Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ເຈົ້າ​ຮູ້​ຈັກ​ ຄວາມໝາຍ​ຂອງ​ Cyberbullying​ ດີ​ແລ້ວ​ ຫຼື​ ຍັງ​?

ເຈົ້າ​ຮູ້​ຈັກ​ ຄວາມໝາຍ​ຂອງ​ Cyberbullying​ ດີ​ແລ້ວ​ ຫຼື​ ຍັງ​? 

“ມີມື້ໃດບໍ່? ທີ່ເຈົ້າບໍ່ໄດ້ນໍາໃຊ້ສື່ສັງຄົມອອນລາຍ?​”

ໃນປັດຈຸບັນນີ້, ສື່ສັງຄົມອອນລາຍ ແມ່ນໄດ້ເຂົ້າມາ ມີບົດບາດໃນການດຳລົງຊີວິດປະຈໍາວັນຂອງຄົນເຮົາຫຼາຍຂຶ້ນ, ຄົນລາວຈໍານວນຫຼາຍແມ່ນມີໂທລະສັບມືຖືສະມາດໂຟນ (Smartphone) ແລະ ມີບັນຊີໃນການນໍາໃຊ້ສື່ສັງຄົມອອນລາຍ ເປັນຂອງຕົນເອງ ເຊັ່ນ: Facebook  ທີ່ຄົນລາວນິຍົມໃຊ້ກັນຢ່າງແຜ່ຫຼາຍ, ແນ່ນອນ ສື່ສັງຄົມອອນລາຍເປັນຊ່ອງທາງ ໃນການຕິດຕໍ່ສື່ສານທີ່ສະດວກສະບາຍ, ການຕິດຕາມຂ່າວສານບ້ານເມືອງທີ່ວ່ອງໄວທັນໃຈ, ການສົ່ງຕໍ່ຂໍ້ມູນຕ່າງໆກໍ່ສະດວກ ແລະ ງ່າຍດາຍ ແຕ່ຜູ້ນຳໃຊ້ຕ້ອງຮູ້ວ່າ ການນຳໃຊ້ສື່ສັງຄົມອອນລາຍ ແມ່ນຄ້າຍຄືກັບການນຳໃຊ້ ມີດສອງຄົມ ເຮົາຄວນນຳໃຊ້ຢ່າງມີສະຕິ ແລະ ລະມັດລະວັງເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງຂໍ້ມູນຂ່າວສານຫຼອກລວງ ຈາກກຸ່ມຄົນບໍ່ດີ ທີ່ຫວັງຜົນປະໂຫຍດຈາກເຮົາ, ເຮົາຈະຮູ້ໄດ້ແນວໃດວ່າສິ່ງທີ່ເຮົາເຫັນ ແລະ ໄດ້ຮັບມານັ້ນ ເປັນເລື່ອງແທ້ ຫຼື ບໍ່? ເພື່ອບໍ່ສົ່ງຜົນຮ້າຍກັບມາຫາໂຕເຮົາເອງ ຊຶ່ງໜຶ່ງໃນບັນຫາດັ່ງກ່າວກໍ່ຄືເຫຍື່ອຂອງ Cyberbullying. 

ໃນບົດ​ຄວາມ​ນີ້​ຈະອະທິບາຍກ່ຽວ​ກັບ​ຄວາມໝາຍ​, ຄວາມເປັນມາ​, ປະເພດ​ ແລະ ລວມທັງ​ວິທີການ​ຮັບ​ມື​ກັບ​ສິ່ງ​ທີ່ເອີ້ນວ່າ​ Cyberbullying. ນອກ​ຈາກ​ນີ້, ໃນທ້າຍ​ບົດ​ຄວາມ​ ຈະມີ​ຂໍ້​ມູນ​ກ່ຽວກັບ​ Cyberbullying ແລະ ​ກົດໝາຍ​ທີ່ຂ້ອງກັບ​ Cyberbullying ຂອງ ສປປ​ ລາວ.​ ສະນັ້ນ, ເຮົາມາສຶກສາ ແລະ ເຂົ້າໃຈກັບຄໍາວ່າ Cyberbullying ຮ່ວມກັນໃຫ້ດີຂຶ້ນ.

ຫຼາຍຄົນ ຫຼາຍຄວາມຄິດ ແລະ ນິໃສ ທີ່ແຕກຕ່າງກັນ, ສະນັ້ນ ທຸກຄົນລ້ວນແຕ່ມີດ້ານດີ ແລະ ດ້ານບໍ່ດີ ຢູ່ນຳກັນ ຊຶ່ງໃນເມື່ອກ່ອນ ດ້ານບໍ່ດີ ອາດຈະສະແດງອອກ ໃຫ້ເຫັນເປັນການທໍາຮ້າຍຜູ້ອື່ນ ເຮັດໃຫ້ຜູອື່ນເສຍໃຈ ຫຼື ເຈັບໂຕ ເຊັ່ນ: ການເວົ້າຈາບໍ່ດີຕໍ່ໜ້າຜູ້ອື່ນ, ການທຳຮ້າຍຮ່າງກາຍ ແລະ ອື່ນໆ ໃນພາສາອັງກິດເອີ້ນວ່າ “Bullying”, ແຕ່ເນື່ອງຈາກວ່າ ໃນຍຸກປັດຈຸບັນເຮົາມີສື່ສັງຄົມອອນລາຍ ທີ່ມີອິດທິພົນຕໍ່ຄົນໃນສັງຄົມຢ່າງມະຫາສານ ຈຶ່ງເຮັດໃຫ້ການກໍ່ກວນນັ້ນປ່ຽນແປງມາເປັນການກໍ່ກວນທາງສື່ສັງຄົມອອນລາຍ ຫຼື ໃນພາສາອັງກິດເອີ້ນວ່າ “Cyberbullying”.

