Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຜູ້ຊ່ຽວຊານສາທິດການໂຈມຕີລະບົບກ້ອງວົງຈອນປິດ ເຂົ້າໄປ Replay ວີດີໂອ

ຜູ້​ຊ່ຽວ​ຊານ​ ສາ​ທິດ​ການ​ໂຈມ​ຕີ​ ລະບົບ​ກ້ອງ​ວົງ​ຈອນ​ປິດ ​ເຂົ້າໄປ Replay ວີ​ດີ​ໂອ 

ຜູ້​ຊ່ຽວ​ຊານ​ຈາກ Forescout ໄດ້​ສາ​ທິດ​ການ​ໂຈມ​ຕີກ້ອງ​ວົງ​ຈອນ​ປິດ ​ເພື່ອ​ເຕືອນສະຕິ​ຕໍ່ກັບຄວາມ​ສ່ຽງ​ເມື່ອຂາດ​ຄວາມ​ອົາ​ໃຈໃສ່​ໃນ​ດ້ານ​ຄວາມປອດ​ໄພ ຊຶ່ງ​ນັກ​ວິໄ​ຈໄດ້​ສະແດງ​ໃຫ້ເຫັນການ​ໂຈມ​ຕີ​ ເພື່ອ​ເຂົ້າໄປ​ Replay ວີ​ດີ​ໂອ ​ທີ່​ລັກບັນທຶກ​ເອົາ​ໄວ້​ກ່ອນ​ໜ້ານັ້ນ.

ລິ້ງ ເບິ່ງວິດີໂອ https://vimeo.com/350947491

          ຮູບແບບຂອງ​ການ​ໂຈມ​ຕີ​ໃນ​ວີ​ດີ​ໂອ ທີ່​ສາ​ທິດ (ດ້ານ​ເທິງ) ເກີດ​ຂຶ້ນ​ໄດ້​ພາຍ​ໃນ 3 ຂັ້ນ​ຕອນດັ່ງລຸ່ມນີ້:

  1. ການ​ໂຈມ​ຕີ​ແບບ Man-in-the-middle ໃນ​ເຄືອ​ຂ່າຍ ​ເພື່ອ​ເຂົ້າໄປ​ດັກ​ຈັບ​ການຈໍລະຈອນຂໍ້ມູນ (Traffic) ​ຂອງ​ວີ​ດີ​ໂອ​ ແລະ ​ບັນ​ທຶກ​ເກັບ​ໄວ້;
  2. ໃຊ້​ສະ​ຄຣິບ (Script) ​ເພື່ອ​ເຮັດໃຫ້​ກ້ອງ​ສິ້ນສຸດ Session ​ປັດຈຸບັນ;
  3. ລະຫວ່າງ​ຂັ້ນ​ຕອນ​ການສ້າງ​ Session ​ໃໝ່ ຄົນ​ຮ້າຍ​ຈະ​​ດັກຈັບ ​ແລະ ​ແກ້​ໄຂ​ການ Request ທີ່ເກີດຂື້ນ​ເພື່ອ​ສາຍ​ຊ້ຳ​ວີ​ດີ​ໂອ​ທີ່​ອັດ​ໄວ້​ແລ້ວ (ຄືໃນ​ໜັງ​).

ເປົ້າ​ໝາຍ​ຂອງ​ນັກ​ວິໄ​ຈ​ຄື ​ຢາກ​ໃຫ້​ຜູ້​ໃຊ້​ງານ​ມີສະຕິ​ກ່ຽວກັບອັນຕະລາຍ​ທີ່​ຈະ​ຕາມ​ມາ ຫາກ​ຂາດ​ຄວາມ​ເອົາ​ໃຈ​ໃສ່​ໃນ​ເລື່ອງ​ຄວາມປອດໄ​ພ ຊຶ່ງນັກ​ວິໄ​ຈ​ໄດ້ລະບຸ​ເຖິງ​ສາ​ເຫດ​ທີ່​ການ​ໂຈມ​ຕີ​ນີ້​ປະ​ສົບ​ຄວາມ​ສຳ​ເລັດ​ດັ່ງ​ນີ້:

  1. ບໍ່​ເຂົ້າລະ​ຫັດ​ການ​ສົ່ງ​ຂອງ​ໂປຣໂຕຄອນ​ (Real-time Protocol) RTP ແລະ (Real-time Streaming Protocol) RTSP;
  2. ຄົນທີ່​ຕິດ​ຕັ້ງ​ລະບົບ ​ຂາດ​ຄວາມ​ຮູ້​ໃນ​ເລື່ອງ​ຂອງ​ຄວາມປອດໄ​ພ.

ດັ່ງນັ້ນ, ຈຶ່ງ​ຢາກ​ຈະແຈ້ງ​ເຕືອນ​ໃຫ້​ຜູ້​ໃຊ້​ງານ ​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ເຂົ້າ​ລະ​ຫັດ​ການຈໍລະຈອນຂອງຂໍ້ມູນ (Traffic) ​ ແຕ່​ອຸປະກອນ IoT ບາງ​ຊະນິດ​ອາດ​ບໍ່​ຮອງ​ຮັບ​ການ​ເຂົ້າ​ລະ​ຫັດ​ການຈໍລະຈອນຂອງຂໍ້ມູນ​ ຫຼື​ ອາດຈະ​ມີ ​ແຕ່​ບໍ່​ໄດ້​ຖືກ​ກຳນົດ​ເປັນ​ຄ່າ​ພື້ນ​ຖານ. ສະນັ້ນ, ​ຜູ້ໃຊ້​ກໍ່​ຄວນ​ກວດ​ສອບ​ ໂດຍ​​ການ​ໃຊ້ເວັບໄຊ​ Shodan ເພື່ອ​ຄົ້ນ​ຫາ, ພົບວ່າ​ມີ​ອຸປະກອນ​ຈຳນວນຫຼາຍກວ່າ 4,657,284 ເຄື່ອງ ​ໃຊ້ໂປຣໂຕຄອນ RTSP ​ທີ່ບໍ່​ເຂົ້າ​ລະຫັດ ​ຊຶ່ງມີ572,740 ເຄື່ອງ ​ຢູ່ໃນ​ຈີນ, 411,850 ເຄື່ອງ ​ຢູ່ໃນ​ອາ​ເມ​ຣິ​ກາ ແລະ ບ​ຣາ​ຊິນ 391,122 ເຄື່ອງ.

ເອກະສານອ້າງອີງ:

  1. https://www.securityweek.com/researchers-replace-ip-camera-feed-fake-footage
  2. https://www.bleepingcomputer.com/news/security/researchers-hack-surveillance-systems-to-show-fake-video-feed/
  3. https://www.techtalkthai.com/expert-show-how-to-hack-ip-camera-and-replay-video/

Porher 06 August 2019 4460 reads Print