Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບ​ຊ່ອງ​ໂຫວ່ ​ຫຼາຍ​ລາຍ​ການ​ ເທິງ​ໂປໂຕໂຄ (Protocol) CDP ຂອງ​ Cisco ກະທົບ​ ອຸປະກອນ​ຫລາຍກວ່າ​ 10 ລ້ານ​ ເຄື່ອງ ແນະ​ນໍາຜູ້​ໃຊ້​ອັບ​ເດດ​ໂດຍດ່ວນ

ພົບ​ຊ່ອງ​ໂຫວ່ ​ຫຼາຍ​ລາຍ​ການ​ ເທິງ​ໂປໂຕໂຄ (Protocol) CDP ຂອງ​ Cisco ກະທົບ​ ອຸປະກອນ​ຫລາຍກວ່າ​ 10 ລ້ານ​ ເຄື່ອງ ແນະ​ນໍາຜູ້​ໃຊ້​ອັບ​ເດດ​ໂດຍດ່ວນ
Armis ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄພ ໄດ້​ອອກ​ມາ​ເປີດ​ເຜີຍ​ຊ່ອງ​ໂຫວ່​ຫຼາຍ​ລາຍ​ການ ​ເທິງ​ໂປໂຕໂຄ​ (Protocol) CDP ຂອງ​ອຸປະກອນ​ Cisco ໂດຍ​ໃຫ້​ຊື່​ໂຄດ (Code) ​ວ່າ​ ‘CDPwn’ ໄດ້ຄາດການ​ວ່າ​ ກະທົບ​ອຸປະກອນເປັນ​ຈຳນວນ​ຫຼວງຫຼາຍ​ ຕັ້ງ​ແຕ່​ Nexus Switch, Router, IP Phone ແລະ​ IP Camera ແນະ​ນຳ​ໃຫ້ຜູ້​ໃຊ້​ອັບ​ເດດ​ໂດຍດ່ວນ. 

Cisco Discovery Protocol (CDP) ເປັນ​ໂປ​ໂຕໂຄ ຈາກ​ Cisco ທີ່​ໃຫ້​ອຸປະກອນ​ເຄືອ​ຂ່າຍ​ສື່ສານ​ກັນ​ໃນ​ລະ​ດັບ ​ເລ​ເຢີ​ (Layer)​ 2 (ຄົົນທີ່​ເຄີຍ​ຕັ້ງຄ່າ (Config)​ Cisco ​ຕ້ອງ​ຮູ້​ຈັກແນ່ນອນ​) ຈຸດທີ່ສໍາຄັນຄື ​ນັກ​ວິ​ໄຈ​ຈາກ​ Armis ໄດ້​ເປີດ​ເຜີຍ​ຊ່ອງ​ໂຫວ່​ 5 ລາຍ​ການ ​ຊຶ່ງ​ 4 ລາຍ​ການ​ສາມາດ​ເຮັດ​ Remote Code Execution ແລະ​ 1 ລາຍ​ການ​ຄື​ DoS, ຊຶ່ງກຸ່ມ​ຊ່ອງ​ໂຫວ່​ CDPwn ປະກອບ​ດ້ວຍ​ CVE-2020-3120, CVE-2020-3119, CVE-2020-3118, CVE-2020-3111 ແລະ​ CVE-2020-3110.

ແນວຄວາມຄິດຄື​ ຄົນ​ຮ້າຍ​ຈະ​ຕ້ອງ​ສາມາດ​ເຂົ້າໄປ​ເຖິງ​ເຄືອ​ຂ່າຍ​ດຽວ​ກັນ ກັບ​ອຸປະກອນ​​ (ອາດຈະ​ຜ່ານ​ IoT ເຂົ້າໄປ​ ຫຼື ​ແຝງ​ຕົວ​ໄປ​ກັບ​ Endpoint ທີ່​ຢູ່ໃນ​ວົງ​ເຄືອ​ຂ່າຍ​ເພາະ​ CDP ຢູ່ໃນ​ LAN ບໍ່​ໄດ້​ເປີດ​ເຜີຍ​ຜ່ານ​ອິນ​ເຕີເນັດ​) ສາມາດ​ສ້າງ​ແພັກ​ເກັດ​ CDP ແບບ​ພິເສດ​ເຂົ້າໄປ​ໂຈມ​ຕີ​ອຸປະກອນ​ທີ່​ມີ​ຊ່ອງ​ໂຫວ່​ໄດ້​ ຊຶ່ງ​ຜົນ​ທີ່ໄດ້ຮັບ​ຄື ​ແຮັກ​ເກີ​​ ອາດຈະ​ສາມາດ​ແຊກ​ຊຶມ​ຂ້າມ​ຈາກ​ Segment ໜຶ່ງ​ໄປ​ຫາ​ Segment ອື່ນ​ໆ​ ຫຼື ລວມໄປເຖິງ​ ການດັກ​ຈັບຂໍ້ມູນ ການຈໍລະຈອນຂອງ​ເຄືອ​ຂ່າຍ​ ຫຼື ​ໂຈມ​ຕີ​ຮູບແບບ​ Man-in-the-middle (ຮັບຊົມ​ວີ​ດີ​ໂອ​ສາ​ທິດ​ໄດ້​ຈາກ​ລິ້ງ https://www.youtube.com/watch?v=uIQJQ5equvU​)

ອຸປະກອນທີ່ໄດ້ຮັບຜົນກະທົບ

ສຳ​ລັບ​ອຸປະກອນ​ທີ່​ໄດ້ຮັບ​ຜົນ​ກະທົບ​ມີ​ຢ່າງຫຼວງ​ຫຼາຍ​ຕັ້ງ​ແຕ່​ Firepower, Nexus Switch, IP Phone, NCS Systems, IOS XR Router ແລະ​ IP Camera ຕິດ​ຕາມ​ລາຍ​ຊື່​ອຸປະກອນ​ທີ່ໄດ້ຮັບ​ຜົນ​ກະທົບ​ໄດ້​ຕາມ​ດ້ານ​ລຸ່ມ​ ແລະ ຮັບ​ຊົມ​ວີ​ດີ​ໂອ​ສາ​ທິດ​ການ​ໂຈມ​ຕີ​ອຸປະກອນ​ IP Phone ໄດ້​ຕາມ​ວີ​ດີ​ໂອ​ ຈາກລິ້ງ  https://www.youtube.com/watch?v=dJpgoLilZQY ຫຼື ເຂົ້າເບິ່ງເນື້ອ​ຫາ​ ເພີ່ມເຕີມ​ໄດ້​ຈາກ​ເວັບໄຊຂອງ​ Armis.

 News Images: cdp.jpg

credit : armis

 

ເອກະສານອ້າງອີງ:

  1. https://www.zdnet.com/article/cdpwn-vulnerabilities-impact-tens-of-millions-of-enterprise-devices/ 
  2. https://www.securityweek.com/cisco-discovery-protocol-flaws-expose-tens-millions-devices-attacks
  3. https://www.techtalkthai.com/cdpwn-vulnerabilities-effect-ten-millions-of-devices/
Porher 17 February 2020 3,461 Print