Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

QNAP ອອກແຈ້ງເຕືອນ ພົບເຫັນ DeadBolt ransomware ໂຈມຕີຜ່ານຊ່ອງໂຫວ່ Zero-day ໃນ QNAP Photo Station

QNAP ອອກແຈ້ງເຕືອນ ພົບເຫັນ DeadBolt ransomware ໂຈມຕີຜ່ານຊ່ອງໂຫວ່ Zero-day ໃນ QNAP Photo Station
QNAP ໄດ້​ອອກ​ແຈ້ງ​ເຕືອນເຖິງ​ລູກ​ຄ້າ​ທີ່​ໃຊ້​ງານ QNAP Photo Station ວ່າ​ກຳ​ລັງ​ພົບເຫັນ DeadBolt Ransomware ເລີ່ມ​ທຳການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່ Zero-day ກັບ​ອຸປະກອນ​ທີ່ທຳການ​ເຊື່ອມ​ຕໍ່​ເຂົ້າ​ສູ່​ອິນ​ເຕີເນັດ ຫຼ້າ​ສຸດທາງ QNAP ໄດ້​​ອອກຕົວແກ້ໄຂ (Patch) ​ເພື່ອ​ປິດຊ່ອງ​ໂຫວ່ Zero Day ດັ່ງ​ກ່າວ​ແລ້ວ ໂດຍ​ອັບ​ເດດ​ປິດ​ຊ່ອງ​ໂຫວ່​ມີ​ດັ່ງ​ນີ້:





  • QTS 5.0.1: Photo Station 6.1.2 ຂຶ້ນ​ໄປ
  • QTS 5.0.0/4.5.x: Photo Station 6.0.22 ຂຶ້ນ​ໄປ
  • QTS 4.3.6: Photo Station 5.7.18 ຂຶ້ນ​ໄປ
  • QTS 4.3.3: Photo Station 5.4.15 ຂຶ້ນ​ໄປ
  • QTS 4.2.6: Photo Station 5.2.14 ຂຶ້ນ​ໄປ

ນອກ​ຈາກ​ນີ້ QNAP ຍັງ​ໃຫ້​ຄຳ​ແນະ​ນຳ​ເພິ່ີ່ມຕື່ມອີກວ່າ ບໍ່​ຄວນ​ເຊື່ອມ​ຕໍ່​ລະບົບ NAS ເຂົ້າ​ສູ່​ອິນ​ເຕີ​ເນັດ​ໂດຍ​ກົງ ຄວນ​ໃຊ້​ງານ​ລັກສະນະສະເພາະ (Feature) ຂອງ myQNAPcloud Link ຫລື VPN ເພື່ອ​ເພີ່ມ​ຄວາມ​ປອດໄ​ພ.

ກຸ່ມ​ໄພຄຸກ​ຄາມ DeadBolt ມຸ້ງ​ເປົ້າ​ໂຈມ​ຕີ​ອຸປະກອນ NAS ທີ່​ເຊື່ອມ​ຕໍ່​ກັບ​ອິນ​ເຕີເນັດ​ໂດຍ​ສະເພາະ ພົບ​ເທື່ອ​ທຳອິດ​ໃນ​ຊ່ວງ​ຕົ້ນ​ປີ​ທີ່​ຜ່ານມາ ກ່ອນ​ໜ້າ​ນີ້ ​ເຄີຍ​ມີ​ການ​ໂຈມ​ຕີ​ອຸປະກອນ ASUSTOR NAS ມາ​ກ່ອນ​ແລ້ວ ຊຶ່ງ​ໃຊ້​ວິທີ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່ Zero-day ເຊັ່ນ​ດຽວ​ກັນ.

ເອກະສານອ້າງອີງ:
https://www.bleepingcomputer.com/news/security/qnap-patches-zero-day-used-in-new-deadbolt-ransomware-attacks/


ລາຍການຮູບ

Porher 16 September 2022 1,247 Print