ການນຳ AI ມາປັບໃຊ້ກັບຄວາມປອດໄພທາງໄຊເບີ

ການນຳ AI ມາປັບໃຊ້ກັບຄວາມປອດໄພທາງໄຊເບີ ໝາຍເຖິງ ການນຳເອົາເຕັກໂນໂລຊີ AI ມາໃຊ້ເພື່ອ ເພີ່ມປະສິດທິຜົນໃນການ ປ້ອງກັນ, ການກວດຈັບ, ການຮັບມື ແລະ ການເພີ່ມຄວາມຢືດຢຸ່ນຂອງລະບົບ ຕໍ່ໄພຄຸກຄາມທາງໄຊເບີ, ຊຶ່ງສາມາດນໍາມາປັບໃຊ້ໄດ້ຫຼາຍຮູບແບບຄື:
- ການກວດຈັບໄພຄຸກຄາມ ແລະ ການຕິດຕາມກວດກາ
AI ຊ່ວຍເສີມສ້າງຄວາມປອດໄພທາງໄຊເບີ ໂດຍການກວດສອບ ລະບົບ, ເຄືອຂ່າຍ ແລະ ແອັບພິເຄຊັ່ນ ໄດ້ຢ່າງຕໍ່ເນື່ອງ ແລະ ທັນເຫດການ (Real-time). ການນຳເອົາ Machine Learning ແລະ ການວິເຄາະພຶດຕິກຳມາໃຊ້ ເຮັດໃຫ້ AI ສາມາດກວດພົບພຶດຕິກຳຜິດປົກກະຕິ ແລະ ໄພຄຸກຄາມໃໝ່ໆ ທີ່ລະບົບແບບເກົ່າບໍ່ສາມາດກວດພົບໄດ້.
AI ສາມາດວິເຄາະຂໍ້ມູນຈຳນວນຫຼາຍໄດ້ໄວກວ່າມະນຸດ:
- ກວດຈັບພຶດຕິກຳຜິດປົກກະຕິໃນເຄືອຂ່າຍ;
- ກວດພົບ malware, ransomware ແລະ zero-day attacks;
- ຕິດຕາມກວດກາ logs, ການຈະລາຈອນຂໍ້ມູນ ແລະ endpoints ແບບເຫດການ (real-time);
- ຫຼຸດຜ່ອນ false positives ເມື່ອທຽບກັບລະບົບຕາມກົດເກນແບບເກົ່າ.
ຕົວຢ່າງ: ລະບົບ SIEM ແລະ SOC ທີ່ໃຊ້ AI ສາມາດແຈ້ງເຕືອນກິດຈະກຳທີ່ໜ້າສົງໄສໄດ້ອັດຕະໂນມັດ.
ປະໂຫຍດທີ່ໄດ້ຮັບ: ການແຈ້ງເຕືອນໄດ້ໄວຂຶ້ນ, ການກວດພົບໄພຄຸກຄາມໄດ້ທັນເວລາ, ການສັງເກດເຫັນໄພຄຸກຄາມທາງໄຊເບີໄດ້ຊັດເຈນຂຶ້ນ.
- ການຕອບໂຕ້ກັບເຫດການສຸກເສີນທາງໄຊເບີ ແລະ ການເຮັດວຽກອັດຕະໂນມັດ
AI ສາມາດຊ່ວຍປັບປຸງການຮັບມືເຫດການສຸກເສີນທາງໄຊເບີ ໂດຍການຈັດລຳດັບຄວາມສຳຄັນຂອງເຫດການ, ແນະນຳມາດຕະການຮັບມື ແລະ ດຳເນີນການຕອບໂຕ້ຕາມແຜນ (playbook) ໂດຍອັດຕະໂນມັດ. ຊ່ວຍຫຼຸດຜ່ອນເວລາການຕອບໂຕ້ ແລະ ຄວາມຜິດພາດຈາກມະນຸດ.
