Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ລະວັງໄພ ຊ່ອງໂຫວ່ໃນແອບ Viber ຜູ້ບໍ່ຫວັງດີສາມາດຜ່ານ lock screen

ລະວັງໄພ ຊ່ອງໂຫວ່ໃນແອບ Viber ຜູ້ບໍ່ຫວັງດີສາມາດຜ່ານ lock screen

ເລື່ອງ:  ລະ​ວັງ​ໄພ ຊ່ອງ​ໂຫວ່​ໃນ​ແອບ Viber ຜູ້​ບໍ່​ຫວັງ​ດີ​ສາມາດ​ຜ່ານ lock screen ແລະ​ ເຂົ້າ​ເຖິງ​ຂໍ້​ມູນໃນ​ມື​ຖື​ລະບົບ​ປະຕິບັດ​ການ Android 

ປະ​ເພດ​ໄພ​ຄຸກ​ຄາມ: Intrusion

ຂໍ້​ມູນ​ທົ່ວ​ໄປ 

Viber ເປັນ​ໂປ​ແກມ​ແຊດ​ເທິງ​ມື​ຖື​ທີ່​ມີ​ຄວາມ​ສາມາດ​ສົ່ງ​ຂໍ້ຄວາມ​ຫລື​ໂທ​ລະສັບ​ຟ​ຣີຄ້າຍ​ກັບ​ແອບ​ພິ​ເຄ​ຊັນ Line ທີ່​ໄດ້​ຮັບຄວາມ​ນິຍົມ​ສູງ ໂດຍ​ມີ​ຜູ້​ໃຊ້​ຫລາຍກວ່າ 50,000,000 ຄົນ ແລະ​ ສາມາດ​ຕິດ​ຕັ້ງ​ເທິງລະບົບ​ປະຕິບັດ​ການ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ Android, IOS ແລະ Windows Phone [1]

ເລື່ອງ:  ລະ​ວັງ​ໄພ ຊ່ອງ​ໂຫວ່​ໃນ​ແອບ Viber ຜູ້​ບໍ່​ຫວັງ​ດີ​ສາມາດ​ຜ່ານ lock screen ແລະ​ ເຂົ້າ​ເຖິງ​ຂໍ້​ມູນໃນ​ມື​ຖື​ລະບົບ​ປະຕິບັດ​ການ Android 

ປະ​ເພດ​ໄພ​ຄຸກ​ຄາມ: Intrusion

ຂໍ້​ມູນ​ທົ່ວ​ໄປ 

Viber ເປັນ​ໂປ​ແກມ​ແຊດ​ເທິງ​ມື​ຖື​ທີ່​ມີ​ຄວາມ​ສາມາດ​ສົ່ງ​ຂໍ້ຄວາມ​ຫລື​ໂທ​ລະສັບ​ຟ​ຣີຄ້າຍ​ກັບ​ແອບ​ພິ​ເຄ​ຊັນ Line ທີ່​ໄດ້​ຮັບຄວາມ​ນິຍົມ​ສູງ ໂດຍ​ມີ​ຜູ້​ໃຊ້​ຫລາຍກວ່າ 50,000,000 ຄົນ ແລະ​ ສາມາດ​ຕິດ​ຕັ້ງ​ເທິງລະບົບ​ປະຕິບັດ​ການ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ Android, IOS ແລະ Windows Phone [1]

