Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຕິດຕາມ 5 ແນວໂນ້ມ ກັບທິດທາງ Cybersecurity ໃນປີ 2022

ໃນ​ປີ 2022 ນີ້ ຊີວິດ​ຂອງ​ເຮົາ​ກໍ​ຍັງ​ຕ້ອງ​ຕິດ​ກັບ​ກິດ​ຈະວັດປະຈຳວັນ ​ເທິງ​ໂລກ​ອອນ​ລາຍ ​ແລະ ​ຄວາມ​ສ່ຽງ​ຈາກ​ເຫດ​ອາດຊະຍາກອນ​​ທາງ​ໄຊ​ເບີ ​ທີ່​ນັບ​ມື້ ​ຈະ​ຍິ່ງ​ເພີ່ມທະວີ​ຄວາມ​ຮຸນແຮງ​ຫຼາຍ​ຂຶ້ນ ​ຢ່າງ​ປະຕິເສດ​ບໍ່​ໄດ້ ແລະ​ ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ ​ແລະ​ ຫຼີກ​ລ້ຽງ​ຈາກ​ການ​ຖືກ​ໂຈມ​ຕີ​ທາງ​ໄຊ​ເບ​ີ ນີ້​ ດ້ວຍ 5 ແນວໂນ້ມ ກ່ຽວກັບ Cybersecurity ທີ່​ທັງ​ຜູ້​ໃຊ້​ງານ​ທົ່ວ​ໄປ ​ແລະ ​ທຸລະກິດ​ ຄວນ​ລະ​ມັດ​ລະ​ວັງ​ເພີ່ມ​ຫຼາຍ​ຂຶ້ນ​ໃນ​ປີ 2022

  1. AI ເປັນ​ຕົວ​ປ່ຽນສຳຄັນ​ຂອງ Cybersecurity

ໃນ​ອາ​ດີດ​ທີ່​ຜ່ານມາ​ນັ້ນ AI ຫຼື​ ປັນຍາ​ປະດິດ ເຄີຍ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ກວດ​ຈັບ​ການ​ສໍ້​ໂກງ ແລະ ​ພຶດຕິກຳ​ອັນ​ໜ້າ​ສົງໄ​ສ​ໃນ​ທຸລະ​ກິດການ​ເງິນ, ​ກາ​ນທະ​ນາ​ຄານ ແລະ​ ມັນ​ກໍ​ໃຫ້​ຜົນ​ຮັບ​ ​ທີ່​ໜ້າ​ພໍ​ໃຈ​ຫຼາຍ​ ດັ່ງ​ນັ້ນ, ​ໃນ​ປີ 2022 ນີ້ ຫຼາຍ​ຝ່າຍ​ຈຶ່ງ​ເຊື່ອ​ວ່າ AI ຈະ​ກາຍ​ເປັນ​ແນວໂນ້ມ ​ແລະ​ ອາ​ວຸດ​ສຳຄັນ​ ທີ່​ໃຊ້​ໃນ​ການ​ຕອບ​ໂຕ້ ​ແລະ ຢັບຢັ້ງ​ເຫດ​ອາດຊະຍາກອນ​ ​ທາງ​ໄຊ​ເບ​ີ​ໄດ້.

ຜົນ​ການສຶກສາ​ສ່ວນໜຶ່ງ​ຈາກ Capgemini ບໍລິສັດ​ຜູ້​ໃຫ້​ບໍລິການ​ດ້ານ​ເຕັກ​ໂນ​ໂລ​ຊີ​ຈາກ​ຝ​ຣັ່ງ​ເສດ ລະ​ບຸ​ວ່າ 2 ໃນ 3 ຂອງ​ບໍລິສັດ​ໃນ​ກຸ່ມ​ທຸລະກິດ​ຕ່າງໆ ເຊື່ອ​ວ່າ AI ຈະ​ເປັນ​ເຄື່ອງ​ມື​ຫຼັກ ​ແລະ ​ອະນາຄົດ​ຂອງ Cybersecurity ຢ່າງ​ບໍ່​ຕ້ອງ​ສົງ​ໄສ ເຊັ່ນ​ດຽວ​ກັບ​ອີກ​ຫຼາຍ​ບໍລິສັດ​ ທີ່​ໄດ້​ດຳ​ເນີນ​ການ​ລົງ​ທຶນສຶກ​ສາ ​ແລະ ​ທົດສອບ​ລະບົບ AI ສຳລັບ​ການ​ກວດ​ຈັບ​ອາດຊະຍາກອນ​​ທາງ​ໄຊ​ເບີ​ແລ້ວ.

