Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

“ຕຳຫຼວດໄຊເບີຈັບກຸມຄົນຂາຍໂປຣແກຣມຫຼີກລ່ຽງການສະແກນໃບໜ້າແອັບທະນາຄານ” ກັບຄວາມສຳຄັນຂອງ eKYC ທີ່ມີປະສິດທິພາບໃນລະບົບການເງິນ

“ຕຳຫຼວດໄຊເບີຈັບກຸມຄົນຂາຍໂປຣແກຣມຫຼີກລ່ຽງການສະແກນໃບໜ້າແອັບທະນາຄານ” ກັບຄວາມສຳຄັນຂອງ eKYC ທີ່ມີປະສິດທິພາບໃນລະບົບການເງິນ

ຈ​າ​ກ​ຂ່າວ​ຫຼ້າ​ສຸດ​ “ຕຳ​ຫຼວດ​ໄຊ​ເບີ​​ຈັບ​ກຸມນັກພັດທະນາໂປຣ​ແກຣມ (Programmer)​​ ທີ່​ຂາຍ​ໂປຣ​ແກຣມ​ API Bypass Face Scan ໃຫ້​ກັບ​ກຸ່ມ​ມິດ​ສາ​ຊີບ​” ຊຶ່ງ​ໂປຣ​ແກຣມ​ດັ່ງກ່າວ​ ຈະ​ນຳ​ຂໍ້​ມູນ​ຂອງ​ເຈົ້າ​ຂອງ​ບັນ​ຊີ​ທີ່​ຖືກ​ຂາຍ​ໃນຕະ​ຫຼາດ​ມືດ​ ເຊັ່ນ:​ ເລກ​ບັດ​ປະຈຳ​ຕົວ​ປະຊາຊົນ​, ເລກ​ບັນ​ຊີ​, ເລກ​ບັດ​​ ATM ແລະ ຮູບ​ພາບ​ໃບ​ໜ້າ​ ມາ​ໃຊ້​ດຳ​ເນີນ​ການ​ເຂົ້າ​ສູ່​ລະບົບ​ບັນ​ຊີທະນາ​ຄານ​ຈາກ​ພາຍນອກ​ແອັບ​ພິເຄ​ຊັ່ນ​ ແລະ​ ສາມາດ​ຫຼີກ​ລ່ຽງ​ການ​ສະແກ​ນ​ໃບ​ໜ້າ​ ກ່ອນ​ການຖອນ​ເງິນ​ຈາກ​ບັນ​ຊີ​ໄດ້​ ໂດຍ​ບໍ່​ຜ່ານ​ແອັບ​ພິ​ເຄ​ຊັ່ນ​ຂອງ​ທ​ະນາ​ຄານ​.

ຊຶ່ງ​ກໍລະນີ​ດັ່ງ​ກ່າວ​ ໄດ້ສະແດງໃຫ້ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ລະບົບ​ຢືນຢັນ​ຕົວ​ຕົນ​ eKYC ຊຶ່ງ​ເປັນ​ເຕັກ​ໂນ​ໂລ​ຊີ ທີ່​ຊ່ວຍ​ໃຫ້​ສາມາດ​ກວດ​ສອບ​ຕົວ​ຕົນ​ຂອງ​ບຸກ​ຄົນ​ໄດ້​ຢ່າງ​ວ່ອງໄວ​ ແລະ ​ປອດໄ​ພ​, ລະບົບ​ eKYC ທີ່​ມີປະ​ສິດ​ທິ​ພາບ​ສູງ​ ຈະ​ເຮັດວຽກ​ໂດຍ​ການ​ກວດ​ສອບ​ຕົວ​ຕົນ​ຂອງ​ຜູ້​ໃຊ້​ຜ່ານ​ການ​ສ​ະແກນ​ໃບ​ໜ້າ​ ແລະ ​ມີ​ການ​ກວດ​ຈັບ​ຄວາມ​ເປັນ​ຕົວ​ຕົນ​ (liveness detection) ເພື່ອ​ໃຫ້​ແນ່​ໃຈ​ວ່າ​ບຸກ​ຄົນ​ນັ້ນ​ເປັນ​ຄົນ​ຈິງ​ ແລະ ​ບໍ່​ໄດ້​ມີ​ການ​ນຳ​ພາບ​ໃບ​ໜ້າ​ ຫຼື ​ປອມ​ແປງ​ໃບ​ໜ້າ​ດ້ວຍ​ AI (Deepfake).

 

ການ​ໃຊ້​ລະບົບ​ eKYC ທີ່​ມີປະ​ສິດ​ທິ​ພາບ​ຈະ​ຊ່ວຍ​ໃຫ້​ການ​ບໍລິການ​ດ້ານ​ການ​ເງິນ​ເປັນ​ໄປ​ໄດ້​ຢ່າງສະດວກ​ວ່ອງໄວ