AI ຊ່ວຍໃຫ້ອົງກອນສາມາດຮັບມືກັບເຫດການສຸກເສີນໄດ້ ໄວ ແລະ ມີຄວາມສະຫຼາດຫຼາຍຂຶ້ນ:
- ຈັດລຳດັບຄວາມສຳຄັນຂອງແຈ້ງເຕືອນແບບອັດຕະໂນມັດ;
- ຄູ່ມືການຮັບມືກັບເຫດການສຸກເສີນທາງໄຊເບີ ທີ່ຂັບເຄື່ອນໂດຍ AI;
- ຄາດຄະເນຜົນກະທົບ ແລະ ແນະນຳວິທີການຮັບມື;
- ເລັ່ງການຄວບຄຸມ ແລະ ການຟື້ນຟູລະບົບ.
ຕົວຢ່າງ: ແພັດຟອມ SOAR ໃຊ້ AI ໃນການແຍກລະບົບທີ່ຕິດເຊື້ອ (Infected) ອອກໂດຍອັດຕະໂນມັດ.
ປະໂຫຍດທີ່ໄດ້ຮັບ: ການຄວບຄຸມສະຖານະການໄດ້ຢ່າງວ່ອງໄວ, ເພີ່ມຄວາມພ້ອມຮັບມືຂອງລະບົບ.
- ການວິເຄາະ ແລະ ການຄາດຄະເນ ໄພຄຸກຄາມທາງໄຊເບີ
AI ຊ່ວຍວິເຄາະຂໍ້ມູນຈາກຫຼາຍແຫຼ່ງ ເຊັ່ນ: ຖານຂໍ້ມູນໄພຄຸກຄາມ, ເວັບມືດ ( Dark Web ) ແລະ ປະຫວັດການໂຈມຕີໃນອະດີດ. AI ສາມາດຊ່ວຍຄາດຄະເນໄພຄຸກຄາມໃໝ່ໆ ແລະ ສະໜັບສະໜູນການປ້ອງກັນລ່ວງໜ້າ.
AI ຊ່ວຍຍົກລະດັບຄຸນນະພາບຂອງຂໍ້ມູນຂ່າວສານໄພຄຸກຄາມທາງໄຊເບີ:
- ວິເຄາະຂໍ້ມູນໄພຄຸກຄາມທົ່ວໂລກ ແລະ ພຶດຕິກຳຂອງຜູ້ໂຈມຕີ;
- ຄາດຄະເນໄພຄຸກຄາມໃໝ່ ແລະ ຮູບແບບການໂຈມຕີ;
- ເຊື່ອມໂຍງ Indicators of Compromise (IOCs);
- ເສີມສ້າງລະບົບເຕືອນໄພລ່ວງໜ້າໃນລະດັບຊາດ ແລະ ຂະແໜງການ.
ຕົວຢ່າງ: ແບບຈຳລອງ AI ທີ່ຄາດຄະເນແນວໂນ້ມການໂຈມຕີດ້ວຍ ransomware ທີ່ມີເປົ້າໝາຍຫາໂຄງສ້າງພື້ນຖານສຳຄັນ.
ປະໂຫຍດທີ່ໄດ້ຮັບ: ການຮູ້ເທົ່າທັນໄພຄຸກຄາມ, ການປ້ອງກັນແບບລ່ວງໜ້າ.
- ການຈັດການຊ່ອງໂຫວ່
AI ຊ່ວຍຈັດລຳດັບຊ່ອງໂຫວ່ດ້ານຄວາມປອດໄພໄຊເບີ ໂດຍອີງໃສ່ຄວາມເປັນໄປໄດ້ໃນການຖືກໂຈມຕີ ແທນທີ່ຈະເບິ່ງແຕ່ຄວາມຮຸນແຮງ. ຊ່ວຍໃຫ້ການແກ້ໄຂຊ່ອງໂຫວ່ມີປະສິດທິຜົນຫຼາຍຂຶ້ນ.
AI ຊ່ວຍເສີມສ້າງການປ້ອງກັນແບບ Proactive:
- ຈັດລຳດັບຄວາມສໍາຄັນຂອງຊ່ອງໂຫວ່ຕາມຄວາມສ່ຽງ ບໍ່ແມ່ນພຽງແຕ່ຄວາມຮ້າຍແຮງ;
- ຄາດຄະເນຊ່ອງໂຫວ່ທີ່ມີແນວໂນ້ມຈະຖືກນຳໄປໃຊ້ໃນການໂຈມຕີ;
- ປັບປຸງການຕັດສິນໃຈໃນການ patch ລະບົບ.