ຢ່າງໃດ​ກໍ​ຕາມ ​ບໍ່​ແມ່ນ​ພຽງທາງ​ທຸລະກິດ​ເທົ່າ​ນັ້ນ ​ທີ່​ເບິ່ງ​ເຫັນ​ປະໂຫຍດ​ຈາກ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ AI ເພາະ​ບັນດາ​ອາດຊະຍາກອນ​ໄຊ​ເບີ​ ທັງ​ຫຼາຍຕ່າງ​ກໍ​ເລັງ​ເຫັນ​ເຖິງ​ໂອ​ກາດ ​ທີ່​ຈະ​ໃຊ້​ມັນ​ເປັນ​ເຄື່ອງ​ມື​ສະ​ທ້ອນ​ກັບ​ການ​ໂຈມ​ຕີ ​ທີ່​ຮ້າຍແຮງ​ໄດ້​ເຊັ່ນດຽວ​ກັນ.

ຖ້າຫາກ​ມື້​ໃດ ​ທີ່​ປັນຍາ​ປະດິດ ຖືກ​ໃຊ້​ຄວບ​ຄຸມ ​ແລະ ​ກວດ​ສອບ​ອາດຊະຍາກອນ​ ​ທາງ​ໄຊ​ເບີ​ ກ​ັບ​ຖືກ​ໂຈມ​ຕີ​ ແລະ ​ຄວບ​ຄຸມ​ໂດຍ​ອາດຊະຍາກອນ​ເອງ ມັນ​ກໍ​ຄົງ​ບໍ່​ຕ່າງ​ຫຍັງ​ກັບ​ການ​​ ຢື່ນ​ກະແຈ​​ໃຫ້​ກັບ​ຄົນ​ຮ້າຍ​ທີ່​ຍ່າງ​ເຂົ້າ​-ອອກ​ບ້ານ​ຂອງ​ເຮົາ​ໄດ້ຢ່າງ​ສະບາຍ​ໃຈ.

     2. ມັນ​ແວ​ຮຽກ​ຄ່າ​ໄຖ່​ຈະ​ຍັງມີ​ຕໍ່ໄປ ແລະ ນັບມື້ ຍິ່ງ​ຫຼາຍ​ຂຶ້ນ​ເລື້ອຍໆ


ມັນ​ແວ​​ຮຽກ​ຄ່າ​ໄຖ່ ຫຼື ransomware ອີກ​ໜຶ່ງ​ຮູບ​ແບບ​ການ​ໂຈມ​ຕີ​ທາງ​ໄຊ​ເບີ ​ທີ່​ກຳ​ລັງ​ແຜ່ລະ​ບາດ​ ຢ່າງ​ໜັກ​ໃນ​ໄລຍະ​ຫຼັງ​ນີ້​ ແລະ​ ມັກ​ຈະ​ແຝງ​ຕົວ​ມາ​ກັບ​ລິ້ງ​ ​ແລະ​ ໄຟ​ລ​໌​ຕ່າງໆ ເທິງ​ເວັບ​ໄຊ ​ແລະ​ ອຸປະກອນ USB device ດ້ວຍ​ວິທີ​ການ​ເຂົ້າ​ລະ​ຫັດ ​ຫຼື ​ລັອກ​ໄຟ​ລ໌ ​ຜູ້​ໃຊ້​ງານ​ ບໍ່​ສາມາດ​ນຳ​ຂໍ້​ມູນ​ມາ​ໃຊ້​ງານ​ໄດ້ ຈົນ​ກວ່າ​ຈະ​​ຈ່າຍ​ເງິນ​ຄ່າ​ໄຖ່​ຕາມ​ທີ່​ຜູ້​ສ້າງ​ມັນ​ແວ​​ຮຽກ​ຮ້ອງ.

