Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບກົນໂກງທາງອິນເຕີເນັດແບບໃໝ່!!! ໂດຍມີເປົ້າໝາຍຜູ້ໃຊ້ ໃນບັນດາປະເທດອາຊີ ເພື່ອສ້າງຄວາມບໍ່ສະຫງົບ ໂດຍອາໃສຂ່າວແຜ່ນດິນໄຫວທີ່ ປະເທດຕວັກກີ ແລະ ປະເທດຊີເຣຍ

ພົບກົນໂກງທາງອິນເຕີເນັດແບບໃໝ່!!! ໂດຍມີເປົ້າໝາຍຜູ້ໃຊ້ ໃນບັນດາປະເທດອາຊີ ເພື່ອສ້າງຄວາມບໍ່ສະຫງົບ ໂດຍອາໃສຂ່າວແຜ່ນດິນໄຫວທີ່ ປະເທດຕວັກກີ ແລະ ປະເທດຊີເຣຍອາຊະຍາກອນ​ທາງໄຊ​ເບີ​ຈະ​ສວຍໃຊ້​ໂອກາດ​ຈາກໄພພິບັດ​ຕ່າງ​ໆ​ທີ່ເກີດຂຶ້ນກັບ​ມະນຸດ​ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວຮຸນແຮງ​ 2 ຄັ້ງ ທີ່ປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ເຮັດໃຫ້ມີຜູ້ເສຍຊີວິດ​ຫຼາຍ​ກວ່າຮ້ອຍ​ຄົນ ຊຶ່ງຫຼັງເກີດເຫດ​ບໍ່​ຮອດ 24 ຊົ່ວ​ໂມງ ອາຊະຍາກອນ​ທາງໄຊ​ເບີ​​ກໍ່​ບໍ່​ເຄີຍ​ຢຸດ​ຫຼອກລວງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ ແລະ ການຫຼອກລວງ​ຄັ້ງ​ຫຼ້າ​ສຸດ ​ທີ່​​ພົບ​ ໂດຍ​ Bitdefender Antispam Lab ສະແດງ​ໃຫ້​ເຫັນ​ວ່າ ​ພວກ​ເຂົາ​ພະຍາຍາມໃຊ້ຄວາມ​ໜ້າສົງສານ​.

ອາຊະຍາກອນ​ທາງໄຊ​ເບີ​ຈະ​ສວຍໃຊ້​ໂອກາດ​ຈາກໄພພິບັດ​ຕ່າງ​ໆ​ທີ່ເກີດຂຶ້ນກັບ​ມະນຸດ​ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວຮຸນແຮງ​ 2 ຄັ້ງ ທີ່ປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ເຮັດໃຫ້ມີຜູ້ເສຍຊີວິດ​ຫຼາຍ​ກວ່າຮ້ອຍ​ຄົນ ຊຶ່ງຫຼັງເກີດເຫດ​ບໍ່​ຮອດ 24 ຊົ່ວ​ໂມງ ອາຊະຍາກອນ​ທາງໄຊ​ເບີ​​ກໍ່​ບໍ່​ເຄີຍ​ຢຸດ​ຫຼອກລວງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ ແລະ ການຫຼອກລວງ​ຄັ້ງ​ຫຼ້າ​ສຸດ ​ທີ່​​ພົບ​ ໂດຍ​ Bitdefender Antispam Lab ສະແດງ​ໃຫ້​ເຫັນ​ວ່າ ​ພວກ​ເຂົາ​ພະຍາຍາມໃຊ້ຄວາມ​ໜ້າສົງສານ​.

ອາຊະຍາກອນ​ທາງໄຊ​ເບີ​​ຫຼອກ​ລໍ້​ເຫຍື່ອ​ ຈາກ​ຄວາມ​ເຫັນໃຈຈາກ​ຄົນທົ່ວ​ໂລກ ​ທີ່​ຕ້ອງ​ການ​ບໍລິຈາກ​ເງິນ​ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້ຮັບ​ຜົນ​ກະທົບຈາກໄພ​ພິບັດຄັ້ງ​ນີ້​ ເຖິງວ່າ​ຈໍານວນ​ຫຼາຍ​ພັນ​ຄົນ​ຈະ​ເສຍຊີວິດ ​ແລະ​ ອີກ​ເປັນ​ໝື່ນ​ຍັງ​ຢູ່​ລະຫວ່າງ​ການ​ຄົ້ນ​ຫາ​ຜູ້​ທີ່​ຕິດ​ຢູ່​​ພາຍໃນ​ອາ​ຄານ​  ໂດຍອາຊະຍາກອນ​ທາງໄຊ​ເບີ​ຈະໃຊ້ການ​ປອມເປັນ​ຕົວ​ແທນ​ຂອງ​ມູນ​ນິ​ທິ​ຂອງ ​ຢູ​ເຄຣນ​ ທີ່​ຮີບໂຮມເງິນ​ບໍລິຈາກ​ເພື່ອ​ໄປຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້ຮັບ​ຜົນ​ກະທົບ​.