Cyberbullying ແມ່ນຫຍັງ ?

Cyberbullying (ການ​ກໍ່ກວນ ຫຼື ປັ່ນປ່ວນ ໃນໂລກອອນລາຍ​) ແມ່ນ​ການ​ບັງຄັບຂົ່ມຂູ່, ໃສ່ຮ້າຍປ້າຍສີ, ຕົວຍົວະຜູ້ອື່ນ ຫຼື ເຮັດໃຫ້ຜູ້ອື່ນມີຄວາມບໍ່ສະບາຍໃຈ ​​ຜ່ານ​ທາງ​ໂລກ​ອອນ​ລາຍ​ ລວມມີ​​ ການນຳໃຊ້​ຄໍາເວົ້າແບບສຽດສີ, ​ປ້ອຍດ່າ​, ກ່າວ​ຫາ​, ​ ຕໍ່ວ່າ​ຜູ້​ອື່ນ​ໂດຍ​ເປັນ​ການ​ກໍ່ກວນທີ່​ເຈາະ​ຈົງ​ບຸກ​ຄົນ​ເປົ້າ​ໝາຍ​ ແລະ ​ມີ​ແນວ​ໂນ້ມ ​ວ່າ​ຈະ​ເປັນ​ການ​ກະທໍາທີ່​ຕໍ່​ເນື່ອງ​ ບໍ່​ແມ່ນ​ແຕ່ພຽງຄັ້ງ​ດຽວ​​ ຊຶ່ງ​ການ​ກະທຳ​ນີ້​ ຈະ​ເກີດ​ຂຶ້ນ​ໄດ້ເປັນປະຈໍາຫຼາຍ​ກວ່າ​ການ​ກໍ່ກວນທົ່ວໄປ​ ເພາະ​ໃນ​ໂລກ​ອອນລາຍ​ນັ້ນ​ ຜູ້​ກະທໍາຈະບໍ່​ໄດ້​ປະເຊີນ​ໜ້າ​ກັບ​ເປົ້າ​ໝາຍ​ໂດຍກົງ​ ແລະ ​ສາມາດ​ເກີດ​ຂຶ້ນ​ໄດ້​ຕະຫຼອດ​​ 24 ຊົ່ວ​ໂມງ​ (​ເພາະ​ເປັນການກະທໍາຜ່ານ​ອິນເຕີ​ເນັດ​ໃນ​ມຸມ​ມອງ​ຂອງ​ຜູ້​ກະທຳ​ອາດຈະ​ຄິດວ່າມັນມ່ວນ​ ແຕ່​ໃນທາງກັບກັນຂອງ​ຜູ້​ຖືກ​ກະທໍາ (ເຫຍື່ອ​) ເຂົາ​ບໍ່​ໄດ້​ຖືກກະທໍາພຽງແຕ່ຄັ້ງ​ດຽວ​ເທົ່ານັ້ນ​ ມັນ​ອາດຈະ​ຝັງ​ເລິກ​ ວົນ​ວຽນ​ຢູ່ໃນ​​ໃຈ​ຂອງ​ເຂົາເຈົ້າໄດ້​ຕະຫຼອດ​ເວລາ​ ເພາະ​ໃນ​ໂລກ​ອອນ​ລາຍ​ ຂ່າວ​ສານ​ນັ້ນ​ແຜ່ກະ​ຈາຍ​ໄປ​ຢ່າງວ່ອງໄວ.

 

ວີ​ດີ​ໂອ​ນີ້ຈະສະແດງ​ ໃຫ້​ເຫັນ​ວ່າຄົນ​ເຮົາ​ສາມາດ​ຖືກຍ້ອງ​ ແລະ​ ຖືກຕໍາ​ນິໄດ້​ ທັງ​ທີ່​ເປັນ​ຄົນ​ດຽວ​ກັນ​ 

https://youtu.be/WWTRwj9t-vU 

  ພວກເຮົາຢາກ​ໃຫ້​​ຜູ້​ອ່ານ​ ໄດ້​ເຫັນ​ຮູບພາບ​ຢ່າງຊັດເຈນວ່າ​ Cyberbullying ເປັນ​ເລື່ອງ​ທີ່​ໃກ້ໆໂຕ​ເຮົາ​​ ຊຶ່ງມັນເປັນເລື່ອງ​​ທີ່​ທຸກຄົນຄວນລະມັດລະວັງ​ ເພາະ​ຂະນະ​ທີ່ເຈົ້າກໍາລັງ​ອ່ານ​ບົດ​ຄວາມ​​ນີ້​ ກໍ່​ມີ​ຜູ້ທີ່ຕົກ​ເປັນ​ເຫຍື່ອ​ຈາກ​ Cyberbullying ອີກ​ຫຼາຍຄົນໃນ​ທົ່ວ​ໂລກ​ ທາງເຮົາ​ເລີຍ​ຢາກ​ໃຫ້​ຜູ້​ອ່ານ​ໄດ້​ລອງ​ອ່ານ​/ຕິດ​ຕາມ​ ເລື່ອງລາວ​ທີ່​ກ່ຽວກັບ​ Cyberbullying ຜ່ານ​ 02 ຫົວຂໍ້​ ດັ່ງ​ນີ້​:

  • Cyberbullying ຜ່ານຮູບເງົາ;
  • Case Study ກ່ຽວກັບ Cyberbullying ຜ່ານເລື່ອງຈິງທີ່ເກີດຂຶ້ນ.

