Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ AXLocker Ransomware

ແຈ້ງເຕືອນ AXLocker Ransomware

ນັກວິໄຈຈາກ Cyble(1) ພົບແຣນຊຳແວຕະກູນໃໝ່ ‘AXLocker’ ບໍ່ພຽງແຕ່ເຂົ້າລະຫັດຟາຍຂອງຜູ້ໃຊ້ເພື່ອຮຽກຄ່າໄຖ່ເທົ່ານັ້ນ ແຕ່ຍັງລັກໂທເຄັນ Discord(2) ຂອງຜູ້ໃຊ້ອີກດ້ວຍ    

ເມື່ອ​ຜູ້​ໃຊ້​ມີການ login ເຂົ້າ​ສູ່​ລະບົບ Discord ດ້ວຍ​ຂໍ້​ມູນ​ປະຈຳ​ຕົວ ແພລດ​ຟອມ​ (Platform) ຈະ​ສົ່ງ​ໂທ​ເຄັນ​ເພື່ອ​ເປັນ​ການ​ກວດ​ສອບ​ສິດ​ທິຜູ້​ໃຊ້​ທີ່​ຖືກ​ບັນ​ທຶກ​ໄວ້​ໃນ​ຄອມພິວເຕີ ແລະ ​ຖືກ​ສົ່ງ​ກັບ​ໄປ ຫຼັງ​ຈາກ​ທີ່​ກວດ​ສອບ​ສິດ​ການ​ໃຊ້​ງານ​ຮຽບຮ້ອຍ​ແລ້ວ ໂທ​ເຄັນ​ນີ້​ຈະ​ຖືກ​ໃຊ້​ຢືນຢັນ​ຕົວ​ຕົນ​ເພື່ອ​ເຂົ້າ​ສູ່​ລະບົບ​ໃນ​ຖານະ​ຂອງ​ຜູ້​ໃຊ້​ງານ ລວມ​ເຖິງ​ໃຊ້​ເພື່ອ​ອອກ​ຄຳ​ຂໍ​ໃຊ້​ງານ API ຕ່າງ​ໆ ທີ່​ສາມາດ​ດຶງ​ຂໍ້​ມູນ​ບັນ​ຊີ​ທີ່​ກ່ຽວ​ຂ້ອງ​ໄດ້ ຜູ້​ໂຈມ​ຕີ​ຈຶ່ງ​ຕ້ອງ​ການ​ລັກ​ຂໍ້​ມູນ​ໂທ​ເຄັນ​ເຫຼົ່າ​ນີ້ ເພາະ​ສາມາດ​ໃຊ້​ໃນ​ການ​ຄວບ​ຄຸມ​ບັນ​ຊີ​ຂອງ​ຜູ້​ໃຊ້​ງານ ຫຼື ​ຮ້າຍແຮງ​ໄປ​ກວ່າ​ນັ້ນ​ຄື​ໃຊ້​ໂທ​ເຄັນ​ໃນ​ທາງ​ທີ່​ຜິດ ເພື່ອ​ເປັນ​ການ​ໂຈມ​ຕີ​ໃນ​ຂັ້ນ​ຕອນ​ຕໍ່ໄປ

ໃນ​ການ​ດຳ​ເນີນ​ການ ແຣນຊຳແວຈະ​ກຳນົດ​ເປົ້າ​ໝາຍ​ຟາຍ​ນາມສ​ະກຸນ​ບາງຟາຍ ແຕ່​ບໍ່​ລວມ​ໂຟນ​ເດ​ີ​ຕາມ​ຕົວ​ຢ່າງ​ດ້ານ​ລຸ່ມນີ້

ຟາຍເປົ້າ​ໝາຍ (ດ້ານ​ຊ້າຍ) ແລະ​ ໂຟນເດີ​ທີ່​ຖືກ​ຍົກ​ເວັ້ນ (ດ້ານ​ຂວາ)

