Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ການໂຈມຕີຜ່ານເວບບາວເຊີ ແລະ ການປ້ອງ ກັນ.

ເວັບ​ບຣ​າວ​ເຊີ (Web Browser) ຫລື​ເອີ້ນ​ສັ້ນໆວ່າ ບຣ​າວ​ເຊີ (Browser) ຄື​ໂປ​ແກມ​ທີ່​ຊ່ວຍ​ໃຫ້​ຜູ້​ໃຊ້​ຄອມພິວເຕີ​ສາມາດ​ເຂົ້າ​ໃຊ້​ງານ​ເວັບ​ໄຊໄດ້ ເວັບ​ບ​າວ​ເຊີ​ຈະ​ແປໂຄດ​ພາສາ HTML ໃຫ້​ອອກ​ມາ​ສະແດງ​ຜົນ​ເປັນ​ຂໍ້ຄວາມ ຮູບ​ພາບ ສຽງ ຫລື​ຄິບ​ວິ​ດີ​ໂອ​ອື່ນໆ ຕາມ​ທີ່​ຜູ້​ອອກ​ແບບ​ເວັບ​ໄຊກຳນົດ [1] ຕົວ​ຢ່າງ​ເວັບ​ບ​າວ​ເຊີທີ່​ໄດ້ຮັບ​ຄວາມ​ນິຍົມ ເຊັ່ນ Internet Explorer, Firefox, Chrome, Safari, Opera ດັ່ງ​ຮູບ​ທີ 1

ຮູບ​ທີ່ 1 ເວັບ​ບ​າວ​ເຊີທີ່​ໄດ້ຮັບ​ຄວາມ​ນິຍົມ


ຈາກ​ການ​ພັດທະນາ​ຂອງ​ເທັກ​ໂນ​ໂລ​ຍີ ເວັບ​ໄຊ​ສະໄໝ​ໃໝ່​ຈຶ່ງ​ບໍ່​ໄດ້​ຖືກ​ໃຊ້​ພຽງ​ແຕ່​ສະແດງ​ຂໍ້​ມູນ​ພຽງ​ຢ່າງ​ດຽວ​ອີກ​ຕໍ່ໄປ ແຕ່​ໄດ້​ຖືກ​ພັດທະນາ​ໃຫ້​ສາມາດ​ເຮັດວຽກ​ໄດ້​ຫລາກ​ຫລາຍ​ຫລາຍ​ຂຶ້ນ ເຊັ່ນ ຫລິ້ນ​ເກມ ຕົກ​ແຕ່ງ​ພາບ ຕັດ​ຕໍ່​ວິ​ດີ​ໂອ ຈັດ​ເຮັດ​ເອກະສານ  [2] ຫລື​ແມ່ນ​ກະ​ທັ່ງ​ໃຊ້​ເປັນ​ລະບົບ​ປະຕິບັດການ​ເລີຍ​ກໍ​ຍັງ​ໄດ້  [3] ຊຶ່ງ​ການເຮັດວຽກຕ່າງໆ ເຫລົ່າ​ນີ້​ກໍ​ຕ້ອງ​ອາໄສ​ຄວາມ​ສາມາດ​ຂອງ​ເວັບ​ບ​າວ​ເຊີທີ່​ຫລາຍ​ຂຶ້ນ​ຕາມ​ໄປ​ດ້ວຍ

