Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງ​ເຕືອນ​ ການ​ໂຈມ​ຕີ​ຜ່ານ​ບໍລິການ​ Remote desktop ເພື່ອ​ແຜ່ກ​ະ​ຈາຍ​ມັນ​ແວ​ (Malware) ​ແບບ​ fileless

ແຈ້ງ​ເຕືອນ​ ການ​ໂຈມ​ຕີ​ຜ່ານ​ບໍລິການ​ Remote desktop ເພື່ອ​ແຜ່ກ​ະ​ຈາຍ​ມັນ​ແວ​ (Malware) ​ແບບ​ fileless
ບໍລິສັດ​ Bitdefender ລາຍ​ງານ​ການ​ໂຈມ​ຕີ​ໂດຍ​ອາໄສຄຸນສົມບັດຂອງ​ບໍລິການ​ remote desktop ໃນ​ Windows ເພື່ອ​ແຜ່ກ​ະ​ຈາຍ ​ແລະ ​ສັ່ງດໍາເນີນການມັນ​ແວ​ (Malware) ໃນ​ລັກສະນະ​ fileless ຊຶ່ງ​ເປັນ​ການ​ສັ່ງ​ດໍາເນີນການ​ໂຄ້ດ​ (Code) ຂອງ​ມັນ​ແວ​ຈາກ​ແຣມ​ (RAM) ໂດຍ​ກົງ​ ບໍ່​ສ້າງ​ໄຟ​ລ໌​ໄວ້​ໃນ​ຮາ​ດ​ດິດ​ (Hard Disk)​ ຈຸດປະສົງ​ເພື່ອ​ລັກ​ຂໍ້​ມູນ ​ແລະ ​ຂຸດ​ເງິນ​ດິ​ຈິຕອນ.


ລັກສະນະ​ການ​ໂຈມ​ຕີ ​ຈະ​ອາໄສຄຸນສົມບັດ​ Terminal Server ຂອງ​ບໍລິການ​ remote desktop ທີ່​ອະນຸຍາດ​ໃຫ້​ເຄື່ອງ Client ​ແຊ​ຣ໌​ Drive ​ຫຼື Directory ​ແບບ​ໃຫ້​ສິດ​ໃນ​ການ​ແກ້​ໄຂ​ຂໍ້​ມູນ​ໄດ້​ ຊຶ່ງ Drive ​ທີ່​ຖືກ​ແຊ​ຣ໌​ຈະ​ປະກົດ​ໃນ​ຊື່​ 'tsclient' ຈຸດ​ສຳຄັນ​ຂອງ​ຄຸນສົມບັດ​ນີ້​ຄື​ຮອງ​ຮັບ​ການຕັ້ງ​ຄ່າ​ໃຫ້​ມີ​ການ​ສັ່ງ​ດໍາເນີນການ​ໂປຣ​ແກຣມ​ໄດ້​ເມື່ອ​ເຂົ້າສູ່ລະບົບ​ ໂດຍ​ໂປຣ​ແກຣມ​ດັ່ງ​ກ່າວ​ຈະ​ຖືກດໍາເນີນການ​ໃນ​ແຣມ​ຂອງທາງ Client ເຮັດໃຫ້​ຜູ້​ປະສົງ​ຮ້າຍ​ສາມາດ​ໃຊ້​ຊ່ອງ​ທາງ​ນີ້​ໃນ​ການ​ສັ່ງດໍາເນີນການ​ມັນ​ແວ​ຜ່ານ​ເຄືອ​ຂ່າຍ​ໄດ້​ ໂດຍ​ບໍ່​ປະກົດ​ຂໍ້​ມູນ​ໃນ​ log.

ທາງ​ Bitdefender ພົບ​ການ​ຕິດ​ຕັ້ງ​ໄຟ​ລ໌​ມັນ​ແວ​ລົງໃນ​ເຄື່ອງ​ Client ​ໄວ້​ກ່ອນ​ແລ້ວ​ (ຊ່ອງ​ທາງ​ການ​ໂຈມ​ຕີຍັງບໍ່​ຢືນຢັນ​ ອາດຈະ​ເປັນ​ໄປ​ໄດ້​ວ່າ​ ຜູ້​ປະສົງ​ຮ້າຍ​ໄດ້​ລະ​ຫັດ​ຜ່ານ​ກ່ອນ​ໜ້າ​ນີ້​ແລ້ວ​) ຈາກ​ນັ້ນ​ຕັ້ງ​ຄ່າ​ໃຫ້​ມີ​ການ​ເອີ້ນ​ໃຊ້​ງານ​ໄຟ​ລ໌​ມັນ​ແວ​ໂດຍ​ອັດ​ຕະໂນ​ມັ​ດ ​ເມື່ອ​ມີ​ການ​ເຂົ້າ​ເຖິງ​ Drive ​ທີ່​ຖືກ​ແຊ​ຣ໌​ຜ່ານ​ເຄືອ​ຂ່າຍ​ ​ມັນ​ແວ​​ທີ່ຄົ້ນພົບ​ນີ້​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ​ບໍ່​ວ່າ​ຈະ​ເປັນ​ການ​ລັກ​ຂໍ້​ມູນ​, ຕິດ​ຕັ້ງ​ມັນ​ແວ​​ຂຸດ​ເງິນ​ດິ​ຈິ​ຕອນ​ ຫຼື ​ຕິດ​ຕັ້ງ​ມັນ​ແວ​ຮຽກ​ຄ່າ​ໄຖ່.​

ລາຍ​ລະອຽດ​ຊ່ອງ​ທາງ​ການ​ໂຈມ​ຕີ​ ຫຼື ​ກຸ່ມຄົນ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ໃ​ນ​ເທື່ອ​ນີ້​ ຍັງ​ບໍ່​ປະກົດຢ່າງ​ຊັດເຈນ​ ປະເທດ​ທີ່​ຕົກເປັນ​ເຫຍື່ອ​ຫຼາຍ​ທີ່ສຸດ​ຄື​: ບ​ຣາ​ຊິນ,​ ສະຫະລັດອາເມລິກາ ແລະ​ ໂຣ​ມາ​ເນຍ.

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ການ​ປ້ອງ​ກັນ​ສາມາດ​ເຮັດ​ໄດ້​ໂດຍ​ການຕັ້ງ​ຄ່າ​ Group Policy ເພື່ອ​ປິດ​ສ່ວນ​ Do not allow Clipboard redirection ແລະ​ Do not allow drive redirection ຊຶ່ງ​ສາມາດ​ສຶກ​ສາ​ວິທີ ​ແລະ ​ຜົນ​ກະທົບ​ໄດ້​ຈາກ​ເອກະສານອ້າງອີງ​.

ເອກະສານອ້າງອີງ

  1. https://www.bitdefender.com/files/News/CaseStudies/study/302/Bitdefender-WhitePaper-RDP-Abusers.pdf
  2. https://www.bleepingcomputer.com/news/security/windows-remote-desktop-services-used-for-fileless-malware-attacks/
Porher 25 December 2019 3,806 Print