Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ລາຍງານວ່າ: ພົບ DDoS Attack ຫຼາຍຂຶ້ນເຖິງ 180% ເມື່ອທຽບກັບປີກ່ອນ

ລາຍ​ງານ​ວ່າ: ພົບ DDoS Attack ຫຼາຍ​ຂຶ້ນ​ເຖິງ 180% ເມື່ອ​ທຽບ​ກັບ​ປີ​ກ່ອນ

Akamai ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ Cloud Services ແລະ Content Delivery Network ຂະໜາດ​ໃຫ່ຍ​ທີ່ສຸດ​ຂອງ​ໂລກ ໄດ້​ເຜີຍແຜ່​ລາຍ​ງານ​ການ​ວິ​ເຄາະ​ກ່ຽວກັບ​ໄພ​ຄຸກ​ຄາມ​ເທິງ​ລະບົບ​ Cloud ປະຈໍາ ໄຕມາດ ປີ 2015 ພົບ​ວ່າ DDoS Attack ມີ​ຈຳນວນ​ເພີ່ມ​ຫຼາຍ​ຂຶ້ນ​ໃນ​ທຸກ​ໄຕ​ມາດ ໂດຍ​ສະເພາະ​ໄຕ​ມາດ​ທີ່ຜ່ານມາ ມີ​ການກວດ​ພົບ DDoS Attack ຫຼາຍກວ່າ​ປີ​ທີ່​ຜ່ານມາ​ໃນ​ຊ່ວງ​ເວລາ​ດຽວ​ກັນ​ເຖິງ 180%

10 ອັນ​ດັບ​ປະເທດ​ທີ່​ເປັນ​ແຫຼ່ງ​ກຳ​ເນີນ DDoS Attack

Article Images: 3_2015_1.jpg

ຖື​ເປັນ​ເລື່ອງ​ໜ້າ​ແປກ​ໃຈ ທີ່​ອາເມລິກາຕົກຈາກ​ຕຳແໜ່ງ​ອັນ​ດັບ​ໜຶ່ງ​ມາ​ເປັນ​ອັນ​ດັບ 3 ປະເທດ​ທີ່​ເປັນ​ແຫລ່ງ​ກຳ​ເນີດ DDoS Attack ໂດຍ​ອັນ​ດັບ​ໃນ​ໄຕ​ມາດ​ທີ່​ຜ່ານມາ ຄື: ອັງກິດ 26% ຮອງ​ລົງ​ມາ​ຄື​ຈີນ 21%

ຈຳນວນ​ເພີ່ມ​ຂຶ້ນ ແຕ່​ຄວາມ​ຮຸນແຮງ​ຫຼຸດລົງ

DDoS Attack ໃນ​ໄຕ​ມາດ​ທີ 3 ເພີ່ມ​ຂຶ້ນ​ຈາກ​ໄຕ​ມາດ​ກ່ອນໜ້ານີ້ 23% ໂດຍ Akamai ກວດ​ພົບ​ການ​ໂຈມ​ຕີ​ທັງ​ໝົດ 1,510 ເທື່ອ ຊຶ່ງ​ສູງ​ກວ່າ​ປີ​ທີຜ່ານມາ​ເຖິງ 180% (ໃນ​ໄຕ​ມາດ​ດຽວ​ກັນ) ເຖິງແມ່ນວ່າ​ຈຳນວນ​ເທື່ອ​ຈະ​ເພີ່ມ​ຫຼາຍ​ຂຶ້ນ ແຕ່​ເຫັນວ່າ​ຄວາມ​ຮຸນແຮງ ​ແລະ ​ໄລ​ຍະ​ເວລາ​ໃນ​ການ​ໂຈມ​ຕີ​ກັບ​ຫຼຸດລົງ​ເມື່ອ​ທຽບ​ກັບ​ໄຕ​ມາດ​ທີຜ່ານມາ

