Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ລະ​ວັງ​ໄພ ໂປຣ​ແກຣມ Atomymaxsite ລຸ້ນ 2.5 ຫລື​ຕ່ຳ​ກວ່າ ມີ​ຊ່ອງ​ໂຫວ່​ອັບ​ໂຫລດ​ໄຟລ໌​ໃດ ໆ ໄດ້​ໂດຍ​ບໍ່​ມີ​ການ​ກວດ​ສອບ

ລະ​ວັງ​ໄພ ໂປຣ​ແກຣມ Atomymaxsite ລຸ້ນ 2.5 ຫລື​ຕ່ຳ​ກວ່າ ມີ​ຊ່ອງ​ໂຫວ່​ອັບ​ໂຫລດ​ໄຟລ໌​ໃດ ໆ ໄດ້​ໂດຍ​ບໍ່​ມີ​ການ​ກວດ​ສອບ

ປະ​ເພດ​ໄພ​ຄຸກ​ຄາມ:  Intrusion

ຂໍ້​ມູນ​ທົ່ວ​ໄປ
 

ໂປ​ຣແກຣມ Atomymaxsite ເປັນ​ໂປຣ​ແກຣມ​ສ້າງ​ເວັບ​ໄຊສຳ​ເລັດ​ຮູບ ໃນ​ຮູບ​ແບບ CMS ທີ່​ພັດທະນາ​ໂດຍ​ນັກ​ພັດທະນາ​ຊາວ​ໄທ ປະຈຸບັນ​ມີ​ຜູ້​ພັດທະນາ​ຢູ່ 2 ຄ້າຍ ຄື ໃນ​ເວັບ​ໄຊ Atomymaxsite[1]  ລະ​ບຸ​ວ່າ​ພັດທະນາ​ໂດຍ​ທ້າວຊັດສະກອນ​ ພິ​ກຸນ​ທອງ ຜູ້​ອຳ​ນວຍ​ການ​ໂຮງຮຽນ​ບ້ານຜື ອຳ​ເພີ​ຊື່ນ​ຊົມ ຈັງຫວັດ​ມະຫາ​ສານ​ຄາມ ແລະ​ ຜູ້​ທີ່​ຈະ​ນຳ​ໄປ​ໃຊ້​ງານ​ຈະ​ຕ້ອງ​ບໍລິຈາກ​ເງິນ​ຈຳນວນ​ໜຶ່ງ​ຜ່ານ​ບັນ​ຊີທະ​ນາ​ຄານ​ທີ່​ລະ​ບຸ​ໃນ​ເວັບ​ໄຊ​ດັ່ງ​ກ່າວ​ກ່ອນ ຈຶ່ງ​ຈະ​ໄດ້​ສິດ​ໃນ​ການ​ດາວ​ໂຫລດ ໂດຍ​ມີ​ລຸ້ນ​ລ່າ​ສຸດ​ຄື​ລຸ້ນ 2.5 ແລະ​ ໃນ​ເວັບ​ໄຊ Maxsite-board [2]  ລະ​ບຸ​ວ່າ​ຊອບແວລ໌ Atomymaxsite ເປັນ​ຊອບແວລ໌​ທີ່​ແຈກ​ຈ່າຍ​ໂດຍ​ບໍ່​ຄິດ​ມູນ​ຄ່າ (ຕາມ​ຂໍ້​ກຳນົດ GPL v3) ຜ່ານ Google Code [3]  ແລະ​ ມີ​ລຸ້ນ​ຂອງຊອບ​ແວລ໌​ທີ່​ແຕກ​ຕ່າງ​ກັນ​ຄື 2.5.0, 2.5.1 ແລະ ​ລຸ້ນ​ລ່າ​ສຸດ​ຄື 2.5.2 ຊຶ່ງ​ຄາດ​ວ່າ​ທັງ​ໝົດ ເປັນ​ການ​ປັບປຸງ​ຈາກ​ລຸ້ນ 2.5 ເດີມ​ນັ້ນ​ເອງ

