Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ຊ່ອງໂຫວ່ Zero-Day ລະດັບ Critical ສົ່ງຜົນກະທົບຕໍ່ປັກອິນ (Plugin) ລະດັບພຣີມຽມ (Premium) ຂອງ WordPress

ຊ່ອງໂຫວ່ Zero-Day ລະດັບ Critical ສົ່ງຜົນກະທົບຕໍ່ປັກອິນ (Plugin) ລະດັບພຣີມຽມ (Premium) ຂອງ WordPress

RealHome theme ແລະ​ ປັກ​ອິນ (Plugin) Easy Real Estate ສຳລັບ​ WordPress ມີ​ຊ່ອງ​ໂຫວ່ລະ​ດັບ​ Critical ສອງ​ລາຍ​ການ​ທີ່​ສາມາດ​ເຮັດໃຫ້​ຜູ້​ໃຊ້​ງານ​ທີ່​ບໍ່​ໄດ້​ຜ່ານ​ການ​ຢືນຢັນ​ຕົວ​ຕົນ​ ສາມາດ​ເຂົ້າ​ເຖິງ​ສິດ​ຜູ້​ເບິ່ງ​ແຍງ​ລະບົບ​ໄດ້​.

ເຖິງແມ່ນວ່າ​ຊ່ອງ​ໂຫວ່​ທັງ​ສອງ​ລາຍ​ການ​ນີ້​ຈະ​ຖືກ​ຄົ້ນ​ພົບ​ໃນ​ເດືອນ​ ກັນຍາ​ 2024 ໂດຍ​ Patchstack ແລະ​ ມີ​ຄວາມ​ພະຍາຍາມ​ຫຼາຍ​ເທື່ອ​ໃນ​ການ​ຕິດ​ຕໍ່​ຜູ້​ພັດທະນາ​ (InspiryThemes) ແຕ່​ນັກ​ວິ​ໄຈລະ​ບຸ​ວ່າ​ຍັງ​ບໍ່​ໄດ້ຮັບ​ການ​ຕອບ​ກັບ​ຫຍັງກັບມາ ຈາກ​ຜູ້​ພັດທະນາ​.

ນອກ​ຈາກ​ນີ້​ Patchstack ຍັງ​ລະ​ບຸ​ວ່າ​ ຜູ້​ພັດທະນາ​ໄດ້​ປ່ອຍ​ເວີ​​ຊັ່ນ​ໃໝ່​ມາ​ແລ້ວ​ສາມ​ຄັ້ງ ​ຕັ້ງ​ແຕ່​ເດືອນ ​ກັນຍາ​ ແຕ່​ບໍ່​ມີ​ການ​ແກ້​ໄຂ​ຊ່ອງ​ໂຫວ່​ດ້ານ​ຄວາມ​ປອດ​ໄພ​ລະ​ດັບ​ Critical ເຫຼົ່າ​ນີ້​. ດັ່ງ​ນັ້ນ, ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ຈຶ່ງ​ຍັງ​ບໍ່​ໄດ້ຮັບ​ການ​ແກ້​ໄຂ​ ແລະ​ ສາມາດ​ຖືກ​ໂຈມ​ຕີ​ໄດ້​ຕໍ່ໄປ​.

RealHome theme ແລະ​ ປັກ​ອິນ​ Easy Real Estate ຖືກ​ອອກ​ແບບ​ມາ​ສຳລັບ​ເວັບ​ໄຊ​ອະສັງຫາລິມະຊັບ​ ໂດຍ​ຂໍ້​ມູນ​ຈາກ​ Envanto Market ລະ​ບຸ​ວ່າ​ RealHome theme ຖືກ​ໃຊ້​ງານ​ໃນ​ເວັບ​ໄຊ​ເຖິງ​ 32,600 ແຫ່ງ​.

