Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Kaspersky ເປີດເຜີຍ​ສະ​ຖິ​ຕິ ປີ​ 2020 ພົບ​ໄຟ​ລ໌​ອັນຕະລາຍ​ເກີດ​ໃໝ່ ສະເລ່ຍ​ມື້​ລະ​ 360,000 ໄຟ​ລ໌​ ເພີ່ມ​ຂຶ້ນ​ 5.2% ຈາກ​ປີ​ກ່ອນ​

ໃນ​ປີ​ 2020,  Kaspersky ​ກວດ​ພົບ​ໄຟ​ລ໌​ອັນຕະລາຍ​ເກີດ​ໃໝ່​ສະເລ່ຍ​ແລ້ວ​ ມື້​ລະ​ 360,000 ໄຟ​ລ໌​ ຊຶ່ງ​ເພີ່ມ​ຂຶ້ນ​ 5.2% ເມື່ອ​ທຽບ​ກັບ​ປີ​​ທີ່ຜ່ານມາ​ ສາ​ເຫດແມ່ນ​ໜ້າ​ຈະ​ມາ​ຈາກ ​ການ​ເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງ​ຫຼວງຫຼາຍ​ຂອງ ​ໂທ​ຈັນ (Trojan ໄຟ​ລ໌​ທີ່​ເປັນ​ອັນຕະລາຍ​ໄດ້​ຫຼາຍ​ຢ່າງ​ ລວມ​ທັງ​ການລຶບ​ ຫຼື ​ລັກຂໍ້​ມູນ​ພ້ອມ​) ແລະ ​ແບັກ​ດໍ (Backdoor ໂທ​ຈັນ​ປະ​ເພດ​ໜຶ່ງ​ທີ່​ຜູ້​ບໍ່ຫວັງດີ​ ສາມາດ​ເຂົ້າ​ມາ​​ຄວບ​ຄຸມ​ເຄື່ອງ​ຄອມພິວເຕີຂອງ​ເຫຍື່ອ​) ​ເພີ່ມຂຶ້ນ​ 40.5% ແລະ​ 23% ຕາມ​ລຳ​ດັບ​ ແລະ ​ນີ້​ແມ່ນແນວໂນ້ມ ທີ່ບອກ​ໃນ​ລາຍ​ງານ​ Kaspersky Security Bulletin: Statistics of the Year Report

Article Images: kasreport2020.jpg

Credit: securelist.com

ລະບົບ​ກວດ​ຈັບ​ຂອງ​ Kaspersky ກວດ​ພົບ​ໄຟ​ລ໌​ອັນຕະລາຍ ສະເລ່ຍ​ແລ້ວ​ 360,000 ໄຟ​ລ໌​ ທີ່ເປັນໄຟລ໌  ໃໝ່​ທຸກ​ມື້ ​ໃນ​ລະຫວ່າງ 12 ເດືອນ ​ທີ່​ຜ່ານມາ​ ຊຶ່ງຫຼາຍກວ່າ​ປີ​ກ່ອນ​ 18,000 ໄຟ​ລ໌​ (ເພີ່ມ​ຂຶ້ນ​ 5.2%) ແລະ​ ເພີ່ມ​ຈາກ​ປີ​ 2018 ຄື​ 346,000 ໄຟ​ລ໌​. ໃນ​ບັນດາ​ໄຟ​ລ໌​ອັນຕະລາຍ​ເຫຼົ່າ​ນີ້​ 60.2% ເປັນ​ໂທ​ຈັນ​ທົ່ວ​ໄປ ທີ່​ບໍ່​ເຈາະ​ຈົງ​ປະ​ເພດ​ ແລະ​ ພົບ​ວ່າ ​ມີ​ໂທ​ຈັນ​ເພີ່ມ​ຂຶ້ນ​ 40.5% ເມື່ອ​ທຽບ​ກັບ​ປີ​ກ່ອນ ແລະ ​ຍັງ​ພົບ​ແບັກ​ດໍ ​​ເພີ່ມ​ຂຶ້ນ​ເຊັ່ນກັນ​ ລວມ​ທັງ​ Worm​ (ໂປຣ​ແກຣມ​ອັນຕະລາຍ ​ທີ່​ສໍາເນົາ​ຕົວ​ເອງ​ເທິງ​ລະບົບ​) ຖືກ​ຂຽນ​ດ້ວຍ​ພາສາ​ VisualBasic Script ແລະ​ ເປັນ​ສ່ວນຫນຶ່ງ​ຂອງ​ຄອບຄົວ​ມັນ​ແວ​​ Dinihou.

