ແຈ້ງເຕືອນ!!! ການກັບມາຂອງການຫຼອກລວງທາງອອນລາຍ (Scams) ມາໃນຮູບແບບເກົ່າ ແຕ່ຂໍ້ຄວາມຈູງໃຈໃໝ່
ຮູບທີ 1: ຕົວຢ່າງເນື້ອໃນຂໍ້ຄວາມທີ່ມິດສາຊີບໃຊ້ຫຼອກລໍ້ເຫຍື່ອ
ຖ້າຫາກເຫຍື່ອຫຼົງເຊື່ອກົດລິ້ງໃນຂໍ້ຄວາມດັ່ງກ່າວ ກໍ່ຈະປະກົດໜ້າຕ່າງເວັບໄຊ້ໜຶ່ງຂຶ້ນມາ ແລະ ຈະມີປຸ່ມ “ຢືນຢັນ” ໜຶ່ງ ໃຫ້ເຮົາກົດເຂົ້າໄປ ເພື່ອສືບຕໍ່ປ້ອງກັນບັນຊີຂອງເຮົາບໍ່ໃຫ້ຖືກລະງັບ (ຮູບທີ 2).ຮູບທີ 2: ໜ້າເວັບໄຊ້ປອມທີ່ຫຼອກໃຫ້ເຫຍື່ອກົດເຂົ້າໄປ
ຖ້າເຫຍື່ອຍັງສືບຕໍ່ກົດປຸ່ມ “ຢືນຢັນ” ດັ່ງໃນຮູບ (ຮູບທີ 2) ແລ້ວ ກໍ່ຈະມີໜ້າເວັບໄຊປອມທີ່ຄ້າຍຄືໜ້າເຂົ້າລະບົບຂອງເຟສບຸກ (ຮູບທີ 3) ທີ່ຈະໃຫ້ເຮົາປ້ອນຊື່ຜູ້ໃຊ້ ແລະ ລະຫັດຜ່ານເຟສບຸກຂອງເຮົາ ເພື່ອເຂົ້າສູ່ລະບົບ.ຮູບທີ 3: ໜ້າເວັບໄຊປອມທີ່ຄ້າຍຄືໜ້າເຂົ້າລະບົບຂອງເຟສບຸກ ເພື່ອຫຼອກເຫຍື່ອໃຫ້ໃສ່ຊື່ບັນຊີ ແລະ ລະຫັດຜ່ານເຟສບຸກຂອງຕົນເອງ
ພາຍຫຼັງທີ່ເຫຍື່ອຫຼົງເຊື່ອໃສ່ຊື່ບັນຊີ ແລະ ລະຫັດຜ່ານເຟສບຸກຂອງຕົນເອງ ພ້ອມທັງກົດເຂົ້າລະບົບແລ້ວ ກໍ່ຈະປະກົດໜ້າເວັບໄຊອີກເວັບໄຊໜຶ່ງຂຶ້ນມາ ທີ່ເປັນໜ້າເວັບໄຊທີ່ໃຫ້ເຮົາໃສ່ລະຫັດ 6-8 ຕົວເລກ (OTP) ທີ່ມິດສາຊີບຕົວະວ່າສົ່ງໃຫ້ທາງຂໍ້ຄວາມ (ຮູບທີ 4).ຮູບທີ 4: ໜ້າເວັບໄຊປອມທີ່ໃຫ້ໃສ່ລະຫັດ 6-8 ຕົວເລກ ທີ່ຕົວະເຫຍື່ອວ່າສົ່ງໃຫ້ທາງຂໍ້ຄວາມ
ພາຍຫຼັງທີ່ລອງໃສ່ລະຫັດ 6 ຕົວເລກ ຕາມທີ່ມິດສາຊີບບອກ ເວັບໄຊ້ກໍ່ຈະມີການແຈ້ງເຕືອນວ່າໃສ່ລະຫັດບໍ່ຖືກຕ້ອງ (ລະຫັດໃຊ້ບໍ່ໄດ້) ໃຫ້ກວດສອບ ຫຼື ລອງລະຫັດໃໝ່ (ຮູບທີ 5).ຮູບທີ 5: ໜ້າເວັບໄຊປອມຫຼັງຈາກໃສ່ລະຫັດທີ່ຕົວະວ່າສົ່ງມາທາງຂໍ້ຄວາມ
ຈາກຮູບແບບການຫຼອກລວງດັ່ງກ່າວ ເຫັນໄດ້ຊັດເຈນວ່າມິດສາຊີບມີຈຸດປະສົງເພື່ອຢາກໄດ້ຂ້ມູນ ບັນຊີ ແລະ ລະຫັດຜ່ານເຟສບຸກຂອງເຫຍື່ອ ເພື່ອເອົາໄປນໍາໃຊ້ໃນການກໍ່ອາຊະຍາກໍາທາງອອນລາຍອື່ນໆ.
ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ:
- ຖ້າພົບເຫັນຂໍ້ຄວາມໃນລັກສະນະນີ້ ໃຫ້ຄິດໄວ້ກ່ອນສະເໝີວ່າເປັນການຫຼອກລວງ;
- ບໍ່ຄວນຮີບຮ້ອນປະຕິບັດຕາມທີ່ຂໍ້ຄວາມແຈ້ງບອກ ເຖິງຈະເປັນເລື່ອງເລັ່ງດ່ວນກໍ່ຕາມ;
- ພິຈາລະນາຂໍ້ຄວາມທີ່ສົ່ງມາຢ່າງຖີ່ຖ້ວນເຖິງຄວາມເປັນຈິງ ແລະ ຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ;
- ຖ້າມີຄວາມສົງໄສ ຄວນຕິດຕໍ່ຫາຜູ້ຊ່ຽວຊານທາງດ້ານໄອທີ ຫຼື ຄວາມປອດໄພທາງອິນເຕີເນັດ ເພື່ອກວດສອບ;
- ສັງເກດທີ່ຢູ່ເວັບໄຊ (ລິ້ງ) ໃຫ້ລະອຽດວ່າແມ່ນທີ່ຢູ່ເວັບໄຊທີ່ຖືກຕ້ອງບໍ່;
- ຖ້າບໍ່ແນ່ໃຈວ່າເວັບໄຊນັ້ນຖືກຕ້ອງບໍ່ ສາມາດນໍາເອົາທີ່ຢູ່ເວັບໄຊນັ້ນ ໄປກວດສອບຄວາມປອດໄພໄດ້ທີ່ເວັບໄຊ https://www.virustotal.com/;
- ຕັ້ງຄ່າຢືນຢັນຕົວຕົນຫຼາຍຂັ້ນຕອນ (Multi-Factor Authentication) ເພື່ອປ້ອງກັນການຖືກແຮັກ.