ຕົວຢ່າງ: AI ຈັດອັນດັບ CVEs ຕາມຄວາມເປັນໄປໄດ້ໃນການຖືກໂຈມຕີຈິງ.
ປະໂຫຍດທີ່ໄດ້ຮັບ: ການຕັດສິນໃຈໂດຍອີງໃສ່ຄວາມສ່ຽງ ແລະ ການປົກປ້ອງລະບົບສຳຄັນທີ່ດີຂຶ້ນ.
- ພຶດຕິກຳຜູ້ໃຊ້ ແລະ ການກວດຈັບໄພຄຸກຄາມຈາກບຸກຄົນພາຍໃນ
AI ສາມາດກວດພົບໄພຄຸກຄາມຈາກພາຍໃນ ໂດຍການວິເຄາະພຶດຕິກຳຂອງຜູ້ໃຊ້ ເຊັ່ນ: ການເຂົ້າເຖິງຂໍ້ມູນຜິດປົກກະຕິ ຫຼື ການໃຊ້ສິດເກີນຂອບເຂດ.
AI ຊ່ວຍລະບຸຄວາມສ່ຽງຈາກຜູ້ໃຊ້ທີ່ຖືກຄວບຄຸມ ຫຼື ມີເຈດຕະນາຮ້າຍ:
- ກວດຈັບພຶດຕິກໍາການເຂົ້າລະບົບທີ່ຜິດປົກກະຕິ;
- ຕິດຕາມຮູບແບບການເຂົ້າເຖິງ ແລະ ການໃຊ້ສິດໃນທາງທີ່ຜິດ;
- ກວດຈັບໄພຄຸກຄາມຈາກພາຍໃນໄດ້ໄວ.
ຕົວຢ່າງ: ລະບົບ UEBA (User and Entity Behavior Analytics).
ປະໂຫຍດທີ່ໄດ້ຮັບ: ການກວດພົບໄພຄຸກຄາມພາຍໃນໄດ້ໄວ, ການຫຼຸດຜ່ອນຄວາມສ່ຽງຈາກບຸກຄົນ.
- AI ສຳລັບການເສີມສ້າງຄວາມຮູ້ ແລະ ການຝຶກອົບຮົມ
AI ຊ່ວຍພັດທະນາໂຄງການຝຶກອົບຮົມໃຫ້ເໝາະກັບຜູ້ຮຽນແຕ່ລະຄົນ, ຈຳລອງການໂຈມຕີ phishing ແລະ ໃຫ້ຄຳແນະນຳດ້ານຄວາມປອດໄພໄດ້ທັນທີ.
AI ສາມາດສົ່ງເສີມການພັດທະນາຄວາມອາດສາມາດຂອງມະນຸດ:
- ການຝຶກອົບຮົມດ້ານຄວາມປອດໄພໄຊເບີແບບສະເພາະບຸກຄົນ;
- Chatbot AI ເພື່ອການສ້າງຄວາມຮັບຮູ້ດ້ານຄວາມປອດໄພ;
- ການຈຳລອງແຄມເປນການຫຼອກລວງ (Phishing Campaigns) ໂດຍໃຊ້ AI;
- ການພັດທະນາທັກສະສຳລັບນັກວິເຄາະ SOC.
ຕົວຢ່າງ: ການຈຳລອງການຫຼອກລວງ (Phishing) ທີ່ສ້າງໂດຍ AI ເພື່ອຝຶກອົບຮົມພະນັກງານ.
ປະໂຫຍດທີ່ໄດ້ຮັບ: ການສ້າງວັດທະນະທຳດ້ານຄວາມປອດໄພ, ເສີມສ້າງທັກສະມະນຸດ.
- ຄວາມປອດໄພຂອງລະບົບ AI (AI Security)
ລະບົບ AI ຕ້ອງໄດ້ຮັບການປົກປ້ອງເຊັ່ນດຽວກັນ, ເພື່ອປ້ອງກັນການບິດເບືອນຂໍ້ມູນ, ການໂຈມຕີຕໍ່ແບບຈຳລອງ AI ແລະ ຮັບປະກັນຄວາມໂປ່ງໃສໃນການຕັດສິນໃຈ.
