Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ມັລ​ແວເກີດ​ໃໝ່ ມື້ລະ 4,900 ໃນ Android, ກວ່າ 50% ມຸງໄປທີ່​ການ​ເງີນ​ໂດຍ​ກົງ

ລາຍ​ງານ​ມັລແວ​ເທິງ​ລະບົບ​ປະຕິບັດການ Android ຂອງ G DATA ຜູ້​ຜະລິດ​ຊ໋ອບແວດ້ານ​ຄວາມ​ປອດ​ໄພ​ສັນ​ຊາດ​ເຢຍລະ​ມັນ ໃນ​ໄຕ​ມາດທຳອິດສະແດງ​ໃຫ້​ເຫັນ​ວ່າ​ໃນ​ລະ​ຍະ​ເວລາ 3 ເດືອນ​ທີ່​ຜ່ານມາ ມີ​ມັລ​ແວເກີດ​ໃໝ່ 440,267 ຕົວ ຫຼື​ ເທົ່າ​ກັບ​ວ່າ​ມີ​ມັລ​ແວເກີດ​ໃໝ່​ທຸກ 18 ວິ​ນາ​ທີ ໃນ​ໄຕ​ມາດ​ທຳອິດ​ປີ 2015 ມັລ​ແວເກີດ​ໃໝ່ 440,267 ຕົວ ເພີ່ມ​ຂຶ້ນ​ຈາກ​ໄຕ​ມາດ​ທຳອິດ​ປີ 2014 ເຖິງ 21% (363,153) ແລະ​ ໄຕ​ມາດ​ສຸດ​ທ້າຍ​ປີ 2014 ທີ່ 6.4% (413,871)




ຜູ້​ໃຊ້ Android ທົ່ວ​ໂລກ​ກວ່າ 61% ມີ​ການ​ໃຊ້​ງານ​ອິນ​ເຕີ​ເນັດ ແລະ​ ຜູ້​ໃຊ້​ອິນ​ເຕີເນັດ​ໃນ​ສະ​ຫະລັດ​ອະ​ເມລິ​ກາ 78% ຊື້​ສິນ​ຄ້າ​ອອນ​ລາຍ ກວ່າ​ຄຶ່ງ​ໃຊ້​ອຸປະກອນ​ພົກ​ພາ​ໃນ​ການເຮັດ​ທຸລະ​ກຳ​ອອນ​ລາຍ ຈຶ່ງ​ອາດເປັນ​ແຮງ​ຈູງ​ໃຈ​ໃຫ້​ເຫຼົ່າ​ແຮັກ​ເກີ​ສ້າງ​ມັລ​ແວ ເທິງ Android ຈຳນວນ​ຫລາຍ ມັລ​ແວ​ເທິງ Android ກວ່າ 50% ມາ​ຈາກ​ແຮງ​ຈູງ​ໃຈ​ທາງ​ການ​ເງີນ​ໂດຍ​ກົງ ມີ​ເປົ້າ​ໝາຍ​ເພື່ອ​ຫາ​ເງີນ ແລະ​ ລັກ​ຂໍ້​ມູນ​ທາງ​ການ​ເງີນ ມາ​ໃນ​ຮູບ​ແບບ​ຂອງ​ໂທຣຈັນ (Trojan) ການ​ສົ່ງ​ຂໍ້ຄວາມ​ ຫຼື ​ການ​ໂທທີ່​ເຮັດໃຫ້​ເສຍ​ເງີນ (premium SMS and call) ເຂົ້າ​ລະ​ຫັດ​ໄຟລ​ເພື່ອ​ເອີ້ນ​ຄ່າ​ໄຖ່ (Ransomware) ແລະ​ ການ​ຄວບ​ຄຸມ​ການ​ໂອນ​ເງີນ (Remote Control of Money Transfers) ໂດຍ​ໃນ 50% ນີ້​ຍັງ​ບໍ່​ນັບ​ລວມ​ມັລແວ​ທີ່ເຮັດວຽກ​ດັກ​ຈັບ​ຂໍ້​ມູນ​ການເຮັດ​ທຸລະ​ກຳ



G DATA ຄາດ​ການວ່າ​ຫລັງ​ຈາກ​ນີ້​ມັລ​ແວ​ເທິງ Android ຈະ​ເພີ່ມ​ຈຳນວນ​ຂຶ້ນ​ອີກ​ຫລາຍ ຈາກ​ສ່ວນ​ແບ່ງ​ກາ​ນຕະລາດ​ທີ່​ສູງ ແລະ​ ອຸປະກອນ​ປະ​ເພດ IoT (Internet of Things) ຈະ​ເປັນ​ເປົ້າ​ໝາຍ​ສຳຄັນ​ຕໍ່ໄປ​ຂອງ​ມັລ​ແວ ເນື່ອງ​ຈາກ​ມີ​ການ​ເຊື່ອມ​ຕໍ່​ກັບ​ອຸປະກອນ​ພົກ​ພາ

ເອກະສານ​ອ້າງ​ອິງ:

  1. https://www.blognone.com/node/70139
  2. https://www.gdata-software.com/g-data/newsroom/news/article/g-data-releases-mobile-malware-report-for-the-first-quarter-of-2015

Porher 13 July 2015 4718 reads Print