Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Cybersecurity Predictions 2023: ການຄາດຄະເນຄວາມປອດໄພທາງໄຊເບີໃນປີ 2023


ໜຶ່ງ​ໃນ​ຄວາມ​ທ້າ​ທາຍ​ທີ່​ສຳຄັນ​​ຂອງ​ທີມ​ຮັກສາ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ ຄື​ແນວ​ທາງ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພທາງໄຊເບີ​ທີ່​ປ່ຽນ​ແປງ​ຢູ່ຕະຫລອດ​ເວລາ​, ຜົນກະທົບຂອງການ​ປ່ຽນ​ແປງ​ທາງ​ການ​ເມືອງ​ໂລກ​ ຄວາມ​ຕຶງ​ຄຽດ​ທີ່ເກີດຂື້ນ​ລະຫວ່າງ​ຄວາມ​ກ້າວ​ໜ້າ​ທາງ​ເສດຖະກິດ, ຄວາມໝັ້ນຄົງ​ ແລະ​ ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ​​ ເຮັດໃຫ້​ເກີດ​ການ​ຮັບ​ຮູ້​ທາງລົບ​ຢ່າງຫຼວງ​ຫຼາຍ ​ກ່ຽວກັບ​ຄວາມ​ປອດ​ໄພທາງ​ໄຊ​ເບີ​. ຢ່າງໃດ​ກໍ່​ຕາມ,​ ການຖືກ​ດຶງຄວາມ​ສົນ​ໃຈໄດ້ງ່າຍ ຈາກ​ຫົວຂໍ້​ຂ່າວ​ຕ່າງ​ໆ​ກ່ຽວກັບ​ການ​ຮັກສາ​ຄວາມ​ປອດໄພ​ທາງ​ໄຊ​ເບີ​ ແຕ່ຄວາມ​ສາມາດ​ດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ກໍ່​ໄດ້ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ດ້ວຍ​ເຕັກ​ໂນ​ໂລ​ຊີໃໝ່​ໆ​ ເພື່ອ​ຊ່ວຍ​ໃຫ້​​ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ທີ່​ປ່ຽນ​ແປງ​ຢູ່​ຕະຫຼອດ​ເວລາ​.

ການ​ຮັກສາ​ຄວາມ​ປອດ​ໄພທາງ​ໄຊ​ເບີ​ຈະ​ເປັນ​ຮາກ​ຖານ​ທີ່​ສໍາ​ຄັນ​ຂອງ​ທຸກໆ​ສິ່ງ​

ໃນ​ໄລຍະ​ທີ່​ຜ່ານມາ​ ໄດ້​ເຫັນ​ການ​ປ່ຽນ​ແປງ​ທາງ​ດິ​ຈິ​ຕ໋ອນທີ່ເກີດຂື້ນ​ຢ່າງ​ວ່ອງໄວ​ໂດຍໃຊ້​ໄລຍະເວລາ​ສັ້ນ​ໆ​ ຊຶ່ງ​ເຮັດໃຫ້​ອົງ​ກອນ​ຕ່າງ​ໆ​ຕ້ອງ​ຮັບ​ມື​ກັບ​ການ​ຢຸດ​ຊົ່ວຄາວຂອງ​ບັນດາທຸລະກິດ​ ເຊັ່ນ:​ ຜົນ​ກະທົບ​ຂອງ​ການ​ເຮັດ​ວຽກໄລຍະໄກເປັນ​ຕົ້ນ​. ການ​ຮັກສາ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ເປັນ​ສິ່ງ​ທີ່​ສຳຄັນ​ໃນ​ບາງ​ອົງ​ກອນ​ ແຕ່​ໃນ​ໄລຍະສອງ​ປີ​ທີ່​ຜ່ານມາ​ຜູ້​ນຳ​ດ້ານ​ຄວາມ​ປອດ​ໄພ ​ແລະ​ ການ​ບໍລິຫານ​ຄວາມ​ສ່ຽງ​ຕ້ອງ​ຈັດການ​ກັບການ​ກູ້​ຄືນ ​ແລະ​ ການ​ຕໍ່​ອາ​ຍຸ​ ເຮັດໃຫ້​​​ເຫັນ​​ຄວາມ​ສຳຄັນ​ກັບ​ເລື່ອງ​ນີ້​ເພີ່ມ​ຫຼາຍ​ຂຶ້ນ​, ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ມີ​ແນວ​ໂນ້ມ​ທີ່​ຈະ​ກາຍ​ເປັນ​ສິ່ງ​ສໍາ​ຄັນ​ທີ່ສຸດ​ຂອງ​ທຸກໆ​ອົງ​ກອນ​ທີ່​ດຳ​ເນີນ​ທຸລະກິດ​ໃນ​ເສດຖະກິດ​ທີ່​ຂັບ​ເຄື່ອນ​ດ້ວຍ​ເຕັກ​ໂນ​ໂລ​ຊີ.