ການນຳ AI ມາໃຊ້ ຈຳເປັນຕ້ອງປົກປ້ອງ AI ເຊັ່ນກັນ:
- ປ້ອງກັນ AI ຈາກການໂຈມຕີຂໍ້ມູນ (Data poisoning);
- ປົກປ້ອງຂໍ້ມູນການຝຶກ ແລະ ແບບຈຳລອງ;
- ຕິດຕາມການຕັດສິນໃຈຂອງ AI ເພື່ອປ້ອງກັນອະຄະຕິ ແລະ ການບິດເບືອນ;
- ນຳນະໂຍບາຍ AI ທີ່ມີຈັນຍາບັນມາໃຊ້.
ປະເດັນສຳຄັນ: AI ຕ້ອງມີຄວາມປອດໄພ, ສາມາດອະທິບາຍໄດ້ ແລະ ເຊື່ອຖືໄດ້
ປະໂຫຍດທີ່ໄດ້ຮັບ: AI ທີ່ໜ້າເຊື່ອຖື, ປອດໄພ ແລະ ໃຊ້ໄດ້ຢ່າງຍືນຍົງ.
- ການຄຸ້ມຄອງ, ນະໂຍບາຍ ແລະ ຍຸດທະສາດແຫ່ງຊາດ
ການນຳ AI ມາໃຊ້ໃນຄວາມປອດໄພທາງໄຊເບີ ຈຳເປັນຕ້ອງມີກອບນະໂຍບາຍ, ກົດໝາຍ ແລະ ມາດຕະຖານທີ່ຊັດເຈນ. ລັດຖະບານຄວນສົ່ງເສີມການ ຄົ້ນຄວ້າ ແລະ ພັດທະນາ ລວມທັງການຄວາມຮ່ວມມືລະດັບພາກພື້ນ ແລະ ສາກົນ.
ໃນລະດັບຊາດ, ການນຳ AI ມາໃຊ້ຈຳເປັນຕ້ອງມີ:
- ກອບກົດໝາຍ ແລະ ລະບຽບການ;
- ນະໂຍບາຍບໍລິຫານຄວາມສ່ຽງຂອງ AI;
- ມາດຕະຖານການນຳ AI ມາໃຊ້ໃນດ້ານຄວາມປອດໄພໄຊເບີ;
- ການສ້າງຂີດຄວາມສາມາດ ແລະ ການຮ່ວມມືດ້ານການຄົ້ນຄວ້າວິໄຈ.
ຄວາມສຳຄັນຕໍ່ຍຸດທະສາດແຫ່ງຊາດ: AI ຊ່ວຍເສີມສ້າງຄວາມຢືດຢຸ່ນດ້ານຄວາມປອດໄພໄຊເບີໃນໄລຍະຍາວ ແລະ ຄວາມເຊື່ອຖືດ້ານດິຈິຕອນແຫ່ງຊາດ.
ປະໂຫຍດທີ່ໄດ້ຮັບ: ການນຳ AI ມາໃຊ້ໃນດ້ານຄວາມປອດໄພທາງໄຊເບີຢ່າງມີແນວທາງ ແລະ ຖືກຕ້ອງຕາມກົດໝາຍ.
ສະຫຼຸບ:
AI ຊ່ວຍຍົກລະດັບຄວາມປອດໄພທາງໄຊເບີ ໂດຍການກວດຈັບໄພຄຸກຄາມໄດ້ໄວຂຶ້ນ, ການຕອບໂຕ້ເຫດສຸກເສີນທີ່ສະຫຼາດຂຶ້ນ, ປັບປຸງຂໍ້ມູນເຊີງເລິກດ້ານໄພຄຸກຄາມ (Threat Intelligence) ແລະ ການບໍລິຫານຈັດການຄວາມສ່ຽງຢ່າງມີປະສິດທິພາບຫຼາຍກວ່າເກົ່າ ພ້ອມກັບການຄຸ້ມຄອງທີ່ເຂັ້ມແຂງ ເພື່ອໃຫ້ AI ມີຄວາມປອດໄພ ແລະ ເຊື່ອຖືໄດ້.
Meesaisak 17 March 2026 91 reads
Print