ໃນ​ວັນທີ 1 ຕຸລາ 2555 ໄດ້​ມີ​ຜູ້​ໂພດວິ​ດີ​ໂອ​ໃນ​ເວັບ​ໄຊ Youtube ໂດຍ​ໃຊ້​ພາສາ​ຕ່າງ​ປະເທດ​ທີ່​ຄາດ​ວ່າ​ຈະ​ເປັນ​ພາສາ​ອາ​ຫລັບ ສະແດງ​ວິທີ​ການ​ໂຈມ​ຕີ​ເວັບ​ໄຊທີ່​ໃຊ້​ຊອບແວລ໌ Atomymaxsite ລຸ້ນ 2.5 ໂດຍ​ອາໄສ​ຊ່ອງ​ໂຫວ່ Arbitrary file upload ຂອງ​ໂມ​ດູນ​ທີ່​ໃຊ້​ເຜີຍແຜ່​ຜົນ​ງານ​ວິ​ຊາ​ການ ຊຶ່ງ​ຊ່ອງ​ໂຫວ່​ນີ້​ເຮັດໃຫ້​ຜູ້​ບໍ່​ປະສົງ​ດີ​ສາມາດ​ອັບ​ໂຫລດ​ໄຟລ໌​ໃດໆ ເຂົ້າ​ສູ່​ເຄື່ອງ​ແມ່​ຂ່າຍ​ໄດ້​ໂດຍ​ບໍ່​ມີ​ການ​ກວດ​ສອບ​ຊະນິດ​ຂອງ​ແຟ້ມ​ທີ່​ອັບ​ໂຫລດ​ແຕ່​ຢ່າງ​ໃດ ແລະ​ ບໍ່​ຕ້ອງ​ກໍ່ການ​ຢືນຢັນ​ຕົວ​ຕົນ​ກ່ອນ

ຜົນ​ກະທົບ

ຜູ້​ບໍ່​ປະສົງ​ດີ​ສາມາດ​ອັບ​ໂຫລດ​ແຟ້ມ​ຂໍ້​ມູນ​ປະ​ເພດ PHP Shell ຫລື​ ແຟ້ມ PHP ທີ່​ມີ​ຄຳ​ສັ່ງ​ບໍ່​ພຶງ​ປະສົງ​ເຂົ້າໄປ​ໃນ​ເຄື່ອງ​ແມ່​ຂ່າຍ​ເປົ້າ​ໝາຍ ແລະ​ ສາມາດ​ຮຽກ​ໃຊ້​ງານ​ຄຳ​ສັ່ງ​ດັ່ງ​ກ່າວ ໃນ​ສິດ​ທິ​ລະ​ດັບ​ດຽວ​ກັບ​ສິດ​ທິ​ຂອງ Web Server Process ໄດ້

ລະບົບ​ທີ່​ໄດ້ຮັບ​ຜົນ​ກະທົບ

ເຄື່ອງ​ແມ່​ຂ່າຍ​ທີ່​ຕິດ​ຕັ້ງ Atomymaxsite ລຸ້ນ 2.5 ຫລື​ ຕ່ຳ​ກວ່າ

ຂໍ້​ແນະ​ນຳ​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ

ຈາກ​ການ​ກວດ​ສອບ​ຂໍ້​ມູນ​ເບື້ອງ​ຕົ້ນ​ຈາກ Source Code ຂອງຊອບແວລ໌ Atomymaxsite ລຸ້ນ 2.5.0 ແລະ 2.5.2 ທີ່​ດາວໂຫລດ​ມາ​ຈາກ Google code ພົບ​ວ່າ​ມີ​ການ​ເພີ່ມ​ການ​ກວດ​ສອບ​ຊະນິດ​ຂອງ​ແຟ້ມ​ຂໍ້​ມູນ​ທີ່​ຜູ້​ໃຊ້​ງານ​ອັບ​ໂຫລດ​ໃນ​ໂມ​ດູນ​ທີ່​ເປັນ​ບັນຫາ​ດັ່ງ​ກ່າວ​ແລ້ວ ໂດຍ​ກຳນົດ​ໃຫ້​ແຟ້ມ​ຂໍ້​ມູນ​ທີ່​ສາມາດ​ອັບ​ໂຫລດ​ໄດ້​ເປັນ​ຊະນິດ pdf, zip, doc, docx, ppt, pptx, xls, ແລະ xlsx ເທົ່າ​ນັ້ນ ຕັ້ງ​ແຕ່​ລຸ້ນ 2.5.0 ແລະ​ ມີ​ການ​ເພີ່ມ​ການ​ປ້ອງ​ກັນ​ການ​ເອີ້ນໃຊ້​ແຟ້ມ​ທີ່​ບໍ່ແມ່ນ​ຮູບ​ພາບ​ຈາກ​ໂຟນ​ເດີ/data ຊຶ່ງ​ໃຊ້​ເກັບ​ແຟ້ມ​ທີ່​ອັບ​ໂຫລດ​ເຂົ້າ​ເວັບ​ໄຊ ໂດຍ​ໃຊ້​ວິທີ​ການ​ເພີ່ມ​ແຟ້ມ .htaccess ໃນ​ໂຟນ​ເດີດັ່ງ​ກ່າວ ເຮັດໃຫ້ Atomymaxsite ລຸ້ນ​ທີ່​ມີ​ການ​ແຈກ​ຈ່າຍ​ຜ່ານ Google code ບໍ່​ມີ​ຜົນ​ກະທົບ​ຈາກ​ຊ່ອງ​ໂຫວ່​ດັ່ງ​ກ່າວ ຜູ້​ໃຊ້​ງານ Atomymaxsite ລຸ້ນ 2.5 ຫລື ​ຕ່ຳ​ກວ່າ ຈຶ່ງ​ຄວນ​ປ່ຽນ​ໄປ​ໃຊ້​ງານ​ລຸ້ນ​ທີ່​ບໍ່​ໄດ້ຮັບ​ຜົນ​ກະທົບ​ຕາມ​ທີ່​ໄດ້​ກ່າວ​ຂ້າງ​ຕົ້ນ

