERT

laocert 03 March 2020 4520 reads Print