ຈາກ​ຄວາມ​ສາມາດ​ທີ່​ຫລາຍ​ຂຶ້ນ ຊ່ອງ​ໂຫວ່ ແລະ​ຄວາມ​ສ່ຽງ ກໍ​ຈະ​ເພີ່ມ​ຫລາຍ​ຂຶ້ນ​ຕາມ​ໄປ​ດ້ວຍ ປະຈຸບັນ​ການ​ໂຈມ​ຕີ​ຜ່ານ​ເວັບ​ບ​າວ​ເຊີນັ້ນ​ມີ​ແນວ​ໂນ້ມ​ທີ່​ຈະ​ເພີ່ມ​ຫລາຍ​ຂຶ້ນ  [4] ເນື່ອງ​ຈາກ​ເປັນ​ສິ່ງ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທຸກ​ຄົນ​ຈຳ​ເປັນ​ຕ້ອງ​ໃຊ້ ດັ່ງ​ນັ້ນ​ການສຶກສາ​ເຖິງ​ຮູບ​ແບບ​ໄພ​ຄຸກ​ຄາມ ແລະ​ ການ​ຮັບ​ມື​ການ​ໂຈມ​ຕີ​ຈຶ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ ເພື່ອ​ໃຫ້​ມີ​ຄວາມຫມັ້ນຄົງ​ປອດ​ໄພ​ໃນ​ການ​ໃຊ້​ງານ​ອິນ​ເຕີເນັດ

ການ​ໂຈມ​ຕີ​ຜ່ານ​ເວັບ​ບ​າວ​ເຊີ 

ການ​ໂຈມ​ຕີ​ຜ່ານ​ເວັບ​ບ​າວ​ເຊີ ໂດຍ​ຫລັກໆ ຈະ​ມີ​ຢູ່​ນຳກັນ 3 ຊ່ອງ​ທາງ ຄື ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ຕົວ​ເວັບ​ບ​າວ​ເຊີເອງ ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ປັກອິນ​ຈາກ​ຜູ້​ພັດທະນາ​ພາຍນອກ ແລະ ​ການສ້າງ Extension ທີ່​ເປັນ​ອັນຕະລາຍ​ເພື່ອ​ໃຊ້​ໃນ​ການ​ໂຈມ​ຕີ

ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ເວັບ​ບ​າວ​ເຊີ 

ໃນ​ການ​ຂຽນ​ໂປ​ແກມ​ຄອມພິວເຕີ ຈະ​ມີ​ການ​ຈອງ​ພື້ນ​ທີ່​ໃນ​ຫນ່ວຍ​ຄວາມ​ຈຳ​ເພື່ອ​ໃຊ້​ໃນ​ການ​ເກັບ​ຂໍ້​ມູນ​ຊົ່ວ​ຄາວ ພື້ນ​ທີ່​ດັ່ງ​ກ່າວ​ຮຽກວ່າ Buffer ຊຶ່ງ​ພື້ນ​ທີ່​ຂອງ Buffer ນັ້ນ​ມີ​ຂະໜາດ​ຈຳ​ກັດ ຫາກ​ຜູ້​ຂຽນ​ໂປ​ແກມ​ບໍ່​ກວດ​ສອບ​ຂະໜາດ​ຂອງ​ຂໍ້​ມູນ​ທີ່​ຈະ​ນຳ​ມາ​ຈັດ​ເກັບ ປ່ອຍ​ໃຫ້​ໂປ​ແກມ​ເກັບ​ຂໍ້​ມູນ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ຄວາມ​ຈຸ​ຂອງ Buffer ຂໍ້​ມູນ​ທີ່​ເກັບ​ນັ້ນ​ກໍ​ຈະ​ລົ້ນ​ອອກ​ມາ ສະຖານນະການ​ເຊັ່ນ​ນີ້​ຮຽກວ່າ Buffer Overflow ຊຶ່ງ​ຂໍ້​ມູນ​ທີ່​ລົ້ນ​ອອກ​ມາ​ນັ້ນ​ກໍ​ຈະ​ໄປ​ທັບ​ກັບ​ຂໍ້​ມູນ​ສ່ວນ​ອື່ນໆ ທີ່​ຢູ່ໃນ​ຫນ່ວຍ​ຄວາມ​ຈຳ ເຊັ່ນ ໂຄດຂອງ​ໂປ​ແກມ​ທີ່​ກຳ​ລັງ​ເຮັດວຽກ​ຢູ່ ເຮັດໃຫ້​ໂປ​ແກມ​ເຮັດວຽກ​ຜິດ​ພາດ​ຫລື​ບໍ່​ສາມາດ​ເຮັດວຽກ​ຕໍ່​ໄດ້  [5]

ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ເວັບ​ບ​າວ​ເຊີ ໂດຍ​ສ່ວນ​ໃຫຍ່​ຈະ​ເປັນ​ການ​ໃຊ້​ເທັກ​ນິກ Buffer Overflow ຜູ້​ໂຈມ​ຕີ​ຈະ​ເຮັດ​ການສ້າງ​ຂໍ້​ມູນ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ຄວາມ​ຈຸ​ຂອງ Buffer ຊຶ່ງ​ພາຍ​ໃນ​ບັນ​ຈຸ​ໂຄ້​ດອັນຕະລາຍໄວ້ ເມື່ອ​ໂປ​ແກມ​ໂຫລດ​ຂໍ້​ມູນ​ດັ່ງ​ກ່າວ​ເຂົ້າ​ມາ​ໃນ​ຫນ່ວຍ​ຄວາມ​ຈຳ ຂໍ້​ມູນ​ສ່ວນ​ທີ່​ລົ້ນ​ອອກ​ມາ​ນັ້ນ​ກໍ​ຈະ​ໄປ​ທັບ​ກັບ​ສ່ວນ​ທີ່​ເປັນ​ໂຄ້​ດ​ຂອງ​ໂປ​ແກມ​ທີ່​ກຳ​ລັງ ເຮັດວຽກ​ຢູ່ ເຮັດໃຫ້​ໂຄ້​ດອັນຕະລາຍ ​ທີ່​ແຮັກ​ເກີໃສ່​ເຂົ້າ​ມາ​ນັ້ນ​ຖືກ​ນຳ​ໄປ​ປະ​ມວນ​ຜົນ​ແທນ ຊຶ່ງ​ເຄື່ອງ​ຄອມພິວເຕີ​ທີ່​ຕົກ​ເປັນ​ເຫຍື່ອ​ກໍ​ຈະ​ຕົກ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ແຮັກ​ເກີໃນ​ທ້າຍ​ທີ່ສຸດ ຕົວ​ຢ່າງ​ວິ​ດີ​ໂອ​ການ​ໂຈມ​ຕີ​ດ້ວຍ​ວິທີ Buffer Overflow ສາມາດ​ເບິ່ງ​ໄດ້​ຈາກ  http://youtu.be/znO1Mc8EiDE

ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ປັກ​ອິນ 

ປັກອິນ (Plugin) ຄື​ໂປ​ແກມ​ທີ່​ສາມາດ​ຕິດ​ຕັ້ງ​ເພື່ອ​ໃຫ້​ເວັບ​ບ​າວ​ເຊີ​ສາມາດ​ສະແດງ​ຜົນ​ເນື້ອ​ຫາ​ອື່ນໆ ເພິ່ມເຕິມ​ໄດ້ ຕົວ​ຢ່າງ​ປັກອິນ ​ທີ່​ໄດ້ຮັບ​ຄວາມ​ນິຍົມ ເຊັ່ນ Adobe Flash Player ທີ່​ຕິດ​ຕັ້ງ​ເພື່ອ​ໃຫ້​ເວັບ​ບ​າວ​ເຊີສາມາດ​ຫລິ້ນ​ໄຟລ Flash ໄດ້ ຫລື Java Runtime ທີ່​ຕິດ​ຕັ້ງ​ເພື່ອ​ໃຊ້​ງານ Java Application ຜ່ານ​ເວັບ​ບ​າວ​ເຊີ ເປັນ​ຕົ້ນ  [6]

