Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ Discord.io ຂໍ້ມູນຮົ່ວໄຫຼ ກະທົບຕໍ່ຜູ້ໃຊ້ງານກວ່າ 760,000 ລາຍ

ແຈ້ງເຕືອນ Discord.io ຂໍ້ມູນຮົ່ວໄຫຼ ກະທົບຕໍ່ຜູ້ໃຊ້ງານກວ່າ 760,000 ລາຍDiscord.io ບໍ່​ແມ່ນ​ເວັບ​ໄຊ​​ Discord ແຕ່​ເປັນ​ບໍລິການ​ ຂອງ​ຜູ້​ບໍ່​ຫວັງ​ດີ ​ທີ່​ອະນຸຍາດ​ໃຫ້​ເຈົ້າ​ຂອງ​ເ​ຊີເວີ​ ສ້າງ​ຄຳ​ເຊີ​ນທີ່​ກຳນົດ​ເອງ​ໄປຫາຊ່ອງ​ຂອງ​ຕົນ​ ແລະ ​ບໍລິການ​ສ່ວນ​ໃຫຍ່​ ສ້າງ​ຂຶ້ນ​ຈາກ​ເ​ຊີ​ເວີ​ Discord ຊຶ່ງ​ມີ​ສະມາຊິກ​ຫຼາຍກວ່າ​ 14,000 ລາຍ​ ໄດ້​ອອກ​ມາປະ​ກາດ​ເລື່ອງ​ຂໍ້​ມູນ​ ຂອງ​ສະມາຊິກ​ຈຳນວນ​ 760,000 ລາຍ ​ຮົ່ວ​ໄຫຼ​ອອກ​ສູ່​ສາທາລະນະ​  ແລະ​ ຖືກ​ນຳ​ໄປ​ປະ​ກາດ​ຂາຍ​ເທິງຟໍຣັມ (forum) ​ຕ່າງ​ໆ​.ເຫດການ​ນີ້​ເກີດ​ຂຶ້ນ​ ໃນວັນ​ອາທິດ ​ທີ​ 13 ສິງ​ຫາ​ 2023, ມີ​ບຸກ​ຄົນ​ຊື່​ວ່າ​ Akhirah ໄດ້​ເລີ່ມ​ຂາຍ​ຖານ​ຂໍ້​ມູນ​ຂອງ​ Discord.io ເທິງ​ຟໍ​ຣັມ​ Breached ແລະ​ ໄດ້​ເຜີຍແຜ່​ຂໍ້​ມູນ ​ທີ່​ລັກ​ມາ​ຈາກ​ຖານ​ຂໍ້​ມູນ​ 4 ລາຍ​ການ​ ຊຶ່ງ​ຖານ​ຂໍ້​ມູນ​ມີ​ຂໍ້​ມູນ​ກ່ຽວກັບ​ຜູ້​ໃຊ້​ງານ​ Discord.io ຈຳນວນ​ 760,000 ລາຍ​ ປະກອບ​ດ້ວຍ​ຂໍ້​ມູນ​ດັ່ງ​ຮູບ​ພາບ​ດ້ານ​ລຸ່ມ​.



ຂໍ້​ມູນ​ຮົ່ວ​ໄຫຼ​ທີ່​ສຳຄັນ ແມ່ນຊື່​ຜູ້​ໃຊ້ ​ຂອງ​ສະມາຊິກ​, ອີ​ເມວ​, ທີ່​ຢູ່​ສຳລັບ​ການ​ເອີ້ນ​ເກັບ​ເງີນ​, ລະ​ຫັດ​ຜ່ານ​, hash​ ແລະ​ Discord ID ຊຶ່ງ​ໃຜ​ກໍ່​ຕາມ ​ທີ່​ໃຊ້​ເ​ຊີ​ເວີ​ຮ່ວມ​ກັນ​ ຈະ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ນີ້​ໄດ້,​ ຜູ້​ບໍ່​ຫວັງ​ດີ ​ອາດຈະ​ເຊື່ອມ​ໂຍງ​ບັນ​ຊີ​ Discord ກັບ​ອີ​ເມວ ​ເພື່ອ​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້​ເຊັ່ນ​ກັນ.​

