Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ພົບ​ມັລແວ​​ຮຽກ​ຄ່າ​ໄຖ່​ ເຂົ້າ​ລະ​ຫັດ​​ຂໍ້​ມູນ​ເວັບ​ໄຊທີ່​ໃຊ້​ WordPress ປ່ຽນ​ນາມ​ສະ​ກຸນ​ໄຟ​ລ໌​ເປັນ​ .EV

ແຈ້ງເຕືອນ ພົບ​ມັລແວ​​ຮຽກ​ຄ່າ​ໄຖ່​ ເຂົ້າ​ລະ​ຫັດ​​ຂໍ້​ມູນ​ເວັບ​ໄຊທີ່​ໃຊ້​ WordPress ປ່ຽນ​ນາມ​ສະ​ກຸນ​ໄຟ​ລ໌​ເປັນ​ .EV

ຂໍ້ມູນທົ່ວໄປ

WordPress ເປັນ​ຊ໋ອບ​ແວ​ CMS ທີ່​ນິຍົມ​ໃຊ້​ງານ​ໃນ​ຫຼາຍ​ເວັບ​ໄຊ​​ທົ່ວ​ໂລກ​ ເມື່ອ​ວັນທີ​ 15 ສິງ​ຫາ​ 2017 ທີມ​ Wordfence ຜູ້​ພັດທະນາ​ປັກ​ອິນ (Plugin) ​ດ້ານ​ຄວາມປອດໄ​ພ​ສຳລັບ​ WordPress ໄດ້​ລາຍ​ງານ​ການ​ຄົ້ນ​ພົບ​ມັລ​ແວ​​ຮຽກ​ຄ່າ​ໄຖ່​ ໂຈມ​ຕີ​ເວັບ​ໄຊ​​ທີ່​ໃຊ້​ງານ​ WordPress ໂດຍ​ຈະ​ເຂົ້າ​ລະຫັດ​ໄຟ​ລ໌​ໃນ​ເວັບ​ໄຊ ​ແລະ ​ປ່ຽນ​ນາມ​ສະກຸນ​ເປັນ​ .EV ຈາກ​ນັ້ນ​ຈະ​ຮຽກ​ຮ້ອງ​ໃຫ້​ຜູ້​ເບິ່ງ​ແຍງ​ເວັບ​ໄຊ​​ຈ່າຍ​ເງິນ​ຜ່ານ​ Bitcoin ເພື່ອ​ໃຫ້​ໄດ້​ໄຟ​ລ໌​ຄືນ​ ຢ່າງໃດ​ກໍ່ຕາມ​ ທາງ​ Wordfence ພົບ​ວ່າ​ຕົວ​ມັລ​ແວ​​ມີ​ການ​ເຮັດ​ວຽກທີ່​ຜິດ​ພາດ​ ​ເຖິງ​ແມ່ນ​ຈະ​ໃສ່​ລະ​ຫັດ​ທີ່​ຖືກ​ຕ້ອງ​ແຕ່​ກໍ່​ອາດ​ຈະບໍ່​ສາມາດ​ກູ້​ໄຟລ໌​ກັບ​ຄືນ​ມາ​ໄດ້​ ໂດຍ​ Wordfence ແນະ​ນຳ​ວ່າ​ບໍ່​ຄວນ​ຈ່າຍ​ຄ່າ​ໄຖ່​ຫາກວ່າ​ຕົກ​ເປັນ​ເຫຍື່ອ​.








ຂໍ້​ແນະ​ນຳ​ໃນ​ການ​ປ້ອງ​ກັນ ແລະ ແກ້ໄຂ​
 

  1. ອັບ​ເດດ​ Version ​ຂອງ​ WordPress ຢ່າງ​ສະໝ່ຳ​ສະເໝີ​.
  2. ຕັ້ງ​ລະ​ຫັດ​ຜ່ານ​ບັນ​ຊີ​ຜູ້​ເບິ່ງ​ແຍງ​ລະບົບ​ໃຫ້​ປອດໄ​ພ​.
  3. ສຳ​ຮອງ​ຂໍ້​ມູນ​ເວັບ​ໄຊ​ ​ແລະ​ ຖານ​ຂໍ້​ມູນ​ເພື່ອ​ໃຊ້​ກູ້ຄືນ​ໃນ​ກໍລະນີ​ທີ່​ເກີດ​ບັນຫາ​.

ເອກະສານອ້າງອີງ:

  1. https://www.wordfence.com/blog/2017/08/ransomware-wordpress/
  2. https://www.helpnetsecurity.com/2017/08/16/wordpress-ransomware/
Porher 23 August 2017 997 Print