Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບ​ການ​ໂຈມ​ຕີ​ແບບ​ໃໝ່​ “DoubleClickjacking” ສ່ຽງ​ຂໍ້​ມູນ​ສ່ວນ​ຕົວ​ຮົ່ວ​ໄຫຼ

ພົບ​ການ​ໂຈມ​ຕີ​ແບບ​ໃໝ່​ “DoubleClickjacking” ສ່ຽງ​ຂໍ້​ມູນ​ສ່ວນ​ຕົວ​ຮົ່ວ​ໄຫຼຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ ເຕືອນ​ເຖິງ​ການ​ໂຈມ​ຕີ​ແບບ​ໃໝ່​ທີ່​ເອີ້ນວ່າ​ “DoubleClickjacking” ຊຶ່ງ​ຜູ້​ໂຈມ​ຕີ​ສາມາດ​ຫຼອກ​ລໍ້​ໃຫ້​ຜູ້​ໃຊ້​ອ​ະນຸ​ມັ​ດ​ການ​ກະທຳ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໄດ້​ ພຽງ​ແຕ່ການ​ຄລິກ (Click) ​ສອງ​ຄັ້ງ​, ພ້ອມຍັງ​ສາມາດ​ຫຼີກ​ລ້ຽງ​ລະບົບ​ປ້ອງ​ກັນ​ການ​ໂຈມ​ຕີ​ຮູບ​ແບບ​ນີ້​ທີ່​ມີ​ຢູ່ໃນ​ປັດຈຸບັນ​.

ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ ເຕືອນ​ເຖິງ​ການ​ໂຈມ​ຕີ​ແບບ​ໃໝ່​ທີ່​ເອີ້ນວ່າ​ “DoubleClickjacking” ຊຶ່ງ​ຜູ້​ໂຈມ​ຕີ​ສາມາດ​ຫຼອກ​ລໍ້​ໃຫ້​ຜູ້​ໃຊ້​ອ​ະນຸ​ມັ​ດ​ການ​ກະທຳ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໄດ້​ ພຽງ​ແຕ່ການ​ຄລິກ (Click) ​ສອງ​ຄັ້ງ​, ພ້ອມຍັງ​ສາມາດ​ຫຼີກ​ລ້ຽງ​ລະບົບ​ປ້ອງ​ກັນ​ການ​ໂຈມ​ຕີ​ຮູບ​ແບບ​ນີ້​ທີ່​ມີ​ຢູ່ໃນ​ປັດຈຸບັນ​.

ການ​ໂຈມ​ຕີ​ແບບ​ Clickjacking ຫຼື ​ທີ່​ຮູ້​ຈັກ​ກັນ​ໃນ​ຊື່​ UI Redressing ເປັນ​ເຕັກ​ນິກ​ທີ່​ຜູ້​ບໍ່​ຫວັງ​ດີ​ສ້າງ​ໜ້າ​ເວັບ​ໄຊອັນຕະລາຍ​ເພື່ອ​ຫຼອກລວງ​ຜູ້​ໃຊ້​ໃຫ້​ຄລິກ​ອົງ​ປະກອບ​ທີ່​ເຊື່ອງຢູ່​ ຫຼື ​ປອມ​ແປງ​ຂຶ້ນ​ ຊຶ່ງ​ໃນ​ກໍລະນີ​ຂອງ​ DoubleClickjacking ຜູ້​ໂຈມ​ຕີ​ຈະ​ຊ້ອນ​ iframe ທີ່​ສະແດງ​ໜ້າ​ເວັບໄຊ​ທີ່​ຖືກ​ຕ້ອງ​ໄວ້​ກ້ອງໜ້າ​ເວັບໄຊ​ທີ່​ພວກ​ເຂົາ​ສ້າງ​ຂຶ້ນ​ ໂດຍ​ປັບ​ຕຳແໜ່ງ​ປຸ່ມກົດ ​ແລະ ​ລິ້ງ​​ໃຫ້​ຢູ່ຕໍ່ແໜ່ງດຽວກັນ​ລະຫວ່າງ​ໜ້າ​ເວັບໄຊ​ທັງ​ສອງ​.