Discord.io ລະ​ບຸ​ວ່າ​ ໄດ້ຮັບ​ການ​ຕິດ​ຕໍ່​ຈາກ​ບຸກ​ຄົນ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ ໃ​ນ​ຄັ້ງ​ນີ້​ ແຕ່​ບໍ່​ໄດ້​ມີການ​ເປີດ​ເຜີຍ​ວ່າ ​ຜູ້​ໂຈມ​ຕີ ໃຊ້ວິທີການໃດ​ລັກ​ຂໍ້​ມູນ​. ຢ່າງໃດ​ກໍ່​ຕາມ,​ Bleeping Computer ໄດ້​ຕິດ​ຕໍ່​ Akharah ຜູ້​ຂາຍ​ຖານ​ຂໍ້​ມູນ​ Discord.io ຢືນຢັນ​ວ່າ​​ ບໍ່​ໄດ້​​ຕິດ​ຕໍ່ໄປ​ຫາ Discord.io​.

ເວ​ັ​ບ​ໄຊ​​ Discord.io ເປັນ​ໄດ​ເຣັກ​ທໍ​ຣີ (Directory) ​ທີ່​ຜູ້​ເຂົ້າ​ຊົມ​ສາມາດ​ຄົ້ນ​ຫາ​ເ​ຊີ​ເວີ​​ Discord ທີ່​ມີ​ເນື້ອຫາ​ແບບ​ສະເພາະ​ເຈາະ​ຈົງ​ ແລະ ​ໄດ້ຮັບ​ຄຳ​ເຊີນ​ໃຫ້​ເຂົ້າ​ຢ້ຽມຊົມ​ ລວມ​ເຖິງ​ອາດຈະ​ຕ້ອງ​ຊື້​ ແລະ​ ໃຊ້​ສະ​ກຸນ​ເງິນສະເໝືອນຈິງ  (​Virtual Currency) ຂອງ​ເວັບ​ໄຊ​​ Discord.io ເພື່ອ​ເຂົ້າ​ເຖິງ​ຄຳ​ເຊີນ.​ ເມື່ອ​ສ້າງ​ໂປຣ​ໄຟລ໌​​ເ​ຊີເວີ​​, Discord ຈະ​ມີ​ເງື່ອນ​ໄຂ​ການ​ໃຊ້​ງານ​ Discord.io ລະ​ບຸ​ໄວ້​ວ່າ ​ເນື້ອ​ຫາ​ທັງ​ໝົດ​ເປັນ​ຄວາມ​ຮັບ​ຜິດຊອບ​ ຂອງ​ສະມາຊິກ​ແຕ່​ພຽງ​ຜູ້​ດຽວ​ ສ່ວນ​ຜູ້​ດຳ​ເນີນ​ການ​ມີ​ສິດ​ທີ່​ຈະ​ລຶບ​ເນື້ອ​ຫາ​ ທີ່​ຜິດ​ກົດໝາຍ​ ຫຼື ​ຝ່າ​ຝືນ​ກົດລະບຽບ​ໄດ້​.

Bleeping Computer ລະ​ບຸ​ວ່າ​ ເຄີຍ​ເຫັນ​ເ​ຊີ​ເວີ​​ Discord ໃນ​ໄດ​ເຣັກ​ທໍ​ຣີ​ແລ້ວ​ ຊຶ່ງ​ມີ​ສື່​ທີ່​ຫຼາກ​ຫຼາຍ​ ເຊັນ:​ ອະ​ນິ​ເມະ​, ເກມ​, ເນື້ອຫາ​ສຳລັບ​ຜູ້ໃຫຍ່​ ແລະ ​ອື່ນ​ໆ​,​ Akhirah ລະ​ບຸ​ວ່າ​ ການ​ຂາຍ​ຖານ​ຂໍ້​ມູນ ​ບໍ່​ພຽງ​ແຕ່​​ສ້າງ​ລາຍ​ໄດ້​ເທົ່າ​ນັ້ນ​ ແຕ່​ກ່ຽວກັບ​​ Discord.io ຖືກ​ກ່າວ​ຫາ​ວ່າ ​ເຊື່ອມ​ໂຍງ​ກັບເນື້ອຫາ​ທີ່​ຜິດ​ກົດໝາຍ​ ແລະ​ ເປັນ​ອັນຕະລາຍ​ໃນ​ເລື່ອງ​ລາມົກອະນາຈານເດັກນ້ອຍ (pedophilia) ແລະ ​ເນື້ອຫາ​ທີ່​ຄ້າຍ​ຄືກັນ​ ແຮັກ​ເກີ​ໃຫ້​ຂໍ້​ມູນ​ກັບ​ Bleeping Computer ວ່າ​ ຖານ​ຂໍ້​ມູນ​ໄດ້ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ ໂດຍ​ສ່ວນ​ໃຫຍ່​ມາ​ຈາກ​ຜູ້​ທີ່​ຕ້ອງ​ການ​ໃຊ້​ຖານ​ຂໍ້​ມູນ​ນີ້​ໃນ​ການ​ກັ່ນແກ້ງ​ຜູ້​ອື່ນ​ທີ່​ມີ​ບັນຫາ​ກັບ​ຕົນເອງ,​ Akhirah ລະ​ບຸ​ວ່າ​ ລໍຖ້າ​ຜູ້​ໃຫ້​ບໍລິການ​ Discord.io ຕິດ​ຕໍ່​ມາ​ ເພື່ອ​ໃຫ້​ລຶບເນື້ອ​ຫາ​ທີ່​ຖືກ​ກ່າວ​ຫາ​ວ່າ ​ບໍ່​ເໝາະ​ສົມ​ອອກຈາກ​ເວັບ​ໄຊ​ ເພື່ອ​ແລກ​ປ່ຽນກັບ​ການ​ບໍ່​ຂາຍ​ ຫຼື ​ເປີດ​ເຜີຍ​ຖານ​ຂໍ້​ມູນ​ທີ່​ຖືກ​ລັກ​ມາ.​