ໃນອີເມວຂໍ້ຄວາມຈະລະບຸວ່າ “ເຮົາ​ກຳ​ລັງ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ປະຊາຊົນໃນປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ທີ່​ໄດ້ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ແຜ່ນດິນ​ໄຫວ​ໃນ​ຕອນ​ນີ້​ ຊຶ່ງ​ເຮັດໃຫ້​ຄອບຄົວ ​ແລະ ​ເດັກນ້ອຍ​ ຈໍານວນ​ຫຼາຍ​ຕ້ອງຫຼົງຖິ່ນຖານ ແລະ ​ບໍ່ມີ​ທີ່​ຢູ່​ອາໄສ​.

WLADIMIR FOUNDATION ໄດ້ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ດ້ວຍ​ຕົນເອງ​ໃນ​ພື້ນ​ທີ່ ​ເພື່ອ​ຊ່ວຍ​ເຫຼືອ​ຜູ້ຄົນເຫຼົ່ານັ້ນໃຫ້​ໄດ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​… ພວກເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ທ່ານກະລຸນາ​ຊ່ວຍບໍລິຈາກ​ໃຫ້​ກັບ​ຜູ້ປະ​ສົບ​ໄພ​ເຫຼົ່າ​ນີ້​ດ້ວຍ”

ເນື່ອງ​ຈາກ​ອີ​ເມວ​ໂຈມ​ຕີ​ແບບ​ຟິດ​ຊິ່ງ​ (Phishing) ສ່ວນ​ຫຼາຍ​​ທີ່​ຢູ່​ IP ມາຈາກປະເທດ​ປະ​ກິດສະຖານ​ ໃນການສຶກສາ​ກຸມ​ຕົວ​ຢ່າງ​ທໍາອິດ ​ສ່ວນ​ຫຼາຍຈະ​ໂຈມ​ຕີ​ໂດຍ​ກຳນົດ​ເປົ້າ​ໝາຍ​ໄປ​ທີ່​ຜູ້​ຮັບ​ໃນ​ປະເທດເກົາ​ຫຼີ​ໃຕ້​ (49%), ປະເທດຫວຽດ​ນາມ​ (19%), ສ​ະຫະລັດອາ​ເມ​ລິ​ກາ​ ແລະ ​ປະເທດອິນ​ເດຍ​ (7%), ປະເທດເດນ​ມາ​ກ​ (3%), ປະເທດໄອ​​ແລນ​​ (2%), ປະເທດເຢຍລະມັນ ແລະ​ ປະເທດອັງກິດ (1%). ການ​ກວດ​ສອບ​​ລະ​ບຸ​ວ່າ​ ອາຊະຍາກອນ​ທາງໄຊ​ເບີ​ເຫຼົ່າ​ນີ້ຫຼອກ​ລໍ້ເຫຍື່ອ​ ໂດຍ​ການປອມ​ເປັນ​ອົງ​ກອນ ​ທີ່​ມີ​ຮາກ​ຖານ​ມາ​ຈາກ​ຢູ​ເຄຣນ.

ອົງ​ກອນ​ຫຼອກລວງ​ນີ້​​ ແຕ່​ກ່ອນກໍ່​ຕັ້ງ​ຂຶ້ນ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທີ່ຕົ​ກ​ເປັນ​ເຫຍື່ອ​ຂອງ ​ຢູ​ເຄຣນ ​ທີ່ເຈັບ​ຊ້ຳ​ຈາກ​ສົງຄາມ​  ແຕ່ພາຍຫຼັງເຫດການແຜ່ນດິນໄຫວໄດ້​ປ່ຽນ​ເປົ້າໝາຍ​ຊົ່ວ​ຄາວ​ ມາເປັນການ​ຮັບ​ເງິນ​ບໍລິຈາກ​ເປັນ​ສ​ະກຸນ​ເງິນ​ດິ​ຈິ​ຕອນ​ແທນ. ​ເຖິງວ່າຈະ​ເອີ້ນ​ຕົນ​ເອງ​ວ່າ​ "ແພັດ​ຟອມ (Platform) ​ການລະ​ດົມ​ທຶນ​ອອນ​ລາຍ​ອັນ​ດັບ​ຕົ້ນ​ໆ​ ໃນ​ຢູ​ເຄຣນ​" ການ​ກວດສອບ​ເວັບ​ໄຊ​​ເບື້ອງຕົ້ນໄດ້ເປີດເຜີຍໃຫ້​ເຫັນ​ວ່າ​ກອງທັບ​ຢູ​ເຄຣນ​ໄດ້ຮັບ​ເງິນ​ບໍລິຈາກ​ພຽງແຕ່​ 4,000 ດອນ​ລາ​ ​ເທົ່າ​ນັ້ນ​. ຢ່າງໃດ​ກໍ​ຕາມ,​ ໜຶ່ງ​ໃນ​ກະ​ເປົ໋າ​ສະກຸນເງິນຄຣິບໂຕ (Crypto Currency) ​ເຊັ່ນ: Bitcoin ເປີດເຜີຍໃຫ້​ເຫັນທຸລະ​ກຳ​​ຕັ້ງ​ແຕ່​ເດືອນ​ ພຶດສະພາ​ 2021 ຊຶ່ງ​ມີ​ມູນ​ຄ່າ​ທັງໝົດ​ສູງ​ເຖິງ​ $100,000.

