Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Sextortion ໄພອັນຕະລາຍ ໃນການຂົ່ມຂູ່ທາງເພດ ເພື່ອຮຽກຄ່າໄຖ່ ເທິງໂລກໄຊເບີ



Sextortion ໄພຂົ່ມຂູ່ທາງເພດ ເພື່ອຮຽກຄ່າໄຖ່ ເທິງໂລກໄຊເບີ

  • ຖືກແຟນເກົ່າຂົ່ມຂູ່ວ່າ ຈະເອົາຮູບພາບສ່ວນຕົວ ທີ່ເຄີຍຖ່າຍໄວ້ ໃນຕອນເວລາທີ່ຍັງຢູ່ນໍາກັນ ໄປເຜີຍແຜ່ເທິງໂລກອອນລາຍ ໂດຍຮຽກຄ່າໄຖ່ເປັນເງິນ ເພື່ອແລກປ່ຽນກັບການບໍ່ເຜີຍແຜ່ຮູບດັ່ງກ່າວ;
  • ໄວລຸ້ນຍິງຄົນໜຶ່ງເປີດກ້ອງສະແດງການເຮັດກິດຈະກຳທາງເພດ ແລ້ວຖືກຄົນອີກຝ່າຍໜຶ່ງ ບັນທຶກຄລິບວີດີໂອໄວ້ ແລ້ວຂົ່ມຂູ່ວ່າ ຈະນຳເອົາວິດີໂອ ດັ່ງກ່າວ ໄປປະຈານ ຖ້າຫາກບໍ່ສົ່ງຄລິບວີດີໂອໃໝ່ໄປໃຫ້ອີກ ຫຼື ນັດພົບກັນ;

ການຂົ່ມຂູ່ທາງເພດ ເພື່ອຮຽກຄ່າໄຖ່ ເຫຼົ່ານີ້ ເອີ້ນວ່າ “Sextortion”

    ການຂົ່ມຂູ່ທາງເພດ ເພື່ອຮຽກຄ່າໄຖ່ ອາດຈະເລີ່ມຕົ້ນຈາກການເຂົ້າມາເປັນໝູ່ເພື່ອນຜ່ານຊ່ອງທາງຕ່າງໆ ແລະ ຊວນເຮັດກິດຈະກຳທາງເພດ ຜ່ານທາງອອນລາຍ ກິດຈະກຳທີ່ກ່າວມານັ້ນປະກອບດ້ວຍການເປີດກ້ອງເຊິ່ງກັນ ແລະ ກັນ ເຈົ້າເປີດກ້ອງຂອງເຈົ້າ ຂ້ອຍເປີດກ້ອງຂອງຂ້ອຍ ຝ່າຍທີ່ມາຕົວະມັກຈະເປັນຄົນເລີ່ມກ່ອນ ເພື່ອໃຫ້ເຫື່ຍອຕາຍໃຈ ແລະ ຕົກລົງເຮັດຕາມຕົນເອງໄດ້ໂດຍງ່າຍດາຍ ເມື່ອເຫື່ຍອເຮັດຕາມຕົນເອງແລ້ວ ບໍ່ວ່າຈະເປັນການເປີດເຜີຍອະໄວຍະວະສ່ວນໃດກໍ່ຕາມ ທີ່ເຮົາປົກປິດໄວ້, ການເຕັ້ນເຊີນຊວນ, ການສະແດງຮ່າງກາຍ ຫຼື ການສໍາເລັດຄວາມຕ້ອງການທາງອາລົມ ໂດຍມີກ້ອງຢູ່ທາງດ້ານໜ້າ ເຮັດໜ້າທີ່ຖ່າຍທອດສົດ ທັງພາບ ແລະ ສຽງ ໄປຫາອີກຝ່າຍໜຶ່ງ ຜູ້ປະສົງຮ້າຍຈະບັນທືກພາບວີດີໂອດັ່ງກ່າວໄວ້ ແລ້ວນຳມາຂົ່ມຂູ່ວ່າ ຈະເຜີຍແຜ່ຄລິບວີດີໂອດັ່ງກ່າວ ແລກປ່ຽນກັບການສົ່ງຄລິບວີດີີີີີໂອໃໝ່ໆ ຫຼື ການໂອນເງິນຄ່າໄຖ່ໄປໃຫ້.

