Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Dark Web ແມ່ນຫຍັງ?

Dark Web ແມ່ນ​ຫຍັງ​?

ຫຼາຍ​ຄົນ​ອາດ​ຈະ​ເຄີຍ​ໄດ້ຍິນ​ຄຳ​ວ່າ​ Dark Web ຜ່ານສື່ຕ່າງໆມາຫຼາຍພໍສົມຄວນ ແຕ່ທ່ານຮູ້ບໍ່ວ່າມັນມີຄວາມໝາຍແນວໃດ ແລະ ມີລັກສະນະ​ການ​ເຮັດ​ວຽກແນວໃດ, ຊຶ່ງໃນບົດຄວາມນີ້ຈະອະທິບາຍຄຳວ່າ​ Dark Web ແບບສັ້ນໆ ແລະ ເຂົ້າໃຈໄດ້ງ່າຍ​ ດັ່ງ​ນີ້​:

Surface Web ຄື​ເວັບ​ໄຊ​​ທີ່​ເປີດ​ໃຫ້​ເຂົ້າ​ເຖິງ​ໄດ້​ດ້ວຍ​ວິທີ​ປົກກະຕິ​ (ຮູ້​ຈັກ​ກັນ​ໃນ​ຊື່​ World Wide Web ) ສາມາດ​ຄົ້ນ​ຫາ​ເວັບ​ໄຊ​​ເຫຼົ່າ​ນີ້​ໄດ້​ຜ່ານ​ Search engine.

Deep Web ເປັນ​ເວັບ​ໄຊ​​ທີ່​ບໍ່​ປະກົດ​ໃນ​ຖານ​ຂໍ້​ມູນ​ Search engine ແລະ​ ບໍ່​ເປີດ​ໃຫ້​ບຸກ​ຄົນ​ພາຍນອກ​ເຂົ້າ​ເຖິງ​ໄດ້​ດ້ວຍ​ວິທີ​ປົກກະຕິ​ ເຊັ່ນ​ ເວັບ​ທີ່​ໃຊ້​ງານ​ສະເພາະ​ເຄືອ​ຂ່າຍ​ພາຍ​ໃນ​ອົງ​ກອນ.

Dark Web ເປັນ​ເວັບ​ໄຊ​ທີ່​ຕັ້ງ​ໃຈ​ເຊື່ອງຊ້ອນການ​ເຂົ້າ​ເຖິງ​ ປົກ​ປິດ​ຂໍ້​ມູນ​ຜູ້​ຢູ່​ເບື້ອງ​ຫຼັງ​ ໂດຍ​ສ່ວນ​ໃຫຍ່​ມີ​ຈຸດປະສົງ​ເພື່ອ​ໃຊ້​ໃນ​ທາງທີ່​ຜິດຕໍ່​ກົດໝາຍ.​

ການ​ເຂົ້າ​ເຖິງ​ Dark Web ຈະ​ຕ້ອງ​ໃຊ້​ຊ່ອງ​ທາງ​ພິເສດ​ ເຊັ່ນ​ ເຂົ້າ​ຜ່ານ​ເຄືອ​ຂ່າຍ​ Tor ຫຼື​ I2P ຊຶ່ງ​ເປັນ​ການ​ເຂົ້າ​ເຖິງ​ແບບ​ບໍ່​ລະ​ບຸ​ຕົວ​ຕົນ​ (Anonymous) ແລະ ​ກວດ​ສອບ​ຍ້ອນ​ກັບ​ເສັ້ນ​ທາງ​ໄດ້​ຍາກ​ ເນື້ອ​ຫາ​ໃນ​ Dark Web ໂດຍ​ສ່ວນ​ໃຫຍ່​ຈະ​ເປັນ​ເລື່ອງ​ຜິດ​ກົດໝາຍ​ ຫຼື ​ອາຊະຍາກຳ​ ເຊັ່ນ​ ຊື້​ຂາຍ​ຢາ​ເສບ​ຕິດ​ ຂາຍ​ອາ​ວຸດ​ ຄ້າມະ​ນຸດ​ ຊື້​ຂາຍ​ມັນ​ແວ​ (Malware)​ ຫຼື ​ຊື້​ຂາຍ​ຂໍ້​ມູນ​ທີ່​ຖືກ​ລັກ​ອອກ​ມາ​ ເປັນ​ຕົ້ນ​.

ແຕ່ໃນອີກດ້ານໜຶ່ງ​ Dark Web ບາງ​ສ່ວນ​ບໍ່​ໄດ້​ເປັນເນື້ອ​ຫາ​ຜິດ​ກົດຫມາຍ​ (ຫຼື ​ອາດຈະ​ເຂົ້າ​ຂ່າຍ​ຜິດ​ກົດໝາຍ​ສະເພາະ​ໃນ​ບາງ​ປະເທດ​) ເຊັ່ນ​ ການ​ນຳ​ສະເໜີ​ຂ່າວ​ຂອງ​ນັກ​ຂ່າວ​ທີ່​ເຮັດວຽກ​ຢູ່ໃນ​ປະເທດ​ທີ່​ບໍ່​ອະນຸຍາດ​ໃຫ້​ເຜີຍແຜ່​ຂ່າວ​ສານ​ບາງຢ່າງ​ ການ​ເປີດ​ເຜີຍ​ຂໍ້​ມູນ​ອາຊະຍາກຳ ​ໂດຍ​ຜູ້​ເປີດ​ເຜີຍ​ຕ້ອງ​ການ​ປົກ​ປິດ​ຕົວ​ຕົນ​ ບໍລິການ​ແລກ​ປ່ຽນ​ສະ​ກຸນ​ເງີນ​ດິ​ຈິ​ຕອນ​ ຫຼື ​ການ​ໂອ້ລົມສົນທະນາ​ໃນ​ຫົວຂໍ້​ທີ່​ບໍ່​ເປີດ​ເຜີຍ​ຕໍ່​ສາທາລະນະ​ ເປັນ​ຕົ້ນ​.

ຢ່າງໃດ​ກໍ່​ຕາມ​ ການ​ເຂົ້າ​ເຖິງ​ເວັບ​ໄຊ​ປະ​ເພດ​ນີ້​ອາດ​ມີ​ຜົນ​ກະທົບ​ດ້ານ​ກົດໝາຍ​ ແລະ​ ມີ​ຄວາມ​ສ່ຽງ​ທີ່​ຈະ​ຕົກ​ເປັນ​ເຫຢື່ອ​ຈາກ​ມັນ​ແວ​ ຄວນ​ພິຈາລະນາ​ຢ່າງ​ຮອບຄອບ​ກ່ອນ​ເຂົ້າ​ເຖິງ​ເວັບ​ໄຊ​ເຫຼົ່າ​ນີ້​.

ເອກະສານອ້າງອີງ:  

  1. https://blog.malwarebytes.com/security-world/2017/07/explained-dark-web/
  2. http://www.techadvisor.co.uk/how-to/internet/what-is-dark-web-deep-web-3593569/

Porher 03 August 2017 5005 reads Print