Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

DogeRAT Malware ແຜ່ລະບາດໜັກໃນລະບົບ Android ເພື່ອລັກຂໍ້ມູນສ່ວນຕົວ, ຂໍ້ມູນທະນາຄານ, ລັກເປີດກ້ອງ ແລະ ອັດສຽງ

DogeRAT Malware ແຜ່ລະບາດໜັກໃນລະບົບ Android ເພື່ອລັກຂໍ້ມູນສ່ວນຕົວ, ຂໍ້ມູນທະນາຄານ, ລັກເປີດກ້ອງ ແລະ ອັດສຽງDogeRAT Malware ແຜ່ລະະ​ບາດ​ໜັກ​ໃນລະບົບ​ Android ຊຶ່ງມັນ​ແວ​ (Malware) ​ໃໝ່​​ DogeRAT ​ມີ​ເປົ້າ​ໝາຍ​ຄື​ການ​ຄວບຄຸມໄລຍະໄກ​ໄປ​ຫາອົງ​ກອນ​ຕ່າງ​ໆ​ໃນ​ພາກ​ອຸດສາຫະກຳ​, ລວມ​ເຖິງ​ສ​ະຖາ​ບັນ​ການ​ເງິນ​, ເກມ​  ແລະ​ ທຸລະກິດ​ຄວາມ​ບັນ​ເທິງ​ ມັນ​ແວ​ນີ້​ສາມາດ​ເປັນ​ Keyloggers​ ລັກ​ຄັດ​ລອກ​ເນື້ອຫາຈາກ​ Clipboard ​ໄດ້ອີກ​ດ້ວຍ​.

ລັກສະນະ​ການ​ໂຈມ​ຕີ​ຂອງ DogeRAT Malware

ຂໍ້​ມູນ​ນັກ​ວິ​ໄຈ​ຈາກ​ CloudSEK ເປີດ​ເຜີຍ​ວ່າພົບ​ການ​ແຜ່​ລະ​ບາດ​ຂອງ​ DogeRAT ທີ່​ມີ​ເປົ້າ​ໄປ​ທີ່​ຜູ້​ໃຊ້​ງານ​ Android ໃນ​ປະເທດ​ອິນ​ເດຍ​ ແລະ ​ຄາດການ​ວ່າ​ມັນ​ແວ​ນີ້​ອາດຈະ​ຂະຫຍາຍ​ການ​ໂຈມ​ຕີ​ອອກ​ໄປ​ທົ່ວ​ໂລກ​ ໂດຍການ​ສ້າງ​ແອັບ​ປອມ​ບໍລິການ​ຍອດ​ນິຍົມ​ຕ່າງ​ໆ​ເຊັ່ນ​:

  1. Opera Mini – fast web browser
  2. Android VulnScan
  3. YouTube Premium
  4. Netflix Premium
  5. ChatGPT
  6. Lite 1 [Facebook]
  7. Instagram Pro

​ທັງ​ 7 ແອັບ​ນີ້ກະ​ຈາຍ​ໄປ​ຜ່ານ​ທາງ​ແພັດຟອມ (Platform) ​ສື່ສັງຄົມອອນລາຍ​ ຜ່ານ​ໂຄສະນາ​ຕ່າງ​ໆ​ ຊຶ່ງ​ສ່ວນ​ຫຼາຍ​ຈະໃຫ້​ໂຫຼດ​ຜ່ານ​ທາງ​ເວັບ​ໄຊປອມ​ທີ່​ບໍ່​ແມ່ນ​ Play Store ຈາກ​ Google​ ບາງ​ເວັບ​ໄຊ​ຈຳ​ລອງ​ໜ້າ​ຕາ​ໃຫ້ຄືກັບ​ Play Store ກໍ່​ມີ​ ເມື່ອ​ຕິດ​ຕັ້ງ​ແອັບ​ພິ​ເຄ​ຊັ່ນ​ປອມ​ເຫຼົ່າ​ນີ້​ ແອັບ​ຈະ​ຂໍ​ສິດ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ສຳຄັນ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ລວມເຖິງ​ຂໍ້​ມູນ​ການ​ເຂົ້າ​ສູ່​ລະບົບ​ທະ​ນາ​ຄານ​, ລາຍ​ຊື່​ຜູ້​ຕິດ​ຕໍ່​ ແລະ​ ຂໍ້ຄວາມ​ ສາມາດ​​ລັກ​ເງິນ​ໃນ​ແອັບ​ທ​ະນາ​ຄານ​ ສົ່ງ​ອີ​ເມວ​ສະ​ແປມ (Email Spam)​ ລັກຖ່າຍ​ຮູບ​ດ້ວຍ​ການ​ເປີດ​ການ​ເຮັດ​ວຽກ​ຂອງ​ກ້ອງ​ໜ້າ​, ກ້ອງ​ຫຼັງ​ ແລະ​ ອັດ​ສຽງ​ຜ່ານ​ໄມ​ໂຄ​ໂຟນ​ (Microphone) ຊຶ່ງ​ຜູ້​ພັດທະນາ​ມັນ​ແວ​​ DogeRAT ໄດ້ມີການຄາດການ​ວ່າ​ມາ​ຈາກ​ປະເທດ​ ອິນ​ເດຍ​ ເນື່ອງ​ຈາກ​ມີ​ການ​ໃຊ້​ງານ​ DogeRAT ທີ່​ເປັນ​ RAT (Remote Access Trojan) ໂດຍ​ໃຊ້​ພາສາ​ Java ຊຶ່ງ​ໃຫ້ເປັນ​ບໍລິການ​ MaaS (Malware as a Service) ຜ່ານ​ຊ່ອງ​ທາງ​ Telegram.

ວິທີ​ປ້ອງ​ກັນ​ DogeRAT ໃນລະບົບ Android

  1. ຫຼີກ​ລ້ຽງ​ການ​ກົດ​ລິ້ງ​ ຫຼື​ ເປີດ​ຟາຍ​ຈາກ​ແຫຼ່ງ​ທີ່​ບໍ່​ຮູ້​ຈັກ;​
  2. ອັບ​ເດດ​ເ​ຟີມແວ​ (Firmware) ​ໃຫ້ເປັນ​ເວີ​​ຊັ່ນ​ຫຼ້າ​ສຸດ​ຢູ່​ສະເໝີ​;
  3. ອົງ​ກອນ​ຄວນ​ຕິດ​ຕາມ​ຂ່າວ​ສານ​ໄຊ​ເບີ​​ ແລະ ​ໃຫ້ຄໍາ​ເຕືອນ​ພະ​ນັກ​ງານ​ເນັ້ນ​ປະຕິບັດ​ຕາມ​ມາດຕະຖານ​ຮັກສາ ຄວາມ​ປອດໄ​ພ​ໄຊ​ເບີ​​ຫຼາຍ​ຂຶ້ນ​.

ເອກະສານອ້າງອີງ:

  1. https://cyware.com/news/dogerat-malware-eyes-banking-and-entertainment-sectors-a720b704
  2. https://www.msn.com/en-us/money/other/new-android-malware-hijacks-your-front-and-rear-cameras-%E2%80%94-7-popular-apps-it-impersonates-to-trick-you/ar-AA1bV5vp?ocid=winp2fptaskbarhover&li=BBnbfcL
  3. https://www.facebook.com/photo/?fbid=656385269868100&set=a.306545454852085
  4. https://www.it24hrs.com/2023/dogerat-android-malware-warning/?fbclid=IwAR1oOxIpOeaKqY2ANURa1Dij1RiYSGBKX0UX7_pL6zZO11mA8kiq37YMPb4
Meesaisak 19 June 2023 687 Print