Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບ Malware jQuery.min.php ໂຈມ​ຕີ​ເວັບ​ໄຊ​ນັບ​ພັນ ພ້ອມ​ແນວ​ທາງ​ການ​ກວດ​ສອບ ​ແລະ ​ປ້ອງ​ກັນ

ພົບ Malware jQuery.min.php ໂຈມ​ຕີ​ເວັບ​ໄຊ​ນັບ​ພັນ ພ້ອມ​ແນວ​ທາງ​ການ​ກວດ​ສອບ ​ແລະ ​ປ້ອງ​ກັນ

ປະເພດໄພຄຸກຄາມ: Intrusion

ຂໍ້ມູນທົ່ວໄປ
 

ເມື່ອ jQuery ກາຍ​ເປັນ​ເຕັກ​ໂນ​ໂລຊີທີ່​ເຫຼົ່າ​ນັກ​ພັດທະນາ​ມັກ​ເລືອກ​ໃຊ້ ການ​ໂຈມ​ຕີ​ດ້ວຍ​ການ​ຝັງ Script jQuery ປອມ​ໃນ​ເວັບ​ໄຊ​ຕ່າງໆ ເພື່ອ​ໃຊ້​ໃນ​ການ​ໂຈມ​ຕີ​ຈຶ່ງ​ໄດ້ຮັບ​ຄວາມ​ນິຍົມ ​ແລະ​ ເລີ່ມ​ແຜ່ລະ​ບາດ ດັ່ງ​ນັ້ນ​ເຫຼົ່າ​ນັກ​ພັດທະນາ ​ແລະ​ ຜູ້​ເບິ່ງແຍງ​ເວັບ​ໄຊ​ຈຶ່ງ​ຄວນ​ໝັ່ນ​ກວດ​ສອບ​ການ​ປ່ຽນ​ແປງ​ຂອງ​ໂຄ້​ດຢູ່ສະເໝີ ໂດຍ​ສະເພາະ​ເວັບ WordPress ແລະ Joomla ທີ່​ມັກ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ລັກສະນະ​ນີ້​ຢູ່​ແລ້ວ ໂດຍ​ພຶດຕິກຳ​ທົ່ວ​ໄປ​ຂອງ​ການ​ໂຈມ​ຕີ​ດ້ວຍ Fake jQuery Injection ມີ​ດັ່ງ​ນີ້

 

  • ເປົ້າ​ໝາຍ​ຫຼັກ​ຂອງ​ການ​ໂຈມ​ຕີ​ຄື​ເວັບ​ທີ່​ໃຊ້ WordPress ແລະ Joomla ໂດຍ​ໃນ WordPress ຈະ​ຢູ່​ທີ່​ໄຟລ໌ header.php ຂອງ Theme ແລະ​ໃນ Joomla ຈະ​ຢູ່ໃນ index.php ຂອງ Template
  • Script ຈະ​ຖືກ​ຝັງ​ຢູ່​ກ່ອນ​ການ​ປິດ​ແທັກ 
  • Script ຈະ​ບໍ່​ຖືກ Obfuscate ເພື່ອ​ຫຼອກ​ໃຫ້​ຜູ້​ເບິ່ງແຍງ​ເວັບ​ໄຊ​ຕາຍ​ໃຈ​ວ່າ​ເປັນ Script ປົກກະຕິ
  • Malware ຈະ​ຖືກ​ຝັງ​ໄວ້​ທີ່ /js/jquery.min.php
  • ຍັງມີ​ບັກ (Bug) ຂອງ Script ນີ້ ​ທີ່​ຈະ Inject ຕົວ​ເອງ​ຊ້ຳ​ເລື່ອຍ​ໆ ເຮັດໃຫ້​ພໍ​ທີ່ຈະ​ໃຊ້​ເປັນ​ຊ່ອງ​ທາງ​ໃນ​ການ​ກວດ​ສອບ​ໄດ້​ຈາກ​ໂຄ້​ດ​ທີ່​ປາກົດ​ຊ້ຳ​ໆ ຈົນ​ຜິດ​ສັງເກດ ແລະ​ ອາດຈະ Inject ຕົວ​ເອງ​ຜິດ​ທີ່ ເຊັ່ນ Inject ເຂົ້າໄປ​ໃນສ່ວນ​ຂອງ Comment ທີ່​ມີ​ຄຳ​ວ່າ

ສຳລັບ​ຜູ້​ທີ່​ຢາກ​ກວດ​ສອບ​ວ່າ​ເວັບ​ຕົວ​ເອງ​ຖືກ​ໂຈມ​ຕີ​ ຫຼື ​ບໍ່ ສາມາດ​ໃຊ້ https://sitecheck.sucuri.net/ ເຂົ້າໄປ​ກວດ​ສອບ​ໄດ້​ຟຣີໆທັນ​ທີ

ລະບົບທີ່ໄດ້ຮັບຜົນກະທົບ 

  WordPress ແລະ Joomla 

ຂໍ້ແນະນຳໃນການປ້ອງກັນ ແລະ ແກ້ໄຂ  

ການ​ປ້ອງ​ກັນ​ເວັບ​ໄຊຈາກ Fake jQuery Injection

  • ລຶບ​ໂຄ້​ດສ່ວນ​ທີ່​ຖືກ Inject ເຂົ້າ​ມາ​ອອກ
  • ພະຍາຍາມ​ອັບ​ແພັດ (patch), ອຸດ​ຊ່ອງ​ໂຫ່ວ ແລະ​ ຄົ້ນ​ຫາ​ວ່າ​ຖືກ​ໂຈມ​ຕີ​ເຂົ້າ​ມາ​ຜ່ານ​ການ​ວາງ Backdoor ເອົາ​ໄວ້​ບ່ອນ​ໃດ
  • ແກ້ໄຂລະຫັດ​ຜ່ານ​ຂອງ User ໃນ​ເວັບ​ໄຊທັງ​ໝົດ ແລະ ​ລຶບ User ແປກປອມ​ອອກ​ໄປ
  • ລົບ Plugin ແປກປອມ​ອອກ ແລະ ​ອັບ​ເດດ Plugin ທີ່​ໃຊ້​ງານ​ຢູ່​ໃຫ້​ໝົດ
  • ຫາ​ທາງ​ປ້ອງ​ກັນ Brute Force Attack ເພື່ອ​ເດົາ​ລະ​ຫັດ​ຜ່ານ​ຂອງ Admin
  • ໃຊ້​ບໍລິການ Web Application Firewall (WAF) ເຊັ່ນ https://sucuri.net/website-firewall/ ທີ່​ສາມາດ​ກວດ​ຄວາມ​ພະຍາຍາມ​ໃນ​ການ​ເຈາະ​ຊ່ອງ​ໂຫ່ວ ແລະ ​ການເຮັດ Brute Force ໄດ້

ເອກະສານອ້າງອີງ:

  1. https://www.techtalkthai.com/jquery-min-php-malware-is-attacking-thousands-of-websites/

ລາຍການຮູບ

Porher 24 November 2015 909 Print