ປັກອິນ ​ໂດຍ​ສ່ວນ​ໃຫຍ່​ຈະ​ຖືກ​ພັດທະນາ​ໂດຍ​ຜູ້​ພັດທະນາ​ພາຍນອກ ຊຶ່ງ​ອາດ​ບໍ່​ມີ​ການ​ຮັບຮອງ​ເລື່ອງ​ຄວາມຫມັ້ນຄົງ​ປອດ​ໄພ ແລະ​ປັກອິນ ​ແທບ​ທັງ​ໝົດ​ຈະ​ເປັນ​ໄຟລໂປ​ແກມ​ຫລື​ໄລບາ​ລີ​ທີ່​ເວັບ​ບ​າວ​ເຊີ​ຈະ​ຕ້ອງ​ໂຫລດ​ເຂົ້າ​ມາ​ໃນ​ທຸກ​ເທື່ອ​ທີ່​ເປີດ​ໂປ​ແກມ ເນື່ອງ​ຈາກ​ປັກອິນ ​ເປັນ​ໂປ​ແກມ​ທີ່​ຢູ່​ພາຍນອກ ເຮັດໃຫ້​ການເຮັດວຽກ​ຂອງ​ປັກອິນ​ຕ່າງໆນັ້ນ​ຢູ່​ນອກ​ເໜືອ​ການ​ຄວບ​ຄຸມ​ຂອງ​ເວັບ​ບ​າວ​ເຊີ ຫາກ​ປັກອິນ ​ທີ່​ຕິດ​ຕັ້ງ​ເພີ່ມ​ເຂົ້າ​ມາ​ມີ​ຊ່ອງ​ໂຫວ່ ກໍ​ຈະ​ເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ເຮັດໃຫ້​ເບ​ລ໌າວ​ເຊີລ໌​ຖືກ​ໂຈມ​ຕີ​ຜ່ານ​ປັກອິນ ​ດັ່ງ​ກ່າວ​ໄດ້​ດ້ວຍ ຕົວ​ຢ່າງ​ວິ​ດີ​ໂອ​ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ປັກອິນ ສາມາດ​ເບິ່ງ​ໄດ້​ຈາກ  http://youtu.be/7MvimAN9fQ8 ຊຶ່ງ​ເປັນ​ການ​ໂຈມ​ຕີ Mozilla Firefox ຜ່ານ​ປັກອິນ Adobe Reader

ການສ້າງ Extension ທີ່​ເປັນ​ອັນຕະລາຍ 

Extension ຄື​ໂປ​ແກມ​ເສີມ​ທີ່​ສາມາດ​ຕິດ​ຕັ້ງ​ເພິ່ມເຕິມ​ເພື່ອ​ຊ່ວຍ​ຂະຫຍາຍ​ຄວາມ​ສາມາດ​ໃນ​ການເຮັດວຽກງານ​ຂອງ​ເວັບ​ບ​າວ​ເຊີ ເຊັ່ນ Extension ທີ່​ຊື່ FireFTP ທີ່​ຊ່ວຍ​ໃຫ້​ບ​າວ​ເຊີ Mozilla Firefox ສາມາດ​ເຮັດວຽກ​ເປັນ​ໂປ​ແກມ FTP Client ໄດ້  [7]

ເນື່ອງ​ຈາກ Extension ເປັນ​ໂປ​ແກມ​ທີ່​ເຮັດວຽກ​ຮ່ວມ​ກັບ​ເວັບ​ບ​າວ​ເຊີ​ໂດຍ​ກົງ ເຮັດໃຫ້​ມີ​ຜູ້​ພັດທະນາ Extension ເພື່ອ​ໃຊ້​ສ້າງ​ຄວາມ​ເສຍ​ຫາຍ ເຊັ່ນ ຫລອກລວງ​ຜູ້​ໃຊ້ ຫລື​ລັກ​ຂໍ້​ມູນ ເປັນ​ຕົ້ນ ຕົວ​ຢ່າງ Extension ອັນຕະລາຍ ເຊັ່ນ ຫລອກ​ຜູ້​ໃຊ້​ວ່າ​ເປັນ​ປັກອິນ ​ປອມ​ຂອງ YouTube ຫລື​ສວມ​ຮອຍ​ໂພດ​ຂໍ້ຄວາມ​ດ້ວຍ​ບັນ​ຊີ Facebook ຂອງ​ຜູ້​ໃຊ້  ເປັນ​ຕົ້ນ

