Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

VPN Free ທີ່ໃຫ້ໃຊ້ ເຊື່ອງໄພຄຸກຄາມທາງອອນລາຍມານຳ ຫຼື ບໍ່?

Article Images: vpnfreethreat.jpg

ການນຳໃຊ້ອິນເຕີເນັດຈະບໍ່ມີທາງປອດໄພໄດ້ເລີຍ ຖ້າຫາກວ່າບໍ່ຮູ້ຈັກລະມັດລະວັງ ແລະ ປ້ອງກັນຕົວເອງ ເພາະການເປີດເຜີຍຂໍ້ມູນສ່ວນຕົວຫຼາຍເທົ່າໃດ ກໍ່ເປັນການເພີ່ມຄວາມສ່ຽງຕໍ່ການຖືກໄພຄຸກຄາມຈາກອາຊະຍາກອນທາງໄຊເບີຫຼາຍເທົ່ານັ້ນ.

ນອກຈາກຈະຕ້ອງລະມັດລະວັງເລື່ອງຂອງການຖືກແຮັກ ແລະ ຖືກຫຼອກລວງເອົາຂໍ້ມູນສ່ວນຕົວໃນຮູບແບບຟິດຊິງ (Phishing), ການນໍາໃຊ້ VPN (Virtual Private Network)[1] ທີ່ປອດໄພ ກໍ່ເປັນການຊ່ວຍຢຸດຕົ້ນຕໍການເກີດຄວາມສ່ຽງອີກດ້ວຍ ເວົ້າໄດ້ວ່າເປັນການບລັອກ (Block) ຕັ້ງແຕ່ຕົ້ນທາງ ເພື່ອບໍ່ໃຫ້ແຮັກເກີ້ເຂົ້າມາແຮັກເອົາຂໍ້ມູນ.

ໃນປັດຈຸບັນນີ້ກໍ່ມີຜູ້ໃຫ້ບໍລິການ VPN ຫຼາຍບໍລິສັດ ຊຶ່ງຜູ້ໃຊ້ງານຄວນພິຈາລະນາໃຫ້ດີ ເພາະບາງ VPN ອາດເປັນການບໍລິການທີ່ແຮັກເກີສ້າງຂຶ້ນມາເອງ ເພື່ອລັດເອົາຂໍ້ມູນ ຫຼື ປ່ອຍມັນແວ ຊຶ່ງຈະມາໃນຮູບແບບຂອງ VPN Free ຖ້າຫາກຕົກເປັນເຫຍື່ອດາວໂຫຼດແລ້ວ ກໍ່ອາດຖືກຄວບຄຸມເຄື່ອງຄອມພິວເຕີ ຫຼື ສະມາດໂຟນ ໂດຍທີ່ບໍ່ຮູ້ຕົວ ຫຼື ມີໂຄສະນາ VPN ທີ່ໃຫ້ໃຊ້ງານຟຣີ ແຕ່ປົກປິດຄ່າໃຊ້ຈ່າຍອື່ນໄວ້.

ໃນປັດຈຸບັນນີ້ ຄົນສ່ວນຫຼາຍຍັງບໍ່ທັນໄດ້ຄຳນຶງເຖິງຄວາມສຳຄັນຂອງການນຳໃຊ້ VPN ນັ້ນຄືສາເຫດທີ່ເຮັດໃຫ້ຂໍ້ມູນຮົ່ວໄຫຼຈົນເກີດຄວາມເສຍຫາຍຮ້າຍແຮງ. ຊຶ່ງໃນປີ 2019 ມີຜູ້ໃຊ້ງານປະມານ 480.1 ລ້ານຄົນ ທີ່ຕິດຕັ້ງ VPN Free ເພາະຄິດວ່າຈະມີລະບົບຮັກສາຄວາມປອດໄພທີ່ດີ ແລະ ມີຄວາມເປັນສ່ວນຕົວຄືກັບ VPN ທີ່ເສຍເງິນຊື້.

ອັນຕະລາຍຂອງ VPN Free ມີຄືແນວໃດ? 