ສຳ​ນັກ​ງານ Cybersecurity ຈາກ NCSC (National Cyber Security Centre) ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ: ​ຫາກ​ນັບ​ສະເພາະ​ໃນ​ໄຕມາດ​ທຳອິດຂອງ​ປີ 2021 ສ​ະຖິ​ຕິ​ການ​ໂຈມ​ຕີ​ດ້ວຍ ransomware ເພີ່ມ​ສູງ​ຂຶ້ນ​ເຖິງ 3 ເທົ່າ ຈາກ​ທັງ​ໝົດ​ໃນ​ປີ 2019 ໃນ​ຂະນະ​ທີ່​ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ກ​ວ່າ 61% ເຊື່ອ​ວ່າ ສະ​ຖິ​ຕິ​ນີ້​ກໍ​ຈະ​ຍິ່ງ​ເພີ່ມ​ສູງ​ຂຶ້ນ​ອີກ​ໃນ​ປີ 2022.

ເຖິງ​ແມ່ນ​ວ່າ ransomware ຈະ​ມີ​ແນວ​ໂນ້ມ​ເພີ່ມ​ສູງ​ຂຶ້ນ​ເລື້ອຍໆ ແຕ່​ຫຼາຍ​ຝ່າຍ​ຍັງ​ເຊື່ອ​ວ່າ ​ວິທີ​ການ​ຮັບ​ມື​ທີ່​ດີ​ທີ່ສຸດ ​ກໍ​ຄື​ການສ້າງ​ຄວາມ​ຮູ້ ​ແລະ ​ຄວາມ​ເຂົ້າໃຈ ​ກ່ຽວກັບ Cybersecurity ໃຫ້​ກັບ​ບຸ​ກຄາກ​ອນ ​ໃນ​ອົງກອນ ຊຶ່ງ​ສອດ​ຄ່ອງ​ກັບ​ຜົນ​ວິໄ​ຈ ທີ່​ລາຍ​ງານ​ໂດຍ Forbes ກ່ຽວກັບ​ ທຸລະກິດ​ ແລະ ​ການ​ເງິນ​ລະ​ດັບ​ໂລກ ລະ​ບຸ​ວ່າ ​ຫາກ​ພະ​ນັກ​ງານ ​ມີ​ຄວາມ​ເຂົ້າໃຈ​ເຖິງ​ອັນຕະລາຍ​ ແລະ ​ຄວາມ​ສ່ຽງ​ຈາກ​ການ​ຖືກ​ໂຈມ​ຕີ​ດ້ວຍ ransomware ແລ້ວ ມັນ​ຈະ​ສາມາດ​ລຸດ​ໂອ​ກາດ​ໃນ​ການ​ຕົກ​ເປັນ​ເຫຍື່ອ​ໄດ້​ເຖິງ 8 ເທົ່າ​.

    3. ຍຸກ​ແຫ່ງ Internet of things (IoT) ຈະ​ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ຈາກ​ການ​ຖືກ​ໂຈມ​ຕີ

ໃນ​ຍຸກ​ແຫ່ງ Internet of things ຫຼື IoT ທີ່​ທຸກ​ຢ່າງ​ເຊື່ອມ​ເຖິງ​ກັນ​ນັ້ນ ມີ​ການ​ຄາດ​ກາ​ນ​ກັນ​ວ່າ ​ໃນ​ປີ 2022 ນີ້​ອາດ​ມີ device ທີ່​ເຊື່ອມ​ຕໍ່​ກັນ​ຫຼາຍ​ເຖິງ 18 ລ້ານ​ ແລະ ​ນັ້ນ​ກໍ​ໝາຍ​ເຖິງ​ 18 ລ້ານປະຕູ ຊຶ່ງ​ອາດຊະຍາກອນ​ທາງ​ໄຊ​ເບີ ​ອາດ​ໃຊ້​ມັນ​ເປັນ​ທາງ​ເຂົ້າ​-​ອອກ ເພື່ອ​ການ​ກໍ່​ເຫດ​ໂຈມ​ຕີ.