Cyberbullying ຜ່ານຮູບເງົາ

ຫຼາຍຄົນອາດຈະມັກເບິ່ງຮູບເງົາເປັນປົກກະຕິຢູ່ແລ້ວ ແລະ ຖ້າເຮົາຢາກເຂົ້າໃຈ ສິ່ງໃດສິ່ງໜຶ່ງ ຫຼື ຢາກຮຽນຮູ້ທີ່ຈະຝຶກຝົນສິ່ງຕ່າງໆ ຮູບເງົາກໍ່ເປັນທາງເລືອກໜຶ່ງທີ່ສາມາດຕອບໂຈດຄວາມຕ້ອງການຂອງເຮົາໄດ້. ສະນັ້ນ, ການຖ່າຍຖອດເລື່ອງລາວກ່ຽວກັບ Cyberbullying ຜ່ານທາງຮູບເງົາ ກໍ່ເປັນວິທີໜຶ່ງທີ່ຈະເຮັດໃຫ້ເຈົ້າເຂົ້າໃຈເລື່ອງລາວກ່ຽວກັບ Cyberbullying  ໄດ້ດີຂຶ້ນ, ໃນຮູບເງົາຈະສະແດງໃຫ້ເຫັນການແຜ່ກະຈາຍຂອງຂ່າວລື ທີ່ມີຄວາມວ່ອງໄວຫຼາຍກ່ວາທີ່ເຮົາຈະຄາດຄິດ ແລະ ຈະເຮັດໃຫ້ເຮົາກັບມາຄິດທົບທວນສິ່ງຕ່າງໆຂອງຮູບເງົາເລື່ອງນັ້ນຄື່ນໃໝ່ ວ່າມັນເປັນເລື່ອງທີ່ເຮົາຕ້ອງໄດ້ເອົາໃຈໃສ່.

ສໍາລັບຮູບເງົາຕົວຢ່າງ ທີ່ຢາກໃຫ້ລອງເບິ່ງມີຄື:

  • 13 Reasons Why (2017)
  • Audrie & Daisy (2016)
  • Cyberbully (2015)
  • Disconnect (2013)

 Case Study ຈາກ​ເລື່ອງ​ຈິງ​

ໃນຫົວຂໍ້​ນີ້​ຈະ​ເຜີຍແຜ່​ເລື່ອງ​ລາວ​ຂອງ​ຜູ້​ທີ່ຕົ​ກ​ເປັນ​ເຫຍື່ອຂອງ​ Cyberbullying ແລະ ເປີດ​ເຜີຍ​ໃຫ້​ເຫັນ​ເຖິງ​ຄວາມ​ຮ້າຍແຮງ​ຂອງ​ Cyberbullying ຊຶ່ງ​ແຕ່​ລະ​ຄົນ ​ກໍ່​ຈະ​ມີ​ວິທີ​ການ​ຮັບ​ມື​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ ບາງ​ຄົນ​ທີ່​ມີ​ວຸ​ດທິພາ​ວະພຽງ​ພໍ​ ຫຼື ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ທີ່​ດີ​ຈາກ​ບຸກ​ຄົນ​ອ້ອມ​ຂ້າງ​ ກໍ​່ຈະ​ສາມາດ​ຜ່ານ​ພົ້ນ​ຊ່ວງ​ເວລາ​ອັນ​ຊົ່ວຮ້າຍ​ຂອງ​ພວກ​ເຂົາໄດ້​ ແຕ່​ກໍ​່ໂຊກ​ຮ້າຍ​ທີ່​ບາງ​ຄົນ​ນັ້ນ​ ໄດ້ຮັບ​ຜົນ​ກະທົບ​ທີ່​ຮ້າຍແຮງ​ຈົນ​ຕ້ອງ​ເຖິງ​ແກ່​ “ຊີວິດ​” ໂດຍ​ຈະຂໍນໍາສະເໜີ 2 ເລື່ອງ ຈາກຕ່າງປະເທດ​:

 

Megan Taylor Meier

ເປັນເດັກ​ນ້ອຍຜູ້ຍິງ ປະເທດ ສະຫາລັດ ​ອາເມລິກາ ອາຍຸ 13 ປີ​ ນາງເປັນ​ເດັກ​ທີ່​ຕິດ​ສື່ສັງຄົມຫຼາຍ, ສື່ສັງຄົມອອນລາຍ​ທີ່​ນາງຫຼິ້ນເປັນ​ປະຈຳ​ຄື​ MySpace ມື້​ໜຶ່ງ​ນາງ​ໄດ້​ຕອບ​ຮັບ​ຄຳ​ຂໍ​ເປັນໝູ່​ຈາກ​ Josh Evans ທີ່​ແອບ​ອ້າງ​ວ່າ​ເປັນ​ເດັກຜູ້ຊາຍ​ອາ​ຍຸ 16 ປີ​ ຊຶ່ງ​ Tina Meier ແມ່ຂອງ Megan ກໍ​່ໄດ້​ຖາມ​ລູ​ກວ່າ​ຮູ້​ຈັກ​ Josh ບໍ​ ນາງ​ກໍ​ຕອບ​ວ່າ​ບໍ່​