ບໍລິສັດ Bkav ໄດ້​ຄົ້ນ​ພົບ​ຊ່ອງ​ໂຫວ່​ໃນ​ແອບ​ພິ​ເຄ​ຊັນ Viber ລຸ້ນ​ທີ່​ໃຊ້​ງານ​ກັບ​ລະບົບ​ປະຕິບັດການ Andriod ຊຶ່ງ​ຊ່ອງໂຫວ່​ນີ້​ມີ​ຜົນ​ເຮັດໃຫ້​ຜູ້​ບໍ່​ຫວັງ​ດີ​ຜ່ານ​ການ​ປ້ອງ​ກັນ lock screen ແລະ​ ສາມາດ​ເຂົ້າ​ເຖິງ​ຂໍ້​ມູນໃນ​ມື​ຖື​ເທິງ​ລະບົບ​ປະຕິບັດ​ການ Android ໂດຍ​ມີ​ການ​ເຜີຍແຜ່​ລາຍ​ລະອຽດ​ຂອງ​ຊ່ອງ​ໂຫວ່​ຜ່ານ​ເວັບ​ໄຊຕ໌ຂອງ​ບໍລິສັດ ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ມືຖື​ຜ່ານ​ຊ່ອງ​ໂຫວ່​ນີ້  ຜູ້​ບໍ່​ຫວັງ​ດີ​ຕ້ອງ​ສາມາດເຂົ້າ​ເຖິງ​ເຄື່ອງ​ມື​ຖືຂອງ​ເຫ​ຍື່ອທາງ​ກາຍ​ພາບ ເຊັ່ນ ເຫຍື່ອ​ອາດຈະ​ລືມ​ມື​ຖື​ໄວ້ເທິງ​ໂຕະ ຊຶ່ງ​ລະບົບ​ປະຕິບັດການເທິງ​ມື​ຖື​ນັ້ນ​ຕ້ອງ​ເປັນ Android ແລະ​ມີ​ການ​ຕິດ​ຕັ້ງ​ແອບ​ພິ​ເຄ​ຊັນ Viber ແລະ​ ຜູ້​ບໍ່ຫວັງ​ດີ​ຕ້ອງ​ຮູ້​ເບີມື​ຖື​ຂອງເຫຍື່ອເພື່ອ​ທີ່​ຈະ​ສົ່ງ​ຂໍ້ຄວາມ​ໄປ​ຍັງ Viber ເທິງ​ເຄື່ອງ​ຂອງ​ເຫຍື່ອ ໂດຍ​ເຄື່ອງ​ຂອງ​ເຫຍື່ອ​ບໍ່ຈຳ​ເປັນ​ຕ້ອງ​ມີ contact ຂອງ​ຜູ້​ບໍ່​ຫວັງ​ດີ​ໃນ contact list ແຕ່​ຢ່າງ​ໃດ ຈາກ​ນັ້ນ​ຜູ້​ບໍ່​ຫວັງ​ດີ​ອາໄສ​ຄວາມຜິດ​ພາດ​ຂອງ​ແອບ​ພິ​ເຄ​ຊັນໃນ​ສ່ວນ​ຂອງ​ການ​ແຈ້ງ​ເຕືອນ​ເມື່ອໄດ້ຮັບ​ຂໍ້ຄວາມ ຊຶ່ງ​ປົກກະຕິ​ຈະ​ມີ​ລັກສະນະ​ດັ່ງ​ຮູບ​ທີ່ 1 ເຮັດໃຫ້​ສາມາດຜ່ານ lock screen ໄດ້​ໂດຍ​ອາໄສ​ເງື່ອນ​ໄຂ​ບາງ​ປະ​ການ ດັ່ງ​ລາຍ​ລະອຽດ​ທີ່​ລະ​ບຸ​ໃນ​ເວັບ​ໄຊຂອງ​ຜູ້​ຄົ້ນ​ພົບ​ຊ່ອງ​ໂຫວ່​ນີ້ [2]

 

ຮູບ​ທີ່ 1 ສະແດງ​ການ​ແຈ້ງ​ເຕືອນ​ເມື່ອ​ໄດ້ຮັບ​ຂໍ້ຄວາມ​ຂອງ Viber

ຜົນ​ກະທົບ 

ຜູ້​ບໍ່​ຫວັງ​ດີ​ສາມາດ​ຜ່ານ lock screen ແລະ​ ເຂົ້າ​ເຖິງ​ຂໍ້​ມູນ​ເທິງ​ມື​ຖື​ລະບົບ​ປະຕິບັດ​ການ Android ໄດ້

ລະບົບ​ທີ່​ໄດ້ຮັບ​ຜົນ​ກະທົບ 

ຜູ້​ໃຊ້​ງານ​ມື​ຖື​ລະບົບ​ປະຕິບັດ​ການ Android ທີ່​ຕິດ​ຕັ້ງ​ແອບ​ພິ​ເຄ​ຊັນ Viber

ຂໍ້​ແນະ​ນຳ​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ 

ຍັງ​ບໍ່​ມີ​ວິທີ​ການ​ແກ້​ໄຂ​ຈາກ Viber ໃນ​ເລື່ອງ​ຂອງ​ຊ່ອງ​ໂຫວ່​ນີ້ ຜູ້​ທີ່​ຕິດ​ຕັ້ງ Viber ຄວນ​ເກັບ​ມື​ຖື​ໄວ້​ກັບ​ຕົວ​ ແລະ​ ບໍ່​ຄວນໃຫ້​ຄົນ​ອື່ນ​ຍືມ ແລະ​ກໍ່ການ​ອັບ​ເດດ Viber ເພື່ອ​ປິດ​ຊ່ອງ​ໂຫວ່​ເມື່ອ​ມີ​ການ​ປ່ອຍ​ອັບ​ເດດ​ໃນ​ອະນາຄົດ

ອ້າງ​ອິງ 

  1. http://www.viber.com
  2. http://www.bkav.com/top-news/-/view_content/content/46264/critical-flaw-in-viber-allows-full-access-to-android-smartphones-bypassing-lock-screen

ລາຍການຮູບ

laocert 04 February 2020 3,535 Print