ວິທີ​ການ​ໂຈມ​ຕີ 

ຫາກ​ເປັນ​ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​ຂອງ​ເວັບ​ບ​າວ​ເຊີ​ຫລື​ການ​ໂຈມ​ຕີ​ຜ່ານປັກອິນ ໂດຍ​ສ່ວນ​ໃຫຍ່​ແຮັກ​ເກີ​ຈະ​ສ້າງ​ເວັບ​ໄຊ​ທີ່​ຝັງ​ໂຄດ​ອັນຕຣາຍ​ໄວ້ ແລ້ວ​ຫລອກ​ລໍ້​ໃຫ້​ເຫຍື່ອ​ເຂົ້າໄປ​ຍັງ​ເວັບ​ໄຊ​ນັ້ນ ທັນ​ທີ​ທີ່​ເຫຍື່ອ​ເຂົ້າ​ສູ່​ໜ້າ​ເວັບ​ໄຊ ໂຄດ​ດັງ​ກ່າວ​ກໍ​ສາມາດ​ເຮັດວຽກ​ໄດ້​ທັນ​ທີ​ໂດຍ​ທີ່​ເຫຍື່ອ​ບໍ່​ຮູ້​ຕົວ ຕົວ​ຢ່າງ​ການ​ໂຈມ​ຕີ ເຊັ່ນ ການ​ຝັງ Java Script ໄວ້​ໃນ​ເວັບ​ໄຊ​ເພື່ອ​ລັກ​ຂໍ້​ມູນ ເປັນ​ຕົ້ນ  [10]

ຫາກ​ເປັນ​ການ​ໂຈມ​ຕີ​ຜ່ານ Extension ຜູ້​ໂຈມ​ຕີ​ຈະ​ຫລອກ​ລໍ້​ໃຫ້​ເຫຍື່ອ​ເປີດ​ເຂົ້າໄປ​ທີ່​ເວັບ​ໄຊ​ທີ່​ມີ​ໃຫ້​ດາວ​ໂຫລດ Extension ມາ​ຕິດ​ຕັ້ງ ໂດຍ​ຈະຫລອກວ່າ​ເປັນ Extension ທີ່​ຈຳ​ເປັນ​ໃນ​ການ​ໃຊ້​ງານ​ເວັບ​ໄຊ ເພື່ອ​ໃຫ້​ເຫຍື່ອ​ຫລົງ​ເຊື່ອ​ແລະ​ເຜີ​ຕິດ​ຕັ້ງ Extension ດັ່ງ​ກ່າວ

ການ​ໂຈມ​ຕີ​ໂດຍ​ສ່ວນ​ໃຫຍ່​ແຮັກ​ເກີ​ຈະ​ໃຊ້​ວິທີ​ສົ່ງ​ອີ​ເມວ​ທີ່​ມີ​ລິງໃຫ້​ຜູ້​ໃຊ້​ຄິກ ຊຶ່ງ​ຫາກ​ຜູ້​ໃຊ້​ຄິກ​ເຂົ້າ​ສູ່​ລິງ​ດັ່ງ​ກ່າວ​ກໍ​ຈະ​ຕົກ​ເປັນ​ເຫຍື່ອ​ໂດຍ​ທັນ​ທີ ໃນ​ປະຈຸບັນ​ມີ​ການ​ພັດທະນາ​ຮູບ​ແບບ​ການ​ໂຈມ​ຕີ​ໄປ​ອີກ​ຂັ້ນ​ໂດຍ​ການ​ໂພດລິງອັນຕະລາຍ​ໄວ້​ໃນ Social Network ແລະ ​ເມື່ອ​ຜູ້​ໃຊ້​ຫລົ້ງ​ຄິກ​ເຂົ້າໄປ​ກໍ​ຈະ​ຖືກ​ສວມ​ຮອຍ​ບັນ​ຊີ​ຜູ້​ໃຊ້​ແລະ​ເຜີຍແຜ່​ລິງ ອັນຕະລາຍ​ນັ້ນ​ໃຫ້​ກັບ​ຜູ້​ອື່ນ​ຕໍ່ໄປ ຕົວ​ຢ່າງ​ການ​ເຜີຍແຜ່​ລິງອັນຕະລາຍ​ໃນ Social Network ເປັນ​ດັ່ງ​ຮູບ​ທີ 2