ໃນເມືອກ່ອນ​ຈະ​ມີການກວດ​ສອບ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ເປັນ​ໄລຍະ​  ແຕ່ຕໍ່ຈາກນີ້ໄປບັນດາ​ອົງ​ກອນຈະ​ປ່ຽນ​ໄປນໍາ​ໃຊ້​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີແບບອັດໂນມັດຢ່າງ​ຕໍ່​ເນື່ອງ​​ ສິ່ງ​ນີ້​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ງ່າຍ​ຕໍ່​ການ​ຕັດ​ສິນ​ໃຈ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ທີ່​ດີ​ທີ່ສຸດ​ ໃນ​ການ​ພັດທະນາ​ຂະ​ບວນ​ການ​ທາງ​ທຸລະກິດ ​ແລະ​ ຜະລິດຕະພັນ​ດີຈິຕ໋ອນ​ ຕັ້ງ​ແຕ່​ຕົ້ນ​ ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ທຸກໆ​ສິ່ງ​ທີ່​ອົງ​ກອນ​ເຮັດ ​ຊຶ່ງ​ເປັນ​ແນວ​ທາງ​ທີ່​ເໝາະສົມທີ່ສຸດ.  ວັດທະນະທໍາ​ການ​ຮັກສາ​ຄວາມ​ປອດ​ໄພ​ແບບ​ໃໝ່​ນີ້​ ຈະ​ຂັບ​ເຄື່ອນ​ລະບົບ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ໃຫ້ເປັນ​ລະບົບ​ອັດ​ໂນ​ມັດຫຼາຍ​ຂຶ້ນ​ ຊຶ່ງ​ຊ່ວຍ​ໃຫ້​ອົງກອນ​ຕ່າງໆ​ ສາມາດ​ສ້າງ​ນະ​ວັດ​ກຳ​ ແລະ​ ປັບ​ຂະໜາດ​ໄດ້​ຢ່າງ​ປອດ​ໄພ​ ໂດຍ​ລະບົບ​ຄລາວ​ (Could Computing) ຊ່ວຍ​ຂັບ​ເຄື່ອນ​ສິ່ງ​ນີ້​ ແລະ ​ຮັກສາ​ຄວາມ​ປອດໄ​ພ​ຂອງ​ຂໍ້​ມູນ​ໃນ​ແບບ​ທີ່​ລະບົບ​ on-premises ບໍ່​ສາມາດ​ເຮັດ​ໄດ້​ ເຊັ່ນ​: ເຮັດ​ໃຫ້​ລະບົບ​ອັດ​ໂນ​ມັ​ດຂອງ​ວຽກງານ​ດ້ານ​ຄວາມ​ປອດໄ​ພທາງ​ໄຊ​ເບີ​​ງ່າຍ​ຂຶ້ນ​ ເຊັ່ນ:​ ການ​ແພັດ​ (Patch),​ ການ​ບັນ​ທຶກ,​ ການ​ກວດ​ສອບ​ ແລະ​ ການ​ລວມເຂົ້າ​ກັບ​ຊຸດ​ເຄື່ອງ​ມື​ທີ່​ມີ​ຢູ່​.

