Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ຊ່ຽວຊານເຕືອນພົບຊ່ອງໂຫວ່ Zero-day ກະທົບຜູ້ໃຊ້ Zyxel ຫຼາຍຮຸ່ນ ສ່ຽງຕໍ່ການຖືກໂຈມຕີ

ຊ່ຽວຊານເຕືອນພົບຊ່ອງໂຫວ່ Zero-day ກະທົບຜູ້ໃຊ້ Zyxel ຫຼາຍຮຸ່ນ ສ່ຽງຕໍ່ການຖືກໂຈມຕີມີ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່ Zero-day ໃນ​ຜະລິດຕະພັນ Zyxel ຫຼາຍ​ຮຸ່ນ ຊຶ່ງ​ພົບ​ການ​ໂຈມ​ຕີ​​ແລ້ວ ​ແຕ່​ທີ່​ຜູ້​ຊ່ຽວ​ຊານ​ສະແດງ​ຄວາມ​ເປັນ​ຫ່ວງ​ເພາະ​ທາງ Vendor ຢືນຢັນ​ວ່າ ​ຜະລິດຕະພັນ​ເຫຼົ່າ​ນັ້ນ​ໝົດ​ອາ​ຢຸ​ໄປ​ແລ້ວ ​ແລະ ​ຈະ​ບໍ່​ມີ​ການ​ປັບປຸງ ເຮັດໃຫ້​ຜູ້​ໃຊ້​ງານ​ອາດ​ເປັນ​ເປົ້າ​​ສຳລັບ Botnet ຫລື ການ​ໂຈມ​ຕີ​ທາງ​ໄຊ​ເບ​ີ.

ມີ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່ Zero-day ໃນ​ຜະລິດຕະພັນ Zyxel ຫຼາຍ​ຮຸ່ນ ຊຶ່ງ​ພົບ​ການ​ໂຈມ​ຕີ​​ແລ້ວ ​ແຕ່​ທີ່​ຜູ້​ຊ່ຽວ​ຊານ​ສະແດງ​ຄວາມ​ເປັນ​ຫ່ວງ​ເພາະ​ທາງ Vendor ຢືນຢັນ​ວ່າ ​ຜະລິດຕະພັນ​ເຫຼົ່າ​ນັ້ນ​ໝົດ​ອາ​ຢຸ​ໄປ​ແລ້ວ ​ແລະ ​ຈະ​ບໍ່​ມີ​ການ​ປັບປຸງ ເຮັດໃຫ້​ຜູ້​ໃຊ້​ງານ​ອາດ​ເປັນ​ເປົ້າ​​ສຳລັບ Botnet ຫລື ການ​ໂຈມ​ຕີ​ທາງ​ໄຊ​ເບ​ີ.

CVE-2024-40890 ແລະ CVE-2024-40891 ຄື​ສອງ​ຊ່ອງ​ໂຫວ່​ ທີ່​ຖືກ​ກ່າວເຖິງ ໂດຍ​ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​​ຣັນ​ຄຳ​ສັ່ງ​ນຳ​ໄປ​ສູ່​ການ​ແຮັກ​ອຸປະກອນ ເຈາະ​ຂໍ້​ມູນ ຫລື​ ເຂົ້າເຖິງ​ເຄືອ​ຂ່າຍ​ໄດ້ ໂດຍ​ມີ​ຜົນ​ກະທົບ​ກັບ​ອຸປະກອນ Zyxel ປະມານ 1,500 ເຄື່ອງ (ຈາກ​ການ​ຄົ້ນ​ຫາ​ດ້ວຍ​ເຄື່ອງ​ມື Censys) ທີ່​ກະທົບ​ກັບ​ຜະລິດຕະພັນ​ໃນ​ກຸ່ມ​ ຄື: VMG1312-B10A, VMG1312-B10B, VMG1312-B10E, VMG3312-B10A, VMG3313-B10A, VMG3926-B10B, VMG4325-B10A, VMG4380-B10A, VMG8324-B10A, VMG8924-B10A, SBG3300 ແລະ SBG3500.

ທີ່​ມາ : https://techcrunch.com/2025/02/05/router-maker-zyxel-tells-customers-to-replace-vulnerable-hardware-exploited-by-hackers/ ແລະ https://www.scworld.com/brief/actively-exploited-zyxel-router-bugs-require-immediate-model-upgrades


ລາຍການຮູບ

laocert 13 February 2025 287 Print