ຊື່​ຂອງ​ອົງກອນການ​ກຸສົນ ​ແລະ​ ກະ​ເປົ໋າ​ເງີນດິຈີຕອນ​ປອມ​ນີ້​ ເຄີຍ​ຖືກ​ໃຊ້​ໃນ​ Campaign ​ຫຼອກລວງກ່ອນ​ໜ້າ​ນີ້ ​ທີ່ໄດ້ຂໍຮັບ​ບໍລິຈາກ​ເພື່ອ​ປະຊາຊົນຢູ​ເຄຣນ​ທີ່​​ຫຼົງຖິ່ນຖານ ​ເນື່ອງ​ຈາກ​ສົງຄາມ​, ນັກ​ວິ​ເຄາະ​​ພົບ​ວ່າ​ ໃນວັນທີ​ 29 ທັນວາ​ 2022 ມີ​ການ​ຫຼອກລວງ​ໃນ​ລັກສະນະ​ດຽວ​ກັນເກີດ​ຂຶ້ນ​ ນີ້​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ໂຈມ​ຕີ​ດ້ວຍ​ຂໍ້ຄວາມ​ທີ່​ຫຼອກລວງ​ ແລະ ບໍ່ມີມູນຄວາມຈິງ​ ທຸກ​ຄັ້ງ​ທີ່​ເກີດໄ​ພ​ພິບັດ​ທາງ​ທຳມະຊາດ​ ພວກ​ອາຊະຍາກອນ​ທາງໄຊ​ເບີ​​ຈະ​ພະຍາຍາມ​ໃຊ້​ປະໂຫຍດ​ຈາກ​ຄວາມ​ອ່ອນແອ ​ແລະ ​ຄວາມ​ຮູ້ສຶກ​ຂອງ​ຄົນ ​ໂດຍ​ຫຼອກ​ລໍ້​ຄວາມ​ເ​ຫັ​ນອົກ​ເຫັນ​ໃຈ​ຈາກ​ຜູ້ໃຊ້​ອອນ​ລາຍ ​ເພື່ອ​ລັກ​ເງິນ ​ແລະ​ ຂໍ້​ມູນ​ສ່ວນ​ຕົວທີ່ສໍາຄັນ​ ເຖິງແມ່ນວ່າ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ເຫຼົ່າ​ນີ້​ຈະ​ບໍ່​ແມ່ນ​ເລື່ອງ​ໃໝ່​ ແຕ່​ກໍ​່ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ຫຼວງຫຼາຍ​ໃນ​ການ​ຮັບ​ເງິນ​ຈາກ​ຄົົນທີ່​ໄວ້​ໃຈ​ງ່າຍ ​ແລະ​ ເປັນ​ຜູ້​ມີ​ຈິດກຸສົນ.

Bitdefender Antispam Lab ແນະ​ນຳ​ໃຫ້​ລະ​ມັດ​ລະ​ວັງ​ກ່ອນທີ່ຈະ​​ບໍລິຈາກ​ ເພື່ອ​ການ​ກຸສົນ​ຜ່ານ​ທາງ​ເມວ​ທີ່​ບໍ່​ຮູ້​ຈັກ​ ຜູ້​ໃຊ້​ຄວນ​​ລະ​ມັດ​ລະ​ວັງ​ຫາກ​ພົບ​ເຫັນ​ການ​ສື່​ສານ​ ທີ່​ມີ​ການ​ປົກ​ປິດ​ ຫຼື ​ເບິ່ງ​ຄື​ວ່າ​ມາ​ຈາກ​ແຫຼ່ງ​ທີ່​ບໍ່​ໄດ້ຮັບ​ອະນຸຍາດ​ ຜູ້​ທີ່​ຕ້ອງ​ການ​ໃຫ້​ການຊ່ວຍ​ເຫຼືອ​ດ້ວຍ​ຕົນເອງ​ ຄວນ​ສຶກສາ​ກ່ຽວກັບ​ອົງ​ກອນ​ການ​ກຸສົນ ​ທີ່​ຖືກ​ຕ້ອງ​ຕາມກົດໝາຍ ແລະ ​ພົວພັນ​ໂດຍ​ກົງ​ ຜ່ານ​ວິທີ​ການ​ທີ່​ກຳນົດ ​ແລະ​ ຖືກ​ຕ້ອງ​ຕາມ​ກົດໝາຍ.

 

ເອກະສານອ້າງອີງ: https://www.bitdefender.co.th/post/online-criminals-utilize-new-internet-scam-to-manipulate-grief-in-earthquake-stricken-turkey-and-syria/


ລາຍການຮູບ

Meesaisak 23 February 2023 1,047 Print