Josh ​​ບ​​ອ​ກວ່າ​​ເກີດ​ທີ່ Florida ແຕ່​ຫາ­ກໍ່​​ຍ້າຍ​ມາ​ເມືອງ O’Fallon ເມືອງ​ດຽວ​ກັບ​ທີ່ Megan ອາ­ໃສ​ຢູ່ ແລ້ວ Megan ກໍ່​ຕິດ­ຕໍ່​ກັບ Josh ຢູ່​​ຕະຫຼອດ​ມາ ແຕ່​ກໍ່​ເກີ​​ດ​ເລື່ອງ​ທີ່​ບໍ່​ຄາດ​ຄິດ​ຂຶ້ນ ນັ້ນກໍ່​ຄື​ນາງ​ໄດ້​ຜູກ​ຄໍ​ຕາຍ​ໃນ​ຕູ້​ເສື້ອ​ຜ້າ​ໃນ 3 ອາ­ທິດ​ກ່ອນ​ຈະຮອດ​ມື້​ຄົບຮອບວັນ​ເກີດ 14 ປີ​ ຂອງ​ນາງ

ເມື່​ອ​ເຂົ້າໄປ​ເບິ່ງ​ໃນ​ບັນ​ຊີ​ MySpace ກໍ່​ພົບ​ວ່າ​ ກ່ອນ​ທີ່​ Megan ຈະ​ຕັດ​ສິນ​ໃຈ​ຂ້າ​ໂຕ​ຕາຍ​ ມີ​ຂໍ້ຄວາມ​ສຸດ​ທ້າຍ​ສົ່ງ​ມາ​ຈາກ​ Josh ວ່າ​ “Everybody in O’Fallon knows how you are. You are a bad person and everybody hates you. Have a shitty rest of your life. The world would be a better place without you.” (“ທຸກ​ໆ​ ຄົນ​ໃນ​ O’Fallon ຮູ້​ນິ​ໄສມຶງ​ດີ​ ມຶງ​ມັນ​ອີ່​ຊົ່ວ​ ໃຜໆກໍ່ຊັງໜ້າມຶງ​ ຂໍ​ໃຫ້​ຊີວິດ​ທີ່​ເຫຼືອ​ຂອງ​ມຶງ​ມີ​ແຕ່​ຄວາມ​ຊວຍ​ ໂລກຄືຈະ​ດີກວ່າ​ນີ້​ຖ້າ​ບໍ່​ມີຄົນຄືມຶງ​ຢູ່​”)

ສຸດ​ທ້າ​ຍເລື່ອງ​ນີ້​ກໍ່​ຖືກ​ເປີດ​ເຜີຍ​ວ່າ​ Josh Evans ເປັນ​ບັນຊີປອມ ທີ່​ຖືກ​ສ້າງ​ຂຶ້ນ​ມາ​ໂດຍ​ແມ່​ຂອງ​ໝູ່​ຮ່ວມ​ຫ້ອງຮຽນ​ Megan ໂດຍ​ນາງ​ບອກ​ວ່າ​ທີ່ເຮັດ​ໄປຍ້ອນ​ຈະ​ຫຼອກ​ຫາ​ຂໍ້​ມູນ​ຂອງ​ Megan ໄປກໍ່ກວນຂົ່ມຂູ່​ຕໍ່​ ໃນ​ພາຍ​ຫຼັງ​.

ເລື່ອງ​ເປັນຕາຫົດຫູ່ຂອງ​ Megan ເຮັດໃຫ້​ເປັນ​ທີ່​ຮູ້​ຈັກ​ໄປ​ທົ່ວ​ອາ​ເມ​ລິກາ​. ຈາກ​ນັ້ນ,​ ​ໄດ້​ມີ​ການ​ຈັດ​ຕັ້ງ​ Megan Meier Foundation (ມູນ​ນິ​ທິ​ Megan) ຂຶ້ນ​ມາ​ ຫາກ​ໃຜສົນໃຈ ສາມາດເຂົ້າໄປເບິ່ງໄດ້ທີ່: https://www.meganmeierfoundation.org/

 

Monica Lewinsky

ສຳລັບ​ຄົນຕໍ່ໄປນີ້​​ຈະ​ເປັນ​ເລື່ອງ​ຂອງ​ຄົົນທີ່​ອາ​ຍຸ​ຫຼາຍທີ່ສຸດ​ ແລະ ​ເປັນ​ເລື່ອງ​​ທີ່​ໂດ່ງ​ດັງ​ທີ່ສຸດ​ ນັ້ນ​ຄື​ Monica Lewinsky ຍິງສາວ ຈາກສະຫາລັດ ອາເມລິກາ​ ອາ​ຍຸ 44 ປີ ທີ່​ຖືກ​ຈັບ​ໄດ້​ວ່າ​ລາວໄປ​ມີ​ຄວາມ​ສຳພັນ​ກັບ​ອະ​ດີດ​ປະ​ທາ​ນາ​ທິບໍ​ດີ​ Bill Clinton ໃນ​ປີ​ 1998 (ຊຶ່ງ​ໃນ​ຕອນ​ນັ້ນ​ນາງ​ອາ​ຍຸ​ 22 ປີ​) ເຮັດໃຫ້​ Bill Clinton ຕ້ອງ​ຖືກ​ຟ້ອງ​ຖອດ​ຖອນ​ອອກຈາກ​ຕຳແໜ່ງ​ປະ​ທາ​ນາ​ທິບໍ​ດີ​