ອັນຕະລາຍທີ່ມາກັບ VPN Free ກໍ່ຄື ສ່ຽງຕິດມັນແວ ແລະ ໄວຣັດ ສຳລັບສະມາດໂຟນທີ່ດາວໂຫຼດ VPN Free ຈະພົບວ່າຕິດມັນແວເຖິງ 38% ແຕ່ເປັນມັນແວທີ່ບໍ່ອັນຕະລາຍ ສ່ວນຫຼາຍຈະເປັນການລະເມີດກົດຄວາມເປັນສ່ວນຕົວຂອງ Google Play ແລະ Apple App Store ໂດຍວິທີການຕິດຕາມກິດຈະກຳຂອງຜູ້ໃຊ້ງານ ວ່າມີການຕອບສະໜອງຕໍ່ແອັບພິເຄຊັ່ນ ແລະ ແພລັດຟອມ (Platform) ຕ່າງໆ ຄືແນວໃດ.

  • ປະຫວັດການເຂົ້າຊົມເວັບໄຊຖືກເປີດເຜີຍ 

ນະໂຍບາຍການເກັບ Log ຂອງ VPN Free ໂດຍສ່ວນຫຼາຍຈະແຈ້ງວ່າບໍ່ມີການເກັບ Log ແຕ່ໃນຄວາມເປັນຈິງແລ້ວ ມີການລັກເກັບ Log ແລະ ນຳເອົາຂໍ້ມູນຂອງຜູ້ໃຊ້ງານໄປຂາຍໃຫ້ຄົນອື່ນ ເຊັ່ນ ບໍລິສັດ E-Commerce ເພື່ອໃຊ້ໃນການວິເຄາະພຶດຕິກຳຂອງຜູ້ບໍລິໂພກໃນດ້ານການຕະຫຼາດ ເປັນຕົ້ນ ຫຼື ສົ່ງຂໍ້ມູນປະຈຳຕົວຂອງຜູ້ໃຊ້ງານ, ສະຖານທີ່ ແລະ/ຫຼື ກິດຈະກຳອອນລາຍໃຫ້ກັບຜູ້ໃຫ້ບໍລິການອິນເຕີເນັດ (ISP).

  • ມັນບໍ່ປອດໄພຢ່າງທີ່ຄິດ 

ເນື່ອງຈາກເປັນການລວມຕົວກັນຂອງແອັບພິເຄຊັ່ນການເຝົ້າຕິດຕາມ, Antivirus, Anti-malware ແລະ Firewall ເພື່ອປ້ອງກັນການໂຈມຕີ ແລະ ຂໍ້ມູນຮົ່ວໄຫຼ. ບໍລິສັດທີ່ໃຫ້ບໍລິການຟຣີ ສ່ວນຫຼາຍຈະບໍ່ໃຊ້ເຕັກໂນໂລຊີຮັກສາຄວາມປອດໄພ ເຮັດໃຫ້ບໍ່ສາມາດຮັກສາຄວາມປອດໄພໄດ້ພຽງພໍ. ດັ່ງນັ້ນ, ກ່ອນຈະໃຊ້ VPN Free ຕ້ອງໝັ້ນໃຈວ່າບໍລິສັດທີ່ເລືອກ ມີການເຂົ້າລະຫັດຫຼາຍກວ່າ 256 bit, ມີການອັບເດດເຟີມແວ (Firmware) ເປັນປະຈຳ ແລະ ຊ໋ອບແວມີການປ້ອງກັນຂໍ້ມູນຮົ່ວໄຫຼ ທີ່ສຳຄັນຕ້ອງມີການເຝົ້າລະວັງຕະຫຼອດ 24*7 ຊົ່ວໂມງ.

  • ອາດເຮັດໃຫ້ໃຊ້ງານບາງ service ບາງອັນບໍ່ໄດ້

ປົກກະຕິແລ້ວຜູ້ໃຊ້ອິນເຕີເນັດ ຈະໃຊ້ເພື່ອຊອກຫາຂໍ້ມູນ, ສົ່ງອີເມວ, ໃຊ້ GPS ເພື່ອການນຳທາງ ແລະ ຮູ້ເຖິງການເຄື່ອນໄຫວຕ່າງໆ ແຕ່ມີການບໍລິການບາງອັນ ອາດເຮັດວຽກຜິດພາດຫຼັງຈາກຕິດຕັ້ງ VPN ເຊັ່ນ: ການລະບຸຕຳແຫນ່ງ ທີ່ຜິດພາດ, ພົບເຫັນປັນຫາເວລາເຂົ້າໃຊ້ອີເມວ ແລະ ການຖືກບລັອກໝາຍເລກໄອພີ ເປັນຕົ້ນ.

