Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Fortinet ເຕືອນໃຫ້ຜູ້ໃຊ້ເຝົ້າລະວັງຊ່ອງໂຫວ່ Zero-day ທີ່ຖືກໃຊ້ໂຈມຕີແລ້ວ

Fortinet ເຕືອນໃຫ້ຜູ້ໃຊ້ເຝົ້າລະວັງຊ່ອງໂຫວ່ Zero-day ທີ່ຖືກໃຊ້ໂຈມຕີແລ້ວ

Fortinet ໄດ້​ອອກ​ມາ​ເຕືອນ​ເຖິງ​ຊ່ອງ​ໂຫວ່ Zero-day ທີ່​ມີ​ການ​ໃຊ້​ງານ​ໂຈມ​ຕີ​ຈິງ ຊຶ່ງ​ພົ​ບວ່າ​ຄົນ​ຮ້າຍ​ມີ​ການ​ໃຊ້​ຊ່ອງ​ໂຫວ່​ ເພື່ອ​ເຂົ້າໄປ​ສ້າງ​ບັນຊີ​ໃໝ່​ສຳລັບ​ການ​ໃຊ້ SSL VPN ລວມ​ເຖິງ​ມີ​ການ​ປ່ຽນ​ແປງ​ຄ່າ​​ຕ່າງ​ໆ ໂດຍ​ແນະ​ນຳ​ໃຫ້​ປິດ​ການ​ເຂົ້າ​ເຖິງ​ໜ້າ​ບໍລິຫານ​ຈັດການ​ຜ່ານ HTTP/HTTPS ໄວ້​ກ່ອນ

CVE-2024-55591 ເປັນ​ຊ່ອງ​ໂຫວ່ Authentication Bypass ຊຶ່ງ​ກະທົບ​ກັບ FortiOS ຮູ່ນ 7.0.0 – 7.0.16 ແລະ FortiProxy 7.0.0-7.0.79 ແລະ FortiProxy 7.2.0 – 7.2.12 ໂດຍ​ຄົນ​ຮ້າຍ​ສາມາດ​ສົ່ງ Request ອັນຕະລາຍ​ເຂົ້າໄປທີ່ Node.js Websocket ໄດ້​ ເພື່ອ​ໃຫ້​ໄດ້ຮັບ​ສິດ super-admin.

ຢ່າງໃດ​ກໍ​ດີ ​ຈາກ​ການ​ຕິດ​ຕາມ​ຮອງຮອຍ​ການ​ໂຈມ​ຕີ​ຈາກ​​ຂອງ Fortinet ເອງ ​ແລະ ​ຜູ້​ຊ່ຽວ​ຊານ​ຈາກ Arctic Wolf ພົບເຫັນ​ກິດຈະກຳ​ປະ​ມາ​ນວ່າ ​ຄົນ​ຮ້າຍ​ທີ່​ໃຊ້​ຊ່ອງ​ໂຫວ່​ດັ່ງ​ກ່າວ​ ຈະ​ມີ​ການ​ສຸ່ມ​ສ້າງ​ບັນ​ຊີ​ Admin ​ຫລື Local User ແລະ ​ເພີ່ມ​ຕົວ​ຕົນ​ເຫຼົ່າ​ນັ້ນ​ເຂົ້າໄປ​ກຸ່ມ​ຜູ້​ໃຊ້ SSL VPN ເດີມ​ ຫລື​ ກຸ່ມ​ໃໝ່ ລວມ​ໄປ​ເຖິງ​ການ​ປ່ຽນ​ແປງ​ຄ່າ Policy Firewall ກັບ​ການຕັ້ງ​ຄ່າ​ອື່ນ​ໆ ເຖິງ​ປະຈຸບັນ ​ກໍ​ຍັງ​ບໍ່​ສາມາດ​ສະຫລຸບ​ເຖິງ​ຈຸດ​ເລີ່ມ​ຕົ້ນ​ໄດ້ ແຕ່​ຈາກ​ການ​ຕິດ​ຕາມ​ຂອງ Arctic Wolf ​ຈຳແນກຊ່ວງ​ເວລາ​ເຫດການ​ໂຈມ​ຕີ​ອອກ​ເປັນ 4 ໄລຍະ​ຄື:

  • ສະ​ແກນ​ຫາ​ຊ່ອງ​ໂຫວ່​ລະຫວ່າງ 16-23 ພະຈິກ 2024
  • Reconnaissance ລະຫວ່າງ 22-27 ພະຈິກ 2024
  • ຕັ້ງ​ຄ່າ SSL VPN ໃນ​ຊ່ວງ​ປະມານ 4-7 ທັນວາ. 2024
  • Lateral Movement ຊ່ວງ 16–27 ທັນວາ 2024

ປະຈຸບັນ Fortinet ແນະ​ນຳ​ໃຫ້​ຜູ້​ໃຊ້​ປິດ​ໜ້າ​ການ​ເຂົ້າ​ເຖິງ​ຜ່ານ HTTP/HTTPS ສຳລັບ​ການ​ບໍລິຫານ​ຈັດການ​ໄວ້ກ່ອນ ​ຫລື ​ຈຳ​ກັດ​ເລກ​ໝາຍ​ໄອ​ພີ​ ທີ່​ເຂົ້າ​ເຖິງ​ໜ້າ​ນີ້​ໄດ້​ຜ່ານ Local Policy

ທີ່​ມາ : https://www.bleepingcomputer.com/news/security/fortinet-warns-of-auth-bypass-zero-day-exploited-to-hijack-firewalls/

ລາຍການຮູບ

laocert 21 January 2025 125 Print