ອາດຊະຍາກອນ​ບາງ​ສ່ວນ​ອາດ​ໃຊ້​ພຽງ​ແຕ່ການ​ເຈາະ​ລະບົບ​ຜ່ານ​ຕູ້​ເຢັນ ​ຫຼື ​ກາ​ນ້ຳ​ຮ້ອນ​ໄຟ​ຟ້າ ​ທີ່​ບາງເທື່ອ​ອາດ​ມີ​ຊ່ອງ​ໂຫວ່ ແລະ​ ບໍ່​ໄດ້​ມີ​ລະບົບ​ປ້ອງ​ກັນ ​ທີ່​ແໜ້ນ​ໜາ ກໍ​ສາມາດ​ເຂົ້າ​ເຖິງ​ລະບົບ network ຂອງ​​ບ້ານ​ໄດ້​ຢ່າງ​ງ່າຍ​ດາຍ ແລະ ​ເຂົ້າໄປ​ລັກ​ຂໍ້​ມູນ​ຕ່າງໆ ຂອງ​ເຈົ້າ​ຂອງ​ບ້ານ ​ເທິງ​ໂທລະ​ສັບ​ ແລະ​ ຄອມພິວເຕີ​.

ແລະ 2022 ນີ້ ກໍ​ຈະ​ເປັນ​ອີກ​ໜຶ່ງ​ປີ ​ທີ່​ຢ້ຳ​ວ່າ ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ ກ່ຽວກັບ ​ຄວາມ​ສ່ຽງ​ຂອງ Cyber attack ແລະ ​ການ​ໃຫ້​ຄວາມ​ສຳຄັນ​ກັບ Cybersecurity ຈະ​ເປັນ​ເຄື່ອງ​ມື​ທີ່​ສຳຄັນ​ທີ່ສຸດ ​ສຳລັບ​ການ​ຈັດການ​ກັບ​ໄພຄຸກ​ຄາມ​ນີ້ ​ທີ່​ນັບ​ມື້​ມີ​ແຕ່​ຈະ​ເພີ່ມ​ຫຼາຍ​ຂຶ້ນ.

   4. Cybersecurity ຈະ​ກາຍ​ເປັນ​ປັດ​ໃຈ​ສຳຄັນ​ໃນ​ການ​ຄັດ​ເລືອກ​ຄູ່​ຄ້າ

ນະໂຍບາຍ​ ແລະ​ ການ​ໃຫ້​ຄວາມ​ສຳຄັນ​ກັບ Cybersecurity ຈະ​ຖືກ​ເບິ່ງ​ວ່າ​ເປັນ​ຈຸດ​ອ່ອນ​ ຫຼື ​ຈຸດ​ແຂງ​ຂອງ​ທຸລະກິດ​ໃນ​ປັດຈຸບັນ​ຫຼາຍ​ຂຶ້ນ ແລະ​ ມັນ​ຈະ​ຖືກ​ໃຊ້​ເປັນ​ຂໍ້​ພິຈາລະນາ ​ສຳຄັນ ​ໃນ​ການ​ຄັດ​ເລືອກ​ຄູ່​ຄ້າ​ກັບ​ບໍລິສັດ​ ຕ່າງໆ ເນື່ອງ​ຈາກ​ທຸລະກິດ ​ແລະ ​ອົງ​ກອນ​ເລີ່ມ​ເຫັນ​ວ່າ ​ການ​ທີ່ ​ຄູ່​ຄ້າ ​ບໍ່​ສາມາດ​ຈັດການ​ກັບ​ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ​ໄດ້​ດີ ​ອາດ​ໝາຍ​ເຖິງ ​ການ​ທີ່​ພວກ​ທ່ານ​ຕ້ອງ​ຍອມ​ແບກ​ຮັບ​ຄວາມ​ສ່ຽງ​ນີ້​ດ້ວຍ ​ຫາກ​ຍັງ​ດຶງ​ດັນ ​ທີ່​ຈະ​ເຮັດການ​ຄ້າ​ຮ່ວມ​ກັນ.