     ຫຼາຍເທື່ອທີ່ເຫື່ຍອຢ້ານເສຍຊື່ສຽງ ຈຶ່ງຍອມເຮັດຕາມທີ່ອີກຝ່າຍຕ້ອງການ ແຕ່ການຂົ່ມຂູ່ກັນມັນບໍ່ໄດ້ຈົບພຽງແຕ່ເທົ່ານັ້ນ ຜູ້ປະສົງຮ້າຍມັກຈະຮຽກຮ້ອງຄ່າເສຍຫາຍ ຫຼາຍເທົ່າທີ່ຈະຫຼາຍໄດ້ ເຊັ່ນ: ຂໍໃຫ້ສົ່ງຮູບພາບໄປໃຫ້ອີກ, ຂໍໃຫ້ເປີດກ້ອງເຮັດຄືທີ່ຜ່ານມາອີກ ຈົນເຖິງການນັດພົບກັນ ແລະ ບັງຄັບໃຫ້ເຫຍື່ອ ຮ່ວມຫຼັບນອນນໍາຕົນເອງ ແລະ ແນ່ນອນວ່າ ຖ້າຫາກເຫຍື່ອຫຼົງເຊື່ອ ກໍ່ຈະນຳໄປສູ່ການສູນເສຍ ທີ່ເພີ່ມຫຼາຍຂຶ້ນ ບໍ່ວ່າຈະເປັນຮູບພາບ ທີ່ສ້າງຄວາມເສຍຫາຍຫຼາຍຂຶ້ນ, ເສຍຊື່ສຽງຫຼາຍຂຶ້ນ, ເສຍເງິນຫຼາຍກວ່າເກົ່າ, ເສຍຕົວເພາະໄປຕາມການນັດພົບກັນ ຍິ່ງເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າເກົ່າ ຖ້າຖືກບັນທຶກຄລິບວີດີໂອໄວ້ພ້ອມ ແລະ ອາດຈະສົ່ງຜົນເຖິງສະພາບຈິດໃຈກໍ່ຄື ເຫຍື່ອຈະຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າ, ມີຄວາມຜິດ, ຖືກປະຈານ, ເກີດຄວາມລະແວງ ແລະ ເກີດບາດແຜຂຶ້ນໃນຈິດໃຈ.

     ການປ້ອງກັນ ໃນການຂົ່ມຂູ່ທາງເພດ ເພື່ອຮຽກຄ່າໄຖ່ ສາມາດເຮັດໄດ້ແຕ່ເລີ່ມພິຈາລະນາເລືອກຮັບໝູ່ເພື່ອນ ເທິງໂລກອອນລາຍ ເຂົ້າມາໃນຊີວິດ, ໃຫ້ລະມັດລະວັງການຖືກຫຼອກລວງ ເຖິງແມ່ນວ່າ ບາງຄັ້ງຈະເປັນໝູ່ຕໍ່ໝູ່ ກໍ່ຄວນກວດສອບໃຫ້ຊັດເຈນກ່ອນ ວ່າມີຕົວຕົນແທ້ ຫຼື ບໍ່ ແລະ ເປັນໝູ່ເພື່ອນແທ້ໆ ຫຼື ບໍ່ ເມື່ອຮັບໝູ່ເພື່ອນແປກໜ້າແລ້ວ ການສົນທະນາ ແລະ ສົ່ງຮູບພາບໃດກໍ່ຕາມ ຄວນຄິດໃຫ້ຮອບຄອບເສຍກ່ອນ ຕ້ອງຈົດຈໍາໄວ້ວ່າ ບໍ່ຄວນສົ່ງຮູບພາບສ່ວນຕົວໄປໃຫ້ໃຜເບິ່ງທາງອອນລາຍ ເພາະເຖິງແມ່ນວ່າ ຈະເປັນໝູ່ຮັກແພງກັນ ຫຼື ຄົນຮັກກັນ ມື້ໃດມື້ໜື່ງເມື່ອເລີກລາ ຫຼຶ ຜິດໃຈກັນ ຄລິບວີດີໂອ ຫຼື ຮູບພາບສ່ວນຕົວ ກໍ່ອາດຈະຖືກນຳມາປະຈານໄດ້ທຸກເມື່ອ ເຖິງແມ່ນວ່າ ໝູ່ເພື່ອນ ຫຼື ຄົນຮັກເຮົາ ຈະບໍ່ແມ່ນຜູ້ປະສົງຮ້າຍກໍ່ຕາມ.

