Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ເລື່ອງ: ແຈ້ງເຕືອນບັ້ກ (Bug) ໃໜ່ໃນ ໄລບາລີ glibc

ເລື່ອງ: ແຈ້ງເຕືອນບັ້ກ (Bug) ໃໜ່ໃນ ໄລບາລີ glibc

ຂໍ້ມູນທົ່ວໄປ 

ບໍລິສັດ Qualys ລາຍ​ງານ​ບັ້ກ (Bug) ໃໜ່ໃນ ໄລ​ບາ​ຣີ glibc ໃຫ້​ຊື່​ຊ່ອງ​ໂຫວ່​ວ່າ GHOST (CVE-2015-0235) ມີ​ຄວາມ​ຮ້າຍແຮງ​ລະ​ດັບ​ສູງ​ຫລາຍ ກະທົບ​ລິ​ນຸກຕັ້ງ​ແຕ່​ປີ 2000 ແລະ​ ສາມາດ​ເຈາະ​ຊ່ອງ​ໂຫວ່​ນີ້​ໄດ້​ຈາກ​ລະ​ຍະ​ໄກ ບັ້ກ (Bug) ​ນີ້ແກ້​ໄຂ​ໄປ​ແລ້ວ​ຕັ້ງ​ແຕ່​ສອງ​ປີ​ກ່ອນ ແຕ່​ບໍ່​ໄດ້​ລະ​ບຸ​ວ່າ​ເປັນ​ບັ້ກ (Bug) ​ຄວາມ​ປອດ​ໄພ​ຮ້າຍແຮງ​ເນື່ອງ​ຈາກ​ຍັງ​ບໍ່​ມີ​ລາຍ​ງານ​ວ່າ​ສາມາດ​ອາໄສບັ້ກ (Bug) ນີ້​ໂຈມ​ຕີ​ເຄື່ອງເຊີເວີໄດ້ ຊ່ອງ​ໂຫວ່​ນີ້​ເປັນ​ບັ້ກ (Bug) ​ຂອງ​ຟັງຊັ່ນ gethostbyname ແລະ gethostbyname2 ຂອງ glibc ຕັ້ງ​ແຕ່​ເວີຊັ່ນ 2.2 ທີ່​ອອກ​ມາ​ຕັ້ງ​ແຕ່​ປີ 2000 ເປັນ​ຕົ້ນ​ໄປ ຄວາມ​ຮ້າຍແຮງ​ຂອງ​ບັ້ກ (Bug) ນີ້​ຢູ່​ທີ່​ການ​ລັນ​ບັ້ກ (Bug) ​ຈາກ​ລະ​ຍະ​ໄກ​ໄດ້​ງ່າຍ ເພາະ​ຟັງຊັ່ນ​ທັງ​ສອງ​ຟັງຊັ່ນ​ມັກ​ໃຊ້​ງານ​ໃນ​ເຊີເວີ​ຢູ່​ແລ້ວ ທີມ​ງານ​ສາມາດ​ສ້າງ​ອີ​ເມວທີ່​ມຸ້ງ​ຮ້າຍ​ຂຶ້ນ​ມາ​ເພື່ອ​ສົ່ງ​ເຂົ້າໄປ​ລັນ​ໂຄ້​ດເທິງເຊີເວີໄດ້​ສຳ​ເລັດ ພຽງ​ແຕ່​ສົ່ງ​ອີ​ເມວເຂົ້າ​ໄປເມວເ​ຊີເວີ


ລະບົບທີ່ໄດ້ຮັບຜົນກະທົບ ແລະ ຂໍ້ແນະນຳໃນການແກ້ໄຂ
 

ສຳລັບ​ຄົົນທີ່​ຕິດ​ຕັ້ງ​ລິ​ນຸກທີ່​ໃຊ້ glibc ລຸ້ນ​ຕັ້ງ​ແຕ່ 2.18 ເປັນ​ຕົ້ນ​ໄປ (ອອກ​ເມື່ອ​ກາງ​ປີ 2013) ຈະ​ບໍ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ບັ້ກ (Bug) ນີ້​ຢູ່​ແລ້ວ ແຕ່​ເນື່ອງ​ຈາກ​ການ​ແກ້​ບັ້ກ (Bug) ​ໃໝ່​ໄດ້​ເປັນ​ການ​ແກ້ໄຂ​ດ້ານ​ຄວາມ​ປອດ​ໄພ ຄົົນທີ່​ໃຊ້​ລິ​ນຸກ​ລຸ້ນ​ທີ່​ອອກ​ກ່ອນ​ໜ້າ​ນັ້ນ​ອາດຈະ​ບໍ່​ໄດ້ຮັບ​  Patch ໂດຍ​ລຸ້ນ​ທີ່​ມີບັ້ກ (Bug) ນີ້​ແຕ່​ຍັງ​ບໍ່​ໄດ້​ Patch ເຊັ່ນ: Debian 7, RHEL 6 ແລະ 7, CentOS 6 ແລະ 7, ແລະ Ubuntu 12.04 ເປັນ​ຕົ້ນ ຜູ້​ດູແລ​ລະບົບ​ທຸກ​ຄົນ​ຄວນ​ຮີບ​ກວດ​ສອບ​ ແລະ ​ອັບ​ເດດ​ເມື່ອ​ຜູ້​ຜະລິດ​ປ່ອຍ​ Patch ​ອອກ​ມາຮັບຮອງ ທາງ Qualys ລາຍ​ງານໂຄ້​ດທົດສອບບັ້ກ (Bug) ນີ້ເອົາ​ໄວ້​ດ້ວຍ ສາມາດ​ນຳ​ໄປ​​ທົດສອບ​ບັ້ກ (Bug) ນີ້​ກັນ​ໄດ້ ຊື່​ບັ້ກ (Bug) ນີ້​ເປັນ​ການ​ຫຍໍ້​ມາ​ຈາກ​ຄຳ​ວ່າ GetHOST update: ທັງ RHEL ແລະ CentOS ອອກ​ Patch ​ແລ້ວ​ກຳ​ລັງ​ຢູ່​ລະຫວ່າງ​ການ​ລິ້ງໄຟລລະຫວ່າງ​ເຊີ​ເວີ

ທີ່​ມາ - Qualys

News Images: bug_glibc.png


ຂໍ້ມູນອ້າງອີງ:
 

  1. https://www.blognone.com/node/65147
Porher 04 February 2015 949 Print