ວິ​ທ​ີ​ໃໝ່​ໃນ​ການ​ແກ້​ໄຂບັນຫາ​ຊ່ອງ​ວ່າງ​ດ້ານ​ທັກ​ສະ​

ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ ​ເປັນ​ບຸກ​ຄະລາກອນ​ທີ່​ມີ​ຄວາມ​ຈໍາ​ເປັນ ບໍ່​ແມ່ນ​ພຽງແຕ່ໃນ​ອະນາຄົດ​ເທົ່າ​ນັ້ນ​ ແຕ່​ມີ​ຕໍາ​ແໜ່ງ​ງານ​ວ່າງ​ຫຼາຍ​ລ້ານ​ຕໍາ​ແໜ່ງ​ທີ່ພ້ອມ​ຮັບ​ສະໝັກ​ໃນ​ປີ​ 2022 ແລະ ມີ​ການ​ຂາດ​ແຄນ​ບຸກຄະ​ລາ​ກອນ​ດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ເຖິງ​ 3.4 ລ້ານຄົນໃນທົ່ວ​ໂລກ​ ໃນ​ຂະນະ​ທີ່​ຈຳນວນໄ​ພ​ຄຸກ​ຄາມ​ດ້ານ​ຄວາມ​ປອດ​ໄພຍັງ​​ເພີ່ມ​ຂຶ້ນ​ເລື້ອຍໆ.​ ຈະສາມາດ​ກຽມ​ພ້ອມ ເພື່ອ​ຮັບ​ມື​ກັບໄພຄຸກຄາມ​ເຫຼົ່ານີ້​ໄດ້​ດີ​ຂຶ້ນ ​ດ້ວຍ​ການ​ຝຶກ​ອົບຮົມ​ບຸກ​ຄະລາກ​ອນ​ໃນ​ປັດຈຸບັນ ​ເຊັ່ນ ດ້ານ​ທັກ​ສະ​ຄວາມ​ສາມາດ,​ ການ​ປະ​ມວນ​ຜົນເທິງຄລາວ ແລະ ​ການ​ຮັບຮູ້​ເຖິງ​ຄວາມ​ປອດ​ໄພ.

ເຮົາ​ຄາດ​ການ​ວ່າ​ຈະ​ມີ​ແນວ​ໂນ້ມ​ໃນ​ການ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຂອງ​ຄວາມ​ຫຼາກ​ຫຼາຍ ​ແລະ​ ການ​ຄົ້ນ​ຫາ​ແນວທາງ​ໃໝ່​ໆ​ ໃນ​ການ​ຄົ້ນຫາ​ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​.​ ນອກ​ຈາກ​ນີ້,​ ​ຍັງ​ຄາດ​ການ​ວ່າ​ອົງ​ກອນ​ທີ່​ຄົ້ນຫາ​ຜູ້​ຊ່ຽວ​ຊານດັ່ງກ່າວ​ຈະ​ມີປະ​ສິດ​ທິ​ພາບ​ ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ຫຼາຍກວ່າ​ ເມື່ອ​ທຽບ​ກັບ​ອົງ​ກອນ​ທີ່​ບໍ່​ໄດ້​ເຮັດ ​ໝາຍ​ເຖິງ​ການ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຂອງ​ການ​ຈ້າງ​ງານບຸກ​ຄະລາກ​ອນທີ່​ມີ​ປະສົບການ​ທາງ​ການສຶກສາ​ ແລະ​ ອາ​ຊີບ​ທີ່​ຫຼາກ​ຫຼາຍ​ ຄົນ​ຈາກ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ​ ແລະ ​ຄົນທີ່ມີປະສົບການ ແລະ ມີປະຕິສຳພັນກັບໂລກອ້ອມຕົວໃນຮູບແບບຕ່າງໆ ເພື່ອລວມ​ຄວາມ​ຫຼາກ​ຫຼາຍ​ທາງ​ຄວາມ​ຄິດ ​ແລະ​ ຄວາມ​ຮູ້​ຄວາມ​ເຂົ້າໃຈ​ຂອງ​ມະນຸດ ຄວາມ​ຫຼາກ​ຫຼາຍ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ນັ້ນ ​ເປັນ​ຫຼາຍກວ່າ​​ຄວາມ​ເທົ່າ​ທຽມ​ກັນ​ ແຕ່​ເປັນ​ເລື່ອງ​ກ່ຽວກັບ​ການ​ເພີ່ມ​ປະສິດຕິພາບ​ໃນ​ການ​ປ້ອງ​ກັນການ​ໂຈມ​ຕີ ​ໂດຍ​ການ​ເຂົ້າ​ເຖິງ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂບັນຫາ​ທີ່​ຫຼາກ​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​. ການ​ຈ້າງ​ງານ​ທີ່​ຫຼາກ​ຫຼາຍ​ເປັນ​ສ່ວນ​ສໍາ​ຄັນຂອງ​ວັດທະນະທຳ​ຢູ່ທີ່​ AWS ແລະ ​ນັ້ນ​ໝາຍ​ຄວາມ​ວ່າ​ການ​ຈ້າງ​ບຸກ​ຄະລາ​ກອນ​ດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ທີ່​ບໍ່​ຈຳ​ເປັນ​ຕ້ອງ​ມີ​ພື້ນ​ຖານ​ດ້ານ​ນີ້​ມາ​ກ່ອນ​.

