Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ການສ້າງຄວາມເສັຍຫາຍ ຜ່ານສື່ສັງຄົມອອນລາຍ

ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ 

ໃນປັດຈຸບັນ ການນຳໃຊ້ໂທລະສັບມືຖື ບໍ່ແມ່ນພຽງແຕ່ຊ່ອງທາງດຽວໃນການໂທ ຫຼື ສົ່ງຂໍ້ຄວາມຜ່ານເຄືອຂ່າຍໂທລະສັບເທົ່ານັ້ນ ແຕ່ເຮົາຍັງສາມາດໂທ ແລະ ສົ່ງຂໍ້ຄວາມຜ່ານເຄືອຂ່າຍສື່ສັງຄົມອອນລາຍ ຫຼື ທີ່ເອີ້ນວ່າ Social Network, ຊຶ່ງການນໍາໃຊ້ສື່ສັງຄົມອອນລາຍໃນການໂທ ແລະ ສົ່ງຂໍ້ຄວາມນີ້ ມີຄວມສະດວກສະບາຍ, ວ່ອງໄວ ແລະ ທີ່ສໍາຄັນແມ່ນມີລາຄາຖືກ. ການນໍາໃຊ້ສື່ສັງຄົມອອນລາຍ ນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງມີທ່າທີເພີ່ມຂຶ້ນເລື້ອຍໆ ໂດຍສັງເກດຈາກສະຖິຕິການນຳໃຊ້ສື່ສັງຄົມອອນລາຍໃນແຕ່ລະປີ ເຫັນວ່າມີຈໍານວນນັບມື້ນັບເພີ່ມຂຶ້ນ ຊຶ່ງເຫັນໄດ້ຈາກຂໍ້ມູນການນໍາໃຊ້ໃນປີ 2014 ມີຜູ້ຊົມໃຊ້ພຽງແຕ່ 11%, ສຳລັບປີ 2016 ມີຜູ້ຊົມໃຊ້ເພີ່ມຂຶ້ນ 21,8% ແລະ ມາຮອດທ້າຍປີ 2017 ໄດ້ມີຜູ້ຊົມໃຊ້ເພີ່ມຂື້ນເຖິງ 24,8% ຊຶ່ງສື່ສັງຄົມອອນລາຍມີຂໍ້ດີຢ່າງຫຼວງຫຼາຍ ໂດຍສະເພາະ ເປັນຊ່ອງທາງຊ່ວຍໃນການຕິດຕໍ່ສື່ສານ ແລະ ສ້າງ ຄວາມສໍາພັນ ລະຫວ່າງ ບຸກຄົນ, ກຸ່ມຄົນ ເພຶ່ອເຜີຍແຜ່ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້, ການໂຄສະນາ ແລະ ປະຊາສໍາພັນທີ່ເປັນປະໂຫຍດຕໍ່ອົງການ, ທຸລະກິດ ແລະ ການຄ້າ ແລະ ສາມາດນຳໃຊ້ເປັນຊ່ອງທາງໃນການຊ່ວຍເຫຼືອສັງຄົມ...

ສື່ສັງຄົມອອນລາຍ ເປັນສັງຄົມທີ່ກວ້າງ ຖ້າຜູ້ໃຊ້ຂາດວິຈາລະນາຍານໃນການຊົມໃຊ້ ອາດເຮັດໃຫ້ຖືກບຸກຄົນ ຫຼື ກຸ່ມຄົນທີ່ບໍ່ຫວັງດີ ນຳໃຊ້ເປັນເຄື່ອງມືເພຶ່ອຫຼອກລວງເຮັດໃຫ້ເກີດຄວາມເສຍຫາຍ,  ນອກຈາກນັ້ນຍັງມີບາງກຸ່ມຄົນໃຊ້ເພຶ່ອປຸກລະດົມຊວນເຊື່ອ, ສ້າງຄວາມຂັດແຍ່ງ ລະຫວ່າງບຸກຄົນ ຫຼື ກຸ່ມຄົນ ທີ່ກະທົບເຖິງສິນທຳ, ວັດທະນະທຳ, ແນວທາງການເມືອງ, ເສດຖະກິດ-ສັງຄົມ ແລະ ສິດທິສ່ວນບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການກໍ່ອາຊະຍາກໍາ ໄດ້ຫຼາຍຮູບແບບ ແລະ ຍັງສາມາດນຳໄປສູ່ການເສບຕິດສື່ສັງຄົມອອນລາຍໂດຍ ເຮັດໃຫ້ ເສຍເວລາ, ສຸຂະພາບ, ວຽກງານ, ແລະ ການຮຽນ. ສື່ສັງຄົມອອນລາຍໃນປັດຈຸບັນເປັນສິ່ງທີ່ທ້າທາຍຕໍ່ກັບການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງ.

ຕໍ່ກັບການກະທຳຜິດຜ່ານສື່ສັງຄົມອອນລາຍ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊາຍະກໍາທາງລະບົບຄອມພິວເຕີ ສະບັບເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2016 ທາງຜູ້ຂຽນໄດ້ຍົກບາງມາດຕາມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ລວມທັງມາດຕາທີ່ກ່ຽວຂ້ອງເພຶ່ອເປັນການປ້ອງກັນ ການກະທຳຜິດ ຫຼື ແນວທາງແກ້ໄຂເມຶ່ອເຮົາເປັນຜູ້ເສຍຫາຍ ຊຶ່ງມີບາງມາດຕາດັ່ງລຸ່ມນີ້:

Article Images: 27591493_1604209409662710_15864025_n.jpg

ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ

ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນການສ້າງຂຶ້ນໃໝ່, ການເພີ່ມເຕີມ ຫຼື ການດັດແປງຈາກຕົ້ນສະບັບ ດ້ວຍວິທີການທາງເອເລັກໂຕຣນິກ ຫຼື ວີທີການອື່ນ ເພຶ່ອເຜີຍແຜ່ ຜ່ານລະບົບຄອມພິວເຕີ ຊຶ່ງສ້າງຄວາມເສັຍຫາຍໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 13 ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ

1. ການນຳເອົາຂໍ້ມູນຄອມພິວເຕີ ທີ່ມີລັກສະນະໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ໃຊ້ຄຳສັບບໍ່ສຸພາບເຂົ້າສູ່ລະບົບຄອມພິວເຕິ;

2. ການນຳເອົາຂໍ້ມູນທີ່ມີລັກສະນະໃຊ້ຄວາມຮຸນແຮງ, ຂໍ້ມູນເທັດ, ຂໍ້ມູນຫຼອກລວງ, ຂໍ້ມູນທີ່ບໍ່ເປັນຄວາມຈິງເຂົ້າສູ່ລະບົບຄອມພິວເຕີ;

3. ການນຳເອົາຂໍ້ມູນຄອມພິວເຕີ ທີ່ເປັນການທຳລາຍຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທຳ ແລະ ຮິດຄອງປະເພນີອັນດີງາມຂອງຊາດ;

4. ການນຳເອົາຂໍ້ມູນຄອມພິວເຕີ ທີ່ມີລັກສະນະຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມ ປະຊາຊົນຕໍ່ຕ້ານ ລັດຖະບານ ຫຼື ແບ່ງແຍກຄວາມສາມັກຄີ;

5. ການໂຄສະນາຄ້າຂາຍຢາເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດ ໝາຍ;

6. ການເຜີຍແຜ່ ຫຼື ສົ່ງຕໍ່ຂໍ້ມູນຄອມພິວເຕີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ແລະ 14 ຂອງກົດໝາຍສະບັບນີ້ ລວມທັງ ຂໍ້ 1, 2, 3, 4 ແລະ ຂໍ້ 5 ຂອງມາດຕານີ້.

ມາດຕາ 14 ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ

ສິ່ງລາມົກ ແມ່ນ ຂໍ້ມູນທີ່ມີເນື້ອໃນ ສະແດງອອກຢ່າງຈະແຈ້ງ ເປັນຕົ້ນ ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີທີໂອ ກ່ຽວກັບອະໄວຍະວະເພດ ແລະ ພຶດຕິກຳທາງເພດຂອງຄົນ.

          ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ແມ່ນ ການຊື້ຂາຍ, ການແຈກຢາຍ, ການສົ່ງຕໍ່, ການແນະນຳ ແລະ ການເຜີຍແຜ່ຂໍ້ມູນຕາມທີ່ໄດ້ກຳນົດໄວ້ ໃນວັກທີ່ 1 ເທິງນີ້.

          ມາດຕະການທາງອາຍາ ຕໍ່ຜູ້ກະທຳຜິດ ແມ່ນໄດ້ລະບຸຢ່າງຊັດເຈນເຊັ່ນ:

ມາດຕາ 62 ມາດຕະການທາງອາຍາ

ຂໍ້ 3. ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ;

ຂໍ້ 5. ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສາມປີ ແລະ ປັບໃໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ;

ຂໍ້ 6. ການເຜີຍແຜ່ສິງລາມົກຜ່ານລະບົບຄອມພິວເຕີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ;

ການກະທຳຜິດອາດສາມາດເກີດຂຶ້ນໄດ້ຕະຫຼອດເວລາ ເພຶ່ອຫຼິກລ້ຽງການກະທຳຜິດໃນການນຳໃຊ້ອິນເຕີເນັດ ຫຼື ສື່ສັງຄົມອອນລາຍໄປໃນທາງທີ່ຜິດ ເຊັ່ນວ່າ: ການນຳໃຊ້ຄຳສັບທີ່ບໍ່ສຸພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີ ໃນທາງເຊື່ອມເສັຍ ຈົນເກີດຄວາມເສັຍຫາຍ, ການເຜີຍແຜ່ສິງລາມົກຜ່ານລະບົບຄອມພິວເຕີ ຫຼື ການໂຄສະນາຄ້າຂາຍ ສິ່ງທີ່ຜິດກົດໝາຍ ຜ່ານສື່ສັງຄົມອອນລາຍ.

ດັ່ງນັ້ນເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງຖືກຕ້ອງ ແລະ ສ້າງສັນ ເພຶ່ອບໍ່ໃຫ້ເປັນໂທດແກ່ຕົນເອງ ເພາະຖ້າມີການກະທຳຜິດ ແລະ ເກີດເປັນຄະດີ ອາດສ້າງຄວາມເສັຍຫາຍທາງດ້ານຊັບສິນ ຫຼື ເຖິງຂັ້ນເສັຍອິດສະລະພາບໄດ້ ແລະ ເຮົາທຸກຄົນຕ້ອງເປັນເຈົ້າການຊ່ວຍ ສຶກສາອົບຮົມ, ແນະນໍາ ຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິຈາລະນາ ການນໍາໃຊ້ ສື່ສັງຄົມອອນລາຍ ຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ.

ສືສັງຄົມອອນລາຍ ແມ່ນເປັນສິ່ງທີ່ໃກ້ຕົວ ສະນັ້ນ ທ່ານຄວນ ສຶກສາເພີ່ມເຕີມກ່ຽວກັບກົດໝາຍດັ່ງກ່າວ ເພຶ່ອປ້ອງກັນຕົນເອງ ແລະ ຫຼີກລ້ຽງບໍ່ໃຫ້ກະທຳຜິດ.

Porher 01 February 2018 8952 reads Print