Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງ​ເຕືອນ​ ພົບ​ການ​ໂຈມ​ຕີຂະໜາດໃຫຍ່​ທີ່ພະຍາຍາມ​ລັກ​ໄຟລ໌ການຕັ້ງຄ່າ (Configuration files)​ ຈາກເວັບ​ໄຊ​ທີ່​ໃຊ້​ WordPress, ຄວນກວດ​ສອບ​ ແລະ ​ອັບ​ເດດ​ລະບົບດ່ວນ!!!​

ແຈ້ງ​ເຕືອນ​ ພົບ​ການ​ໂຈມ​ຕີຂະໜາດໃຫຍ່​ທີ່ພະຍາຍາມ​ລັກ​ໄຟລ໌ການຕັ້ງຄ່າ (Configuration files)​ ຈາກເວັບ​ໄຊ​ທີ່​ໃຊ້​ WordPress, ຄວນກວດ​ສອບ​ ແລະ ​ອັບ​ເດດ​ລະບົບດ່ວນ!!!​
ໃນວັນທີ​ 03 ມິ​ຖຸ​ນາ​ 2020 ທີມງານຂອງ​ Wordfence ຜູ້​ພັດທະນາ​ບໍລິການ​ດ້ານ​ຄວາມປອດ​ໄພ​ໃຫ້​ກັບ​ WordPress ໄດ້​ລາຍ​ງານ​ Campaign ການ​ໂຈມ​ຕີ ​ເພື່ອ​ລັກ​ໄຟ​ລ໌ການຕັ້ງຄ່າ (Configuration files)​ ຈຸດປະສົງ​ເພື່ອ​ລັກ​ບັນຊີ ​ແລະ ລະ​ຫັດ​ຜ່ານ​ສຳລັບ​ເຂົ້າ​ເຖິງ​ລະບົບ​ຖານ​ຂໍ້​ມູນ​ຂອງ​ເວັບ​ໄຊ​.​

ການ​ໂຈມ​ຕີ​ເລີ່ມ​ພົບເຫັນ​ຕັ້ງ​ແຕ່​ທ້າຍເດືອນ​ ເມ​ສາ 2020 ຊຶ່ງ​ເກີດ​ຂຶ້ນ​ຕໍ່​ເນື່ອງ​ເປັນ​ແຕ່ລະໄລຍະ ແລະ ​ພົບ​ເຫັນການ​ໂຈມ​ຕີ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ​ໃນ​ລະຫວ່າງ​ວັນທີ​ 29 ເຖິງ​ 31 ພຶດສະພາ​ 2020, ​ທາງ​ Wordfence ພົບ​ການ​ໂຈມ​ຕີເຖິງ 130 ລ້ານຄັ້ງ.

ຜົນກະທົບ 

ຊ່ອງ​ທາງ​ການ​ໂຈມ​ຕີ​ ແມ່ນຜູ້​ປະສົງ​ຮ້າຍ​ໄດ້​ອາໄສ​ຊ່ອງ​ໂຫວ່​ໃນ​ plugin ຫຼື​ theme ທີ່​ຖືກ​ຕິດ​ຕັ້ງ​ຢູ່ໃນ​ເວັບ​ໄຊ​ ໂດຍ​ສ່ວນ​ໃຫຍ່​ເປັນ​ການໂຈມ​ຕີ​ຊ່ອງ​ໂຫວ່ປະ​ເພດ​ Cross-site Scripting (XSS) ເພື່ອ​ຝັງ​ Script ​ສຳລັບ​ລັກເກັບ​ session cookie ເມື່ອ​ຜູ້​ເບິ່ງ​ແຍງ​ລະບົບ​ລັອກ​ອິນ​ເຂົ້າ​ໃຊ້​ງານ​ເວັບ​ໄຊ,​​ ຊຶ່ງ​ຫຼັງ​ຈາກ​ທີ່​ຜູ້​ປະສົງ​ຮ້າຍ​ໄດ້​ຂໍ້​ມູນ​ດັ່ງ​ກ່າວ​ກໍ່ຈະ​ສາມາດ​ສວມ​ຮອຍ​ເປັນ​ຜູ້​ເບິ່ງ​ແຍງ​ລະບົບ ​ແລະ​ ດາວ​ໂຫຼດ​ໄຟ​ລ໌ການຕັ້ງຄ່າ​ (wp-config.php) ຊຶ່ງ​ເປັນ​ໄຟ​ລ໌​ທີ່​ມີ​ຂໍ້​ມູນ​ຊື່​ບັນ​ຊີ, ລະ​ຫັດ​ຜ່ານ​ສຳລັບ​ເຂົ້າ​ເຖິງ​ຖານ​ຂໍ້​ມູນ​ຂອງ​ເວັບ​ໄຊ ແລະ ດໍາເນີນການໂຈມ​ຕີ​ໃນ​ຂັ້ນ​ອື່ນ​ຕໍ່ໄປ.​