ສ່​ວ​ນ​ໄຟ​ລ໌​ທີ່ພົ​ບວ່າ ​ເລີ່ມ​ຫຼຸດ​ນ້ອຍ​ລົງ​ ໄດ້​ແກ່​ແອັດ​ແວ​​ (adware ໂປຣ​ແກຣມ​ສະແດງແຕ່ໂຄສະນາ​ຂຶ້ນມາ) ຫຼຸດລົງ​ 35% ເມື່ອ​ທຽບ​ກັບ​ປີ​ 2019.

ໄຟ​ລ໌​ອັນຕະລາຍ​ສ່ວນ​ຫຼາຍ​ (89.80%) ແຜ່ກະຈາຍ​ຜ່ານ​ Windows PE files ໄຟ​ລ໌​ໃນ​ຮູບແບບສະເພາະ​ລະບົບ​ປະຕິບັດການ​ Windows ຂະນະ​ດຽວ​ກັນ​ ຈໍານວນ​ມັນ​ແວ​​ໃໝ່ ​ທີ່​ກ່ຽວ​ຂ້ອງ​ກັບ​ລະບົບ​ປະຕິບັດການ​ Android ຫຼຸດລົງ​ 13.7% ເນື່ອງຈາກຕອນນີ້ ​ສ່ວນ​ຫຼາຍ​ເຮັດວຽກ​ຢູ່​ບ້ານ ​ໃຊ້​ຄອມພິວເຕີ ​ແລະ​ ໂນດ​ບຸກ ​ເປັນ​ສ່ວນ​ຫຼາຍ​ ຜູ້ບໍ່ຫວັງດີທາງໄຊ​ເບີ​ ​ຈຶ່ງ​ປ່ຽນ​ເປົ້າ​ໝາຍ​ມາທີ່ເຄື່ອງຄອມພິວເຕີ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ​ ພົບ​ Script ໃໝ່ ​ເພີ່ມຂຶ້ນ​ 27% ສົ່ງ​ແນບມາ​ກັບ​ອີ​ເມວ ຫຼື ຜ່ານ​ທາງ​ເວັບ​ໄຊ​ ​ທີ່​ຕິດ​ມັນແວ​ ຊຶ່ງ​ອາດຈະ​ສະ​ທ້ອນ​ໃຫ້ເຫັນ​ ການນໍາ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ເທິງ​ອິນ​ເຕີ​ເນັດ​ ແລະ ​ຜູ້​ບໍ່ຫວັງດີພະຍາຍາມ​ ທີ່​ຈະ​ຫາ​ທາງ​ນໍາໃຊ້​ປະໂຫຍດ​ຈາກ​ຈຸດ​ນີ້​.

ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄພ​ ຂອງ Kaspersky ກ່າວ​ວ່າ​ ປີ​ທີ່​ຜ່ານມາ​ລະບົບ​ກວດ​ຈັບ​ຂອງ​ເຮົາ​ພົບ​ Objectອັນຕະລາຍ​ ເພີ່ມ​ຂຶ້ນ​ຈາກ​ປີ​ 2019 ຢ່າງຫຼວງ​ຫຼາຍ​​ ຈາກ​ກາ​ນ​ແຜ່ລະ​ບາດ​ຂອງ​ພະຍາດ​ ຜູ້​ໃຊ້​ຈາກ​ທົ່ວ​ໂລກ​ໃຊ້​ເວລາ​ກັບ​ອຸປະກອນ​ຕ່າງ​ໆ​ ໃນ​ໂລກ​ອອນ​ລາຍຫຼາຍ​ຂຶ້ນ​ ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຈາະ​ຈົງ​ວ່າ​ ຜູ້​ບໍ່ປະສົງດີປະຕິບັດການ​ກັນ​ຫຼາຍ​ຂຶ້ນ​  ຫຼື ​Solution ຂອງ​ເຮົາ​ກວດ​ຈັບ​ໄຟ​ລ໌​ອັນຕະລາຍ​ໄດ້​ຫຼາຍ​ຂຶ້ນ​ຕາມ​ຂະໜາດ​ ແລະ​ ຈຳນວນ​ຂອງ​ກິດຈະກຳ​ ຫຼື ​ອາດຈະ​ທັງ​ສອງ​ສາ​ເຫດ​ກໍ​່ເປັນ​ໄປໄດ້​ ບໍ່​ວ່າ​ຈະ​ຢ່າງໃດ​ກໍ່ຕາມ ອັດຕາ​ການ​ເພີ່ມ​ຈຳນວນ​ຂອງ​ໄຟ​ລ໌​ອັນຕະລາຍ​ກໍ​່ຫຼາຍ​ຈົນ​ຕ້ອງ​ໄດ້ຕິດຕາມເຝົ້າລະວັງ​ໃນ​ປີ​ນີ້​ ແລະ​ ມີແນວໂນ້ມ​ວ່າ​ຈະ​ເປັນ​ແບບນີ້​ໃນ​ປີ​ 2021 ຕໍ່ໄປ​ ເພາະ​ເຮົາ​ສ່ວນ​ໃຫຍ່​ກໍ​່ຍັງ​ຕ້ອງ​ເຮັດວຽກ​ຢູ່ບ້ານ​ ໃນລະຫວ່າງທີ່ມີມາດຕະການ​ເຝົ້າ​ລະ​ວັງ​ການ​ແຜ່ລະ​ບາດ​ຕ່າງ​ໆ​ ໃນ​ແຕ່​ລະ​ປະເທດ​ ຖ້າ​ເຮົາ​ຮູ້​ ແລະ​ ປະຕິບັດ​ຕາມ​ມາດ​ຕະການ​ຄວາມ​ປອດ​ໄພເບື້ອງ​ຕົ້ນ​ ຈະ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ສ່ຽງ​​ໄດ້​ຢ່າງ​ຫຼວງຫຼາຍ

 

Kaspersky ມີ​ຄຳ​ແນະ​ນຳ ​ເພື່ອ​ຄວາມ​ປອດ​ໄພ ດັ່ງ​ຕໍ່ໄປ​ນີ້​:

  • ລະມັດລະວັງໃນ​ການ​ເປີດ​ໄຟ​ລ໌​ ຫຼື ​ບໍ່ຄວນ​ເປີດ​ໄຟ​ລ໌ ​ທີ່​ໜ້າສົງໄ​ສ​ ຫຼື ​ໄຟ​ລ໌​ແນບ ​ທີ່​ສົ່ງ​ມາ​ແບບ​ບໍ່​ຮູ້​ແຫຼ່ງ​ທີ່​ມາ​, ກວດ​ສອບ​ຄວາມ​ຖືກ​ຕ້ອງ​ຂອງ​ URL, ຊື່​ບໍລິສັດ​, ຕົວ​ສະ​ກົດ​ ກ່ອນ​ທີ່ຈະດາວ​​ໂຫຼດ​, ເວັບ​ໄຊ​ປອມ​ກໍ່​ອາດຈະ​ເບິ່ງ​ຄືກັບ​ເວັບໄຊຂອງ​ແທ້​ ແຕ່​ກໍ​່ຈະ​ມີ​ຈຸດ​ໃຫ້​ຈັບ​ໄດ້​ຖ້າ​ເຮົາ​ມີການສັງເກດທີ່ພຽງ​ພໍ​;
  • ບໍ່ຄວນ​ດາວ​ໂຫຼດ​ແອັບ​ພິ​ເຄ​ຊັ່ນ​ຈາກ​ແຫຼ່ງ​ທີ່​ບໍ່​ໜ້າ​ໄວ້​ວາງ​ໃຈ​ ມາຕິດຕັ້ງໃນ​ເຄື່ອງ​;
  • ບໍ່ຄວນກົດລິ້ງ​​ທີ່​ບໍ່​ຮູ້​ທີ່​ມາ​ ຫຼື ​​ໂຄສະ​ນາ​ອອນ​ລາຍ​ທີ່​ນ່າສົງໄ​ສ;​
  • ຕັ້ງຫັດ​ຜ່ານ​ທີ່​ຄາດເດົາໄດ້ຍາກ ​ແລະ ​ມີ​ຄວາມເປັນເອກະລັກ​ສະເພາະ​​ ແລະ ​ຄວນ​ມີ​ອັກສອນ​ໂຕ​ນ້ອຍໂ​ຕໃຫຍ່,​ ໂຕ​ເລກ​ ເຄື່ອງ​ໝາຍ​ວັກ​ຕອນ​ ແລະ​ ໃຊ້​ການ​ກວດ​ສອບ​ຄວາມ​ຖືກ​ຕ້ອງ​ແບບ​ two-factor authentication;
  • ອັບ​ເດດ​ລະບົບປະຕິບັດການ, ຊອບແວ ແລະ ແອັບພິເຄຊັ່ນຕ່າງໆ ຢ່າງ​ສະໝໍ່າ​ສະເໝີ​ ເພາະບາງ​ອັນໄດ້​ແກ້​ໄຂ​ຊ່ອງ​ໂຫວ່​ເລື່ອງ​ຄວາມ​ປອດໄ​ພ​ມາ​ແລ້ວ​;
  • ບໍ່​ຕ້ອງ​​ສົນ​ໃຈ​ຂໍ້ຄວາມ​ທີ່​ຂຶ້ນ​ມາ​ ໃຫ້​ປິດ​ລະບົບ​ຄວາມ​ປອດໄ​ພ​ຂອງ​ office software ຫຼື ຊອບແວປ້ອງກັນໄວຣັສ;​
  • ຕິດ​ຕັ້ງ​ Solution ຄວາມ​ປອດໄ​ພ​ທີ່​ເຂັ້ມແຂງ, ສະຖຽນ ​ເໝາະ​ສົມ​ກັບ​ລະບົບ​ ​ແລະ​ ອຸປະກອນທີ່​ໃຊ້​ງານ​ ເຊັ່ນ:​Kaspersky Internet Security ຫຼື​ Kaspersky Security Cloud ເພ​າະແຈ້ງ​ເຕືອນ​ໄດ້​ວ່າ​ເວັບ​ໄຊ​ໃດ​ມີ​ອັນຕະລາຍ,​ ມີ​ຄວາມ​ສ່ຽງ​ ບໍ່​ຄວນ​ເປີດ​ເຂົ້າໄປ,​ ຫຼຸດ​ຄວາມ​ສ່ຽງ​ການ​ຕິດ​ມັນ​ແວ​ໄດ້​;

ສາມາດ​ເບິ່ງ​ລາຍ​ງານ​ສະ​ຖິ​ຕິ​ກ່ຽວກັບ​ໄພຄຸກຄາມທາງ​ໄຊ​ເບີ​ຂອງ​ປີ​ເພີ່ມເຕີມ​ໄດ້​ທີ່​https://securelist.com/kaspersky-security-bulletin-2020-statistics/99804/

ລາ​ຍງານ​ສ​ະຖິ​ຕິ​ນີ້​ເປັນ​ສ່ວນຫນຶ່ງ​ຂອງ​ Kaspersky Security Bulletin 2020 ສາມາດ​ສຶກ​ສາ​ເພີ່ມ​ການ​ຄາດ​ກະໄພຄຸກຄາມທາງ​ໄຊ​ເບີ​​ປີ​ 2021 ໄດ້​ https://securelist.com/ksb-2020/ 

 

ເອກະສານອ້າງອີງ:  

  1. https://www.techtalkthai.com/guest-post-kaspersky-statistics-of-the-year-2020/

Porher 12 January 2021 8097 reads Print