ເຕັກ​ໂນ​ໂລ​ຊີ​ໃໝ່​ສໍາ​ລັບ​ການ​ຮັກສາ​ຄວາມ​ປອດ​ໄພທາງ​ໄຊ​ເບີ​

ໃນ​ປີ​ 2023 ແລະ​ ອະນາຄົດ​ ​ຄາດ​ວ່າ​ເຕັກ​ໂນ​ໂລ​ຊີ​ທີ່ເກີດຂື້ນ​ໃໝ່​ ຈະ​ຍັງ​ຄົງ​ເສີມ​ຄວາມເຂັ້ມ​ແຂງ​ໃຫ້​ກັບ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ໃນຕໍ່ໜ້າ, ນະ​ວັດຕະ​ກຳ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ຂະ​ບວນ​ການ​ຮັກສາ​ຄວາມ​ປອດໄ​ພທາງ​ໄຊ​ເບີ​​​ມີ​ຢູ່​ງ່າຍ​ຂຶ້ນ, ມີປະ​ສິດ​ທິ​ພາບ​ເພີ່ມຫຼາຍ​ຂຶ້ນ​ ແລະ ຍັງ​ຈະ​ຂັບ​ເຄື່ອນ​ແນວ​ທາງ​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃໝ່​ໆ​ ສໍາລັບ​ອົງ​ກອນ​ອີກ​ດ້ວຍ​.

ລະບົບ​ອັດ​ໂນ​ມັ​ດ​ເກີດ​ຂຶ້ນ​ຢ່າງ​ວ່ອງໄວ ​ຊຶ່ງ​ຈຳ​ເປັນ​ຕໍ່​ການ​ຮັກສາ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ທີ່​ມີປະ​ສິດ​ທິ​ພາບ​,   ແນວ​ທາງ​ຂອງ​ປັນຍາ​ປະດິດ (Artificial Intelligence ຫຼື AI) ​ແລະ ​Machine Learning (ML) ຈະ​ຊ່ວຍ​ພັດທະນາ​ສິ່ງ​ນີ້​ ໂດຍ​ເພີ່ມ​ຊັ້ນ​ຂອງ​ລະບົບ​ອັດ​ໂນ​ມັດ ​ເພື່ອ​ຄວາມ​ປອດ​ໄພທາງ​ໄຊ​ເບີ​ເທິງຄລາວ​ AI/ML ເທິງ​ລະບົບ​ຄລາວ​ມີຄວາມສາມາດໃນ​ການ​ຄາດ​ການ​ ທີ່​ໄດ້​ມາ​ຈາກການສັງລວມ​ຂໍ້​ມູນ​​ໄວ້​ ຊຶ່ງ​ມີບົດ​ບາດ​ສຳຄັນ​ໃນ​ການເຮັດໃຫ້​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​​ກ້າວໜ້າ​ຫຼາຍ​ຂຶ້ນ​ ໂດຍ​ການ​ລະ​ບຸ​ຄ່າ​ທີ່​ຜິດ​ປົກກະຕິ ​ແລະ​ ໃຫ້​ຄຳ​ແນະ​ນຳ​ກ່ຽວກັບ​ວິທີ​ແກ້​ໄຂ​ຊ່ອງ​ໂຫວ່​ຕ່າງ​ໆ.​