ສິ່ງ​ນີ້​ສອດ​ຄ່ອງ​ກັບ​ຜົນ​ສຳ​ຫຼວດ​ໂດຍ Gartner ບໍລິສັດ​ ຜູ້​ວິ​ໄຈ ​ແລະ​ ໃຫ້​ຄຳ​ປຶກ​ສາ​ລະ​ດັບ​ໂລກ ຊຶ່ງ​ລະ​ບຸ​ວ່າ​ພາຍ​ໃນ​ປີ 2025 ກວ່າ 60% ຂອງ​ອົງ​ກອນ​ຕ່າງໆ ຈະ​ໃຊ້​ຫົວຂໍ້​ການ​ຈັດການ​ຄວາມ​ສ່ຽງ​ຈາກໄ​ພຄຸກ​ຄາມ​ ທາງ​ໄຊ​ເບ​ີ​ເປັນ​ປັດໃ​ຈ​ຫຼັກ​ສຳຄັນ​ທີ່ສຸດ​ ໃນ​ການ​ພິຈາລະນາ​ດຳ​ເນີນ​ທຸລະກິດ​ກັບ​ອົງ​ກອນໃດ​ອົງ​ກອນ​ໜຶ່ງ.

ໃນ​ຂະນະ​ທີ່​ມາດຕະຖານ ​ແລະ​ ການ​ໃຫ້​ຄະ​ແນນ​ດ້ານ Cybersecurity ຈາກ​ສ​ະຖາ​ບັນ​ຕ່າງໆ ເຊັ່ນ: SecurityScorecard, Black Kite ຫຼື UpGuard ກໍ​ຈະ​ຍິ່ງຖືກ​ນຳ​ມາ​ໃຊ້​ຫຼາຍ​​ຂຶ້ນ​ໃນ​ອະນາຄົດ.

ນອກ​ຈາກ​ນີ້​ແລ້ວ ແນວ​ໂນ້ມ​ຂອງ​ການ​ບັງຄັບ​ໃຊ້​ກົດໝາຍ​ ທີ່​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ ​ຈາກ​ທັງ​ຢຸ​ໂຣບ, ອາ​ເມ​ຣິ​ກາ ແລະ ປະເທດ​ຈີນ ກໍ​ຈະ​ຍິ່ງ​ບີບ​ບັງຄັບ​ໃຫ້​ທຸລະກິດ​ ຕ້ອງ​ຄັດ​ເລືອກ​ຄູ່​ຄ້າ ​ຢ່າງ​ລະ​ມັດ​ລະ​ວັງ ​ຫຼາຍ​ຂຶ້ນ ເພື່ອ​ປ້ອງ​ກັນ​ການ​ຖືກ​ໂຈມ​ຕີ ​ແລະ ​ການ​ລັກ​ຂໍ້​ມູນ ​ລູກ​ຄ້າ ​ຈາກ​ການ​ໃຊ້ network ແລະ data ຮ່ວມ​ກັນ.

    5. ກົດໝາຍ ​ແລະ​ ຂໍ້​ບັງຄັບ​ຕ່າງໆ ຈະ​ມີ​ອຳນາດ​ຕໍ່​ ​ກັບ​ເຫດ​ອາດຊະຍາກອນ​​ທາງ​ໄຊ​ເບີ ​ຫຼາຍ​ຂຶ້ນ


ອາດຊະຍາກອນ​​ທາງ​ໄຊ​ເບີ ​ນັບມື້ ນັບເພີ່ມ​ຈຳນວນ​ຫຼາຍ​ຂຶ້ນ ​ແລະ ​ພັດທະນາ ​ຄວາມ​ຊັບ​ຊ້ອນ​ຈົນ​ກົດໝາຍ ​ແລະ ​ຜູ້​ທີ່​ມີ​ອຳນາດ​ຫນ້າທີ່​ຄວບ​ຄຸມ​ເບິ່ງ​ແຍງ​ ບໍ່​ສາມາດ​ຕິດຕາມ​ໄດ້​ທັນ, ປີ 2022 ຖືກ​ວາງ​ເອົາ​ໄວ້​ໃຫ້ເປັນ​ອີກ​ໜຶ່ງ​ປີ ​ແຫ່ງ​ການ​ແກ້​ໄຂ ​ແລະ​ ອອກ​ກົດ​ລະບຽບ​ຂໍ້​ບັງຄັບ​ໃຫ້​ສອດ​ຄ່ອງ​ກັບ​ສະຖານນະການ​ໃນ​ປະຈຸບັນ​ຫຼາຍ​ຂຶ້ນ.