ເມື່ອ​ຜູ້​ໃຊ້​ຖືກ​ລໍ້ລວງ​ໃຫ້​ຄລິກ​ເທິງ​ລິ້ງ​ ​ຫຼື ​ປຸ່ມກົດ​ເທິງ​ໜ້າ​ເວັບໄຊ​ຂອງ​ຜູ້​ໂຈມ​ຕີ​ ເຊັ່ນ​: ການ​ເບິ່ງ​ຮູບພາບ​ໜ້າ​ຮັກ​ ຫຼື ​ການ​ຮັບ​ລາງ​ວັນ,​ ຄວາມ​ຈິງ​ແລ້ວ​ການ​ຄລິກ​ນັ້ນ​ເປັນ​ການ​ກະທຳ​ເທິງ​ iframe ທີ່​ເຊື່ອງ​ຢູ່​ ຊຶ່ງ​ອາດຈະ​ນຳ​ໄປ​ສູ່​ຜົນ​ກະທົບ​ຮ້າຍແຮງ​ ເຊັ່ນ:​ ການ​ອ​ະນຸ​ມັດ​ໃຫ້​ແອັບ​ພິ​ເຄ​ຊັ່ນ​ OAuth ເຊື່ອມ​ຕໍ່​ກັບ​ບັນ​ຊີ​ຜູ້​ໃຊ້​ ຫຼື ​ການ​ຍອມ​ຮັບ​ຄຳ​ຂໍ​ MFA (ການ​ຢືນຢັນ​ຕົວ​ຕົນ​ຫຼາຍ​ຂັ້ນ​ຕອນ​) ໂດຍ​ທີ່​ຜູ້​ໃຊ້​ບໍ່​ຮູ້​ຕົວ​.

ແນວທາງການປ້ອງກັນ:​

ໃນ​ໄລຍະ​ຫຼາຍ​ປີ​ທີ່​ຜ່ານມາ​ ນັກ​ພັດທະນາ​ເວັບ​ບ​ຣາ​ວ​ເຊີ​ (Web Browser) ​ໄດ້​ແນະ​ນຳຄຸນສົມບັດ​ໃໝ່​ໆ​ ທີ່​ຊ່ວຍ​ປ້ອງ​ກັນ​ການ​ໂຈມ​ຕີ​ເຫຼົ່າ​ນີ້​ເປັນ​ສ່ວນ​ໃຫຍ່​ ເຊັ່ນ​: ການ​ບໍ່​ອະນຸຍາດ​ໃຫ້​ສົ່ງ​ຄຸກ​ກີ້ (Cookies) ​ຂ້າມ​ເວັບ​ໄຊ​ ຫຼື ​ການ​ເພີ່ມ​ຂໍ້​ຈຳ​ກັດ​ດ້ານ​ຄວາມ​ປອດ​ໄພ​ (ເຊັ່ນ​: X-Frame-Options ຫຼື​ frame-ancestors) ເພື່ອ​ຄວບ​ຄຸມ​ວ່າ​ເວັບ​ໄຊ​​ໃດ​ສາມາດ​ສະແດງ​ຜົນ​ຜ່ານ​ iframe ໄດ້​​.

ຢ່າງໃດ​ກໍ່​ຕາມ​, ການ​ໂຈມ​ຕີ​ຮູບ​ແບບ​ DoubleClickjacking ຍັງ​ເປັນ​ໄພ​ຄຸກ​ຄາມ​ທີ່​ສາມາດ​​ຜ່ານມາດຕະການ​ປ້ອງ​ກັນ​ເຫຼົ່າ​ນີ້​ໄດ້​, ຜູ້​ໃຊ້​ງານ​ອິນ​ເຕີ​ເນັດ​ຄວນ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິເສດ​ ບໍ່​ຄລິກ​ລິ້ງ​ ​ຫຼື ​ປຸ່ມກົດ​ຈາກ​ແຫຼ່ງ​ທີ່​ບໍ່​ໜ້າ​ເຊື່ອ​ຖື​ ແລະ ​ຄວນ​ກວດ​ສອບ​ຂໍ້​ມູນ​ກ່ອນ​ການ​ອະນຸຍາດ​ຕ່າງໆ ເທິງ​ເວັບ​ໄຊ​ ຫຼື ​ແອັບ​ພິ​ເຄ​ຊັ່ນ​ທີ່​ເຊື່ອມ​ຕໍ່​ກັບ​ບັນ​ຊີ​ສ່ວນ​ຕົວ​.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/new-doubleclickjacking-attack-exploits-double-clicks-to-hijack-accounts/?fbclid=IwY2xjawHpgJ1leHRuA2FlbQIxMAABHeniztRJlWsmpLYsVLTeIEm0x7CW0TpP04FKoeipF-c-L6xK8YmKoEIJCA_aem_jZgc9AuUd8qeFOZAnzO_vw
  2. https://www.facebook.com/story.php?story_fbid=921017880167821&id=100067788513462&mibextid=wwXIfr&rdid=zJX6iqBLxcrQukL1

ລາຍການຮູບ

laocert 15 January 2025 114 Print