Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ວັນລະຫັດຜ່ານໂລກ ( World Password Day ) ວັນພະຫັດທຳອິດຂອງ ເດືອນພຶດສະພາ ຂອງທຸກໆປີ


ວັນ World Password Day ຫຼື ວັນລະຫັດຜ່ານໂລກ ( ກຳນົດເອົາ ວັນພະຫັດທຳອິດຂອງເດືອນພຶດສະພາ ຂອງທຸກໆປີ ) ມື້ນີ້ກໍານົດຂຶ້ນມາ ເພື່ອເນັ້ນໜັກໃຫ້ທຸກຄົນເຫັນເຖິງຄວາມສໍາຄັນໃນການຕັ້ງຄ່າລະຫັດຜ່ານເທິງໂລກອອນລາຍ, ເນື່ອງຈາກວ່າໃນທຸກໆປີ ຈະມີໄພຄຸກຄາມປະເພດ ຂໍ້ມູນບັນຊີຮົ່ວໄຫຼ, ຖືກແຮັກຂໍ້ມູນ ຫຼື ການສູນເສຍຂໍ້ມູນ ເກີດຂຶ້ນເປັນປະຈຳ. ກົມຄວາມປອດໄພໄຊເບີ ຈຶ່ງຢາກໃຫ້ມື້ນີ້ເປັນມື້ທີ່ດີໃນການເລີ່ມຕົ້ນຄິດທົບທວນເຖິງລະຫັດຜ່ານຂອງຕົນເອງວ່າມີຄວາມປອດໄພ ຫຼື ບໍ່? ຊຶ່ງສາມາດສັງເກດໄດ້ ດັ່ງນີ້:

  1. ລະຫັດຜ່ານທີ່ໃຊ້ນັ້ນ ງ່າຍ ແລະ ສັ້ນເກີນໄປ ຫຼື ບໍ່?
  2. ໃຊ້ລະຫັດຜ່ານຊ້ຳໆ ໃນທຸກບັນຊີ Account ໃນໂລກອອນລາຍ
  3. ໃຊ້ຄຳສັບທົ່ວໄປ ໃນການຕັ້ງຄ່າລະຫັດຜ່ານ ເຊັ່ນ: Password, admin ເປັນຕົ້ນ
  4. ໃຊ້ຂໍ້ມູນໃກ້ຕົວມາຕັ້ງລະຫັດຜ່ານ ເຊັ່ນ: ຊື່ຫຼຶ້ນ, ຊື່ຄົນໃກ້ຊິດ ຫຼື ວັນເດືອນປີເກີດຂອງຕົວເອງ.

ຖ້າຫາກເຫັນວ່າມີການຕັ້ງລະຫັດຜ່ານຕາມທີ່ກ່າວມາຂ້າງເທິງນັ້ນພຽງຂໍ້ໃດຂໍ້ໜຶ່ງແລ້ວ ກໍ່ສະແດງວ່າລະຫັດຜ່ານທີ່ຕັ້ງມາມີຄວາມປອດໄພບໍ່ພຽງພໍ, ຄວນມີການປ່ຽນລະຫັດຜ່ານ ເພື່ອຄວາມປອດໄພໃຫ້ຫຼາຍຂຶ້ນ ໂດຍນຳໃຊ້ 4 ຫຼັກການນີ້ຄຽງຄູ່ກັນໄປ ກໍ່ຄື:

  1. ຕັ້ງລະຫັດຜ່ານທີ່ຄາດເດົາຍາກ ມີຄວາມຍາວ 12-14 ຕົວອັກສອນ ທີ່ປະກອບດ້ວຍ “ ຕົວພິມໃຫຍ່-ຕົວພິມນ້ອຍ-ຕົວເລກ-ສັນຍາລັກ ”
  2. ບໍ່ໃຊ້ລະຫັດຜ່ານຊ້ຳກັນໃນຫຼາຍບັນຊີອອນລາຍ
  3. ໃນກໍລະນີ ທີ່ມີບັນຊີອອນລາຍຫຼາຍ ແລະ ບໍ່ສາມາດຈື່ຈຳໄດ້ໝົດ ແນະນຳໃຫ້ໃຊ້ໂປຣແກຣມຈັດການລະຫັດຜ່ານ ( Password manager ) ເຂົ້າມາຊ່ວຍ
  4. ໃຊ້ການຢືນຢັນຕົວຕົນສອງຂັ້ນຕອນໃນທຸກໆບັນຊີອອນລາຍ ( Two Factor Authentication )

ຖ້າຫາກທຸກຄົນສາມາດປະຕິບັດຕາມ 4 ຂໍ້ ທີ່ກ່າວມາຂ້າງເທິງນີ້ໄດ້ ບັນຊີອອນລາຍຂອງທ່ານຈະປອດໄພຂຶ້ນຢ່າງແນ່ນອນ. ໃຫ້ຈື່ຂຶ້ນໃຈວ່າລະຫັດຜ່ານເປັນສິ່ງທີ່ປົກປ້ອງຂໍ້ມູນສຳຄັນພາຍໃນບັນຊີອອນລາຍຂອງພວກເຮົາ ນັ້ນກໍ່ຄື ຂໍ້ມູນສ່ວນຕົວ, ຂໍ້ມູນບັດເຄຼດິດ, ເລກບັນຊີທະນາຄານ ແລະ ອື່ນໆ “ ຫ້າມປ່ອຍປະລະເລີຍເດັດຂາດ! ”

ຂໍ້ມູນເພີ່ມຕື່ມ:
https://nationaldaycalendar.com/world-password-day-first-thursday-in-may/

Porher 11 May 2022 4917 reads Print