Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບ​ຊ່ອງ​ໂຫວ່​ລະ​ດັບ​ Critical ໃນ​ Cisco WebEx ຜູ້​ໃຊ້​ສ່ຽງ​ຖືກ​ແຮັກ​ (Hack)

ພົບ​ຊ່ອງ​ໂຫວ່​ລະ​ດັບ​ Critical ໃນ​ Cisco WebEx ຜູ້​ໃຊ້​ສ່ຽງ​ຖືກ​ແຮັກ​ (Hack)

ຂໍ້ມູນທົ່ວໄປ 

Cisco ຜູ້​ໃຫ້​ບໍລິການ​ໂຊ​ລູ​ຊັ່ນ (Solutions) ດ້ານ​ເຄືອ​ຂ່າຍ ແລະ ​Data Center ຊື່​ດັງ​ ອອກ​ Security Advisory ແຈ້ງເຕືອນ​ຊ່ອງ​ໂຫວ່ໃນ​ Cisco WebEx Clients ສ່ຽງ​ຖືກ​ແຮັກ​ເກີ​ (Hacker) ​ໂຈມ​ຕີ​ແບບ​ Remote Code Execution ໄດ້​ແນະ​ນຳ​ໃຫ້​ຜູ້​ເບິ່ງ​ແຍງ​ລະບົບ​ອັບ​ເດດ​ແພັດ​ (Patch) ໂດຍ​ໄວ​.




1.   
ຜົນກະທົບ

ຊ່ອງ​ໂຫວ່​ດັ່ງກ່າວ​ມີລະຫັດ​ CVE-2018-0112 ຄວາມ​ຮຸນແຮງ​ລະ​ດັບ​ Critical (CVSS Score 9.0/10) ເປັນ​ຊ່ອງ​ໂຫວ່ໃນ​ Cisco WebEx Business Suite clients, Cisco WebEx Meetings ແລະ​ Cisco WebEx Meetings Server ຊຶ່ງ​ຊ່ວຍ​ໃຫ້​ແຮັກ​ເກີ​​ສາມາດ​ລັກ​ລັນ (Run) ​ໂຄ້ດ (Code) ​ແປກປອມໃນ​ເຄື່ອງເປົ້າໝາຍໄດ້​ ຈາກ​ໄລຍະ​ໄກ ​ໂດຍ​ທີ່​ບໍ່​ຕ້ອງ​ຢືນຢັນ​ຕົວ​ຕົນ.

ຈ​າ​ກ​ການ​ກວດ​ສອບ​ພົບ​ວ່າ​ມີ​ສາ​ເຫດ​ມາ​ຈາກ​ການເຮັດ​ Input Validation ໃນ​ Cisco WebEx Clients ບໍ່​ດີ​ພຽງ​ພໍ​ ສົ່ງ​ຜົນ​ໃຫ້​ແຮັກ​ເກີ​ສາມາດ​ສ້າງ​ໄຟ​ລ໌​ Flash (.swf) ຊະນິດ​ພິເສດ​ຂຶ້ນ​ມາ​ ແລ້ວ​ສົ່ງ​ໄປ​ຫາ​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ​ຜ່ານ​ທາງ​ຄຸນສົມບັດ (Feature) ແຊ​ຣ໌​ (Share) ໄຟ​ລ໌​ໄດ້​ ຜູ້​ຮ່ວມ​ປະ​ຊຸມ​ທ່ານ​ໃດ​ທີ່​ຫຼົງ​ເປີດ​ໄຟ​ລ໌​ດັ່ງ​ກ່າວ​ຈະ​ຖືກ​ໂຈມ​ຕີ​ທັນ​ທີ​.

2.   ລະບົບທີ່ໄດ້ຮັບຜົນກະທົບ

ຜະລິດຕະພັນ​ທີ່​ໄດ້ຮັບ​ຜົນ​ກະທົບ​​ມີດັ່ງນີ້:

  • Cisco WebEx Business Suite (WBS31) client ກ່ອນ​ Version​ T31.23.2
  • Cisco WebEx Business Suite (WBS32) client ກ່ອນ​ Version T32.10
  • Cisco WebEx Meetings with client ກ່ອນ Version T32.10
  • Cisco WebEx Meetings Server ກ່ອນ​ Version 2.8 MR2

3.   ຂໍ້ແນະນຳໃນການປ້ອງກັນ ແລະ ແກ້ໄຂ

Cisco ບໍ່​ໄດ້​ອອກ​ Workaround ສຳລັບການ​ແກ້​ໄຂ​ບັນຫາ​ຊົ່ວ​ຄາວ​ ດັ່ງ​ນັ້ນ​ແນະ​ນຳ​ໃຫ້​ຜູ້​ເບິ່ງ​ແຍງ​ລະບົບ​ WebEx ຮີບຮ້ອນອັບ​ເດດ​ແພັດ​​ລ່າ​ສຸດ​ໂດຍ​ໄວ​.

ລາຍລະອຽດ​ເພີ່ມເຕີມເຂົ້າອ່ານລິ້ງລຸ່ມນີ້:

https://tools.cisco.com/security/center/content/CiscoSecurityAdvisory/cisco-sa-20180418-wbs

ເອກະສານອ້າງອີງ:

  1. https://www.techtalkthai.com/critical-vuln-found-in-cisco-webex-clients/
  2. https://tools.cisco.com/security/center/content/CiscoSecurityAdvisory/cisco-sa-20180418-wbs

ລາຍການຮູບ

Porher 02 May 2018 942 Print