ຊ່​ອງ​ໂຫວ່​ທໍາອິດ​ ຊຶ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ RealHome theme ເປັນ​ຊ່ອງ​ໂຫວ່​ການ​ຍົກ​ລະດັບ​ສິດ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ຢືນຢັນ​ຕົວ​ຕົນ​ ທີ່​ມີ​ໝາຍ​ເລກ​ CVE-2024-32444 (ຄະ​ແນນ​ CVSS: 9.8).

Theme ດັ່ງ​ກ່າວ​ອະນຸຍາດ​ໃຫ້​ຜູ້​ໃຊ້​ງານ​ສາມາດ​ລົງ​ທະ​ບຽນ​ບັນ​ຊີ​ໃໝ່​ໄດ້​ຜ່ານ​ຟັງ​ຊັ່ນ​ inspiry_ajax_register ແຕ່​ບໍ່​ໄດ້​ກວດ​ສອບ​ການ​ authorization ຢ່າງ​ຖືກ​ຕ້ອງ​ ຫຼື ​ບໍ່​ມີ​ການ​ກວດ​ສອບ​ເລີຍ​.

ຖ້າຫາກ​ເປີດ​ໃຊ້​ງານ​ການ​ລົງ​ທະ​ບຽນ​ເທິງ​ເວັບ​ໄຊ​ ຜູ້​ໂຈມ​ຕີ​ສາມາດ​ລະ​ບຸ​ role ຂອງ​ຕົນເອງ​ໃຫ້ເປັນ​ "ຜູ້​ເບິ່ງ​ແຍງ​ລະບົບ​" ໄດ້​ ໂດຍ​ການ​ສົ່ງ​ HTTP request ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເປັນ​ພິເສດ​ໄປ​ຫາ​ຟັງ​​ຊັ່ນ​ການ​ລົງ​ທະ​ບຽນ​ ຊຶ່ງ​ເປັນ​ການ​ bypass ການ​ກວດ​ສອບ​ຄວາມ​ປອດໄ​ພ​ໂດຍ​ພື້ນ​ຖານ.​

ເມື່ອ​ຜູ້​ໂຈມ​ຕີລົງທະ​ບຽນ​ເປັນ​ຜູ້​ເບິ່ງ​ແຍງ​ລະບົບ​ໄດ້​ສຳ​ເລັດ​ ພວກ​ເຂົາ​ຈະ​ສາມາດ​ຄວບ​ຄຸມ​ເວັບ​ໄຊ​ WordPress ໄດ້​ຢ່າງ​ສົມບູນ​ ຊຶ່ງ​ລວມ​ເຖິງ​ການ​ແກ້​ໄຂເນື້ອ​ຫາ​, ການ​ຝັງ​ສະຄຣິບ​ ແລະ​ ການ​ເຂົ້າ​ເຖິງ​ຂໍ້​ມູນ​ຜູ້​ໃຊ້​ງານ​ ຫຼື ຂໍ້​ມູນ​ສຳຄັນ​ອື່ນ​ໆ​.

ສ່ວນ​ຊ່ອງ​ໂຫວ່​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ປັກ​ອິນ​ Easy Real Estate ເປັນ​ຊ່ອງ​ໂຫວ່​ການ​ຍົກ​ລະດັບ​ສິດ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ຢືນຢັນ​ຕົວ​ຕົນ​ ຜ່ານ​ຄຸນສົມບັດ (Feature)​ Social Login ຊຶ່ງ​ມີ​ໝາຍ​ເລກ​ CVE-2024-32555 (ຄະ​ແນນ​ CVSS: 9.8).

ຊ່ອງ​ໂຫວ່​ນີ້​ເກີດ​ຈາກ​ຄຸນສົມບັດ​ Social Login ທີ່​ອະນຸຍາດ​ໃຫ້​ຜູ້​ໃຊ້​ງານ​ເຂົ້າ​ສູ່​ລະບົບ​ດ້ວຍ​ທີ່​ຢູ່​ອີ​ເມວຂອງ​ຕົນ​ ໂດຍ​ບໍ່​ມີ​ການ​ກວດ​ສອບ​ວ່າ​ອີ​ເມວ​ນັ້ນ​ເປັນ​ຂອງ​ຜູ້​ທີ່​ສົ່ງ​ request ແທ້​ ຫຼື ​ບໍ່​.