  • ມັນມີໂຄສະນາ 

ຕ້ອງແລກປ່ຽນດ້ວຍການເຫັນໂຄສະນາຕ່າງໆ ເນື່ອງຈາກວ່າບໍລິສັດທີ່ໃຫ້ບໍລິການ VPN Free ຕ້ອງຫາລາຍໄດ້ຈາກຄ່າໂຄສະນານັ້ນເອງ ຊຶ່ງເປັນສິ່ງທີ່ກໍ່ກວນຜູ້ໃຊ້ງານແບບທີ່ຫຼີກເວັ້ນບໍ່ໄດ້.

  • ມີຂໍ້ຈຳກັດໃນການໃຊ້ງານ 

ບໍລິສັດທີ່ໃຫ້ບໍລິການ VPN Free ສ່ວນຫຼາຍຈະເປີດໃຫ້ບໍລິການແບບຈຳກັດ ກໍ່ຄື ຖ້າຫາກຕ້ອງການນຳໃຊ້ຄຸນສົມບັດ ທີ່ຫຼາຍກວ່ານີ້ ຕ້ອງຍົກລະດັບໃຫ້ເປັນແບບ ທີ່ມີຄຸນນະພາບສູງຂຶ້ນ ລວມເຖິງຖ້າຫາກຕ້ອງການຄວາມເປັນສ່ວນຕົວຫຼາຍຂຶ້ນກໍ່ຕ້ອງຈ່າຍເພີ່ມຂຶ້ນເຊັ່ນກັນ.

 

ສຳລັບການພິຈາລະນາເລືອກໃຊ້ບໍລິການ VPN ຄວນເບິ່ງຕາມຄວາມຈຳເປັນ ດັ່ງນີ້: 

  1. ເບິ່ງຄຸນສົມບັດວ່າຕອບສະໜອງໄດ້ຕາມທີ່ເຮົາຕ້ອງການ ຫຼື ບໍ່; 
  2. ສາມາດໃຊ້ງານໄດ້ກັບອຸປະກອນທຸກປະເພດ;
  3. ຮອງຮັບການເຊື່ອມຕໍ່ທີ່ຫຼາກຫາຍປະເພດພ້ອມກັນໄດ້ ຫຼື ບໍ່; 
  4. ມີນະໂຍບາຍ (Policy) ທີ່ບອກເຖິງການບໍ່ເກັບກໍາຂໍ້ມູນຂອງການໃຊ້ງານ; 
  5. ມີຈຳນວນເຊີເວີຫຼາຍ ແລະ ມີທີ່ຕັ້ງຫຼາຍບ່ອນ;
  6. ບໍ່ຈຳກັດແບນວິດ (Bandwidth) ແລະ ຄວາມໄວ;
  7. ມີລະບົບຮັກສາຄວາມປອດໄພ ແລະ ເຕັກໂນໂລຊີຮັກສາຄວາມເປັນສ່ວນຕົວຂອງຂໍ້ມູນທີ່ທັນສະໄໝ;
  8. ມີການຮັບປະກັນຄືນເງິນ ແລະ ສະໜັບສະໜູນຕະຫຼອດ 24 ຊົ່ວໂມງ.

ການນຳໃຊ້ VPN Free ນັ້ນ ມີຂໍ້ເສຍຫຼັກໆກໍ່ຄື ເລື່ອງຂອງຄວາມປອດໄພຂອງຂໍ້ມູນ ແລະ ຄວາມເປັນສ່ວນຕົວ ຊຶ່ງຜູ້ໃຊ້ VPN Free ຕ້ອງໄດ້ຕັດສິນໃຈຍອມແລກກັບເລື່ອງຄວາມເປັນສ່ວນຕົວ ຊຶ່ງເປັນສິ່ງທີ່ບໍ່ຄຸ້ມຄ່າ ຕົວເລືອກທີ່ດີທີ່ສຸດ ກໍ່ຄື ອາດຕ້ອງເລືອກໃຊ້ບໍລິການ VPN ທີ່ມີຄ່າໃຊ້ຈ່າຍ ແລະ ມີຄວາມໜ້າເຊື່ອຖື ເພື່ອຄວາມປອດໄພຂອງຂໍ້ມູນຂອງຕົນເອງ.

 

ເອກະສານອ້າງອີງ:

  1. https://en.wikipedia.org/wiki/Virtual_private_network
  2. https://www.catcyfence.com/it-security/article/the-dangerous-of-free-vpn/

Porher 24 July 2020 5255 reads Print