Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

phpMyAdmin ແຈ້ງ​ອັບ​ເດດ​ສຸກ​ເສີນ ເພື່ອປິດຊ່ອງ​ໂຫວ່​ຮຸນແຮງ​ລະ​ດັບ​ສູງ

phpMyAdmin ແຈ້ງ​ອັບ​ເດດ​ສຸກ​ເສີນ ເພື່ອປິດຊ່ອງ​ໂຫວ່​ຮຸນແຮງ​ລະ​ດັບ​ສູງ
ທີມ​ພັດທະນາ phpMyAdmin ໄດ້​ອອກ​ອັບ​ເດດ​ຮຸ່ນ 4.8.4 ເພື່ອ​ປິດ​ຊ່ອງ​ໂຫວ່​ຄວາມ​ຮຸນແຮງ​ລະ​ດັບ​ສູງ​ຫຼາຍ​ລາຍ​ການ​ທີ່​ເປີດ​ໃຫ້​ຜູ້​ໂຈມ​ຕີ​ສາມາດ​ເຂົ້າ​ຍຶດ​ເວັບ​ໄຊ​​ໄດ້​ຈາກ​ໄລຍະ​ໄກ ແລະ​ ແນະ​ນຳ​ໃຫ້​ຜູ້​ໃຊ້​ງານ​​ອັບ​ເດດ​ທັນ​ທີ​ກ່ອນທີ່ຈະ​ຖືກ​ໂຈມ​ຕີ.


ສຳລັບ​ຊ່ອງ​ໂຫວ່​ທີ່​ຖືກ​ປິດ​ໃນ​ເທື່ອ​ນີ້​ຕົ້ນຕໍມີ​ 03 ລາຍ​ການ ດັ່ງ​ນີ້:

  • Local file inclusion (CVE-2018-19968) ເທິງ phpMyAdmin ຮຸ່ນ 4.0  – 4.8.3 ເປີດ​ໃຫ້​ຜູ້​ໂຈມ​ຕີ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ໄຟ​ລ໌​ຕ່າງ​ໆ ເທິງ Server ໄດ້​ຈາກ​ໄລຍະ​​ໄກ;
  • Cross-Site Request Forgery (CSRF)/XSRF (CVE-2018-19969) ເທິງ phpMyAdmin ຮຸ່ນ 4.7.0 – 4.7.6 ແລະ 4.8.0 – 4.8.3 ທີ່​ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​ເອີ້ນ​ໃຊ້ SQL Operation ໄດ້ ຖ້າ​ຫາກ​ເຫຍື່ອ​​ເປີດ​ລິ້ງ​​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ໂຈມ​ຕີ​ໂດຍ​ສະເພາະ;
  • Cross-site scripting (XSS) (CVE-2018-19970) ເທິງ phpMyAdmin ຮຸ່ນ 4.0 – 4.8.3 ໂດຍ​ຜູ້​ໂຈມ​ຕີ​ສາມາດ​ Inject ໂຄ້​ດ​ທີ່​ຕ້ອງ​ການ​ໄປ​​ໜ້າ Dashboard ໄດ້​ຜ່ານ​ຊື່ Database ຫຼື Table ທີ່​ຖືກ​ຕັ້ງ​ຂຶ້ນ​ມາ​ ເພື່ອ​ໃຊ້​ໂຈມ​ຕີ​ໂດຍ​ສະເພາະ.

phpMyAdmin ຮຸ່ນ​ຫຼ້າ​ສຸດ​ສາມາດ​ໂຫຼດ​ໄດ້​ທີ່ https://www.phpmyadmin.net/downloads/

ເອກະສານອ້າງອີງ:

  1. https://thehackernews.com/2018/12/phpmyadmin-security-update.html
  2. https://www.techtalkthai.com/phpmyadmin-releases-new-patch-to-fix-3-vulnerabilities/

ລາຍການຮູບ

Porher 20 December 2018 1,014 Print