Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ Malware SharkBot

ແຈ້ງເຕືອນ Malware SharkBot

ພົບເຫັນ 2 ແອັບ​ພິ​ເຄ​ຊັນ​ ທີ່​ເປັນ​ອັນຕະລາຍ​ໃນ Google Play (Mister Phone Cleaner, Kylhavy Mobile Security) ລັກ​ຂໍ້​ມູນ​ຄຸກ​ກີ້​ (cookie) ຈາກ​ການ Login ລະບົບ​ບັນ​ຊີທະນາ​ຄານ​ຂອງ​ຜູ້​ໃຊ້ມັນ​ແວ​  SharkBot ເວ​ີ​ຊັ່ນ​ໃໝ່​ທີ່​ຖືກ​ອັບ​ເກຣດ​ກັບ​ມາທີ່ Google Play Store ມຸ້ງ​ເປົ້າໃສ່​​ຜູ້​ເຂົ້າ​ໃຊ້​ລະບົບ​ທ​ະນາ​ຄານ​ຜ່ານ​ແອັບ​ພິເຄ​ຊັນ​ໃນ​ອຸປະກອນ Android ທີ່​ມີ​ການ​ຕິດ​ຕັ້ງ​ນັບເປັນ 10,000 ຄັ້ງ ແຕ່​ຈາກ​ການ​ກວດ​ສອບ​ໂດຍ Google  ທັງ 2 ແອັບ​ແມ່ນບໍ່​ພົບ​ໂຄ້​ດ​ທີ່​ເປັນ​ອັນຕະລາຍ, ຢ່າງໃດ​ກໍ​ຕາມ SharkBot ໄດ້​ທຳການ​ອັບ​ເດດ​ຫຼັງ​ຈາກ​ທີ່​ຜູ້​ໃຊ້​ຕິດ​ຕັ້ງ ແລະ ​ເປີດ​ໃຊ້​ງານ.

ຈາກ​ຂ່າວ​ຂອງ Fox IT(3) ຊຶ່ງ​ເປັນ​ສ່ວນຫນຶ່ງ​ຂອງ​ທາງ NCC Group(4) ກວດ​ພົບ​ເຫັນແອັບ​ທີ່​ເປັນ​ອັນຕະລາຍ 2 ແອັບ​ຄື: “Mister Phone Cleaner” ແລະ “Kylhavy Mobile Security” ທີ່​ມີ​ການ​ຕິດ​ຕັ້ງ​ໄປ​ແລ້ວຫລາຍ​ກວ່າ 60,000 ຄັ້ງ.

ເບື້ອງ​ຕົ້ນ​ທັງ 2 ແອັບ​ພິ​ເຄ​ຊັນ​ນີ້ ​ໄດ້​ຖືກ​ນຳ​ອອກຈາກ Google Play ແລ້ວ ສ່ວນ​ຜູ້​ໃຊ້ ​ທີ່​ຍັງ​ບໍ່​ໄດ້​ຖອນ​ການ​ຕິດ​ຕັ້ງ ຫລື​ ລົບ​ແອັບ​ພິ​ເຄ​ຊັນ​ນີ້​ອອກ ​ຍັງ​​ມີ​ຄວາມ​ສ່ຽງ​ໃນ​ການ​ໃຊ້​ງານ​ຢູ່.

ຊ່ວງ​ເວລາ​ທີ່​ພົບ​ມັນ​ແວ​ນີ້​ ສາມາດ​ທຳການໂຈມ​ຕີ​ແບບ Overlay Attacks ໂດຍ​ລັກ​ຂໍ້​ມູນ​ຜ່ານ​ການkeylogging ກາ​ນສະ​ກັດ​ກັ້ນ​ຂໍ້ຄວາມ SMS ຫລື​ ໃຫ້​ຜູ້​ໂຈມ​ຕີ ​ສາມາດ​ເຂົ້າ​ຄວບ​ຄຸມ​ເຄື່ອງ​ແມ່​ຂ່າຍ ຈາກ​ໄລຍະ​ໄກ​ໄດ້​ຢ່າງ​ສົມບູນ.

ເມື່ອ​ຕິດ​ຕັ້ງ​ສຳເລັດ​ແລ້ວ ​ຈະ​ທຳການ​ຕິດ​ຕໍ່​ກັບ​ໄປ​ທີ່ເ​ຊິ​​ເວີ C2 ເພື່ອ​ເປັນ​ການ​ອອກ​ຄຳ​ສັ່ງ ແລະ​ ຄວບ​ຄຸມ​ການ​ເຮັດ​ວຽກ ເພື່ອ​ທຳການ​ຮຽກ​​ໃຊ້​ຟາຍ SharkBot APK ທີ່​ເປັນ​ອັນຕະລາຍ ໃນ​ການ​ໃຊ້​ງານ ​ຈະ​ມີ​ການ​ແຈ້ງ​ເຕືອນ​ປົກກະຕິ​ໃນ​ການ​ຮ້ອງ​ຂໍ​ໃຫ້​​ອັບ​ເດດ ແລະ ​​ຕິດ​ຕັ້ງ​ຟາຍ APK ລວມ​ເຖິງ​ອະນຸຍາດ​ໃຫ້​ສິດ​ທີ່​ຈຳ​ເປັນ​ທັງ​ໝົດ​ໃນ​ການ​ໃຊ້​ງານ ເຮັດໃຫ້​ການ​ກວດ​ຈັບ​ເປັນ​ໄປ​ໄດ້​ຍາກ​ຂຶ້ນ ​ເພາະ SharkBot ຈະ​ຈັດ​ເກັບ​ຂໍ້​ກຳນົດ​ຕ່າງ​ໆ ໃນ​ຮູບ​ແບບ​ຂອງ​ໂຄ້​ດ​ທີ່​ມີ​ການ​ເຂົ້າ​ລະ​ຫັດ ​ໂດຍ​ໃຊ້​ອັນ​ກໍ​ຣິ​ທຶມ (Algorithm) RC4.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/sharkbot-malware-sneaks-back-on-google-play-to-steal-your-logins/
  2. https://cybertron.co.th/malware-sharkbot/
  3. https://blog.fox-it.com/2022/09/02/sharkbot-is-back-in-google-play/
  4. https://www.nccgroup.com/




ລາຍການຮູບ

Porher 30 September 2022 677 Print