XOR DDoS ໂຈມ​ຕີ​ຮຸນແຮງ​ເຖິງ 150 Gbps

ສຳລັບ​ການ​ໂຈມ​ຕີ​ທີ່​ມີ​ຄວາມ​ຮຸນແຮງ​ສູງ (ຫຼາຍກວ່າ 100 Gbps) ເຫັນ​ວ່າ​ມີ​ຈຳນວນ​ໜ້ອຍລົງ ໂດຍ​ມີ​ພຽງ 8 ເທື່ອ​ເທົ່າ​ນັ້ນ ທຽບ​ກັບ 12 ເທື່ອ​ໃນ​ໄຕ​ມາດ​ທີ່​ຜ່ານມາ ການ​ໂຈມ​ຕີ​ທີ່​ຮຸນແຮງ​ທີ່ສຸດ ຄື: XOR DDoS Attack   ຂະໜາດ 149 Gbps ແລະ​ ເປົ້າ​ໝາຍ​ສ່ວນ​ໃຫ່ຍ​ຂອງ​ແຮັກ​ເກີ ​ຄື​ໜ່ວຍ​ງານ​ທາງ​ດ້ານ Media ແລະ Entertainment

ເຖິງແມ່ນວ່າ​ຂະໜາດ​ແບນວິດຈະ​ຫຼຸດລົງ ແຕ່​ຈຳນວນ Packet ຕໍ່​ວິ​ນາ​ທີ​ກັບ​ເພີ່ມ​ຂຶ້ນ​ຈົນ​ທຳລາຍ​ສະຖິຕິໃໝ່  ຄື​ມີ​ຂະໜາດ​ສູງ​ເຖິງ 222 ລ້ານ Packet ຕໍ່​ວິ​ນາ​ທີ (Mpps) ຮຸນແຮງ​ເຖິງ​ຂະໜາດ​ສາມາດ​ເຮັດໃຫ້ Tier 1 Router ທີ່​ໃຊ້​ກັນ​ໃນ ISP ບໍ່ສາມາດໃຊ້ງານໄດ້​ຢ່າງ​ບໍ່​ຍາກ​

Amplification DDoS Attack ເປັນ​ທີ່​ນິຍົມ​ຫຼາຍ​ຂຶ້ນ

Amplification DDoS Attack ຫຼື Reflection-based DDoS Attack ເປັນ​ການ​ໂຈມ​ຕີ​ທີ່​ໃຊ້​ຫລັກ​ການ​ສະ​ທ້ອນ​ ແລະ ​ຂະຫຍາຍ​ຂະໜາດ​ກາບ​ຟິກ​ສົ່ງ​ໄປ​ຍັງ​ເປົ້າ​ໝາຍ​ທີ່​ຕ້ອງ​ການ ເມື່ອ​ທຽບ​ກັບ DDoS Attack ແບບ​ເກົ່າ​ທີ່​ເນັ້ນ​ແຕ່​ຈຳນວນ Request ພຽງ​ຢ່າງ​ດຽວ ເຫັນ​ວ່າ​ເປັນ​ທີ່​ນິຍົມ​ຫຼາຍ​ຂຶ້ນ​ຢ່າງ​ເຫັນ​ໄດ້ຊັດເຈນ ໂດຍ​ໃນ Q3 ປີ 2014 ທີ່​ຜ່ານມາ​ມີ​ການ​ໂຈມ​ຕີ​ແບບ Amplification DDoS Attack ພຽງ 5.9% ເທົ່າ​ນັ້ນ ແຕ່​ໃນ​ໄຕ​ມາດ​ທີຜ່ານມາ ຈຳນວນ​ກັບ​ເພີ່ມ​ສູງ​ຂຶ້ນ​ເຖິງ 33.19%

ສະຫຼຸບ​ການ​ໂຈມ​ຕີ​ປຽບທຽບ​ກັບ ໄຕມາດ 3 ປີ 2014 ແລະ ໄຕມາດ ປີ 2015

Article Images: 25_2015_12.png

ທີ່​ມາ: http://www.net-security.org/secworld.php?id=19207

laocert 03 March 2020 922 reads Print