ເມື່ອຕົກເປັນເຫື່ຍອ Sextortion ຄວນເຮັດແນວໃດ

   ຫາກ​ຕົກ​ເປັນ​ເຫຍື່ອໄປ​ແລ້ວ ບໍ່​ຄວນ​ສົ່ງ​ເງິນ ຫຼື ​ເຮັດ​ຕາມ​ທີ່ຜູ້ປະສົງຮ້າຍ​ບັງ­ຄັບ​ໃຫ້ເຮົາ​ເຮັດ ເພ​​າະ​ຈະ​​ຍິ່ງ​ເຮັດ​ໃຫ້​​ຜູ້ປະສົງຮ້າຍໄດ້​ເຄື່ອງ­ມື​ໃນ​ການ​ຂົ່ມຂູ່​ເພີ່ມ​ຂຶ້ນ​ຕື່ມ ຄວນ​​​ປຶກສາ​​ຄົົນ​ທີ່​ເຮົາ​ໄວ້​ວາງ­ໃຈ ​ແລະ ​ສາ­ມາດ​ຊ່ວຍ­​ເຫຼືອເຮົາ​ໄດ້ ເພື່ອເກັບສັງ​ລວມ​ຂໍ້​ມູນໃນ​ການຂົ່ມ​ຂູ່ ຊື່ບັນ​​ຊີ​ ແລະ ​​ລາຍລະ­ອຽດ​ຂອງ​​ຄົົນ​ ທີ່ຂົ່ມ​ຂູ່​​ເຮົາ​ໄວ້ ​ເພື່ອ​ແຈ້ງ​ຄວາມ​ດຳ­ເນີນ​ຄະດີ ນອກ­ຈາກ ​ເພື່ອ​ປ້ອງ​ກັນ​​ຕົວ​ເອງ​ແລ້ວ ຍັງ​ຊ່ວຍ​ປ້ອງ​ກັນ​ ບໍ່​ໃຫ້​ຜູ້​ອື່ນ​ຕົກ​ເປັນ​ເຫ​​ື່ຍອ​ໄດ້​ອີກ​ດ້ວຍ.

ການ​ເກັບກໍາ​ຫຼັກ​ຖານ​ ເພື່ອ​ແຈ້ງ​ຄວາມ​ດຳ­ເນີນ​ຄະ­ດີ

   ໃນ​ການ​ເກັບກໍາ​ຫຼັກ​ຖານ ​ເພື່ອ​ແຈ້ງ​ຄວາມ ໃຫ້​ເກັບກໍາ​ຂໍ້​ມູນ​ ຫຼື ຂໍ້­ຄວາມ ​ທີ່​ສົນທະນາກັນ​ທັງ​ໝົດ, ເກັບ​ຮູບ​ໂປຣ​ໄຟ​​ລ໌, ຊື່​​ບັນຊີ ຫຼື ID ຕ່າງໆ ​ທີ່​ສະ­ແດງ​ ຫຼື ຢັ້ງ​ຢືນ­​​ຕົວ​ຕົນ​ຂອງ​​ຜູ້ປະສົງຮ້າຍຜ່ານ​ຊ່ອງ​ທາງ​ການ​ຕິດ­ຕໍ່​ຕ່າງໆ, ບັນ­ທຶກ​ຮູບ​ພາບ​ ຫຼື ຄ​ລິບວີດີໂອ​ ທີ່​ຖືກ​ນຳ­ໄປ​ໃຊ້ ຖ້າຫາກ​ເຫຍື່ອ​ເຄີຍໂອນ​ເງິນໃຫ້​ຄົນ​ຮ້າຍ​ແລ້ວ ໃຫ້​ເກັບກໍາ​ຫຼັກ​ຖານ​ການ​ໂອນ​​ເງິນໄວ້​ພ້ອມ ລວມທັງ​ໝາຍ​ເລກ​ໂທ​​ລະສັບ, ເລກ​ບັນຊີ ແລະ​ ຊື່​ເຈົ້າ​ຂອງ​​ບັນຊີ.

