Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ສະຫຼຸບລາຍງານສະຖານະຂອງ ມັນແວຮຽກຄ່າໄຖ່ (Ransomware) ໃນປີ 2024



Sophos ບໍລິສັດ​ດ້ານ​ການຮັກສາ​ຄວາມ​ປອດໄ​ພທາງ​ໄຊ​ເບີ​ ເຜີຍແຜ່​ລາຍ​ງານ​ສະຫຼຸບ​ເຫດການ​ດ້ານ ມັນແວຮຽກຄ່າໄຖ່​ (Ransomware) ຂອງ​ອົງ​ກອນ​ 5,000 ແຫ່ງ​ ທົ່ວ​ໂລກ​ ຕັ້ງ​ແຕ່​ຕົ້ນ​ເຫດ​ໄປ​ຈົນ​ເຖິງ​ຄວາມ​ຮຸນແຮງ​ຂອງ​ການ​ໂຈມ​ຕີ​, ຜົນ​ກະທົບ​ທາງ​ການ​ເງິນ​ ແລະ​ ໄລຍະ​ເວລາ​ໃນ​ການ​ກູ້​ຄືນ​ລະບົບ​ຈາກ​ເຫດການ​ທີ່ເກິດຂື້ນ​ ລວມ​ເຖິງ​ຈາກ​ຜົນ​ການ​ສຳ​ຫຼວດ​ຜູ້​ນຳ​ດ້ານ​ໄອ​ທີ​/ຄວາມ​ປອດໄ​ພທາງ​ໄຊ​ເບີ​​ໃນ​ 14 ປະເທດ​.

ລາຍ​ງານ​ປະຈຳ​ປີ​ນີ້​ໄດ້ລວມ​ຂໍ້​ມູນ​ເຊີງ​ເລິກ​ກ່ຽວກັບ​ການ​ຮຽກ​ຄ່າ​ໄຖ່, ການ​ຊຳ​ລະ​ຄ່າ​ໄຖ່​ ແລະ ​ໃຫ້​ຄວາມ​ຊັດເຈນ​ກ່ຽວກັບ​ບົດ​ບາດ​ຂອງ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ການ​ແກ້​ໄຂ​ມັນແວຮຽກຄ່າໄຖ່.​

ອັດຕາ​ການ​ໂຈມ​ຕີຫຼຸດລົງ​ ແຕ່​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກູ້​ຄືນ​ລະບົບ​ເພີ່ມ​ຂຶ້ນ​

ກວດສອບເຫັນວ່າ​ໃນ​ປີ​ 2024 ມີ​ອົງ​ກອນ​ໄດ້ຮັບ​ຜົນ​ກະທົບ​ຈາກ​ ມັນແວຮຽກຄ່າໄຖ່ ຢູ່​ທີ່​ 59% ຊຶ່ງ​ຫຼຸດລົງ​ຈາກ​ ​ປີ​ 2023 ຊຶ່ງ​ມີ​ອົງ​ກອນໄດ້ຮັບ​ຜົນ​ກະທົບ​ຈາກ​ ມັນແວຮຽກຄ່າໄຖ່ ຢູ່ທີ່​ 66% ແຕ່​ເຖິງ​ແມ່ນ​ວ່າ​ການ​ໂຈມ​ຕີ​ຈະ​ຫຼຸດລົງ​ ແຕ່ເຫັນວ່າ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກູ້​ຄືນ​ລະບົບ​​ເພີ່ມ​ສູງ​ຂຶ້ນ​ (ບໍ່​ລວມ​ການ​ຈ່າຍ​ຄ່າ​ໄຖ່​) ຊຶ່ງ​ເພີ່ມ​ຂຶ້ນ​ເປັນ​ 2.73 ລ້ານ​ຫຼຽນ​ ສະ​ຫະລັດອາເມລິກາ​ ຫຼື​ 50% ຈາກ​ທີ່​ລາຍ​ງານ​ໃນ​ປີ​ 2023 ຢູ່ທີ່​ 1.82 ລ້ານ​ຫຼຽນ ສະ​ຫະລັດອາເມລິກາ.



ການ​ເຂົ້າ​ລະ​ຫັດ​ເຄື່ອງ​ໃນ​ລະບົບ​ເຄືອ​ຂ່າຍ​ທັງ​ໝົດ​ຂອງ​ອົງ​ກ​ອນພົບເຫັນໄດ້​ຍາກ​ຂຶ້ນ​

​ເຫັນວ່າປັດຈຸບັນ​ມີ​ເຄື່ອງ​ໃນ​ລະບົບ​ເຄືອ​ຂ່າຍ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ດ້ວຍ​ ມັນແວຮຽກຄ່າໄຖ່ ​ມີ​ພຽງ​ແຕ່ເຄິ່ງ​ໜຶ່ງ​ຂອງ​ອົງກອນ​ (49%) ທີ່​ຖືກ​ເຂົ້າ​ລະ​ຫັດ​ ຊຶ່ງ​ມີ​ພຽງ​ 4% ເທົ່າ​ນັ້ນ ​ທີ່​ອົງ​ກອນ​ລາຍ​ງານ​ວ່າ​ອຸປະກອນ​ 91% ຂຶ້ນ​ໄປ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ດ້ວຍ​ ມັນແວຮຽກຄ່າໄຖ່.