ການ​ປະ​ມວນ​ຜົນ​ແບບ​ Quantum ​ຈະ​ຍັງຖືກ​ພັດທະນາ​ຕໍ່ໄປ​ຢ່າງ​ວ່ອງໄວ​ ແລະ ​ຈະ​​ແຜ່​ຫຼາຍ​ ພ້ອມທັງໃຊ້​ໄດ້​ກັບ​ການ​ໃຊ້​ງານ​ຈິງ​ ຊຶ່ງ​ໃນ​ໄລຍະຍາວ​ ສິ່ງ​ເຫຼົ່ານີ້​ຈະ​ຊ່ວຍ​ໃຫ້​ຂໍ້​ມູນ​ມີ​ຄວາມ​ປອດໄ​ພ​ສູງ​ ໂດຍ​ກະຕຸ້ນ​ໃຫ້​ອົງ​ກອນ​ຕ່າງໆ​ ພິຈາລະນາ​ Algorithm ​ແລະ​ ຂະ​ບວນ​ການ​ເຂົ້າ​ລະຫັດ​ທີ່​ໃຊ້​ຢູ່ໃນ​ປັດຈຸບັນ​ອີກ​ຄັ້ງ. ນອກ​ຈາກ​ນີ້​, ຍັງ​ຄາດ​ການ​​ວ່າກ​ົນ​ໄກ​ຕ່າງ​ໆ​ ເຊັ່ນ​: ການຢືນຢັນຕົວຕົນໂດຍໃຊ້ຫຼາຍປັດໄຈ (multi-factor authentication: MFA) ຈະ​ກາຍ​ເປັນ​ມາດຕະຖານ​ຂອງ​ອົງ​ປະກອບ​ຫຼັກ​ຂອງ​ການຮັກສາ​ຄວາມ​ປອດໄ​ພທາງ​ໄຊ​ເບີ​ ​ທີ່​ໃຊ້​ໃນ​ທຸກ​ອົງ​ກອນ ແນວ​ທາງ​ MFA ໃນ​ອະນາຄົດ​ຈະ​ກ້າວ​ໄປ​ສູ່​ການ​ຢືນຢັນ​ຕົວ​ຕົນ​ແບບ​ Biometrics​ ແລະ ​ອີກ​ຫຼາຍ​ໆ​ຮູບ​ແບບ​ ແນວ​ທາງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເພີ່ມ​ຄວາມ​ປອດ​ໄພ​ໃນ​ການ​ຢືນຢັນ​ຕົວ​ຕົນ​ສຳລັບ​ອົງ​ກອນ​ຕ່າງ​ໆ​ໄດ້ຢ່າງຫຼວງຫຼາຍ.​