ນອກ​ຈາກ​ການ​ກວດ​ສອບ​ຕົວ​ຕົນ​ຂອງ​ບຸກ​ຄົນ​ແລ້ວ​ ລະບົບ​ eKYC ທີ່​ມີປະ​ສິດ​ທິ​ພາບ​ ຍັງ​ສາມາດ​ຊ່ວຍ​ອ່ານ​ຂໍ້​ມູນ​ຈາກ​ບັດ​ປະຊາຊົນ​ ແລະ ​ປ້ອນ​ຂໍ້​ມູນ​ໃຫ້​ແບບ​ອັດຕະ​ໂນ​ມັັດ​ ຊຶ່ງ​ຊ່ວຍ​ໃຫ້​ຂະ​ບວນ​ການ​ຢືນຢັນ​ຕົວ​ຕົນ​ມີ​ຄວາມ​ວ່ອງໄວ​ ແລະ ຖືກຕ້ອງຫຼາຍຍິ່ງ​ຂຶ້ນ​ ໂດຍ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ eKYC ທີ່​ໄດ້​ມາດຕະຖານ​ ຈະ​ຊ່ວຍ​ສ້າງ​ປະ​ສິດ​ທິ​ພາບ​ໃນຂະ​ບວນ​ການ​ກວດ​ສອບ​ຕົວ​ຕົນ​ຂອງ​ບຸກ​ຄົນ​ ເຮັດໃຫ້​ໝັ້ນໃຈ​ໄດ້​ໃນ​ຄວາມ​ປອດ​ໄພ​ ແລະ​ ຄວາມ​ວ່ອງໄວ​ຂອງ​ຂະ​ບວນ​ການ​​.​

 

ໃນ​ປັດຈຸບັນ​ ເຕັກ​ໂນ​ໂລ​ຊີ​ eKYC ມີບ​ົດ​ບາດ​ສຳຄັນ​ໃນ​ການ​ເພີ່ມ​ຄວາມ​ປອດໄ​ພ​ຂອງ​ການເຮັດ​ທຸລະກຳ​ໃນ​ດ້ານ​ຕ່າງ​ໆ​ ບໍ່​ວ່າ​ຈະ​ເປັນ​ ທຸລະ​ກຳການ​ເງິນ,​ ການ​ຮັບ​ສິດ​​ຈາກ​ພາກ​ລັດ​ ລວມ​ເຖິງ​ການ​ຂໍ​ອະນຸຍາດ​ເຂົ້າ​ເຖິງ​ຂໍ້​ມູນ​ສຳຄັນ​ຈາກ​ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່​ໃນ​ຫຼາຍ​ໆ​ອົງ​ກອນ,​ ຊຶ່ງ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ E-KYC ມີ​ຄວາມ​ສຳຄັນ​ຫຼາຍ​ ໃນ​ການຫຼຸດຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ບໍລິການ​ ແລະ ​ປ້ອງ​ກັນ​ການ​ນຳ​ຂໍ້​ມູນ​ເຫຼົ່າ​ນັ້ນ​ໄປ​ໃຊ້​ຢ່າງ​ບໍ່​ຖືກ​ຕ້ອງ​ ຫຼື ​ບໍ່​ໄດ້ຮັບ​ອະນຸຍາດ​.

 

ໃນ​ອະນາຄົດ​ ການ​ນຳ​ເຕັກ​ໂນ​ໂລ​ຊີ​ E-KYC ມາ​ໃຊ້​ໃນ​ສະຖານະການ​ທີ່​ຕ້ອງ​ການ​ການ​ກວດ​ສອບ​ຕົວ​ຕົນ​ຂອງ​ບຸກ​ຄົນ​ຈະ​ມີບ​ົດບາດ​ສຳຄັນ​ໃນ​ການ​ປັບ​ປຸງ​ຄວາມ​ປອດ​ໄພ​ ແລະ ​ປ້ອງ​ກັນ​ການ​ລະ​ເມີດ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ ຊຶ່ງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ຍົກ​ລະດັບ​ຄວາມ​ປອດ​ໄພ​ ແລະ​ ຄວາມ​ໜ້າ​ເຊື່ອ​ຖື​ໃນ​ລະບົບ​ການ​ເງິນ​ຂອງ​ປະເທດ​ ລວມເຖິງ​ຍັງ​ສາມາດ​ຊ່ວຍ​ເພີ່ມ​ຄວາມ​ວ່ອງໄວ​ ແລະ ຫຼຸດ​ຄວາມ​ຊັບ​ຊ້ອນ​ໃນ​ຂະ​ບວນ​ການ​ກວດ​ສອບ​ຂໍ້​ມູນ​ບຸກ​ຄົນ​.​

 

ເອກະສານອ້າງອີງ:

https://www.appman.co.th/why-ekyc-important-for-financial-system-thailand/#:~:text=%E0%B8%88%E0%B8%B2%E0%B8%81%E0%B8%82%E0%B9%88%E0%B8%B2%E0%B8%A7%E0%B8%A5%E0%B9%88%E0%B8%B2%E0%B8%AA%E0%B8%B8%E0%B8%94%20%E2%80%9C%E0%B8%95%E0%B8%B3%E0%B8%A3%E0%B8%A7%E0%B8%88%E0%B9%84%E0%B8%8B%E0%B9%80%E0%B8%9A%E0%B8%AD%E0%B8%A3%E0%B9%8C,%E0%B8%9E%E0%B8%A5%E0%B8%B4%E0%B9%80%E0%B8%84%E0%B8%8A%E0%B8%B1%E0%B8%99%E0%B8%82%E0%B8%AD%E0%B8%87%E0%B8%98%E0%B8%99%E0%B8%B2%E0%B8%84%E0%B8%B2%E0%B8%A3

Meesaisak 10 November 2023 394 Print