ເຫຍື່ອ​ຫຼາຍກວ່າ​ 50% ຍອມ​ຈ່າຍ​ເງິນ​ຮຽກ​ຄ່າ​ໄຖ່​

ຈາກ​ລາຍ​ງານ​ພົບ​ວ່າ​ໃນ​ປີ​ 2024 ມີ​ອົງ​ກອນທີ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ດ້ວຍ​ ມັນແວຮຽກຄ່າໄຖ່​ ແລະ ​ຖືກ​ເຂົ້າ​ລະ​ຫັດ​ຂໍ້​ມູນ​ ໄດ້​ຍອມ​ຮັບ​ວ່າ​ຈ່າຍ​ຄ່າ​ໄຖ່​ເພື່ອ​ກູ້​ຄືນ​ຂໍ້​ມູນ​ຫຼາຍກວ່າ​ເຄິ່ງ​ (56%) ເມື່ອ​ທຽບ​ກັບ​​ອົງ​ກອນທີ່ໄດ້​ກູ້​ຄືນ​ຂໍ້​ມູນ​ backup ກັບ​ມາ​ (68%) ລວມ​ເຖິງ​ໃຊ້​ວິທີ​ການ​ອື່ນ​ (68%) ໃນ​ການ​ກູ້​ຄືນ​ຂໍ້​ມູນ​ທີ່​ຖືກ​ໂຈມ​ຕີ​ ເຊັ່ນ:​ ບັງຄັບ​ໃຊ້​ກົດໝາຍ​ ຫຼື ​ການ​ໃຊ້​ decryption keys ທີ່​ຖືກ​ເປີດ​ເຜີຍ​ຕໍ່​ສາທາລະນະ​ແລ້ວ​.



ການ​ຈ່າຍ​ເງິນ​ຮຽກ​ຄ່າ​ໄຖ່​ສູງ​ຂຶ້ນ​ ແຕ່​ເຫຍື່ອ​ບໍ່​ໄດ້​ຈ່າຍ​ຕາມ​ລາ​ຄາ​ທີ່​ Hacker ຮຽກ​ຄ່າ​ໄຖ່​

​ໃນ​ປີ​ 2024 ມີ​ຜູ້​ຕອບ​ແບບ​ສອບ​ຖາມ​ 1,097 ລາຍ​ ທີ່​ຍອມ​ຮັບ​ວ່າ​ອົງ​ກອນຍອມ​ຈ່າຍ​ຄ່າ​ໄຖ່​ ຊຶ່ງເຮັດ​ໃຫ້​ເຫັນ​ວ່າ​ການ​ຊຳ​ລະ​ເງິນ​ຈ່າຍ​ຄ່າ​ໄຖ່​ໂດຍສະ​ເລ່ຍ​ ເພີ່ມ​ຂຶ້ນ​ 5 ເທົ່າ​ ຈາກ​ປີ​ 2023, ຈາກ​ 400,000 ດອນ​ລາ​ ​ເປັນ​ 2 ລ້ານ​ ດອນ​ລາ​.​

ເຖິງແມ່ນວ່າ​ອັດຕາ​ການ​ຈ່າຍ​ຄ່າ​ໄຖ່​ຈະ​ເພີ່ມ​ຂຶ້ນ​ ແຕ່ມີ​ພຽງ​ 24% ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​ທີ່​ບອກ​ວ່າ​ການ​ຊຳ​ລະ​ເງິນ​ຂອງ​ພວກເຂົາ​ກົງ​ກັບ​ຄຳ​ຂໍ​ຮຽກ​ຄ່າ​ໄຖ່​ທໍາອິດ​ ຊຶ່ງ​ 44% ໄດ້​ຈ່າຍ​ໜ້ອຍ​ກວ່າ​ຄຳ​ຂໍ​ຮຽກ​ຄ່າ​ໄຖ່​ທໍາອິດ​ ໃນ​ຂະນະ​ທີ່​ 31% ຈ່າຍ​ຫຼາຍກວ່າ​ຄຳ​ຂໍ​ຮຽກ​ຄ່າ​ໄຖ່​ທຳອິດ​.



ຫາກ​ຕ້ອງ​ການ​ຂໍ້​ມູນ​ເຊີງ​ເລິກ​ເພິ່ມຕື່ມ​ກ່ຽວກັບ​ການ​ຈ່າຍ​ຄ່າ​ໄຖ່​ ແລະ​ ດ້ານ​ອື່ນ​ໆ​ ສາມາດ​ເບິ່ງ​ເພິ່ມຕື່ມ​ໄດ້​ຈາກ​ລາຍ​ງານ​ສະບັບ​ເຕັມ​.

ເອກະສານອ້າງອີງ:

  1. https://news.sophos.com/en-us/2024/04/30/the-state-of-ransomware-2024/
  2. https://www.i-secure.co.th/2024/05/%e0%b8%aa%e0%b8%a3%e0%b8%b8%e0%b8%9b%e0%b8%a3%e0%b8%b2%e0%b8%a2%e0%b8%87%e0%b8%b2%e0%b8%99%e0%b8%aa%e0%b8%96%e0%b8%b2%e0%b8%99%e0%b8%b0%e0%b8%82%e0%b8%ad%e0%b8%87-ransomware-%e0%b9%83%e0%b8%99/

Meesaisak 04 June 2024 337 reads Print