ຜົນ​ໄດ້ຮັບ​ຄື​ ຖ້າຫາກ​ຜູ້​ໂຈມ​ຕີ​ຮູ້​ທີ່​ຢູ່​ອີ​ເມວ​ຂອງ​ຜູ້​ເບິ່ງ​ແຍງ​ລະບົບ​ ພວກ​ເຂົາ​ສາມາດ​ເຂົ້າ​ສູ່​ລະບົບ​ໄດ້​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ລະຫັດ​ຜ່ານ​ ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ນີ້​ຄ້າຍ​ຄື​ກັບ​ຊ່ອງ​ໂຫວ່​ CVE-2024-32444.

ຂໍ້​ແນະ​ນຳ​ໃນ​ການ​ຫຼຸດ​ຜ່ອນຄວາມ​ສ່ຽງ​

ເນື່ອງ​ຈາກ​ທາງ​ InspiryThemes ຍັງ​ບໍ່​ໄດ້​ປ່ອຍ​ແພັດ​​ເພື່ອ​ແກ້​ໄຂ​ຊ່ອງ​ໂຫວ່​ (Patch) ເຈົ້າ​ຂອງ​ເວັບ​ໄຊ​ ແລະ​ ຜູ້​ເບິ່ງ​ແຍງ​ລະບົບ​ທີ່​ໃຊ້​ງານ​ Theme ຫຼື ​ປັກ​ອິນ​ດັ່ງ​ກ່າວ​ຄວນ​ປິດ​ການ​ໃຊ້​ງານ​ທັນ​ທີ​.

ການ​ປິດ​ການ​ລົງ​ທະ​ບຽນ​ຜູ້​ໃຊ້​ງານ​ເທິງ​ເວັບ​ໄຊ​​ທີ່​ໄດ້ຮັບ​ຜົນ​ກະທົບ​ຈະ​ຊ່ວຍ​ປ້ອງ​ກັນ​ການສ້າງ​ບັນ​ຊີ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ຊຶ່ງ​ຈະ​ຫຼຸດໂອ​ກາດ​ທີ່​ຊ່ອງ​ໂຫວ່​ຈະ​ຖືກ​ໃຊ້​ງານ​.

ເນື່ອງ​ຈາກ​ບັນຫາ​ຊ່ອງ​ໂຫວ່​ໃນ​ປັກ​ອິນ​ ແລະ​ Theme ທັງ​ສອງ​ລາຍ​ການ​ນີ້​ໄດ້ຮັບ​ການ​ເປີດ​ເຜີຍ​ອອກ​ສູ່​ສາທາລະນະ​ແລ້ວ​ ຜູ້​ບໍ່​ຫວັງ​ດີ​ອາດ​ເລີ່ມ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ ແລະ​ ສະ​ແກນ​ຫາ​ເວັບ​ໄຊ​ທີ່​ມີ​ຊ່ອງ​ໂຫວ່.​ ດັ່ງ​ນັ້ນ, ​ການ​ຕອບສະໜອງ​ຢ່າງ​ວ່ອງໄວ​ເພື່ອ​ປ້ອງ​ກັນໄພ​ຄຸກ​ຄາມ​ຈຶ່ງ​ມີ​ຄວາມ​ສຳຄັນ​ຢ່າງຍິ່ງ.​

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/critical-zero-days-impact-premium-wordpress-real-estate-plugins/
  2. https://www.i-secure.co.th/2025/01/%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88-zero-day-%e0%b8%a3%e0%b8%b0%e0%b8%94%e0%b8%b1%e0%b8%9a-critical-%e0%b8%aa%e0%b9%88%e0%b8%87%e0%b8%9c%e0%b8%a5%e0%b8%81%e0%b8%a3/

ລາຍການຮູບ

Meesaisak 29 January 2025 150 Print