ຊ່ວງ​ນັ້ນ​ເປັນ​ຊ່ວງ​ທີ່​ອິນ​ເຕີ​​ເນັດ​ໄດ້​ເຂົ້າ​ມາມີບົດບາດພໍ​ດີ​ ຂ່າວ​ຂອງ​ນາງ​ໄດ້​ຖືກ​ເຜີຍແຜ່​ໄປ​ຢ່າງ​ວ່ອງໄວ​ຍ້ອນອິນເຕີເນັດ ອຳນາດ​ຂອງ​ອິນ​ເຕີ​ເນັດ​ເຮັດໃຫ້​ເຮົາ​ໄດ້​ເຫັນ​ວ່າ​ຂ່າວ​ທີ່​ໄດ້​ລົງ​ອິນ​ເຕີ​ເນັດ​ໄປ​ແລ້ວ​ຈະ​ມີ​ອາ​ຍຸ​ເປັນ​ນິ​ລັນ​ດອນທັນ​ທີ​ນັບ​ຕັ້ງ​ແຕ່ຕອນທີ່ລົງ​

ຈາກສິ່ງເຫຼົ່ານັ້ນ, ເຮັດໃຫ້​ນາງ​ຖືກ​ຄົນ​ທົ່ວ​ປະເທດປ້ອຍດ່າ​ ​ເຮັດໃຫ້​ນາງ​ເກັບ​ໂຕງຽບ​ຢູ່ໃນ​ບ້ານ​ເປັນ​ເວລາ​ເຖິງ​ 20 ປີ​ ຈົນ​ປີ​ 2015 ນາງ​ກໍ​ໄດ້​ອອກ​ມາ​ເວົ້າ​ ໃນ TED Talks ໂດຍ​ນາງ​ແນະ​ນຳ​ຕົວ​ວ່າ​ນາງ​ຄື​ Patience Zero (ຄົນປ່ວຍ​ຄົນທໍາອິດ​) ຂອງ​ການ​ເສຍ​ຊື່​ສຽງ​ຕໍ່​ໜ້າ​ສັງຄົມ​ໃນ​ລະ​ດັບ​ວົງ​ກວ້າງ​ ນາງ​ບອກ​ວ່າ​ໂລກ​ເຮົາ​ທຸກ​ມື້​ນີ້​ມີ​ວັດທະນະທຳ​ໃໝ່​ກຳ​ເນີດ​ຂຶ້ນ​ມາ​ ນັ້ນ​ຄື​ “Culture of humiliation (ວັດທະນະທຳ​ຂອງ​ການ​ດູຖູກ ​ປະຈານ​)” ​ຂ່າວ​ທຸກ​ມື້​ນີ້ທີ່​ມັກ​ມີ​ເນື້ອ​ຫາ​ກ່ຽວ​ກັບ​ເລື່ອງບໍ່ດີ ເລື່ອງ​ໜ້າ​ອາຍ​ຂອງ​ຄົນ​ອື່ນ​ ເພາະ​ຂ່າວ​ປະເພດ​ນີ້​ຂຽນ​ງ່າຍ ​ແລະ​ ເຮັດໃຫ້ຄົນເບິ່ງ​ຫຼາຍ​. ນອກ​ຈາກ​ນີ້​ນາງ​ຍັງ​ໄດ້​ສະເໜີ​ແນວ​ທາງ​ທີ່​ຈະ​ມາ​ແກ້​ບັນຫາ​ໂລກ​ຂອງ​ເຮົາ​ໃນປັດຈຸບັນ.

The price of shame ໂດຍ​ Monica Lewinsky

ໃນ​ອາເມລິກາ ມີ​ຄົນຂ້າ​ຕົວ​ຕາຍ​ເນື່ອງ​ຈາກ​ຖືກ​ກໍ່ກວນທາງ​ໂລກ​ອອນ​ລາຍ (Cyberbullying) ໃນປີ​ໜຶ່ງຫຼາຍເຖິງ​ 4,500 ຄົນ​

Danielle Mansutti-Youtuber


ທີ່ກ່າວມາຂ້າງເທິງນັ້ນກໍ່ຄື ຕົວຢ່າງເລື່ອງຈິງ ຂອງການກໍ່ກວນທາງສື່ສັງຄົມອອນລາຍ Cyberbullying ຊຶ່ງຈະເຫັນໄດ້ວ່າມີຫຼາກຫຼາຍວິທີ ທີ່ສາມາດເຮັດໄດ້ ແລະ ຍັງມີອີກຫຼາຍເລື່ອງລາວທີ່ເຮົາບໍ່ໄດ້ນໍາສະເໜີ.

 

ການກໍ່ກວນແບບໃດ ຈຶ່ງແມ່ນ Cyberbullying ?

