Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ​ຊ່ອງ​ໂຫວ່ Zero-day ເທິງ Microsoft Exchange ເຂົ້າໃຊ້​ສິດ Domain Admin ໄດ້ ຍັງ​ບໍ່​ມີ Patch

ແຈ້ງເຕືອນ ​ຊ່ອງ​ໂຫວ່ Zero-day ເທິງ Microsoft Exchange ເຂົ້າໃຊ້​ສິດ Domain Admin ໄດ້ ຍັງ​ບໍ່​ມີ Patch
Dirk-jan Mollema ນັກ​ວິ​ໄຈ​ດ້ານ Security ຈາກ Fox-IT ໄດ້​ອອກ​ມາເປີດເຜີຍ​ໂຄ້​ດ​ (Code) ສຳລັບ​ເຮັດການທົດສອບການໃຊ້ໂປຣແກຣມ ຫຼື ລະບົບຄອມພິວເຕີ ເພື່ອກວດສອບວ່າລະບົບ ຫຼື ໂປຣແກຣມ ສາມາດເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ຖືກກັບຄວາມຕ້ອງການຂອງເຮົາ  (Proof-of-Concept) ແລະ​ ຕົວ​ຢ່າງ​ການ​ໂຈມ​ຕີ​ຊ່ອງ​ໂຫວ່ Zero-day ເທິງ Microsoft Exchange ທີ່​ເຮັດໃຫ້​ຜູ້​ໂຈມ​ຕີ​ເຂົ້າ​ເຖິງ​ສິດທິ​ລະ​ດັບ Domain Admin ໄດ້.


ຜົນກະທົບ

ບັນຫາ​ນີ້​ເກີດ​ຂຶ້ນ​ຈາກ​ການ Exchange Permissions Group ນັ້ນ ​ມີ​ສິດ WriteDacl ສຳລັບ Domain Object ໃນ Active Directory ເຮັດໃຫ້​ສະມາຊິກ​ໃນ Group ສາມາດ​ແກ້​ໄຂ​ສິດທິ​ໃນ Domain ໄດ້ ຊຶ່ງ​ກໍ່​ລວມ​ເຖິງ​ຍັງ​ສາມາດ​ເຮັດ DCSync ໄດ້​ເຊັ່ນກັນ ເຮັດໃຫ້​ຜູ້​ໂຈມ​ຕີ​ຊຶ່ງ​ມີ User ແລະ Mailbox ໃນ​ລະບົບ​ສາມາດ​ທຳການ Synchronize ລະ​ຫັດ​ຜ່ານ​ບ່ອນ​ເຮັດວຽກ Hash ມາ​ແລ້ວ ແລະ ​ນຳ​ລະ​ຫັດ​ຜ່ານ​ເຫຼົ່າ​ນັ້ນ​ໄປ​ໃຊ້​ປອມ​ຕົວ​ດ້ວຍ​ການ​ຢືນຢັນ​ຕົວ​ຕົນ​ຜ່ານ​ທາງ NTLM ຫຼື Kerberos ພາຍ​ໃນ Domain ສ່ວນ​ການ​ໂຈມ​ຕີ Exchange ກໍ່​ສາມາດ​ໃຊ້​ການເຮັດ Reflection Attack ໄປ​ຍັງ Exchange PushSubscription API ໄດ້.

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ສຳລັບ​ວິທີ​ການ​ປ້ອງ​ກັນ​ປະ​ເດັນ​ບັນຫາ​ເຫຼົ່າ​ນີ້​ກໍ່​ມີ Workaround ທີ່​ຫຼາກ​ຫຼາຍ ທັງ​ການຫຼຸດ​ສິດທິ​ຂອງ Exchange ໃນ​ການ​ຈັດການ​ກັບ Domain Object, ການ​ເປີດ LDAP Signing ແລະ Channel Binding, ການ​ປິດ​ບໍ່​ໃຫ້ Exchange Server ເຊື່ອມ​ຕໍ່​ຜ່ານ​ທາງ Port ທີ່​ບໍ່​ຈຳ​ເປັນ, ເປີດ​ໃຊ້ Extended Protection for Authentication ສຳລັບ Exchange, ປິດ Registry ທີ່​ໃຊ້​ອະນຸຍາດ​ໃນ​ການເຮັດ Relay, ບັງຄັບ​ໃຊ້ SMB Signing ເປັນ​ຕົ້ນ.

The Register ໄດ້​ສອບ​ຖາມ​ເຖິງ​ປະ​ເດັນ​ນີ້​ກັບ Microsoft ຊຶ່ງ​ທາງ Microsoft ກໍ​່ໄດ້​ຕອບ​ຮັບ​ເຖິງ​ການ​ໃຫ້​ຄວາມ​ສຳຄັນ​ດ້ານ Security ໃນ​ຜະລິດຕະພັນ​ຂອງ​ຕົນເອງ ແຕ່​ຍັງ​ບໍ່​ໄດ້​ລະ​ບຸ​ຊີ້​ແຈ້ງ​ວ່າ​ຈະ​ອອກແພັດແກ້ໄຂ (Patch) ຕອນ​ໃດ.

ເອກະສານອ້າງອີງ:

  1. https://www.theregister.co.uk/2019/01/25/microsoft_exchange_hashed_passwords/
  2. https://www.techtalkthai.com/zero-day-vulnerability-was-found-on-microsoft-exchange/

ລາຍການຮູບ

Porher 06 February 2019 1,005 Print