ເຮົາ​ອາດ​ໄດ້​ເຫັນ​ການ​ອອກ​ກົດໝາຍ​ສະບັບ​ໃໝ່ໆ ທີ່​ກ່ຽວກັບ​ ການ​ເພີ່ມ​ບົດ​ລົງໂທດ ​ແລະ ​ປ້ອງ​ກັນ​ເຫດ​ອາດຊະຍາກອນ​​ທາງ​ໄຊ​ເບ​ີ ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ອະນາຄົດ ລວມເຖິງ​ການ​ຂະຫຍາຍ​ເຂດ​ອຳນາດ​ຫນ້າທີ່​ ຂອງ​ສານ ​ແລະ​ເຈົ້າ​ຫນ້າທີ່​ທາງ​ກົດໝາຍ ​ໃຫ້​ສາມາດ​ຕອບ​ໂຕ້ ​ກັບ​ມັນ​ແວ​ຮຽກ​ຄ່າ​ໄຖ່​ໄດ້​ຮຸນແຮງ​ຍິ່ງ​ຂຶ້ນ.

ລວມ​ເຖິງ​ການ​ຮ່າງ​ບົດ​ບັນຍັດ ​ທີ່​ວ່າ​ດ້ວຍ​ຄວາມ​ຮັບ​ຜິດຊອບ​ຕໍ່​ຄວາມ​ສູນເສຍ​ ຈາກ​ເຫດ​ອາດຊະຍາກອນ​ທາງ​ໄຊ​ເບ​ີ ​ທີ່​ມີ​ພາລະ​ຜູກ​ພັນ​ໂດຍ​ກົງ​ທາງ​ກົດໝາຍ​ ກັບ​ບັນດາຜູ້​ບໍລິຫານ​ລະ​ດັບ​ສູງ​ຂອງ​ອົງ​ກອນ.

ນັບ​ຈາກ​ປີ 2022 ນີ້ ແລະ ​ປີ​ຕໍ່ໆໄປ ຄວາມ​ຮູ້ ​ແລະ​ ຄວາມ​ເຂົ້າໃຈ​ ຕໍ່​ເຫດການ Cyber Attack ນັ້ນ​ຈະ​ກາຍ​ເປັນ​ເຄື່ອງ​ມື ​ທີ່​ສຳຄັນ​ທີ່ສຸດ ​ໃນ​ການ​ຕໍ່​ສູ້ກັບ​ເຫດ​ອາດຊະຍາກອນ​ທາງ​ໄຊ​ເບີ ແລະ ​ເລື່ອງ​ລາວ​ຄວາມ​ສຳຄັນ​ຂອງ Cybersecurity ກໍ​ຈະ​ຍິ່ງ​ເປັນ​ ປະເດັນ ຫລື ຫົວຂໍ້ ທີ່ທຸກຄົນ​ເວົ້າ​ເຖິງ​ກັນ​ຫຼາຍ​ຂຶ້ນ​ໃນ​ອະນາຄົດ​ແນ່ນອນ. 

ເອກະສານອ້າງອີງ

  1. https://www.forbes.com/sites/bernardmarr/2021/12/17/the-five-biggest-cyber-security-trends-in-2022/?sh=3d308d4c4fa3
  2. https://www.gartner.com/en/articles/the-top-8-cybersecurity-predictions-for-2021-2022
  3. https://www.capgemini.com/gb-en/research/reinventing-cybersecurity-with-artificial-intelligence/

Porher 06 May 2022 5211 reads Print