ການ​ກໍ່ກວນ​ກັນ​ໃນ​ໂລກ​ອອນ​ລາຍ​ມີ​ໄດ້​ຫຼາຍ​ວິທີ​ ໂດຍ​ຫຼັກ​ໆ​ ແລ້ວ​ຈະ​ສາມາດ​ຈຳ​ແນກ​ໄດ້​ 6 ຮູບ​ແບບ​ ດັ່ງ​ນີ້​:

1. ການ​ໂຈມ​ຕີ​ ຂູ່​ທໍາ​ຮ້າຍ​ ຫຼື ​ໃຊ້​ຄຳ​ເວົ້າທີ່ບໍ່ສຸພາບ

ການ​ໂພສ​ດ່າ,​ ຂົ່ມຂູ່,​ ໃຊ້​ຄຳ​ເວົ້າທີ່​ຮຸນແຮງ​ ບໍ່ສຸພາບ​ ບໍ່​ວ່າ​ຈະ​ເປັນ​ທາງ​ຂໍ້ຄວາມ​ສ່ວນ​ຕັວ​ ຫຼື ​ໂພສ​ທີ່​ໜ້າ​ສື່ສັງຄົມອອນລາຍຂອງ​ຜູ້​ຖືກ​ກະທຳ​ ເຊັ່ນ​: ຂູ່​ວ່າ​ຈະ​ມາ​ທໍາ​ຮ້າຍ​ ເຖິງ​ຜູ້​ກະທຳ​ຈະ​ຍງ​ບໍ່​ໄດ້​ມາທໍາ​ຮ້າຍ​ແທ້ໆ​ ແຕ່​ເປັນພຽງ​ການ​ຂົ່ມ​ຂູ່​ດ້ວຍ​ຂໍ້ຄວາມ​ ກໍ່​ຖື​ວ່າ​ຕົກຢູ່ໃນກໍລະນີ Cyberbullying.

2. ການ​ຄຸກ​ຄາມ​ທາງ​ເພດ​ແບບ​ອອນລາຍ

ການ​ເວົ້າ​ຈາ​ຄຸກ​ຄາມ​ທາງ​ເພດ​ຜ່ານ​ສື່ສັງຄົມອອນລາຍ ​​ສາມາດ​​ພົບ​ເຫັນ​​ໄດ້​ທົ່ວ​ໄປ​​ ໂດຍ​ສະເພາະ​​ທາງ​ໄລ​ຟ໌ (Live) ​​ເຟສ​ບຸກ​​ ຫຼື ​ຕາມ​ໂພສຕ່າງ​ໆ​ ກໍ່​ຈະ​ມີ​ຂໍ້ຄວາມ​ທີ່​ເຂົ້າ​ຂ່າຍ​ຄຸກ​ຄາມ​ທາງ​ເພດ​ຢູ່​ເປັນຈໍານວນຫຼວງຫຼາຍ.​ ນອກ​ຈາກ​ນີ້, ​​ການ​ສົ່ງ​ຂໍ້​ມູນ​ທີ່​ມີເນື້ອ​ຫາ​ ອະ​ນາ​ຈານ​ໂດຍ​ທີ່​ຜູ້​ຮັບ​ບໍ່​ໄດ້​​ຕ້ອງ​ການ​ ຫຼື ​ການ​ເອົາ​ຮູບ​​ໄປ​ຕັດ​ຕໍ່​ໃນທາງ​ລາມ​ົກ​ ກໍ່​ຖື​ວ່າ​ເ​ປັ​​ນ​​ Cyberbullying​ ຢ່າງ​ໜຶ່ງ​ໄດ້​ເຊັ່ນດຽວກັນ.​

3. ການ​ແອບ​ອ້າງ​ເປັນ​ຜູ້​ອື່ນ​

ກໍລະນີ​ນີ້ ​ຜູ້​ກະທຳ​ຈະ​ແອບ​ອ້າງ​ໃຊ້​ບັນຊີ​ຂອງ​ເຫຍື່ອ​ ແລ້ວ​ນຳ​ບັນ​ຊີ​ນັ້ນ​ໄປ​ໂພສ​ຂໍ້ຄວາມ​ບໍ່ສຸພາບ​ ຄລິບ​ວິ​ດີ​ໂອ​ທີ່​ບໍ່​ເໝາະ​ສົມ​ ຫຼື ​ກະທຳ​ການ​ຕ່າງ​ໆ​ ທີ່​ເກີດ​ຜົນ​ເສຍຫາຍ​ຕໍ່​ເຈົ້າ​ຂອງ​ບັນ​ຊີ​ຕົວ​ຈິງ​ ໃຜ​ເຄີຍ​ເຫັນໝູ່​ລ໋ອກ​ອິນ​ (Login) ບັນ​ຊີ​ເຟສ​ບຸກ​ຖິ້ມ​ໄວ້ ​ແລ້ວ​ເຮົາ​ເຂົ້າໄປ​ສວມ​ຮອຍ​ໂພສຂໍ້ຄວາມ​ ຫຼື ​ເຮັດສິ່ງຕ່າງ​ໆ​ ທີ່​ໝູ່​ບໍ່​ໄດ້​ເຕັມ​ໃຈ​ໃຫ້​ເຮັດ​ ກໍ່​ຄວນຈະຫຍຸດເຮັດທັນທີ​.