ການ​ເຂົ້າ​ລະຫັດ​ຟາຍ​ແຣນຊຳແວ AXLocker ການ​ໃຊ້​ວິທີ​ການ​ເຂົ້າ​ລະ​ຫັດ​ແບບ AES (Advanced Encryption Standard) ຈຶ່ງ​ເຮັດໃຫ້​ຟາຍ​ທີ່​ຖືກ​ເຂົ້າ​ລະ​ຫັດ​ບໍ່​ມີ​ຊື່​ຟາຍໃດ​ໆ ຕໍ່​ທ້າຍ ຈຶ່ງ​ເຮັດໃຫ້​ຜູ້​ໃຊ້​ງານ​ເບິ່ງ​ເຫັນ​ຊື່​ຟາຍ ເປັນ​ຊື່​ຟາຍປົກ​ກະ​ຕິ ຫຼັງ​ຈາກ​ນັ້ນ​ແຣນຊຳແວ AXLocker ຈະ​ສົ່ງ​ລະ​ຫັດ​ເຫຢື່ອ ລວມ​ເຖິງ​ລາຍ​ລະອຽດ​ຂອງ​ລະບົບ ຂໍ້​ມູນ​ທີ່​ຖືກ​ບັນ​ທຶກ​ໄວ້​ໃນ​ບຣາວເຊີ່ ແລະ​ ໂທ​ເຄັນ Discord ໄປ​ທີ່ Discord channel ຂອງ​ຜູ້​ໂຈມ​ຕີ​ໂດຍ​ການ​ໃຊ້​ງານ​ຜ່ານ webhook URL

ໂຟນເດີ​ທີ່​ຖືກ​ສ​ະແກນ​ເພື່ອທຳການ​ລັກ​ໂທ​ເຄັນ

  • Discord\Local Storage\leveldb
  • discordcanary\Local Storage\leveldb
  • discordptb\leveldb
  • Opera Software\Opera Stable\Local Storage\leveldb
  • Google\Chrome\User Data\\Default\Local Storage\leveldb
  • BraveSoftware\Brave-Browser\User Data\Default\Local Storage\leveldb
  • Yandex\YandexBrowser\User Data\Default\Local Storage\leveldb


ທ້າຍ​ທີ່ສຸດ ຜູ້​ເສຍ​ຫາຍ​ຈະ​ໄດ້ຮັບ​ແຈ້ງ​ຂໍ້ຄວາມ​ໃນ​ຮູບ​ແບບ pop-up window ທີ່​ມີ​ຂໍ້ຄວາມ​ຮຽກ​ຄ່າ​ໄຖ່ ແລະ ​ແຈ້ງ​ໃຫ້​ຮູ້ວ່າ​ຂໍ້​ມູນ​ຂອງ​ພວກ​ເຂົາໄດ້​ຖືກ​ເຂົ້າ​ລະ​ຫັດ​ຮຽບຮ້ອຍ​ແລ້ວ ໃຫ້​​ຕິດ​ຕໍ່​​ຄ່າ​ໄຖ່ ໃນ​ການ​ຖອດ​ລະ​ຫັດ​ ຫຼື ​ປົດ​ລັອກ​ຟາຍ​ຂໍ້​ມູນ ໂດຍ​ຜູ້​ເສຍ​ຫາຍ​ເອງ​ມີ​ເວລາ 48 ຊົ່ວ​ໂມງ​ໃນ​ການ​ຕິດ​ຕໍ່ ແຕ່​ບໍ່​ໄດ້​ລະ​ບຸ​ເຖິງ​ຈຳນວນ​ເງິນ​ຄ່າ​ໄຖ່​

ດັ່ງ​ນັ້ນ ​ຫາກ​ພົ​ບວ່າ AXLocker ເຂົ້າ​ລະ​ຫັດ​ຄອມພິວເຕີ​ຂອງທ່ານ ໃຫ້​ຮີບ​ປ່ຽນລະ​ຫັດ​ຜ່ານ Discord ໂດຍ​ທັນ​ທີ ເພາະ​ຈະ​ເຮັດໃຫ້​ໂທ​ເຄັນ​ທີ່​ຖືກ​ລັກ​ໄປ​ບໍ່​ສາມາດ​ໃຊ້​ງານ​ໄດ້

ເອກະສານອ້າງອີງ

  1. https://blog.cyble.com/2022/11/18/axlocker-octocrypt-and-alice-leading-a-new-wave-of-ransomware-campaigns/
  2. https://discord.com/
  3. https://cybertron.co.th/axlocker-ransomware/
  4. https://www.bleepingcomputer.com/news/security/new-ransomware-encrypts-files-then-steals-your-discord-account/

ລາຍການຮູບ

Porher 25 November 2022 733 Print