ປອດໄ​ພຫຼາຍ​ຂຶ້ນ​ເມື່ອ​ຢູ່​ເທິງ​ຄລາວ​

ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີຄ​ລາວ​ທີ່ເພີ່ມ​ຂຶ້ນ ​ຈະ​ຊ່ວຍ​ໃຫ້​ອົງ​ກອນ​ຕ່າງ​ໆ​ ສາມາດ​ສ້າງ​ແນວ​ທາງ​ປະຕິບັດ​ດ້ານ​ຄວາມ​ປອດໄ​ພທາງ​ໄຊ​ເບີ​​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນ,​ ມີ​ເຄື່ອງ​ມື​ຮັກສາ​ຄວາມ​ປອດໄ​ພທາງ​ໄຊ​ເບີ​ທີ່​ຫຼາກ​ຫຼາຍ ​ພ້ອມ​ໃຊ້​ງານ​ໃນ​ລະບົບ​ຄລາວ​​ ແລະ​ ມີ​ການ​ອັບ​ເດດ​ໃຫ້​ສອດ​ຄ່ອງ​ກັບ​ແນວ​ທາງ​ປະຕິບັດ​ທີ່​ດີ​ທີ່ສຸດ​ໃນ​ອຸດສາຫະກຳ​ຢ່າງ​ຕໍ່​ເນື່ອງ​ ເພື່ອ​ຮັບ​ມື​ກັບໄ​ພ​ຄຸກ​ຄາມ​ທີ່​ປ່ຽນ​ແປງ​ຢູ່​ຕະຫຼອດ​ເວລາ.​ AWS ໄດ້ມີການ​ລົງ​ທຶນ​ຈໍາ​ນວນ​ຫຼາຍ ​ເພື່ອ​ໃຫ້​ຄົນໄດ້ຮັບ​ທັກ​ສະ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ກ້າວ​ໜ້າ ​ໃນ​ອາ​ຊີບ​ດ້ານ​ການ​ປະ​ມວນ​ຜົນເທິງ​ລະບົບ​ຄລາວ​ ​ລວມເຖິງ​ຄວາມ​ປອດ​ໄພທາງ​ໄຊ​ເບີ​ໄດ້​ງ່າຍ​ຂຶ້ນ.​ Amazon ກຳ​ລັງ​ລົງ​ທຶນ​ຫຼາຍ​ຮ້ອຍ​ລ້ານ​ຫຼຽນ​ສ​ະຫະລັດອາເມລິກາ​ ເພື່ອ​ໃຫ້​ການ​ຝຶກ​ອົບຮົມ​ທັກ​ສະ​ການ​ປະ​ມວນ​ຜົນເທິງລະບົບ​ຄລາວ​​ຟ​ຣີ​ ແກ່​ຄົນ​ຈຳນວນ​ 29 ລ້ານ​ຄົນ​ທົ່ວ​ໂລກ ​ພາຍ​ໃນ​ປີ​ 2025 ໃນໄລຍະ​ສອງ​ປີ​ນັບ​ຕັ້ງ​ແຕ່​ໄດ້​ປະ​ກາດ​ຄວາມ​ເຈດຈຳນົງ​ນີ້​. AWS ໄດ້​ຊ່ວຍ​ໃຫ້​ຄົນກ​ວ່າ​ 13 ລ້ານ​ ​ເຂົ້າ​ເຖິງ​ທັກ​ສະ​ການ​ປະ​ມວນ​ຜົນເທິງລະບົບ​ຄລາວ ​​ຜ່ານ​ໂປຣ​ແກຣມ​ຟ​ຣີ​​ ໃນພັດທະນາ​ທັກ​ສະ​ບຸກ​ຄະລາກອນ.

ຄວາ​​ມປອດໄ​ພ​ທາງ​ໄຊ​ເບີ​​ກຳ​ລັງ​​ກ​າຍ​ເປັນ​ເສົາ​ຫຼັກ​ໃນ​ການ​ວາງ​ແຜນ​ ແລະ​ ດຳເນີນ​ໂຄງການ​ດ້ານ​​ດິ​ຈິ​ຕ໋ອນ ​ຂອງ​ພາກ​​ລັດ ແລະ​ ພາກທຸລະ​ກິດ​ຕ່າງໆ ເຄື່ອງມື​​ປະ​ມວນ​​ຜ​ົນເທິງຄ​ລາວ​​ຈະ​ເປັນ​ແນວ​ໜ້າ​ໃນ​ການ​ຊ່ວຍ​ໃຫ້​ອົງກອນ​ຕ່າງໆ ປັບ​​ໂຕເຂົ້າ​ກັບ​ສະຖານະ​ການ​ຄວາມ​​ປ​ອດ​ໄພ​ທາງ​ໄຊ​ເບີ​​ທີ່​ປ່ຽນ​ແປ​​ງ ແລະ​ ສາມາດ​ມີ​​ບົດບາດ​ສຳຄັນ​ໃນ​ການ​ເພີ່ມປະສິດທິ​ພາບ​ໃຫ້​ກັບ​ອົງ​​ກອນ ໃນ​ການ​ໃຊ້​ປະໂຫຍດ​ຈາກ​ເຕັ​​ກ​ໂນ​ໂລ​​ຊີທີ່​ໃໝ່ໆ ເພື່ອ​​ປົກ​ປ້ອງ​ຂໍ້​ມູນ​ທີ່​ສຳຄັນ​ໃນ​ສັງຄົມ.

ອ່ານ​ເພີ່ມຕື່ມກ່ຽວກັບ​ການ​ຄາດ​ການ​​ດ້ານ​ຄວາມ​ປອດ​ໄພປີ​ 2023 ຈາກ​ AWS ໄດ້​ບ່ອນນີ້

 ອ້າງອີງ: https://www.techtalkthai.com/cybersecurity-predictions-2023-a-new-perspective-on-cybersecurity/

Meesaisak 06 February 2023 1368 reads Print