Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບຊ່ອງໂຫວ່ຮ້າຍແຮງເທິງ Zyxel Firewall ແນະນໍາໃຫ້ຜູ້ໃຊ້ງານເລັ່ງອັບເດດ

ພົບຊ່ອງໂຫວ່ຮ້າຍແຮງເທິງ Zyxel Firewall ແນະນໍາໃຫ້ຜູ້ໃຊ້ງານເລັ່ງອັບເດດ

ພົບຊ່ອງໂຫວ່ໝາຍເລກ  cve-2022-30525 ນີ້ ຖືກຄົ້ນພົບໂດຍທີມງານ Rapid 7 ຊຶ່ງປະຈຸບັນໄດ້ກາຍເປັນໂມດູນໃນ Metasploit ແລ້ວ, ດັ່ງນັ້ນ ຜູ້ໃຊ້ງານຄວນອັບເດດ firmware ໂດຍໄວ.

ຊ່ອງໂຫວ່ຮ້າຍແຮງນີ້ ເຮັດໃຫ້ຜູ້ໂຈມຕີ ສາມາດເຂົ້າເຖິງອຸປະກອນໄດ້ຢ່າງສົມບູນ ດ້ວຍການຣັນຄໍາສັ່ງທີ່ບໍ່ໄດ້ຮັບອະນຸຍາດຜ່ານໜ້າ HTTP, ທີມງານ Rapid 7 ໄດ້ຄົ້ນພົບ Zyxel ຕັ້ງແຕ່ 13 ເມສາ 2022 ທີ່ຜ່ານມາ, ຫຼັງຈາກສັນຍາ ອອກແພັດ (Patch) ໃນເດືອນ ມິຖຸນາ ແລະ ປ່ອຍອອກມາກ່ອນ ວັນທີ 28 ເມສາ ທີ່ຜ່ານມານີ້, ຊຶ່ງລາຍລະອຽດຂອງ ອຸປະກອນທີ່ໄດ້ຮັບຜົນກະທົບຈາກຊ່ອງໂຫວ່ ມີຄື:

  • USG20-VPN ແລະ USG20W-VPN ທີ່ໃຊ້ firmware 5.21ແລະ ເວີຊັ່ນທີ່ຕ່ຳກວ່າ;
  • ATP 100, 200, 500, 700, 800 ທີ່ໃຊ້ firmware 5.21 ແລະ ເວີຊັ່ນທີ່ຕ່ຳກວ່າ;
  • USG FLEX 50, 50W, 100W, 200, 500, 700 ທີ່ໃຊ້ firmware 5.21 ແລະ ເວີຊັ່ນທີ່ຕ່ຳກວ່າ.

ເຖິງຢ່າງໃດກໍ່ຕາມ ທີມງານ Rapid 7 ໄດ້ເຜີຍແຜ່ເອກະສານກ່ຽວກັບ ຊ່ອງໂຫວ່ ແລະ ວິທີການນຳໄຊ້ລົງໃນ Metaspliot  ແລ້ວ, ສຳລັບຜູ້ທີ່ສົນໃຈ  ສາມາດເຂົ້າເບິ່ງການສາທິດໄດ້ທີ່ ວິດີໂອ ຂ້າງລຸ່ມນີ້


ຈາກ​ການ​ຄົ້ນ​ຫາຜ່ານ​ Shodan  ແມ່ນພົບເຫັນການອອນລາຍຂອງອຸປະກອນທີ່ມີຄວາມສ່ຽງປະມານ 16,213 ເຄື່ອງ ໃນທົ່ວໂລກ ແລະ ເມື່ອຊ່ອງໂຫວ່ຖືກປັບແຕ່ງໃຫ້ພ້ອມໃຊ້ງານໄດ້ງ່າຍຂຶ້ນແລ້ວ ຖ້າທ່ານເປັນຜູ້ໃຊ້ງານກໍ່ຄວນເລັ່ງອັບເດດທັນທີ ສຶກສາລາຍລະອຽດຈາກຜູ້ຜະລິດໄດ້ທີ່
https://www.zyxel.com/support/Zyxel-security-advisory-for-OS-command-injection-vulnerability-of-firewalls.shtml

ຂໍ້ແນະນຳ ແລະ ການປ້ອງກັນ

ອັບເດດ firmware ໃຫ້ເປັນເວີຊັ່ນຫລ້າສຸດໂດຍໄວ.

ເອກະສານອ້າງອີງ:

https://www.techtalkthai.com/zyxel-firewall-cve-2022-30525/

https://www.bleepingcomputer.com/news/security/zyxel-fixes-firewall-flaws-that-could-lead-to-hacked-networks/


ລາຍການຮູບ

Porher 17 May 2022 4,387 Print