Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ!!! ການຫຼອກລວງໃຫ້ລົງທຶນໃນຮູບແບບໃໝ່ ໂດຍການໃຊ້ປັນຍາປະດິດ (AI) ແລະ ໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອກຳນົດເປົ້າໝາຍເຫຍື່ອທົ່ວໂລກ

ແຈ້ງເຕືອນ!!! ການຫຼອກລວງໃຫ້ລົງທຶນໃນຮູບແບບໃໝ່ ໂດຍການໃຊ້ປັນຍາປະດິດ (AI) ແລະ ໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອກຳນົດເປົ້າໝາຍເຫຍື່ອທົ່ວໂລກແຈ້ງ​ເຕືອນ​ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ​ຮູບ​ແບບ​ໃໝ່​ ທີ່​ກຳ​ລັງ​ແຜ່ກ​ະ​ຈາຍ​ຢ່າງ​ວ່ອງໄວ​ທົ່ວ​ໂລກ​ ໂດຍ​ອາໄສ​ ສື່ສັງຄົມອອນລາຍ ແລະ​ ເຕັກ​ໂນ​ໂລຊີປັນຍາປະດິດ (AI) ເພື່ອ​ຫຼອກລວງ​ເຫຍື່ອ​ໃຫ້​ສູນເສຍ​ເງິນ​ ແລະ ​ຂໍ້​ມູນ​ສ່ວນ​ຕົວ​, ຂ່າວສານ​ນີ້​ເປັນ​ສິ່ງ​ທີ່​ທຸກ​ຄົນ​ຄວນ​ຄິດຄໍານຶງ, ລະມັດລະວັງ ​ແລະ​ ຮູ້​ຈັກ​ວິທີ​ປ້ອງ​ກັນ​ຕົວ​ເອງ​ ເພື່ອ​ຄວາມ​ປອດໄ​ພ​ໃນ​ໂລກ​ອອນ​ລາຍ.

ວິທີການຂອງ​ກົນ​ໂກງ​​:

  1. ໂຄສະ​ນາ​ໃນ​ສື່ສັງຄົມອອນລາຍ​:
    • ໃຊ້​ໂຄສະ​ນາປອມ​ທີ່​ເບິ່ງ​ໜ້າ​ເຊື່ອ​ຖື​ ເຊັ່ນ:​ ຣີ​ວິວ​ (Review) ຈາກ​ບຸກ​ຄົນທີ່​ມີ​ຊື່​ສຽງ​ (ຊຶ່ງ​ສ້າງ​ຈາກ​ AI) ແລະ​ໂພສ (Post) ຮຽນ​ແບບ​ ຍີ່ຫໍ້ (Brand) ​ບໍລິສັດ​ ຫຼື ​ໜ່ວຍ​ງານລັດ;​
    • ມີ​ການ​ໃຊ້​ບັນ​ຊີປອມ​, ບັນ​ຊີ​ທີ່​ຖືກ​ລັກ​ ຫຼື ​ບັນ​ຊີ​ຂອງ​ ອິນຟຣູເອນເຊີ (Influencer) ​ເພື່ອ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື.​
  2. ເວັບ​ໄຊປອມ​:
  • ລໍ້ລວງ​ໃຫ້​ຜູ້​ໃຊ້​ກົດ​ລິ້ງ​ໄປ​ຫາເວັບ​ໄຊ​ທີ່​ຮຽນ​ແບບ​ສື່​ຂ່າວ​ ຫຼື ​ອົງ​ກອນ​ທີ່​ມີ​ຊື່​ສຽງ​;
  • ຫຼອກ​ໃຫ້​ປ້ອນ​ຂໍ້​ມູນ​ສ່ວນ​ຕົວ​ ເຊັ່ນ:​ ຊື່,​ ອີ​ເມວ,​ ໝາຍ​ເລກ​ໂທລະ​ສັບ​ ຫຼື ​ຂໍ້​ມູນ​ການ​ເງິນ​.
  1. ການ​ໂທເພື່ອໂນ້ມ​ນ້າວຈິດໃຈ​:
  • ເມື່ອ​ໄດ້​ຂໍ້​ມູນ​ສ່ວນ​ຕົວ​ແລ້ວ​ ຜູ້​ຫຼອກລວງ​ຈະ​ໂທຫາ​ເຫຍື່ອ​ໂດຍ​ກົງ ​ເພື່ອ​ຊັກຊວນ​ໃຫ້​ລົງ​ທຶນ​ໃນ​ສິນ​ຄ້າ​ທາງ​ການ​ເງິນ​;
  • ອາດ​ຖືກ​ໂນ້ມ​ນ້າວ​ໃຫ້​ກູ້​ເງິນ ​ຫຼື ​ແຊ​ຣ໌​ຂໍ້​ມູນ​ສຳຄັນ​ ເຊັ່ນ:​ ໝາຍ​ເລກ​ບັດ​ປະຊາຊົນ​ ຫຼື ​ບັດ​​ເຄຣ​ດິດ.
  1. ຜົນ​ລັບ​​ສຸດ​ທ້າຍ​:
  • ເຫຍື່ອ​ສູນ​ເສຍ​ທັງ​ເງິນ ​ແລະ ​ຂໍ້​ມູນ​ສ່ວນ​ຕົວ​ ໂດຍ​ບໍ່​ມີ​ທາງ​ກູ້​ຄືນ​.