ລະບົບທີ່ໄດ້ຮັບຜົນກະທົບ

ທາງ​ Wordfence ພົບ​ວ່າກ​ວ່າ​ 75% ​ຂອງ​ການ​ໂຈມ​ຕີ​ນັ້ນ​ມີ​ເປົ້າໝາຍ​ມາ​ທີ່​ຊ່ອງ​ໂຫວ່ຂອງ plugin ແລະ​ theme ດັ່ງ​ຕໍ່ໄປ​ນີ້​:

  • Easy2Map plugin
  • Blog Designer plugin
  • WP GDPR Compliance plugin
  • Total Donations plugin
  • Newspaper theme

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ຈາກ​ລາຍ​ງານ​ລະບົບທີ່ໄດ້ຮັບຜົນກະທົບຂ້າງເທິງ ພົບ​ວ່າ​ມີ​ເວັບ​ໄຊ​​ທີ່​ໃຊ້​ງານ​ plugin ແລະ​ theme ເຫຼົ່າ​ນີ້ເຖິງ 1.3 ລ້ານ​ເວັບ​ໄຊ​,​​ ບາງ​ plugin ແລະ​ theme ຕາມ​ລາຍ​ການ​ດັ່ງ​ກ່າວ​ນັ້ນ ​ໄດ້​ຖືກ​ຖອດ​ອອກຈາກ​ໜ້າ​ດາວ​ໂຫຼດ​ ຫຼື ​ຜູ້​ພັດທະນາ​ໄດ້​ອອກ​ອັບ​ເດດ​ເວີ​​ຊັ່ນ​ໃໝ່​ເພື່ອ​ແກ້​ໄຂ​ຊ່ອງ​ໂຫວ່​ແລ້ວ​ ເພື່ອ​ປ້ອງ​ກັນ​ ແລະ​ ຫຼຸດ​ຜ່ອນຄວາມ​ສ່ຽງ​ ຜູ້​ເບິ່ງ​ແຍງ​ລະບົບ​ຄວນ​ອັບ​ເດດ​ລະບົບ​ WordPress ລວມທັງ​ plugin ແລະ​ theme ໃຫ້ເປັນ​ເວີ​​ຊັ່ນ​ຫຼ້າ​ສຸດ​ຢູ່​ສະເໝີ​ ຫຼື​ ອາດຈະ​ພິຈາລະນາ​ຢຸດ​ການໃຊ້​ງານ​ plugin ແລະ​ theme ທີ່​ໄດ້ຮັບ​ຜົນ​ກະທົບ​​ຊົ່ວ​ຄາວ​ ຈົນ​ກວ່າ​ຊ່ອງ​ໂຫວ່​ຈະ​ໄດ້ຮັບ​ການ​ແກ້​ໄຂ​.

ຜູ້​ເບິ່ງ​ແຍງ​ເວັບ​ໄຊ​ຄວນ​ກວດ​ສອບ​ web access log ວ່າ​ມີ​ການ​ເຂົ້າ​ເຖິງ​ ຫຼື ​ດາວ​ໂຫຼດ​ໄຟ​ລ໌​ wp-config.php ຫຼື ​ບໍ່​ (HTTP response code ເປັນ​ 200) ຊຶ່ງ​ຫາກ​ພົບ​ພຶດຕິກຳ​ ທີ່​ບໍ່​ໄດ້​ເກີດ​ຈາກ​ຜູ້​ເບິ່ງ​ແຍງ​ລະບົບ​ ອາດ​ເປັນ​ໄປ​ໄດ້​ວ່າ​ເວັບ​ໄຊ​ຖືກ​ໂຈມ​ຕີ​ ຄວນ​ປ່ຽນ​ລະຫັດ​ຜ່ານ​ຖານ​ຂໍ້​ມູນ​ ແລະ ລະ​ຫັດ​ຜ່ານ​ຜູ້​ເບິ່ງ​ແຍງ​ລະບົບ​ ພ້ອມທັງ​ກວດ​ສອບ ​ແລະ​ ປັບ​ປຸງ​ລະບົບ​ຄວາມ​ປອດ​ໄພຂອງ​ເວັບ​ໄຊ​​ໂດຍ​ດ່ວນ.

ເອກະສານອ້າງອີງ:

  1. https://www.wordfence.com/blog/2020/06/large-scale-attack-campaign-targets-database-credentials/
  2.  https://www.wordfence.com/blog/2020/05/nearly-a-million-wp-sites-targeted-in-large-scale-attacks/
  3. https://www.zdnet.com/article/large-scale-attack-tries-to-steal-configuration-files-from-wordpress-sites/

ລາຍການຮູບ

Porher 08 June 2020 3,509 Print