ການ​ແກ້​ໄຂ​ບັນ­ຫາ​ເບື້ອງ​ຕົ້ນ

    ຖ້າຫາກ​​ພົບເຫັນ ຮູບ​ພາບ/​​ຄ​ລິບ​ ສ່ວນ​​ຕົວ​ຂອງ​ເຮົາ ​ຖືກ​ເຜີຍ­ແຜ່​​ສູ່ສື່​ສັງຄົມອອນ​ລາຍ ເບື້ອງ​ຕົ້ນ​ໃຫ້­ຫາ​ວິ­ທີ​ແຈ້ງ​ (ລາຍງານ) ການລຶບຂໍ້ມູນດັ່ງກ່າວ ເຊັ່ນ: Facebook ຫຼື YouTube  ສາ​ມາດ​​ກົດ​ແຈ້ງ (ລາຍງານ) ​ລຶບ​ດ້ວຍ​ຕົນ​ເອງ​ໄດ້ ຫາກ​ພົບເຫັນ​ໃນ​​ເ​ວັບ​ໄຊໃດ​ກໍ່​ຄວນ​ແຈ້ງ​ໃຫ້​ຜູ້​ເບິ່ງ­ແຍງ​​ເ​ວັບ​ໄຊນັ້ນ​ຊ່ວຍ​ລຶບ ຊຶ່ງອາດຈະ​ຕ້ອງ​ສະ­ແດງ​ຫຼັກ​ຖານ​ປະ­ກອບ​ວ່າ ເຮົາ​ຄື​ຜູ້​ເສຍ​ຫາຍແທ້ໆ.


    ທາງ​ດ້ານ​ການ​ຮັກສາຄວາມ​ເສຍ​ຫາຍ​ທາງ​ຈິດ­ໃຈ ຄົນ​ໃກ້­ຊິດ​ມີ​ສ່ວນ​ສຳ­ຄັນ​ຫຼາຍໃນ​ການ​ໃຫ້​ກຳ­ລັງ​ໃຈ, ບໍ່ຄວນ​ຊ້ຳ​ເຕີມ ​ແລະ ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ກັບ​ເຫ​​ຍື່ອ, ຊວນ​ເຮັດ​ກິດ­ຈະ­ກຳ​ສ້າງ­ສັນ, ແບ່ງ­ປັນ ອາດຈະ​ເປັນ​ວຽກງານ​ການເປັນອາ­ສາ​ສະ­ໝັກ ​ທີ່​ເຮັດ​ໃຫ້​​ເຫຍື່ອຮູ້­ສຶກ​ເຖິງ​ຄຸນ­ຄ່າ​ຂອງ​ຕົນ​ເອງ, ບໍ່​ໂທດ​ຕົນ​ເອງ, ມີ​ຈິດ­ໃຈ​ທີ່​ເຂັ້ມ­ແຂງ​ສາ­ມາດ​ດຳ­ເນີນ​ຊີ­ວິດ​ຕໍ່​ໄປ​ໄດ້​ຢ່າງ​ປົກ­ກະ­ຕິ​.

ເອກະສານອ້າງອິງ:

1.    https://www.etda.or.th/th/Knowledge-Sharing/Sextortion-in-IFBL.aspx?viewmode=0

Meesaisak 15 February 2021 5602 reads Print