Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ອີເມວວັກຊີນ Covid-19 ປອມລະບາດໜັກ! ຫຼອກເອົາເງິນ ແລະ ລັກຂໍ້ມູນສຳຄັນ

ອີເມວວັກຊີນ Covid-19 ປອມລະບາດໜັກ! ຫຼອກເອົາເງິນ ແລະ ລັກຂໍ້ມູນສຳຄັນ

ຊ່ວງ​ນີ້​ເປັນ​ຊ່ວງ​ທີ່​ຫຼາຍ​ໆ​ປະເທດ​ມີ​ການ​ປະ​ຊາ​ສຳພັນ​ກ່ຽວກັບ​ວັກ​ຊີນ Covid-19 ຕາມ​ຊ່ອງ​ທາງ​ຕ່າງ​ໆ ເພື່ອ​ໃຫ້​ປະຊາຊົນ​ໄດ້ຮັບ​ວັກ​ຊີນ​​ຢ່າງ​ທົ່ວ​ເຖິງ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ການ​ປະ​ຊາ​ສຳພັນ​ຜ່ານ​ໂທລະພາບ ຫຼື ​ສື່​ສັງຄົມອອນລາຍ​ຂອງ​ລັດຖະບານ.

ໃນໄລຍະ​ທີ່​ຄົນ​ສ່ວນ​ຫຼາຍ​ໃຫ້​ຄວາມ​ສົນ​ໃຈ​ກັບ​ວັກ​ຊີນ ກຸ່ມ​ອາຊະຍາກອນ​ໄຊ​ເບ​ີ​ສວຍໃຊ້​ໂອ​ກາດ​ນີ້​ປອມ​ໂຕ​ເປັນ​ອົງ​ກອນ​ອະນາໄມ​ໂລກ ຫຼື ​ບໍລິສັດ​ຢາ​ລາຍ​ໃຫຍ່ ສ້າງ​ແຄມ​ເປນ​ວັກ​ຊີນ, ເວັບ​ໄຊ​ປອມ ແລະ​ ສົ່ງ​ມາ​ທາງ​ອີ​ເມວ ເພື່ອ​ຫຼອກ​ເອົາ​ເງິນ ໂດຍ​ການ​ຊື້​ຂາຍ​ຈຳ​ເປັນ​ຕ້ອງ​ຈ່າຍ​ໃນ​ຮູບ​ແບບ​ຂອງ​ບິດ​ຄອຍ (bitcoin) ຫຼື ​ການ​ບໍລິຈາກ​ໃຫ້​ກັບ​ອົງ​ກອນ​ການ​ກຸ​ສົນ​ທີ່​ບໍ່​ມີ​ຢູ່​ຈິງ.

​ເຫດການ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ແລ້ວ​ໃນ​ສະ​ຫາລັດອາ​ເມ​ຣິ​ກາ ແລະ ​ໜ່ວຍ​ງານ Homeland Security Investigations (HSI) ໄດ້​​ປິດ​ໄປ​ແລ້ວ 2 ເວັບ​ໄຊ ແລະ ​ມີ​ການ​ຄາດ​ຄະເນ​ວ່າ​ຍັງມີ​ເວັບ​ໄຊ​ອື່ນ​ໆ​ອີກ ໂດຍ​ໜ່ວຍ​ງານ​ຈະ​ ​ທຳການກວດ​ສອບ​ຕໍ່ໄປ.

ໂດຍ​ປົກກະຕິ​ແລ້ວ​ວັກ​ຊີນ COVID-19 ຈະ​ແຈກ​ຈ່າຍ ​ແລະ ​ບໍລິຫານ​ໂດຍ​ຜູ້​ໃຫ້​ບໍລິການ​ດ້ານ​ການ​ແພດ​ເທົ່າ​ນັ້ນ ດັ່ງ​ນັ້ນ​ຫາກ​ອົງ​ກ​ອນ​ຂອງ​ທ່ານ​ບໍ່​ແມ່ນ​ຜູ້​ໃຫ້​ບໍລິການ​ດ້ານ​ການ​ແພດ ແຕ່​ໄດ້ຮັບ​ອີ​ເມວໃນ​ລັກສະນະ​ດັ່ງ​ກ່າວ ໃຫ້​ຄາດຄະເນ​ໄວ້​ກ່ອນ​ວ່າ​ເປັນ​ການ​ໂຈມ​ຕີ​ຜ່ານ​ທາງ​ອີ​ເມວ​ຂອງ​ບັນດາອາຊະຍາກອນ​ທາງ​ໄຊ​ເບີ.

ການ​ປ້ອງ​ກັນ​ທີ່​ດີ​ທີ່ສຸດ​ຄື​ການ​ໃຊ້​​ Solution ​ຄວາມປອດ​ໄພ ທີ່​ສາມາດ​ປ້ອງ​ກັນ ​ແລະ ​ກວດ​ສອບ​ອີ​ເມວ​ອັນຕະລາຍ​ໄດ້​ຢ່າງ​ຖືກຕ້ອງ, ປ້ອງ​ກັນ​ການ​ໂຈມ​ຕີ​ແບບ Phishing ຫຼື Spam ໄດ້ ແລະ ມີຄຸນສົມບັດໃນການ​ກວດ​ຈັບອີເມວທີ່ເປັນອັນຕະລາຍທີ່ມີຄວາມ​ແມ່ນ​ຢຳ​ ຊ່ວຍ​ໃຫ້​ອົງ​ກອນຂອງທ່ານ​ປອດ​ໄພ ຫ່າງ​ໄກຈາກ​ອີ​ເມວ​ອັນຕະລາຍ.

ເອກະສານອ້າງອີງ:

  1. https://www.techtalkthai.com/guest-post-eset-thailand-eset-cloud-office-security/

ລາຍການຮູບ

Porher 01 June 2021 4,736 Print