ຮູບ​ທີ່ 2 ຕົວ​ຢ່າງ​ການ​ເຜີຍແຜ່​ລິງອັນຕະລາຍ​ໃນ Social Network [11]

ການ​ປ້ອງ​ກັນ

ເນື່ອງ​ຈາກ​ການ​ທີ່​ຈະ​ຖືກ​ໂຈມ​ຕີ​ຜ່ານ​ເວັບ​ບ​າວ​ເຊີໄດ້​ນັ້ນ ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຕ້ອງ​ເຂົ້າໄປ​ຍັງ​ເວັບ​ໄຊຕ໌​ທີ່​ແຮັກ​ເກີສ້າງ​ໄວ້​ກ່ອນ ດັ່ງ​ນັ້ນການ​ປ້ອງ​ກັນ​ທີ່​ງ່າຍ​ທີ່ສຸດ​ຄື​ການ​ກວດ​ສອບ​ຄວາມຫມັ້ນຄົງ​ປອດ​ໄພ​ຂອງ​ເວັບ​ໄຊປາຍ​ທາງກ່ອນທີ່ຈະ​ຄິ​ກລິງ ເຊັ່ນ ຖ້າ​ຕ້ອງ​ການ​ເປີດ​ລິງຈາກ​ເວັບ​ບໍລິການ​ຫຍໍ້ URL ຄວນ​ນຳ​ລິງ​ນັ້ນ​ໄປ​ກວດ​ສອບ​ກັບ​ເວັບ​ໄຊທີ່​ໃຫ້​ບໍລິການ​ຂະຫຍາຍ URL ເຕັມ ເຊັ່ນ  http://longurl.org ເສຍ​ກ່ອນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ປາຍ​ທາງ​ເປັນ URL ຫຍັງ ລວມ​ເຖິງ​ການ​ຕິດ​ຕັ້ງ​ໂປ​ແກມ​ແອນ​ຕີ້​ໄວ​ລັດ​ທີ່​ສາ​ມານ​ສະແກນ​ເນື້ອ​ຫາ​ໃນ​ເວັບ​ໄຊ ກໍ​ສາມາດ​ຊ່ວຍ​ປ້ອງ​ກັນ​ອັນຕະລາຍ​ຈາກ​ການ​ໂຈມ​ຕີ​ຜ່ານ​ເວັບ​ບ​າວ​ເຊີໄດ້ ແລະ​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ຄື​ການ​ອັບ​ເດດ​ໂປ​ແກມ​ເວັບ​ບ​າວ​ເຊີແລະ​ປັກອິນ ​ທຸກ​ຕົວ ທີ່​ຕິດ​ຕັ້ງ​ໃຫ້ເປັນ​ເວີ​ຊັ່ນ​ປະຈຸບັນ​ຢູ່​ສະເໝີ ເພື່ອ​ເປັນ​ການ​ປັບປຸງ​ຊ່ອງ​ໂຫວ່​ບໍ່​ໃຫ້​ແຮັກ​ເກີໃຊ້​ໃນ​ການ​ໂຈມ​ຕີ​ໄດ້

ອ້າງ​ອິງ

  1. http://whatismyipaddress.com/web-browser
  2. https://chrome.google.com/webstore
  3. http://tech-tweak.com/2011/08/browser-based-operating-systems.html
  4. http://www.pcworld.com/businesscenter/article/144490/hackers_increasingly_target_browsers.html
  5. http://www.windowsecurity.com/articles/analysis_of_buffer_overflow_attacks.html
  6. http://www.tech-faq.com/browser-plugins.html
  7. http://fireftp.mozdev.org/
  8. http://thehackernews.com/2012/01/one-million-pages-infected-by.html
  9. http://www.switched.com/2011/04/04/facebook-photoshop-scam-spreading-like-wildfire/

laocert 04 February 2020 4562 reads Print