Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ!!! ມັນແວ (Malware) ໃນແອນດຣອຍ (Android ) ປອມໂຕເປັນແອັບ Telegram Premium

ແຈ້ງເຕືອນ!!! ມັນແວ (Malware) ໃນແອນດຣອຍ (Android ) ປອມໂຕເປັນແອັບ Telegram Premiumແຈ້ງ​ເຕືອນ​ກ່ຽວກັບ​ໄພ​ຄຸກ​ຄາມທາງ​ໄຊ​ເບີ​ ​ທີ່​ກຳ​ລັງ​ແຜ່​ລະ​ບາດ​ຢູ່ໃນ​ຂະນະ​ນີ້​ ມັນ​ແວ​ (Malware)​ Android ຊື່​ FireScam, ໄດ້ຮັບ​ການ​ຄົ້ນ​ພົບ​ວ່າປອມໂ​ຕ​ເປັນ​ແອັບ​ Telegram Premium ເພື່ອ​ຫຼອກລວງ​ໃຫ້​ຜູ້​ໃຊ້​ງານ​ຕິດ​ຕັ້ງ​ຜ່ານ​ເວັບ​ໄຊ​ຟິດ​ຊິ່ງ (Phishing Site) ​ທີ່​ໂຮສ (Host) ເທິງ​ GitHub.io ຊຶ່ງຮຽນ​ແບບ​ RuStore (ຮ້ານ​ແອັບຍອດ​ນິຍົມ​ໃນ​ຣັດ​ເຊຍ​).

ລາຍ​ລະ​ອຽດ​ມັນ​ແວ​ FireScam:

  • FireScam ໃຊ້​ເວັບ​ໄຊ​​ຟິດ​ຊິ່ງ​ ເພື່ອ​ເຜີຍແຜ່​ ໂດຍ​ແຝງ​ຕົວ​ເປັນ​ແອັບ​ Telegram Premium ປອມ​;
  • ເມື່ອ​ຕິດ​ຕັ້ງ​ ມັນ​ແວ​​ຈະ​ລັກ​ຂໍ້​ມູນ​ສຳຄັນ​ ເຊັ່ນ:​ ການ​ແຈ້ງ​ເຕືອນ​, ຂໍ້ຄວາມ​, ຂໍ້​ມູນ​ທຸລະ​ກຳ​ອອນ​ລາຍ ແລະ​ ຂໍ້​ມູນ​ໃນ​ຄລິບ​ບອດ (Clipboard)​;
  • ດັກ​ຈັບ​ຂໍ້​ມູນ​ USSD ທີ່​ອາດ​ຈະກ່ຽວ​ຂ້ອງ​ກັບ​ລະ​ຫັດ​ OTP ແລະ ​ຂໍ້​ມູນ​ທາງ​ການ​ເງິນ​;
  • ຕິດ​ຕັ້ງ​ຕົວ​ເອງ​ເປັນ​ໂຕອັບ​ເດດ​ແອັບ​ຫຼັກ​ໃນ​ອຸປະກອນ ​ເພື່ອ​ປ້ອງ​ກັນ​ການ​ແກ້​ໄຂ​ ຫຼື ​ລຶບ​;
  • ສື່​ສານ​ຜ່ານ​ Firebase Realtime Database ເພື່ອ​ເກັບ​ຂໍ້​ມູນ ​ແລະ ​ຄວບ​ຄຸມ​ອຸປະກອນ​ທີ່​ຕິດ​ມັນ​ແວ​.​

 

ຜົນ​ກະທົບ ​ແລະ​ ຄວາມ​ສ່ຽງ​:

  • ລັກ​ຂໍ້​ມູນ​ສ່ວນ​ຕົວ​ ແລະ​ ຂໍ້​ມູນ​ທາງ​ການ​ເງິນ​ ເຊັ່ນ​: ລະ​ຫັດ​ຜ່ານ,​ ລະ​ຫັດ​ OTP ຫຼື ​ຂໍ້​ມູນ​ທຸນລະກຳ​;
  • ຄວບ​ຄຸມ​ອຸປະກອນ​ຢ່າງ​ຕໍ່​ເນື່ອງ​ ໂດຍທີ່​ຜູ້​ໃຊ້​ງານ​ບໍ່​ຮູ້​ຕົວ​;
  • ແຜ່ກ​ະ​ຈາຍ​ໄດ້​ງ່າຍ​ ເພາະ​ຮຽນ​ແບບ​ແອັບ​ຍອດ​ນິຍົມ​ທີ່​ມີ​ຜູ້​ໃຊ້​ງານ​ຈຳນວນ​ຫຼາຍ​.