ໃນ​ວັນທີ່ 18 ຕຸລາ 2555 ຜູ້​ພັດທະນາ​ໂປຣ​ແກຣມ Atomymaxsite ລຸ້ນ 2.5 [4]  ໄດ້​ມີ​ການ​ແຈ້ງ​ຂໍ້​ມູນ​ການ​ອັບ​ເດດຊອບແວລ໌​ເພື່ອ​ແກ້​ໄຂ​ຊ່ອງ​ໂຫວ່​ດັ່ງ​ກ່າວ [5][6]  ຊຶ່ງ​ຜູ້​ໃຊ້​ງານ​ຄວນ​ຮີບ​ດຳ​ເນີນ​ການ​ກວດ​ສອບ​ການ​ປັບປຸງ​ຊອບ​ແວລ໌​ດັ່ງ​ກ່າວ​ເພື່ອ​ປ້ອງ​ກັນ​ການ​ຖືກ​ໂຈມ​ຕີ ຫລື​ ຫາກ​ຍັງ​ບໍ່​ແນ່​ໃຈ​ວ່າ​ເວັບ​ໄຊ​ຂອງ​ທ່ານ​ໃຊ້​ງານ​ຊອບ​ແວລ໌​ລຸ້ນ​ທີ່​ມີ​ຊ່ອງ​ໂຫວ່​ດັ່ງ​ກ່າວ ​ຫລື ​ບໍ່ ລວມ​ເຖິງ​ໃນ​ກໍລະນີ​ທີ່​ທ່ານ​ຕ້ອງ​ການ​ສອບ​ຖາມ​ຂໍ້​ມູນ​ເພີ່ມເຕີມ ທາງ​ລາວເຊີດ​ແນະນຳ​ໃຫ້​ທ່ານ​ປຶກ​ສາ​ກັບ​ເວັບ​ໄຊຜູ້​ພັດທະນາ​ຊອບແວລ໌​ທີ່​ທ່ານ​ດາວ​ໂຫລດ​ມາ​ຕິດ​ຕັ້ງ​ໂດຍ​ກົງ ເພື່ອ​ປ້ອງ​ກັນ​ຄວາມ​ຜິດ​ພາດ​ຈາກ​ການ​ອັບ​ເດດ​ຊອບແວລ໌​ທີ່​ຜິດ​ວິທີ ຊຶ່ງ​ອາດ​ເຮັດໃຫ້​ເວັບ​ໄຊຂອງ​ທ່ານ​ບໍ່​ສາມາດ​ເອີ້ນໃຊ້​ງານ​ໄດ້

ອ້າງ​ອີງ

  1. http://maxtom.sytes.net
  2. http://board.maxsitepro.com/
  3. http://code.google.com/p/atommy-maxsite-2-5/
  4. http://maxtom.sytes.net
  5. http://maxtom.sytes.net/?name=webboard&file=read&id=798
  6. http://maxtom.sytes.net/?name=webboard&file=read&id=764
Porher 12 April 2013 1,134 Print