ນອກ​ຈາກ​ນີ້​ Discord.io ໄດ້​ປະະ​ກາດ​ເທິງ​ເວັບ​ໄຊ​​ Discord ວ່າ​ ໄດ້​ປິດ​ໃຊ້​ງານ​ຊົ່ວ​ຄາວ​ ແລະ​ ຍົກ​ເລີກ​ການ​ເປັນ​ສະມາຊິກ​ແບບ​ຊຳ​ລະ​ເງີນ ​ທັງ​ໝົດ ​ເນື່ອງ​ຈາກ​ຂໍ້​ມູນ​ຮົ່ວ​ໄຫຼ​ ໂດຍ​ສາມາດ​ເບິ່ງ​ຂໍ້​ມູນ​ເພີ່ມຕື່ມ​ໄດ້​ທີ່​ຊ່ອງ​ທາງ​ #breah-notification ຊຶ່ງ​ຈະ​ມີ​ການ​ອັບ​ເດດ​ເພີ່ມຕື່ມ​ໄວ​ໆ​ນີ້.​ ຢ່າງໃດ​ກໍ​່ຕາມ,​ ເນື່ອງ​ຈາກ​ຂໍ້​ມູນ​ທີ່​ຮົ່ວ​ໄຫຼ ​ອາດຈະ​ຢູ່ໃນ​ມື​ຂອງ​ຜູ້​ບໍ່​ຫວັງ​ດີ​ ນອກ​ຈາກ​ນີ້ ​ຂໍ້​ມູນ​ທີ່​ຖືກ​ລັກ​ໄປ​ ສາມາດ​ໃຊ້​ສຳລັບ​ການ​ໂຈມ​ຕີ​ແບບ​ຟິດ​ຊິ່ງ​ (Phishing). ດັ່ງ​ນັ້ນ​, ຫາກ​ທ່ານ​ເປັນ​ສະມາຊິກ ​ຂອງ​ Discord.io ຄວນ​ລະ​ວັງ​ອີ​ເມວທີ່​ບໍ່​ຮູ້​ຈັກ​ ຫຼື ​ບໍ່​ໜ້າ​ເຊື່ອຖື​ ຊຶ່ງ​ອາດຈະ​ມີ​ການ​ລິ້ງ​​ໄປ​ຫາ​ຫນ້າເວັບ ທີ່​ຂໍ​ໃຫ້​ປ້ອນ​ລະຫັດ​ຜ່ານ​ ແລະ​ ຂໍ້​ມູນ​ອື່ນ​ໆ​ໄດ້​.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/discordio-confirms-breach-after-hacker-steals-data-of-760k-users/
  2. https://www.i-secure.co.th/2023/08/discord-io-%e0%b8%82%e0%b9%89%e0%b8%ad%e0%b8%a1%e0%b8%b9%e0%b8%a5%e0%b8%a3%e0%b8%b1%e0%b9%88%e0%b8%a7%e0%b9%84%e0%b8%ab%e0%b8%a5-%e0%b8%81%e0%b8%a3%e0%b8%b0%e0%b8%97%e0%b8%9a%e0%b8%95%e0%b9%88/

ລາຍການຮູບ

Meesaisak 01 September 2023 734 Print