 

ວິທີ​ປ້ອງ​ກັນ​ມັນ​ແວ​​ FireScam

  1. ດາວ​​ໂຫຼດ​ແອັບ​ພິເຄ​ຊັ່ນ​ຈາກ​ແຫຼ່ງ​ທີ່​ເຊື່ອ​ຖື​ໄດ້​ເທົ່າ​ນັ້ນ
  • ໃຊ້​ Google Play ຫຼື​ Apple App Store ໃນ​ການ​ດາວ​​ໂຫຼດ​ແອັບ​;
  • ຫຼີກ​ລ້ຽງ​ການ​ຕິດ​ຕັ້ງ​ໄຟລ໌ APK ຈາກ​ແຫຼ່ງ​ທີ່​ບໍ່​ໜ້າ​ເຊື່ອ​ຖື​.
  1. ລະ​ມັດ​ລະ​ວັງ​ເມື່ອກົດ​ລິ້ງ​​ທີ່​ບໍ່​ຄຸ້ນ​ເຄີຍ​
  • ກວດ​ສອບ​ URL ຢ່າງ​ລະອຽດ​ກ່ອນ​ຄລິກ​ ໂດຍ​ສະເພາະ​ລິ້ງ​ທີ່​ກ່ຽວ​ຂ້ອງ​ກັບ​ແອບ​ຢອດ​ນິຍົມ​
  1. ກວດ​ສອບ​ສິດ​ທີ່​ແອັບ​ຮ້ອງ​ຂໍ​
  • ຖ້າຫາກ​ແອັບ​ໃດ​ຮ້ອງ​ຂໍ​ສິດ​ເກີນ​ຄວາມ​ຈຳ​ເປັນ​ ເຊັ່ນ:​ ການ​ເຂົ້າ​ເຖິງ​ SMS ຫຼື ​ຄລິບ​ບອດ​ ໃຫ້​ລະ​ວັງ​.
  1. ຕິດ​ຕັ້ງ​ແອັບ​ພິ​ເຄ​ຊັ່ນ​ຄວາມ​ປອດໄ​ພ
  • ໃຊ້​ໂປຣ​ແກຣມ​ປ້ອງ​ກັນ​ມັນ​ແວ​ທີ່​ສາມາດ​ກວດ​ຈັບໄ​ພ​ຄຸກ​ຄາມ​ໃໝ່​ໆ​ໄດ້.​
  1. ອັບ​ເດດ​ລະບົບ​ປະຕິບັດການ ​ແລະ ​ແອັບ​ພິ​ເຄ​ຊັ່ນ​ຢ່າງ​ສ​ະໝໍ່າສະເໝີ​
  • ການ​ອັບ​ເດດ​ຊ່ວຍ​ປ້ອງ​ກັນ​ຊ່ອງ​ໂຫວ່​ທີ່​ມັນ​ແວ​ອາດ​ໃຊ້​ໂຈມ​ຕີ​.

 

ເອກະສານອ້າງອີງ:

  1. https://www.scworld.com/news/firescam-android-malware-poses-as-telegram-app-to-steal-sensitive-data?fbclid=IwY2xjawHoNStleHRuA2FlbQIxMAABHVknF3c6tqXPZYta9HPixYh_Ti6wdYXEDECpyNs0dK881UebWTpO6XNAXA_aem_lrYs64QCc-8S1gU7jmigoA
  2. https://www.bleepingcomputer.com/news/security/new-firescam-android-data-theft-malware-poses-as-telegram-premium-app/?fbclid=IwY2xjawHoNSxleHRuA2FlbQIxMAABHQt3QMJCNPUoqNNbH2ykz4L_ZB3Xkk4n1mHRIuqvVYICMFyRDLnF4SLARQ_aem_-SyGABuS9pFGFU0zbWxOqg
  3. https://www.facebook.com/story.php?story_fbid=122132423462454139&id=61563624190657&mibextid=wwXIfr&rdid=zEVpFFiZAH20zV90#
Meesaisak 08 January 2025 69 Print