4. ການ​ແບ​ັ​ກ​ເມ​ (Blackmail)
        ການ​ແບ​ັ​ກ​ເມ​ (Blackmail) ຄືການນໍາເອົາຄວາມລັບຂອງຜູ້ອື່ນ ບໍ່ວ່າຈະເປັນຮູບແບບຮູບພາບ, ວີດີໂອ, ຫຼື ສຽງ ມາເຜີຍແຜ່ລົງສື່ສັງຄົມອອນລາຍ ເພື່ອເຮັດໃຫ້ເກີດການແຊຣ໌ (Share) ຕໍ່ໆໄປໃນວົງກວ້າງ ຫຼື ໃສ່ຮ້າຍປ້າຍສີ ເຊັ່ນ: ຕັດຕໍ່ຮູບພາບຂອງເຫຍື່ອ ແລ້ວນໍາມາໂພສປະຈານ.

5. ການ​ຫລອກລວງ​

ມີ​ທັງ​ການ​ຫຼອກລວງ​ໃຫ້​ເຫຍື່ອ​ຫຼົງ​ເຊື່ອ​ ນັດ​ພົບນອກ​ສະຖານ​ທີ່​ ເພື່ອຈະ​ເຮັດ​ສິ່ງທີ່ບໍ່ດີ​ ຫຼື ​ການ​ຫຼອກລວງ​ໃຫ້​ຜູ້​ເສຍ​ຫາຍ​ໂອນ​ເງິນ​ໄປ​ໃຫ້​ດ້ວຍ​ວິທີ​ການ​ຕ່າງ​ໆ​ ພົບ​ເຫັນໄດ້​ເລື້ອຍໆ​ຕາມ​ການ​ຊື້​-ຂາຍເຄື່ອງໃນ​ເຟສ​ບຸກ​​. 

6. ການສ້າງ​ກຸ່ມ​ໃນ​ໂຊ​ຊຽນ​ເພື່ອ​ໂຈມ​ຕີ​ໂດຍ​ສະເພາະ​ 

ເຫັນ​​ໄດ້ຊັດເຈນ​ຄື​ການຕັ້ງ​ເພສ (Page) ​ຂຶ້ນ​ມາ ​ເພື່ອ​ໂຈມ​ຕີ​ບຸກ​ຄົນ​ທີ່​ເປັນ​ເປົ້າ​ໝາຍ​ ຈັບ​ຜິດ​ທຸກ​ການ​ກະທຳ​ຂອງ​ເຂົາເຈົ້າ​ ໂພສ​ຂໍ້ຄວາມ​ເຮັດໃຫ້​ເກີດ​ຄວາມ​ກຽດຊັງ​ເປົ້າ​ໝາຍ​ ເປັນ​ຕົ້ນ​.

ທີ່​ມາ​: https://health.kapook.com/view150050.html

ໃນຄວາມເປັນ​ຈິງ​ແລ້ວ​ Cyberbullying ບໍ່​ໄດ້​ຈຳ​ກັດ​ຕາຍ​ຕົວ​ວ່າ​ ຈະ​ເປັນ​ການ​ກໍ່ກວນ​ແບບໃດ​ ເພາະໃນບາງກໍລະນີກໍ່ຕົກຢູ່ໃນຫຼາຍແບບ ໃນຄະດີດຽວກັນ.

ວິ​ທ​ີ​ຮັບ​ມື​ກັບ​ Cyberbullying

  • ຢ່າ​ເກັບ​ເລື່ອງ​ ໄວ້​ຄົນ​ດຽວ​ ເພາະ​ຈະ​ເປັນ​ການ​ກົດ​ດັນ​ຕົວ​ເອງ​;
  • ບັນ​ທຶກ​ຫຼັກ​ຖານ​ໄວ້ຮ້ອງ​ຟ້ອງ​ (ອ່ານ​ລາຍ​ລະອຽດ​ເພີ່ມເຕີມ ​ທີ່​ຫົວຂໍ້​ກົດໝາຍ​ດ້ານ​ລຸ່ມ​);
  • ຖ້າ​ຖືກຄຸກ​ຄາມ​ເຖິງ​ຂັ້ນ​ຮ້າຍແຮງ​ກໍ່​ອາດຈະ​ຕ້ອງ​ປ່ຽນ​ເບີ​​ໂທລະສັບ​​, ອີ​ເມວ ແລະ​​ ທີ່​ຢູ່​;
  • ເມື່ອ​ຖືກ​ປ້ອຍ​ດ່າ​ແບບ​ບໍ່​ມີ​ເຫດຜົນ​ ກໍ່​ບໍ່​ຄວນ​ໄປ​ສົນ​ໃຈ​ ເພາະ​ບໍ່​ມີ​ເຫດຜົນ​ທີ່​ເຮົາ​ຈະ​ຕ້ອງ​ໄປ​ໂຕ້ຖຽງກັບ​ເຂົາເຈົ້າ​ ເຖິງ​ແມ່ນ​ຈະ​ລົມກັນ​ຕໍ່ ​ກໍ​່ບໍ່​ຮູ້​ເລື່ອງ​​ຢູ່​ດີ ​ເພາະ​ເຂົາເຈົ້າ​ບໍ່​ມີ​ເຫດຜົນ​;
  • ຫ້າມ​ສົ່ງ​ຮູບ​ ຫຼື ​ຂໍ້​ມູນ​ສຳຄັນ​ ລົງ​ເທິງ​ອິນ​ເຕີ​ເນັດ​ ເຖິງ​ແມ່ນ​ວ່າ​ຈະ​ສົ່ງ​ແບບ​ສ່ວນ​ຕົວ​ກໍ​່ຕາມ​ ຕ້ອງ​ຄິດ​ໄວ້​ສະເໝີ​ວ່າ​ຮູບ​ພວກ​ນີ້​ມີ​ໂອ​ກາດ​ທີ່​ຈະ​ຖືກ​ເຜີຍແຜ່​ໄດ້​.