 

ວິທີ​ປ້ອງ​ກັນ​ຕົນເອງ​​​:

  1. ລະ​ມັດ​ລະ​ວັງ​ໂຄສະ​ນາ​ທີ່​ເບິ່ງດູ​ດີ​ເກີນ​ຈິງ​:
  • ຫາກ​ເຫັນ​ໂຄສະ​ນາ​ກ່ຽວກັບ​ການ​ລົງ​ທຶນ​ທີ່​ໃຫ້​ຜົນ​ຕອບ​ແທນ​ສູງ​ຜິດ​ປົກກະຕິ​ ຢ່າ​ຫຼົງ​ເຊື່ອ​ ຫຼື ​ຕັດ​ສິນ​ໃຈ​ລົງ​ທຶນ​ທັນ​ທີ​.
  1. ກວດ​ສອບ​ແຫຼ່ງ​ທີ່​ມາ​ຂອງ​ຂໍ້​ມູນ​:
  • ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ເວັບ​ໄຊ​ ​ຫຼື ​ໂຄສະ​ນາ​ນັ້ນ​ມາ​ຈາກ​ແຫຼ່ງ​ທີ່​ເຊື່ອ​ຖື​ໄດ້​;
  • ຫຼີກລ້ຽງ​ການ​ກົດ​ລິ້ງ​​ໃນ​ອີ​ເມວ ​ຫຼື ​ຂໍ້ຄວາມ​ຈາກ​ແຫຼ່ງ​ທີ່​ບໍ່​ຮູ້​ຈັກ​.
  1. ຢ່າ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​:
  • ຢ່າ​ປ້ອນ​ຂໍ້​ມູນ​ສ່ວນ​ຕົວ​ ຫຼື ​ຂໍ້​ມູນ​ທາງ​ການ​ເງິນ​ເທິງ​ເວັບ​ໄຊ​​ທີ່​ບໍ່​ໜ້າ​ເຊື່ອ​ຖື​.
  1. ຫຼີກ​ລ້ຽງ​ການ​ດາວ​​ໂຫຼດ​ແອັບ​ ຫຼື ​ໂປຣ​ແກຣມ​ທີ່​ບໍ່​ຮູ້​ຈັກ​:
  • ລະ​ວັງ​ການ​ຕິດ​ຕັ້ງ​ແອັບ​ພິເຄ​ຊັ່ນ​ ຫຼື ​ໂປຣ​ແກຣມ ​ທີ່ຕ້ອງການສິດຂໍ​ເຂົ້າ​ເຖິງ​ອຸປະກອນ​.​
  1. ​ຕິດ​ຕາມ​ຂ່າວ​ສານ ​ແລະ​ ອັບ​ເດດ​ຄວາມ​ຮູ້​ກ່ຽວກັບໄພຄຸກຄາມທາງ​ໄຊ​ເບີ​ເປັນປະຈໍາ​:

ຖ້າຫາກ​ມີ​ຂໍ້ສົ​ງໄ​​ກ່ຽວກັບ​ຄວາມ​ປອດ​ໄພ​ ໃຫ້​ຕິດ​ຕໍ່​ຝ່າຍ​ IT ຫຼື ​ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄ​ພໃນ​ອົງ​ກອນ.​




ເອກະສານອ້າງອີງ:

  1. https://thehackernews.com/2024/12/new-investment-scam-leverages-ai-social.html?fbclid=IwY2xjawHNw19leHRuA2FlbQIxMAABHX5iIksyHKgMHHWjFXzU8M1KdLNtMl3cGZRrJB-FM6tlYNzbpPrR5NE7tA_aem_K8ongy742akUclKbki9DLw
  2. https://www.facebook.com/story.php?story_fbid=122129829374454139&id=61563624190657&mibextid=wwXIfr&rdid=JDbZo8aIo7bKGC9q
Meesaisak 23 December 2024 176 Print