Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ພົບມັນແວຮຽກຄ່າໄຖ່ “Phobos ransomware” ໂຕໃໝ່

ແຈ້ງເຕືອນ ພົບມັນແວຮຽກຄ່າໄຖ່ “Phobos ransomware” ໂຕໃໝ່
Phobos ປະກົດ​ຕົວ​ຄັ້ງທຳອິດໃນ​ເດືອນ ​ທັນວາ 2018 ທີ່​ຜ່ານມາ ຊຶ່ງ​ນັກ​ວິ​ໄຈທີ່ CoveWare ໄດ້​ໃຫ້​ລາຍ​ລະອຽດ​ວ່າ ransomware ໂຕ​ນີ້​ຈະ​ມີ​ຫຼັກ​ການ​ເຮັດ​ວຽກຄ້າຍ​ຄືກັບ Dharma ransomware ໂດຍ​ມີ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຄື​ ທຸລະກິດ​ຕ່າງ​ໆທົ່ວ​ໂລກ ​ການ​ໂຈມ​ຕີ​ແບບ Phobos ransomware ອາຊະຍາກອນ​ທາງໄຊ​ເບີຈະ​ໃຊ້​ປະໂຫຍດ​ຈາກ RDP Port ທີ່​ເປີດ​ປະໄວ້​ ແລະ ​ມີ​ຄວາມ​ປອດ​ໄພຕ່ຳ ເຮັດໃຫ້​​ຜູ້​ບໍ່​ປະສົງ​ດີລັກລອບ​ເຂົ້າໄປ​ໃນ​ເຄືອ​ຂ່າຍ​ໄດ້ ​ແລະ ​​ໂຈມ​ຕີ​ໂດຍ​ການ​ເຂົ້າ​ລະ​ຫັດ​ໄຟ​ລ໌ ​ແລະ​ ​ຮຽກ​ຄ່າ​ໄຖ່ ໂດຍ​ອ້າງ​ວ່າ​ຖ້າ​ເຫຍື່ອ​ຈ່າຍ​ເປັນ bitcoin ເຖິງ​ຈະ​ກູ້​ຄືນ​ໄຟ​ລ໌​ທີ່​ຖືກ​ເຂົ້າ​ລະ​ຫັດ​ໃຫ້, Phobos ransomware ຈະ​ເຮັດໃຫ້​ໄຟ​ລ໌ໃນ​ເຄື່ອງ​ຂອງ​ເຫຍື່ອ​ຖືກ​ລັອກ​ ແລະ​ ຖືກ​ແກ້​ນາມ​ສະ​ກຸນ​ໄຟ​ລ໌ເປັນ .PHOBOS




ວິທີ​ການ​ປ້ອງ​ກັນ 
Ransomware

  1. ​ສຳ​ຮອງ​ຂໍ້​ມູນ (Backup) ທີ່​ສຳຄັນ​ໄວ້​ຢູ່​ສະເໝີ ຜູ້ໃຊ້​ງານ​ຄວນ​ສຳ​ຮອງ​ຂໍ້​ມູນ​ລົງ​ເທິງ​ອຸປະກອນ USB Flash Drive, Cloud Storage, External Hard Drive ເປັນ​ຕົ້ນ;
  2. ບໍ່​ດາວ​​ໂຫຼດ​ໄຟ​ລ໌ຈາກ​ອີ​ເມ​ວ ​ຫຼື ​ເວັບ​ໄຊ​​ທີ່​ບໍ່​ໜ້າ​ເຊື່ອ​ຖື;
  3. ອັບ​ເດດ​ລະບົບ​ປະຕິບັດການ ​ແລະ​ ຊ໋ອບແວໃນ​ເຄື່ອງ​ໃຫ້ເປັນ​ເວີ​ຊັ່ນ​ໃໝ່​ ແລະ ​ຄວບ​ຄຸມ RDP Port;
  4. ຕິດ​ຕັ້ງ​ໂປຣ​ແກຣມ​ປ້ອງ​ກັນ​ມັນ​ແວ​/ໄວ​ຣັດ ​ເທິງ​ເຄື່ອງ​ຄອມພິວເຕີ;
  5. ຕິດ​ຕາມ​ຂ່າວ​ສານ​ກ່ຽວກັບ Ransomware.

ເອກະສານອ້າງອີງ: 

  1. https://www.zdnet.com/article/new-phobos-ransomware-exploits-weak-security-to-hit-targets-around-the-world
  2. https://www.facebook.com/isecure.mssp/posts/2313524198658318

ລາຍການຮູບ

Alexai 11 February 2020 6,973 Print