ກົດຫມາຍ​ກ່ຽວກັບ​ Cyberbullying

ສຳລັບ​ກົດຫມາຍ​ກ່ຽວກັບ​ Cyberbullying ໃນ​ປະເທດ​ລາວຍັງ​ບໍ່ມີກົດໝາຍທີ່ເຈາະຈົງສະເພາະເລື່ອງນີ້ ຄື​ກັບ​ຕ່າງ​ປະເທດ​ ແຕ່​ຈະ​ມີ​ກົດໝາຍ​ທີ່ສາມາດນໍາເອົາມາໃຊ້ໄດ້ເຊັ່ນກັນຄື ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ​ ທີ່ລະບຸໃນ ພາກທີ II ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີ, ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ, ມາດຕາ 13 ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ, ມາດຕາ 14 ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ແລະ ມາດຕາ 16 ການປອມແປງຂໍ້ມູນຄອມພິວເຕີ.

ນອກຈາກນັ້ນ, ຍັງມີມາດຕະການລົງໂທດ ຊຶ່ງຢູ່ໃນ ພາກທີ VIII ມາດຕະການຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ລະເມີດ, ມາດຕາ 62 ມາດຕະການທາງອາຍາ ໂດຍມີການລົງໂທດຕໍ່ຜູ້ກະທໍາຜິດດັ່ງນີ້:

Article Images: cybercrime.jpg

ສະຫຼຸບ

ສໍາລັບຜູ້​ທີ່ຕົ​ກ​ເປັນ​ເຫຍື່ອຂອງ Cyberbullying ບໍ່ແມ່ນວ່າຈະ​ຕ້ອງ​ຈົບ​ຊີວິດ​ດ້ວຍ​ການ​ “ຂ້າ​ຕົວ​ຕາຍ​” ທຸກ​ຄົນ​ ບາງ​ຄົນ​ທີ່​ເຂັ້ມແຂງ​ ໄດ້ຮັບ​ການ​ເບິ່ງ​ແຍງ​ຈາກ​ຄົນ​ອ້ອມ​ຂ້າງ​ທີ່​ດີ​ ກໍ່​ສາມາດ​ຜ່ານ​ຊ່ວງ​ເວລາ​ທີ່ບໍ່ດີນັ້ນ​ ມາ​ໄດ້​ (ຊຶ່ງ​ມີ​ໂອ​ກາດໜ້ອຍ​ຫຼາຍ​).

ໃນ ສປປ ລາວ ເປົ້າໝາຍຜູ້ທີ່ຖືກກໍ່ກວນໃນໂລກອອນລາຍ ສ່ວນຫຼາຍແມ່ນເດັກ ແລະ ໄວໜຸ່ມ ຊຶ່ງລັດຖະບານກໍ່ມີ ຄະນະກໍາມະການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ທີ່ໃຫ້ຄວາມສໍາຄັນຕໍ່ສິດທິ ແລະ ຜົນປະໂຫຍດ ຂອງແມ່ ແລະ ເດັກໃນຂອບເຂດທົ່ວປະເທດ ຊຶ່ງໄດ້ມີການເຄື່ອນໄຫວ ສ້າງຄວາມຮັບຮູ້ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ ກໍ່ຄືໂລກອອນລາຍ ໃຫ້ມີປະໂຫຍດ ແລະ ໄປໃນທາງທີ່ສ້າງສັນ. ເຖິງຢ່າງໃດກໍ່ຕາມ ທັງຜູ້ທີ່ຕົກເປັນເຫຍື່ອເອງທີ່ຈະຕ້ອງເຂັ້ມແຂງ ແລະ ບຸກຄົນອ້ອມຂ້າງ ກໍ່ຕ້ອງເຝົ້າສັງເກດຄົນອ້ອມຂ້າງ ແລະ ຄອຍໃຫ້ຄໍາປຶກສາ, ເປັນກໍາລັງໃຈ ໃຫ້ຜູ້ທີ່ຕົກເປັນເຫຍື່ອ ສາມາດຜ່ານພົ້ນເຫດການອັນຊົ່ວຮ້າຍນັ້ນໃຫ້ໄດ້.

 

ເອກະສານອ້າງອີງ:

  1. https://medium.com/@supanatwongchai/%E0%B8%84%E0%B8%B8%E0%B8%93%E0%B8%A3%E0%B8%B9%E0%B9%89%E0%B8%88%E0%B8%B1%E0%B8%81%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%AB%E0%B8%A1%E0%B8%B2%E0%B8%A2%E0%B8%82%E0%B8%AD%E0%B8%87-cyberbullying-%E0%B8%94%E0%B8%B5%E0%B8%9E%E0%B8%AD%E0%B9%81%E0%B8%A5%E0%B9%89%E0%B8%A7%E0%B8%AB%E0%B8%A3%E0%B8%B7%E0%B8%AD%E0%B8%A2%E0%B8%B1%E0%B8%87-ce4d6f434b47

Porher 31 August 2020 5939 reads Print